Biblia Todo Logo
Bìoball air-loidhne

- Sanasan -

ໂຮເສອາ 9 - ພຣະຄຳພີສັກສິ


ໂຮເສອາ​ປະກາດ​ລົງໂທດ​ຊາດ​ອິດສະຣາເອນ

1 ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ສະເຫລີມ​ສະຫລອງ​ເທດສະການ​ຕ່າງໆ ດັ່ງ​ຄົນຕ່າງຊາດ​ນັ້ນ​ສາ. ພວກເຈົ້າ​ໄດ້​ໜີ​ຈາກ​ພຣະເຈົ້າ​ຂອງຕົນ ແລະ​ບໍ່​ສັດຊື່​ຕໍ່​ພຣະອົງ. ທົ່ວ​ທັງ​ປະເທດ ພວກເຈົ້າ​ໄດ້​ຂາຍ​ຕົວ​ເອງ​ໃຫ້​ພະບາອານ​ເໝືອນ​ຍິງໂສເພນີ ແລະ​ພວກເຈົ້າ​ກໍ​ມັກ​ເຂົ້າ​ສາລີ ທີ່​ພະບາອານ​ຈ່າຍ​ໃຫ້​ເປັນ​ຄ່າຈ້າງ.

2 ແຕ່​ອີກ​ບໍ່​ດົນ ພວກເຈົ້າ​ຈະ​ບໍ່ມີ​ເຂົ້າ​ສາລີ​ກັບ​ນໍ້າມັນ​ໝາກກອກເທດ ກິນ​ພຽງພໍ​ແລະ​ຈະ​ບໍ່ມີ​ເຫຼົ້າ​ອະງຸ່ນ​ດື່ມ.

3 ປະຊາຊົນ​ອິດສະຣາເອນ​ຈະ​ບໍ່ໄດ້​ຢູ່​ໃນ​ດິນແດນ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ, ແຕ່​ພວກເຂົາ​ຈະ​ຕ້ອງ​ກັບຄືນ​ໄປ​ປະເທດ​ເອຢິບ ແລະ​ກິນ​ອາຫານ​ທີ່​ຫວງຫ້າມ​ໃນ​ອັດຊີເຣຍ.

4 ຢູ່​ໃນ​ດິນແດນ​ຕ່າງ​ປະເທດ​ເຫຼົ່ານັ້ນ ພວກເຂົາ​ຈະ​ບໍ່​ສາມາດ​ເຮັດ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ ຫລື​ນຳ​ເຄື່ອງ​ເຜົາບູຊາ​ໄປ​ຖວາຍ​ແກ່​ພຣະອົງ​ໄດ້. ອາຫານ​ຂອງ​ພວກເຂົາ​ຈະ​ເຮັດ​ໃຫ້​ທຸກຄົນ​ທີ່​ກິນ​ເປັນ​ມົນທິນ ຄື​ອາຫານ​ທີ່​ກິນ​ໃນ​ພິທີສົບ. ອາຫານ​ນີ້​ຈະ​ກິນ​ແກ້​ຄວາມຫິວ​ຂອງ​ພວກເຂົາ​ເທົ່ານັ້ນ; ແລະ​ຈະ​ຖືກ​ນຳ​ໄປ​ຖວາຍ​ເປັນ​ເຄື່ອງ​ບູຊາ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ບໍ່ໄດ້.

5 ເມື່ອ​ວັນ​ເທດສະການ​ກິນລ້ຽງ​ຖວາຍ​ກຽດ​ແດ່​ພຣະເຈົ້າຢາເວ​ມາເຖິງ ພວກເຂົາ​ຈະ​ເຮັດ​ແນວໃດ?

6 ເມື່ອ​ໄພພິບັດ​ມາເຖິງ ແລະ​ປະຊາຊົນ​ຖືກ​ກະຈັດ​ກະຈາຍ​ໄປ ຊາວ​ເອຢິບ​ຈະ​ທ້ອນໂຮມ​ເອົາ​ພວກເຂົາ ຄື​ໂຮມ​ເອົາ​ໄປ​ຝັງ​ໄວ້​ຢູ່​ໃນ​ເມືອງ​ມຳຟິດ ຊັບສົມບັດ​ທີ່​ເປັນ​ເຄື່ອງ​ເງິນ ແລະ​ບ່ອນ​ທີ່​ຕັ້ງ​ບ້ານເຮືອນ​ຂອງ​ພວກເຂົາ ກໍ​ຈະ​ມີ​ຫຍ້າ​ແລະ​ພຸ່ມໜາມ​ເກີດຂຶ້ນ.

7 ເວລາ​ແຫ່ງ​ການລົງໂທດ​ໄດ້​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ປະຊາຊົນ​ຈະ​ໄດ້​ຮັບ​ໃນ​ສິ່ງ​ທີ່​ສົມຄວນ​ໄດ້​ຮັບ. ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ຊາດ​ອິດສະຣາເອນ​ຈຶ່ງ​ຈະ​ຮູ້ຈັກ. ພວກເຈົ້າ​ເວົ້າ​ວ່າ, “ຜູ້ທຳນວາຍ​ຄົນ​ນີ້​ໂງ່. ຄົນ​ທີ່​ມີ​ພຣະເຈົ້າ​ດົນໃຈ​ກໍ​ເປັນ​ຄົນ​ບໍ່​ເຕັມ.” ພວກເຈົ້າ​ກຽດຊັງ​ເຮົາ​ຫລາຍ​ທີ່ສຸດ ເພາະ​ບາບ​ຂອງ​ພວກເຈົ້າ​ໜາ​ຫລາຍ.

8 ພຣະເຈົ້າ​ໄດ້​ສົ່ງ​ຂ້າພະເຈົ້າ​ມາ​ໃນ​ຖານະ​ເປັນ​ຜູ້ທຳນວາຍ ເພື່ອ​ເຕືອນ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ແຕ່​ບ່ອນໃດ​ກໍດີ​ທີ່​ຂ້າພະເຈົ້າ​ໄປ ພວກເຈົ້າ​ຊອກຫາ​ດັກຈັບ​ຂ້າພະເຈົ້າ​ດັ່ງ​ດັກຈັບ​ນົກ. ແມ່ນແຕ່​ຢູ່​ໃນ​ດິນແດນ​ຂອງ​ພຣະເຈົ້າ​ເອງ ປະຊາຊົນ​ກໍ​ເປັນ​ສັດຕູ​ກັບ​ຜູ້ທຳນວາຍ.

9 ພວກເຂົາ​ເຮັດ​ຊົ່ວຮ້າຍ​ຫລາຍ​ຈົນ​ບໍ່ມີ​ທາງ​ຊ່ວຍ ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ທີ່​ກີເບອາ. ພຣະເຈົ້າ​ຈະ​ຈົດຈຳ​ບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ໃຫ້​ສົມໃຈ.


ບາບ​ຂອງ​ຊາດ​ອິດສະຣາເອນ​ແລະ​ຜົນ​ກຳ​ນຳ​ສະໜອງ

10 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເມື່ອ​ເຮົາ​ພົບເຫັນ​ຊາດ​ອິດສະຣາເອນ​ເທື່ອ​ທຳອິດ ກໍ​ເໝືອນ​ໄດ້​ພົບ​ໝາກອະງຸ່ນ​ທີ່​ກຳລັງ​ເກີດຂຶ້ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ເມື່ອ​ເຮົາ​ໄດ້​ເຫັນ​ບັນພະບຸລຸດ​ຂອງ​ພວກເຈົ້າ​ເທື່ອ​ທຳອິດ ກໍ​ເໝືອນ​ໄດ້​ເຫັນ​ໝາກ​ເດື່ອເທດ​ສຸກ​ໃນ​ຕົ້ນ​ລະດູການ. ແຕ່​ເມື່ອ​ພວກເຂົາ​ໄດ້ມາ​ເຖິງ​ພູ​ເປອໍ​ແລ້ວ ພວກເຂົາ​ກໍໄດ້​ເລີ່ມ​ຂາບໄຫວ້​ພະບາອານ ແລະ​ບໍ່ດົນ​ພວກເຂົາ​ກໍ​ເປັນ​ໜ້າກຽດຊັງ ດັ່ງ​ບັນດາ​ຮູບພະ​ທີ່​ພວກເຂົາ​ຮັກ​ນັ້ນ.

11 ຄວາມ​ຍິ່ງໃຫຍ່​ຂອງ​ຊາດ​ອິດສະຣາເອນ​ຈະ​ບິນ​ໜີ​ເໝືອນ​ນົກ ແລະ​ຈະ​ບໍ່ມີ​ເດັກນ້ອຍ​ເກີດ​ມາ​ໃຫ້​ພວກເຂົາ​ອີກ ຈະ​ບໍ່ມີ​ຜູ້ຍິງ​ຖືພາ​ແລະ​ຈະ​ບໍ່ມີ​ຜູ້ຍິງ​ຕັ້ງທ້ອງ.

12 ແຕ່​ຖ້າ​ວ່າ​ພວກເຂົາ​ລ້ຽງດູ​ລູກ​ໄວ້ ເຮົາ​ຈະ​ເອົາ​ລູກ​ນັ້ນ​ໜີໄປ​ເສຍ ແລະ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ມີ​ຊີວິດ​ຢູ່. ເມື່ອ​ເຮົາ​ປະຖິ້ມ​ປະຊາຊົນ​ເຫຼົ່ານີ້ ສິ່ງ​ທີ່​ໜ້າຢ້ານກົວ​ຈະ​ເກີດຂຶ້ນ​ກັບ​ພວກເຂົາ.”

13 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເຫັນ​ພວກ​ເດັກນ້ອຍ​ຖືກ​ຕາມລ່າ ແລະ​ຖືກ​ຂ້າ​ຖິ້ມ.

14 ຂ້ານ້ອຍ​ຈະ​ຮ້ອງຂໍ​ໃຫ້​ພຣະອົງ​ເຮັດ​ຢ່າງໃດ​ກັບ​ປະຊາຊົນ​ພວກ​ນີ້? ຂໍ​ພຣະອົງ​ເຮັດ​ໃຫ້​ພວກຜູ້ຍິງ​ເປັນ​ໝັນ​ສາ ຂໍ​ເຮັດ​ໃຫ້​ແອນ້ອຍ​ຂອງ​ພວກເຂົາ ກິນ​ນົມ​ຂອງ​ພວກເຂົາ​ບໍ່ໄດ້.


ພຣະເຈົ້າຢາເວ​ຕັດສິນ​ລົງໂທດ​ຊາດ​ອິດສະຣາເອນ

15 ພຣະເຈົ້າຢາເວ​ກ່າວ​ວ່າ, “ຄວາມ​ຊົ່ວຊ້າ​ທຸກຢ່າງ​ຂອງ​ພວກເຂົາ​ເລີ່ມຕົ້ນ​ທີ່​ເມືອງ​ກິນການ. ແມ່ນ​ບ່ອນ​ນັ້ນ​ແຫຼະ ທີ່​ເຮົາ​ເລີ່ມຕົ້ນ​ກຽດຊັງ​ພວກເຂົາ. ຍ້ອນ​ຄວາມ​ບາບ​ທີ່​ພວກເຂົາ​ເຮັດ​ນັ້ນ ເຮົາ​ຈະ​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ດິນແດນ​ຂອງເຮົາ. ເຮົາ​ຈະ​ບໍ່​ຮັກ​ພວກເຂົາ​ອີກ​ຕໍ່ໄປ; ຜູ້ນຳ​ທັງໝົດ​ຂອງ​ພວກເຂົາ​ໄດ້​ກະບົດ​ຕໍ່ສູ້​ເຮົາ.

16 ປະຊາຊົນ​ອິດສະຣາເອນ​ເປັນ​ດັ່ງ​ຮາກ​ຂອງ​ພືດ​ທີ່​ຕາຍ ແລະ​ບໍ່​ເກີດ​ໝາກ. ພວກເຂົາ​ຈະ​ບໍ່ມີ​ລູກ, ແຕ່​ຖ້າ​ມີ ເຮົາ​ກໍ​ຈະ​ຂ້າ​ລູກ​ທີ່​ພວກເຂົາ​ຮັກ​ນັ້ນ​ເສຍ.”


ຜູ້ທຳນວາຍ​ເວົ້າ​ເຖິງ​ຊາດ​ອິດສະຣາເອນ

17 ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະອົງ. ພວກເຂົາ​ຈະ​ເປັນ​ຄົນ​ພະເນຈອນ​ຢູ່​ທ່າມກາງ​ບັນດາ​ປະຊາຊາດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan