Biblia Todo Logo
Bìoball air-loidhne

- Sanasan -

ໂຮເສອາ 6 - ພຣະຄຳພີສັກສິ


ປະຊາຊົນ​ຝືນ​ຕໍ່ການ​ກັບໃຈໃໝ່

1 ປະຊາຊົນ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກັບຄືນ​ໄປ​ຫາ​ພຣະເຈົ້າຢາເວ​ເທາະ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ເຈັບປວດ ແຕ່​ພຣະອົງ​ຈະ​ຮັກສາ​ພວກເຮົາ​ໃຫ້​ດີ​ຢ່າງ​ແນ່ນອນ; ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ບາດແຜ ແຕ່​ພຣະອົງ​ຈະ​ພັນ​ບາດແຜ​ໃຫ້.

2 ພາຍ​ໃນ​ສອງ​ຫາ​ສາມ​ວັນ ພຣະອົງ​ຈະ​ໃຫ້​ພວກເຮົາ​ຄ່ອຍໆ​ດີ​ຂຶ້ນ ແລ້ວ​ພວກເຮົາ​ກໍ​ຈະ​ມີ​ຊີວິດ​ຢູ່​ຊ້ອງໜ້າ​ພຣະອົງ.

3 ຈົ່ງ​ໃຫ້​ພວກເຮົາ​ພະຍາຍາມ​ຮູ້ຈັກ​ພຣະເຈົ້າຢາເວ. ພຣະອົງ​ຈະ​ມາ​ຫາ​ພວກເຮົາ​ຢ່າງ​ແນ່ນອນ​ຕອນ​ຮຸ່ງເຊົ້າ ແລະ​ແນ່ແທ້ ດັ່ງ​ຝົນ​ລະດູ​ໃບໄມ້​ປົ່ງ ທີ່​ຕົກລົງ​ໃສ່​ຜືນ​ແຜ່ນດິນ​ໂລກ.”

4 “ເອຟຣາອິມ ແລະ​ຢູດາ​ເອີຍ ເຮົາ​ຈະ​ເຮັດ​ແນວໃດ​ກັບ​ພວກເຈົ້າ? ຄວາມຮັກ​ທີ່​ພວກເຈົ້າ​ມີ​ຕໍ່​ເຮົາ​ນັ້ນ ກໍ​ຈືດຈາງ​ເຫືອດຫາຍ​ໄປ​ຢ່າງ​ໄວວາ ເໝືອນ​ນໍ້າໝອກ​ໃນ​ຕອນເຊົ້າ.

5 ເພາະສະນັ້ນ ເຮົາ​ຈຶ່ງ​ໃຊ້​ຜູ້ທຳນວາຍ​ຂອງເຮົາ​ນຳ​ເອົາ​ການ​ພິພາກສາ ແລະ​ການທຳລາຍ​ມາ​ສູ່​ພວກເຈົ້າ. ສິ່ງ​ທີ່​ເຮົາ​ຕ້ອງການ​ຈາກ​ພວກເຈົ້າ​ນັ້ນ ກໍ​ເຂົ້າໃຈ​ແລະ​ເຫັນ​ໄດ້​ງ່າຍ​ຄື:

6 ເຮົາ​ຕ້ອງການ​ໃຫ້​ພວກເຈົ້າ​ຮັກ​ເຮົາ​ຢ່າງ​ຈິງໃຈ ບໍ່ແມ່ນ​ນຳ​ສັດ​ມາ​ຖວາຍບູຊາ. ເຮົາ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ​ຮັບຮູ້​ພຣະເຈົ້າ ຫລາຍກວ່າ​ທີ່​ຈະ​ເຜົາ​ສັດ​ຖວາຍບູຊາ.

7 ແຕ່​ພໍ​ເມື່ອ​ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ອາດາມ ພວກເຂົາ​ກໍໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ພວກເຂົາ​ນັ້ນ.

8 ກີເລອາດ​ເປັນ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ຄົນຊົ່ວ ແລະ​ອາຊະຍາກອນ.

9 ພວກ​ປະໂຣຫິດ​ເປັນ​ດັ່ງ​ກຸ່ມ​ໂຈນ​ທີ່​ຄອຍ​ດັກ​ທຳຮ້າຍ​ຄົນ. ແມ່ນແຕ່​ຕາມ​ຖະໜົນ​ຫົນທາງ​ໄປ​ສູ່​ສະຖານທີ່​ຊີເຄມ ກໍ​ມີ​ການ​ຂ້າຟັນ​ລັນແທງ​ກັນ. ພວກເຂົາ​ໄດ້​ເຮັດ​ຊົ່ວ​ໂດຍ​ເຈດຕະນາ​ແທ້ໆ

10 ເຮົາ​ໄດ້​ເຫັນ​ສິ່ງ​ອັນ​ໜ້າຢ້ານ​ຫລາຍ​ໃນ​ຊາດ​ອິດສະຣາເອນ ຄື​ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ມົນທິນ ໂດຍ​ການ​ຂາບໄຫວ້​ຮູບເຄົາຣົບ.

11 ສຳລັບ​ພວກເຈົ້າ​ທີ່​ເປັນ​ຊາວ​ຢູດາ​ນັ້ນ ເຮົາ​ໄດ້​ກຳນົດ​ເວລາ​ເພື່ອ​ລົງໂທດ​ພວກເຈົ້າ​ໄວ້​ແລ້ວ​ຄືກັນ ສຳລັບ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan