ໂຮເສອາ 5 - ພຣະຄຳພີສັກສິ1 “ພວກເຈົ້າຜູ້ເປັນປະໂຣຫິດ ຈົ່ງຟັງເລື່ອງນີ້ ປະຊາຊົນອິດສະຣາເອນ ຈົ່ງລະມັດລະວັງເດີ ພວກເຈົ້າຜູ້ເປັນເຊື້ອວົງຂອງກະສັດ ຈົ່ງຟັງເທີ້ນ ພວກເຈົ້າຄວນຈະຕັດສິນຢ່າງຍຸດຕິທຳ ບໍ່ດັ່ງນັ້ນແລ້ວ ການຕັດສິນກໍຈະຕົກຖືກພວກເຈົ້າ. ພວກເຈົ້າໄດ້ກາຍເປັນດັ່ງແຮ້ວທີ່ເມືອງມີຊະປາ ເປັນດັ່ງຕະຂ່າຍທີ່ກາງຢູ່ເທິງພູຕາໂບ 2 ແລະເປັນດັ່ງຂຸມເລິກທີ່ເມືອງຊິດຕິມ ແລະເຮົາຈະລົງໂທດພວກເຈົ້າທັງໝົດ. 3 ເຮົາຮູ້ວ່າອິດສະຣາເອນເປັນຢ່າງໃດ ນາງຈະຫລົບລີ້ຈາກເຮົາບໍ່ໄດ້. ນາງບໍ່ສັດຊື່ຕໍ່ເຮົາ ແລະປະຊາຊົນຂອງນາງກໍບໍ່ຄູ່ຄວນທີ່ຈະນະມັດສະການເຮົາ.” ໂຮເສອາກ່າວຕໍ່ສູ້ການຂາບໄຫວ້ຮູບເຄົາຣົບ 4 ຄວາມຊົ່ວທີ່ປະຊາຊົນປະພຶດນັ້ນໄດ້ກີດກັ້ນພວກເຂົາ ບໍ່ໃຫ້ກັບຄືນມາຫາພຣະເຈົ້າຂອງຕົນ. ການຂາບໄຫວ້ຮູບເຄົາຣົບມີອຳນາດຈ່ອງດຶງພວກເຂົາໄວ້ ແລະພວກເຂົາກໍບໍ່ຍອມຮັບຮູ້ພຣະເຈົ້າຢາເວ. 5 ຄວາມຈອງຫອງຂອງປະຊາຊົນອິດສະຣາເອນກໍຮ້ອງຟ້ອງຕໍ່ສູ້ພວກເຂົາ. ພວກເຂົາຕຳສະດຸດລົ້ມຍ້ອນການບາບຂອງພວກເຂົາເອງ ແລະຝ່າຍປະຊາຊົນຢູດາກໍລົ້ມລົງຄືກັນ. 6 ພວກເຂົານຳເອົາຝູງແກະ ແລະຝູງງົວໄປເຜົາບູຊາແກ່ພຣະເຈົ້າຢາເວ; ແຕ່ບໍ່ໄດ້ປະໂຫຍດຫຍັງເລີຍ. ພວກເຂົາພົບພຣະອົງບໍ່ໄດ້ ເພາະພຣະອົງໄດ້ໜີຈາກພວກເຂົາໄປສາແລ້ວ. 7 ພວກເຂົາບໍ່ສັດຊື່ຕໍ່ພຣະເຈົ້າຢາເວ; ລູກຂອງພວກເຂົາກໍບໍ່ເປັນຂອງພຣະອົງ. ດັ່ງນັ້ນ ພວກເຂົາພ້ອມທັງດິນແດນຈຶ່ງຈະຖືກທຳລາຍໃນໄວໆນີ້. ສົງຄາມລະຫວ່າງຢູດາ ແລະອິດສະຣາເອນ 8 ຊາວເບັນຢາມິນເອີຍ ຈົ່ງອອກສູ່ສະໜາມຮົບເທີ້ນ ຈົ່ງເປົ່າແກເຕືອນເພື່ອເຮັດເສິກທີ່ເມືອງກີເບອາ ຈົ່ງສົ່ງສຽງສັນຍານໄພທີ່ເມືອງຣາມາ ຈົ່ງສົ່ງສຽງໂຮຮ້ອງສູ້ຮົບທີ່ເບັດອາເວນ. ຊາວເບັນຢາມິນເອີຍ ຈົ່ງເຂົ້າສູ່ສະໜາມຮົບເຖີດ 9 ວັນແຫ່ງການພິພາກສາເອຟຣາອິມຈະມາເຖິງ ແລະຊາດອິດສະຣາເອນກໍຈະຖືກທຳລາຍ; ປະຊາຊົນອິດສະຣາເອນເອີຍ ເຫດການນີ້ຈະເກີດຂຶ້ນຢ່າງແນ່ນອນ. 10 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາໂກດຮ້າຍເພາະພວກຜູ້ນຳຊາວຢູດາໄດ້ບຸກຮຸກອິດສະຣາເອນ ແລະລັກເອົາດິນແດນໄປຈາກນາງ. ສະນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາເໝືອນນໍ້າທີ່ໄຫລຖ້ວມ. 11 ເອຟຣາອິມກຳລັງຖືກກົດຂີ່ ນາງຈຶ່ງເສຍດິນແດນທີ່ເປັນສິດຂອງຕົນ ເພາະນາງດື້ດັນໄປຂໍຄວາມຊ່ວຍເຫລືອນຳຜູ້ອື່ນ ທີ່ບໍ່ມີຫຍັງຊ່ວຍເຫລືອນາງໄດ້. 12 ເພາະສະນັ້ນ ເຮົາຈຶ່ງຈະນຳເອົາການທຳລາຍມາສູ່ເອຟຣາອິມ ແລະໄພພິບັດມາສູ່ຢູດາຍ. 13 ເມື່ອໃດເອຟຣາອິມເຫັນວ່າຕົນເຈັບໄຂ້ ແລະຢູດາຍເຫັນວ່າຕົນມີບາດແຜ ເມື່ອນັ້ນເອຟຣາອິມກໍໄປຫາອັດຊີເຣຍ ເພື່ອຂໍໃຫ້ກະສັດຜູ້ຍິ່ງໃຫຍ່ຊ່ວຍເຫລືອ, ແຕ່ລາວບໍ່ສາມາດຮັກສາພວກເຂົາ ຫລືປິ່ນປົວບາດແຜຂອງພວກເຂົາໃຫ້ດີໄດ້. 14 ເຮົາຈະໂດດໃສ່ປະຊາຊົນເອຟຣາອິມ ແລະຢູດາເໝືອນສິງຄຸບກິນພວກເຂົາ. ເຮົາຈະຈີກພວກເຂົາອອກເປັນຕ່ອນໆ ແລະປະຖິ້ມໄວ້. ເມື່ອເຮົາລາກພວກເຂົາໄປແລ້ວ ຈະບໍ່ມີຜູ້ໃດສາມາດຊ່ວຍເຫລືອພວກເຂົາໄດ້. 15 ເຮົາຈະປະຖິ້ມປະຊາຊົນຂອງເຮົາຍ້ອນການບາບຂອງພວກເຂົາ ຈົນກວ່າພວກເຂົາໄດ້ທົນທຸກທໍລະມານພຽງພໍ ແລະມາຊອກສະແຫວງຫາເຮົາ. ແລ້ວບາງທີຍ້ອນຄວາມທຸກທໍລະມານນັ້ນ ພວກເຂົາຈະພະຍາຍາມຊອກຫາເຮົາກໍໄດ້.” |
@ 2012 United Bible Societies. All Rights Reserved.