ໂຮເສອາ 7 - ພຣະຄຳພີສັກສິ1 “ເມື່ອໃດເຮົາຢາກປິ່ນປົວຊາວອິດສະຣາເອນປະຊາຊົນຂອງເຮົາໃຫ້ດີ ແລະເຮັດໃຫ້ພວກເຂົາມັ່ງຄັ່ງສົມບູນອີກ; ເມື່ອນັ້ນເຮົາກໍເຫັນແຕ່ການໂຫດຮ້າຍ ແລະກິດຈະການຊົ່ວຂອງພວກເຂົາ. ພວກເຂົາສໍ້ໂກງກັນແລະກັນ; ງັດແງະເຂົ້າໄປໃນເຮືອນລັກເອົາສິ່ງຂອງ ແລະປຸ້ນຈີ້ຄົນຕາມຖະໜົນຫົນທາງ. 2 ພວກເຂົາບໍ່ເຄີຍຄິດວ່າ ເຮົາຈະຈົດຈຳກິດຈະການຊົ່ວທັງໝົດຂອງພວກເຂົາ; ແຕ່ການບາບຂອງພວກເຂົາໄດ້ອ້ອມພວກເຂົາໄວ້ ແລະເຮົາຈະບໍ່ລະເວັ້ນເບິ່ງການບາບນັ້ນ.” ຄົນໃນວັງຮວມກັນເປັນກະບົດ 3 “ປະຊາຊົນຫລອກລວງກະສັດແລະຂ້າຣາຊການຂອງເພິ່ນ ໂດຍອຸບາຍຊົ່ວຂອງພວກເຂົາ. 4 ພວກເຂົາທັງໝົດເປັນຄົນທໍລະຍົດແລະບໍ່ສັດຊື່. ຄວາມກຽດຊັງຂອງພວກເຂົາຄ່ອຍລຸກໄໝ້ດັ່ງໄຟຢູ່ໃນເຕົາອົບ ຊຶ່ງຄົນເຮັດເຂົ້າຈີ່ບໍ່ຕ້ອງຈຸໄຟຕື່ມ ຈົນແປ້ງນວດພ້ອມແລ້ວທີ່ຈະຖືກນຳໄປອົບ. 5 ໃນງານສະຫລອງສຳລັບກະສັດນັ້ນ ພວກເຂົາໄດ້ເອົາເຫຼົ້າອະງຸ່ນໃຫ້ກະສັດກັບພວກຂ້າຣາຊການຂອງເພິ່ນດື່ມ ຈົນມືນເມົາແລະເສຍສະຕິໄປ. 6 ແມ່ນແລ້ວ ພວກເຂົາຮ້ອນແຮງ ດ້ວຍອຸບາຍຂອງພວກເຂົາດັ່ງເຕົາອົບຮ້ອນ. ຄວາມຮ້າຍໄດ້ລຸກໄໝ້ຢູ່ໃນໃຈຂອງພວກເຂົາຕະຫລອດຄືນ ແລະໃນຕອນເຊົ້າກໍລຸກວາບຂຶ້ນເປັນແປວໄຟ. 7 ພວກເຂົາໄດ້ຂ້າພວກຜູ້ປົກຄອງຂອງຕົນ ດ້ວຍຄວາມຮ້ອນຈັດແຫ່ງການໂກດຮ້າຍ. ບັນດາກະສັດຂອງພວກເຂົາຖືກລອບສັງຫານຕໍ່ເນື່ອງກັນ; ແຕ່ບໍ່ມີຜູ້ໃດພາວັນນາອະທິຖານຂໍໃຫ້ເຮົາຊ່ວຍເຫລືອ.” ຊາດອິດສະຣາເອນເພິ່ງຊົນຊາດອື່ນໆ 8 “ປະຊາຊົນເອຟຣາອິມເປັນດັ່ງເຂົ້າຈີ່ທີ່ບໍ່ສຸກ. ພວກເຂົາເພິ່ງຊົນຊາດອື່ນໆທີ່ຢູ່ອ້ອມຮອບພວກຕົນນັ້ນ 9 ແລະບໍ່ຄິດວ່າການເພິ່ງຊາວຕ່າງຊາດນັ້ນ ໄດ້ປຸ້ນເອົາເຫື່ອແຮງຂອງພວກຕົນໄປ. ວັນຂອງພວກເຂົາກໍຖືກນັບໄວ້ແລ້ວແຕ່ພວກເຂົາບໍ່ຮູ້ຈັກ. 10 ຄວາມຈອງຫອງຂອງປະຊາຊົນອິດສະຣາເອນຟ້ອງຮ້ອງພວກເຂົາ. ເຖິງແມ່ນວ່າມີເຫດຫລາຍປະການໄດ້ເກີດຂຶ້ນກໍຕາມ ພວກເຂົາກໍບໍ່ໄດ້ກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຫລືສະແຫວງຫາພຣະອົງ. 11 ຊາດອິດສະຣາເອນວົນວຽນໄປມາດັ່ງນົກກາງແກທີ່ໂງ່ງ່າວ; ປະຊາຊົນຂອງຕົນຮ້ອງຂໍຄວາມຊ່ວຍເຫລືອຈາກປະເທດເອຢິບກ່ອນ ແລ້ວກໍແລ່ນໄປຫາອັດຊີເຣຍ 12 ແຕ່ເຮົາຈະກາງຕາໜ່າງອອກເພື່ອຄຸບເອົາພວກເຂົາ ດັ່ງຄຸບເອົານົກທີ່ບິນໃນອາກາດ. ເຮົາຈະລົງໂທດພວກເຂົາຍ້ອນການຊົ່ວຮ້າຍທີ່ພວກເຂົາໄດ້ເຮັດນັ້ນ. 13 ເຄາະກຳມາເຖິງພວກເຂົາແລ້ວ ພວກເຂົາໄດ້ປະຖິ້ມເຮົາໄປ ແລະກະບົດຕໍ່ສູ້ເຮົາ. ພວກເຂົາຈະຖືກທຳລາຍ. ເຮົາຢາກໄຖ່ພວກເຂົາໃຫ້ພົ້ນ ແຕ່ພວກເຂົາກ່າວຄຳຕົວະຕໍ່ສູ້ເຮົາ. 14 ພວກເຂົາບໍ່ໄດ້ພາວັນນາອະທິຖານຫາເຮົາດ້ວຍຄວາມຈິງໃຈ; ແຕ່ໄດ້ນອນລົງແລະຮ້ອງໄຫ້ຄໍ່າຄວນດັ່ງຄົນບໍ່ນັບຖືພຣະເຈົ້າ. ເມື່ອພາວັນນາອະທິຖານຂໍເຂົ້າສາລີແລະເຫຼົ້າອະງຸ່ນນັ້ນ ພວກເຂົາກໍປາດເນື້ອເຖືອໜັງຕົນເອງ ຄືກັບຄົນບໍ່ນັບຖື. ພວກເຂົາເປັນກະບົດຕໍ່ເຮົາ. 15 ເຖິງແມ່ນວ່າ ເຮົາເອງເປັນຜູ້ລ້ຽງພວກເຂົາຂຶ້ນມາໃຫ້ແຂງແຮງກໍຕາມ ແຕ່ພວກເຂົາກໍຍັງວາງແຜນກະບົດຕໍ່ສູ້ເຮົາຢູ່. 16 ພວກເຂົາສືບຕໍ່ຫັນໜີຈາກເຮົາໄປຫາພະອື່ນທີ່ບໍ່ມີຣິດອຳນາດ. ພວກເຂົາເປັນຜູ້ທີ່ວາງໃຈບໍ່ໄດ້ເລີຍເໝືອນໜ້າທະນູຄົດ. ເພາະພວກຜູ້ນຳຂອງພວກເຂົາເວົ້າອວດຢ່າງຈອງຫອງ ພວກເຂົາຈະຕາຍຢ່າງທາລຸນ ແລະຊາວເອຢິບກໍຈະຫົວຂວັນພວກເຂົາ.” |
@ 2012 United Bible Societies. All Rights Reserved.