Biblia Todo Logo
Bìoball air-loidhne

- Sanasan -

ໂຮເສອາ 8 - ພຣະຄຳພີສັກສິ


ການ​ຖືກ​ລົງໂທດ​ຍ້ອນ​ຂາບໄຫວ້​ຮູບເຄົາຣົບ

1 “ຈົ່ງ​ເປົ່າແກ​ສັນຍານ​ເຕືອນໄພ ພວກ​ສັດຕູ​ເໝືອນ​ນົກອິນຊີ​ກຳລັງ​ຢູ່​ເໜືອ​ວິຫານ​ຂອງ​ພຣະເຈົ້າຢາເວ; ປະຊາຊົນ​ຂອງເຮົາ​ໄດ້​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ໃຫ້​ໄວ້​ກັບ​ພວກເຂົາ ແລະ​ທັງ​ໄດ້​ກະບົດ​ຕໍ່ສູ້​ກົດບັນຍັດ​ຂອງເຮົາ.

2 ເຖິງ​ແມ່ນ​ພວກເຂົາ​ເອີ້ນ​ເຮົາ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ອ້າງ​ວ່າ​ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ຮູ້ຈັກ​ເຮົາ​ກໍຕາມ

3 ພວກເຂົາ​ກໍໄດ້​ປະຖິ້ມ​ສິ່ງ​ດີງາມ. ດ້ວຍເຫດນີ້ ສັດຕູ​ຈຶ່ງ​ຈະ​ໄລ່​ຕິດຕາມ​ພວກເຂົາ.

4 ປະຊາຊົນ​ຂອງເຮົາ​ໄດ້​ເລືອກເອົາ​ກະສັດ ແຕ່​ພວກເຂົາ​ເຮັດ​ໄປ​ໂດຍ​ຕົນເອງ. ພວກເຂົາ​ແຕ່ງຕັ້ງ​ເອົາ​ພວກ​ຜູ້ນຳ​ໂດຍ​ທີ່​ເຮົາ​ບໍ່​ເຫັນດີ​ນຳ. ພວກເຂົາ​ເອົາ​ເງິນ​ແລະ​ຄຳ​ຂອງ​ພວກເຂົາ​ສ້າງ​ຮູບເຄົາຣົບ ທີ່​ຈະ​ເປັນ​ເຫດ​ໃຫ້​ພວກເຂົາ​ຖືກ​ທຳລາຍ.

5 ເຮົາ​ກຽດຊັງ​ຮູບ​ງົວ​ຄຳ​ທີ່​ຊາວ​ເມືອງ​ຊາມາເຣຍ​ຂາບໄຫວ້. ເຮົາ​ຄຽດແຄ້ນ​ພວກເຂົາ. ຍັງ​ເຫິງ​ປານໃດ​ນໍ ພວກເຂົາ​ຈຶ່ງ​ຈະ​ປະຖິ້ມ​ການ​ຂາບໄຫວ້​ຮູບເຄົາຣົບ​ນີ້?

6 ນາຍຊ່າງ​ຊາວ​ອິດສະຣາເອນ​ໄດ້​ສ້າງ​ຮູບເຄົາຣົບ ຮູບ​ນັ້ນ​ບໍ່ແມ່ນ​ພຣະເຈົ້າ ງົວ​ຄຳ​ທີ່​ຊາວ​ຊາມາເຣຍ​ຂາບໄຫວ້​ຈະ​ຖືກ​ທຳລາຍ​ໃຫ້​ໝຸ່ນ​ທະລາຍ​ໄປ.

7 ເມື່ອ​ພວກເຂົາ​ຫວ່ານ​ລົມ ພວກເຂົາ​ກໍ​ຈະ​ໄດ້​ເກັບກ່ຽວ​ລົມພະຍຸ ກົກ​ເຂົ້າ​ທີ່​ບໍ່​ເກີດ​ຮວງ ໃຫ້​ແປ້ງ​ຫລື​ເຂົ້າຈີ່​ກໍ​ບໍ່​ຫ່ອນ​ເປັນ, ແຕ່​ຖ້າ​ວ່າ​ມັນ​ສຸກ ຊາວ​ຕ່າງ​ປະເທດ​ກໍ​ຈະ​ກິນ​ໝົດ​ເສຍ.

8 ຊາວ​ອິດສະຣາເອນ​ເປັນ​ດັ່ງ​ຊົນຊາດ​ອື່ນໆ ແລະ​ບໍ່ມີ​ປະໂຫຍດ​ດັ່ງ​ໄຫ​ແຕກ.

9 ດື້ດ້ານ​ດັ່ງ​ລໍປ່າ ປະຊາຊົນ​ອິດສະຣາເອນ​ປະພຶດ​ຕາມ​ທາງ​ຂອງ​ຕົນເອງ. ພວກເຂົາ​ໄປ​ຂໍຄວາມ​ຊ່ວຍເຫລືອ​ຈາກ​ອັດຊີເຣຍ ແລະ​ຈ້າງ​ໃຫ້​ຊາດ​ອື່ນ​ມາ​ຄຸ້ມຄອງ​ພວກຕົນ.

10 ບັດນີ້ ເຮົາ​ຈະ​ລວບລວມ​ເອົາ​ພວກເຂົາ​ມາ​ລົງໂທດ. ອີກ​ບໍ່​ດົນ ພວກເຂົາ​ຈະ​ຊັກດີ້ນ​ດ້ວຍ​ຄວາມ​ເຈັບປວດ ເມື່ອ​ຖືກ​ກະສັດ​ແຫ່ງ​ອັດຊີເຣຍ​ກົດຂີ່.

11 ຊາວ​ອິດສະຣາເອນ​ມີ​ແທ່ນບູຊາ ສຳລັບ​ຊຳລະລ້າງ​ບາບ​ຕື່ມ​ຂຶ້ນ​ເທົ່າໃດ ສະຖານທີ່​ເຮັດ​ບາບ​ຈະ​ມີ​ຕື່ມ​ຂຶ້ນ​ຫລາຍ​ເທົ່ານັ້ນ.

12 ເຮົາ​ໄດ້​ຂຽນ​ຄຳສັ່ງສອນ​ຫລາຍ​ຂໍ້​ໄວ້ ຈົນ​ນັບ​ບໍ່ຖ້ວນ​ສຳລັບ​ປະຊາຊົນ; ແຕ່​ພວກເຂົາ​ບໍ່​ຍອມ​ຮັບ​ໂດຍ​ຖື​ວ່າ​ຄຳສັ່ງສອນ​ນັ້ນ​ເປັນ​ຂອງ​ແປກ ແລະ​ຂອງ​ຕ່າງຊາດ.

13 ພວກເຂົາ​ເຜົາ​ຖວາຍບູຊາ​ແກ່​ເຮົາ ແລະ​ກິນ​ຊີ້ນ​ທີ່​ໄດ້​ບູຊາ​ນັ້ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ພວກເຂົາ; ມາບັດນີ້ ເຮົາ​ຈະ​ຈົດຈຳ​ການບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ຍ້ອນ​ການບາບ​ນັ້ນ; ເຮົາ​ຈະ​ສົ່ງ​ພວກເຂົາ​ກັບຄືນ​ໄປ​ປະເທດ​ເອຢິບ.

14 ປະຊາຊົນ​ອິດສະຣາເອນ​ໄດ້​ສ້າງ​ວັງ​ໄວ້​ຫລາຍ​ແຫ່ງ, ແຕ່​ພວກເຂົາ​ລືມ​ຜູ້​ທີ່​ສ້າງ​ພວກເຂົາ. ປະຊາຊົນ​ຢູດາ​ສ້າງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ໄວ້​ຫລາຍ​ແຫ່ງ; ແຕ່​ເຮົາ​ກໍ​ຈະ​ສົ່ງ​ໄຟ​ມາ​ເຜົາຜານ​ເມືອງ ແລະ​ທຳລາຍ​ວັງ​ຂອງ​ພວກເຂົາ​ຖິ້ມ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan