ເອຊາຢາ 10 - ພຣະຄຳພີສັກສິ1 ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າເຮັດກົດໝາຍອັນບໍ່ຍຸດຕິທຳເພື່ອກົດຂີ່ປະຊາຊົນຂອງເຮົາ. 2 ດ້ວຍເຫດນັ້ນ ພວກເຈົ້າຈຶ່ງງັດຄົນຍາກຈົນບໍ່ໃຫ້ມີສິດຫຍັງ ທັງບໍ່ໃຫ້ເຂົາໄດ້ຮັບຄວາມຍຸດຕິທຳດ້ວຍ. ດ້ວຍເຫດນັ້ນ ພວກເຈົ້າຈຶ່ງຢຶດເອົາດິນດອນຕ່ອນຫຍ້າ ທີ່ເປັນຂອງແມ່ໝ້າຍ ແລະເດັກກຳພ້າ. 3 ພວກເຈົ້າຈະເຮັດຢ່າງໃດເມື່ອພຣະເຈົ້າລົງໂທດພວກເຈົ້າ? ພວກເຈົ້າຈະເຮັດຢ່າງໃດ ເມື່ອພຣະອົງນຳໄພພິບັດຈາກດິນແດນທີ່ຫ່າງໄກມາສູ່ພວກເຈົ້າ? ພວກເຈົ້າຈະແລ່ນໄປຫາຜູ້ໃດໃຫ້ມາຊ່ວຍເຫລືອ? ພວກເຈົ້າຈະເຊື່ອງຊັບສົມບັດຂອງພວກເຈົ້າໄວ້ຢູ່ທີ່ໃດ? 4 ພວກເຈົ້າຈະຖືກຂ້າໃນສະໜາມຮົບ ຫລືຈະຖືກແກ່ໄປເປັນຊະເລີຍເສິກ. ເຖິງປານນັ້ນກໍຕາມ ຄວາມໂກດຮ້າຍຂອງພຣະອົງກໍຈະບໍ່ສິ້ນສຸດເປັນ; ແຕ່ມືພຣະອົງຍັງຢຽດອອກຢູ່ເພື່ອລົງໂທດພວກເຈົ້າ. ພຣະເຈົ້າໃຊ້ຈັກກະພັດອັດຊີເຣຍເປັນເຄື່ອງມື 5 ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ອັດຊີເຣຍເອີຍ ເຮົາໃຊ້ອັດຊີເຣຍເປັນດັ່ງໄມ້ຄ້ອນ ເພື່ອລົງໂທດພວກທີ່ເຮົາໂກດຮ້າຍ. 6 ເຮົາໄດ້ສົ່ງຊາວອັດຊີເຣຍໄປ ເພື່ອໂຈມຕີຊາດທີ່ບໍ່ນັບຖືພຣະເຈົ້າ ຄືປະຊາຊົນທີ່ໄດ້ເຮັດໃຫ້ເຮົາໂກດຮ້າຍ. ເຮົາໄດ້ສົ່ງພວກເຂົາໄປເພື່ອປຸ້ນຈີ້ທັງລັກ ແລະຢຽບຢໍ່າປະຊາຊົນເຫຼົ່ານັ້ນ ເໝືອນຢຽບຢໍ່າຂີ້ຝຸ່ນໃນຖະໜົນຫົນທາງ.” 7 ແຕ່ຈັກກະພັດອັດຊີເຣຍມີແຜນການອັນຮ້າຍກາດໃນໃຈຂອງຕົນເອງ. ເພິ່ນຕັ້ງໃຈຈະທຳລາຍຫລາຍໆຊົນຊາດ. 8 ເພິ່ນເວົ້າອວດວ່າ, “ຜູ້ບັນຊາການທະຫານທຸກຄົນຂອງເຮົາ ລ້ວນແຕ່ເປັນກະສັດທັງນັ້ນ 9 ເຮົາໄດ້ຕີຊະນະເມືອງຕ່າງໆຂອງການໂນ ແລະກາກເກມິດ ເມືອງຕ່າງໆຂອງຮາມັດ ແລະອັກປັດ. ເຮົາໄດ້ຕີຊະນະນະຄອນຊາມາເຣຍ ແລະນະຄອນດາມັສກັດ. 10 ເຮົາໄດ້ຢຽດມືຂອງເຮົາໄປລົງໂທດອານາຈັກເຫຼົ່ານັ້ນ ທີ່ຂາບໄຫວ້ຮູບເຄົາຣົບ ຄືຮູບເຄົາຣົບທີ່ມີຫລາຍກວ່າຮູບເຄົາຣົບໃນນະຄອນເຢຣູຊາເລັມ ແລະຊາມາເຣຍ. 11 ເຮົາໄດ້ທຳລາຍນະຄອນຊາມາເຣຍກັບຮູບເຄົາຣົບທັງໝົດຖິ້ມ ແລະເຮົາກໍຈະເຮັດຄືກັນຕໍ່ນະຄອນເຢຣູຊາເລັມ ແລະຕໍ່ບັນດາຮູບພະ ທີ່ຄົນໄດ້ຂາບໄຫວ້ຢູ່ໃນນະຄອນນີ້.” 12 ແຕ່ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເມື່ອໝົດພາລະທີ່ເຮົາກຳລັງເຮັດຕໍ່ພູເຂົາຊີໂອນ ແລະໃນນະຄອນເຢຣູຊາເລັມແລ້ວ ເຮົາຈະລົງໂທດກະສັດແຫ່ງອັດຊີເຣຍ ສຳລັບການອວດອົ່ງ ແລະການຈອງຫອງທຸກປະການຂອງລາວ.” 13 ຈັກກະພັດອັດຊີເຣຍເວົ້າອວດວ່າ, “ເຮົາໄດ້ເຮັດສິ່ງທັງໝົດນັ້ນ ໂດຍເຮົາເອງ. ເຮົາເຂັ້ມແຂງ ແລະສະຫລາດຫລັກແຫລມ. ເຮົາໄດ້ລຶບເຂດແດນລະຫວ່າງຊົນຊາດຕ່າງໆ ແລະຢຶດເອົາເຂົ້າຂອງທີ່ພວກເຂົາໄດ້ສະສົມໄວ້. ເຮົາໄດ້ຢຽບຢໍ່າປະຊາຊົນທີ່ອາໄສຢູ່ໃນທີ່ນັ້ນ ດັ່ງງົວກະທິງໂຕໜຶ່ງ. 14 ຊົນຊາດຕ່າງໆໃນໂລກນີ້ເປັນດັ່ງຮັງນົກ ແລະເຮົາໄດ້ກວາດເອົາຊັບສົມບັດຂອງພວກເຂົາ ງ່າຍເທົ່າກັບກວາດເອົາໄຂ່. ບໍ່ມີຜູ້ໃດອາດໃຊ້ປີກມາພັດເຮົາໃຫ້ຢ້ານກົວໄດ້; ບໍ່ມີຜູ້ໃດກ້າອ້າປາກຮ້ອງໃສ່ເຮົາໄດ້.” 15 ແຕ່ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຂວານສາມາດອ້າງວ່າ ມັນຍິ່ງໃຫຍ່ກວ່າຜູ້ຈັບຂວານໄດ້ຫລື? ເລື່ອຍສຳຄັນກວ່າຄົນທີ່ໃຊ້ເລື່ອຍຫລື? ໄມ້ຄ້ອນບໍ່ໄດ້ຍົກຄົນຂຶ້ນ ແຕ່ຄົນໄດ້ຍົກໄມ້ຄ້ອນຂຶ້ນ.” 16 ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ກຳລັງຈະສົ່ງພະຍາດໂຣຄາ ມາລົງໂທດຄົນທີ່ຢູ່ດີກິນດີ. ໃນຕົນຕົວຂອງເຂົານັ້ນຈະມີໄຟທີ່ໄໝ້ຢູ່ແລະເຜົາຜານ. 17 ພຣະເຈົ້າອົງເປັນແສງແຈ້ງຂອງຊາດອິດສະຣາເອນ ຈະເປັນໄຟນັ້ນ. ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນຈະເປັນແປວໄຟນັ້ນ ຊຶ່ງຈະເຜົາຜານທຸກໆສິ່ງພາຍໃນວັນດຽວເທົ່ານັ້ນ ແມ່ນແຕ່ຕົ້ນໜາມກັບພຸ່ມໜາມກໍດີ. 18 ປ່າໄມ້ ແລະທົ່ງໄຮ່ທົ່ງນາອັນອຸດົມສົມບູນຕ່າງໆພຣະເຈົ້າຢາເວຈະທຳລາຍກ້ຽງ ເໝືອນດັ່ງພະຍາດອັນຮ້າຍກາດໄດ້ທຳລາຍມະນຸດ. 19 ຕົ້ນໄມ້ພຽງບໍ່ທໍ່ໃດຕົ້ນເທົ່ານັ້ນຈະເຫຼືອຢູ່ ຊຶ່ງແມ່ນແຕ່ເດັກນ້ອຍກໍສາມາດນັບໄດ້. ມີໜ້ອຍຄົນຈະກັບຄືນມາ 20 ເມື່ອເວລານັ້ນມາເຖິງ ປະຊາຊົນອິດສະຣາເອນທີ່ລອດຕາຍມາໄດ້ ຈະບໍ່ເພິ່ງພາອາໄສຊາດທີ່ເກືອບຈະທຳລາຍພວກເຂົາອີກຕໍ່ໄປ, ແຕ່ພວກເຂົາຈະໄວ້ວາງໃຈຢ່າງແທ້ຈິງໃນພຣະເຈົ້າຢາເວອົງບໍຣິສຸດຂອງຊາດອິດສະຣາເອນ. 21 ມີຊາວອິດສະຣາເອນແຕ່ໜ້ອຍຄົນເທົ່ານັ້ນ ທີ່ຈະກັບຄືນມາຫາພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່. 22 ເຖິງແມ່ນວ່າດຽວນີ້ ປະຊາຊົນອິດສະຣາເອນມີຢູ່ຢ່າງຫລວງຫລາຍ ດັ່ງເມັດຊາຍທີ່ຝັ່ງທະເລກໍຕາມ, ແຕ່ກໍມີໜ້ອຍຄົນເທົ່ານັ້ນທີ່ຈະກັບຄືນມາ. ພຣະເຈົ້າໄດ້ສະສົມຄວາມຈິບຫາຍໄວ້ໃຫ້ປະຊາຊົນເຫຼົ່ານີ້ ແລະພວກເຂົາກໍສົມຄວນແລ້ວ ທີ່ຈະໄດ້ຮັບຄວາມຈິບຫາຍນັ້ນຢ່າງເຕັມສ່ວນ. 23 ແມ່ນແລ້ວ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ຈະນຳເອົາຄວາມຈິບຫາຍ ມາທົ່ວປະເທດດັ່ງທີ່ພຣະອົງໄດ້ກ່າວໄວ້ແລ້ວນັ້ນ. ອົງພຣະຜູ້ເປັນເຈົ້າຈະລົງໂທດອັດຊີເຣຍ 24 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວແກ່ປະຊາຊົນຂອງພຣະອົງ ທີ່ອາໄສຢູ່ທີ່ພູເຂົາຊີໂອນວ່າ, “ຢ່າສູ່ຢ້ານຊາວອັດຊີເຣຍເລີຍ ແມ່ນວ່າພວກເຂົາຂົ່ມເຫັງພວກເຈົ້າ ດັ່ງຊາວເອຢິບໄດ້ເຮັດມາກໍຕາມ. 25 ເຮົາຈະລົງໂທດພວກເຈົ້າໃນເວລາອັນສັ້ນໆເທົ່ານັ້ນ, ຕໍ່ຈາກນັ້ນ ເຮົາຈະທຳລາຍພວກເຂົາ. 26 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈະໃຊ້ໄມ້ແສ້ຕີພວກເຂົາເໝືອນກັນກັບທີ່ໄດ້ຕີຊາວມີດີອານທີ່ໂງ່ນຫີນໂອເຣັບ. ຈະລົງໂທດອັດຊີເຣຍເໝືອນກັນກັບທີ່ໄດ້ລົງໂທດເອຢິບ. 27 ເມື່ອເວລານັ້ນມາເຖິງ ພວກເຈົ້າຈະຖືກປົດປ່ອຍອອກຈາກອຳນາດຂອງອັດຊີເຣຍ ແລະແອກຂອງພວກເຂົາກໍຈະບໍ່ເປັນພາລະໜັກສຳລັບພວກເຈົ້າອີກຕໍ່ໄປ.” ພວກຮຸກຮານໂຈມຕີ 28 ກອງທັບຂອງສັດຕູຕີເອົາເມືອງອາອີ ໄດ້ແລ້ວ ພວກເຂົາໄດ້ຜ່ານເມືອງມິກໂຣນ ພວກເຂົາໄດ້ປະສະບຽງອາຫານຂອງພວກເຂົາໄວ້ທີ່ເມືອງມິກມາດ 29 ພວກເຂົາໄດ້ຂ້າມຊ່ອງແຄບ ແລະກຳລັງຄ້າງຄືນຢູ່ທີ່ເກບາ ຊາວເມືອງຣາມາຢ້ານກົວໃຫຍ່ ແລະປະຊາຊົນທີ່ເມືອງກີເບອາ ບ້ານເກີດເມືອງນອນຂອງກະສັດໂຊນກໍປົບໜີໄປ. 30 ຊາວການລີມເອີຍ ຈົ່ງໂຮຮ້ອງສາເຖີດ ຊາວໄລຊາເອີຍ ຈົ່ງຟັງເທີ້ນ ຊາວອານາທົດເອີຍ ຈົ່ງຕອບແມ 31 ຊາວມັດເມນາ ແລະຊາວເກບິມກຳລັງແລ່ນໜີເອົາຊີວິດລອດ. 32 ມື້ນີ້ສັດຕູໄດ້ມາຮອດເມືອງໂນບແລ້ວ ແລະຢູ່ໃນທີ່ນັ້ນພວກເຂົາກຳລັງຍົກກຳປັ້ນໃສ່ພູເຂົາຊີໂອນ ຄືໃສ່ນະຄອນເຢຣູຊາເລັມ. 33 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະນຳພວກເຂົາມາ ແລະເຮັດໃຫ້ພວກເຂົາຕົກລົງ ດັ່ງງ່າໄມ້ຖືກຕັດຈາກຕົ້ນຂອງມັນ. ພວກທີ່ຄຸຍໂມ້ແລະຖືຕົນວ່າຍິ່ງໃຫຍ່ໃນພວກເຂົາ ກໍຈະຖືກປໍ້າລົງ ແລະຖືກອັບອາຍຂາຍໜ້າ. 34 ພຣະອົງຈະຕັດພວກເຂົາຖິ້ມ ດັ່ງຄົນໃຊ້ຂວານປໍ້າຕົ້ນໄມ້ລົງຢູ່ກາງປ່າ ແມ່ນແຕ່ກົກໄມ້ຊຶ່ງງາມທີ່ສຸດຂອງເລບານອນກໍລົ້ມລົງເຊັ່ນກັນ. |
@ 2012 United Bible Societies. All Rights Reserved.