Biblia Todo Logo
Bìoball air-loidhne

- Sanasan -

ໂຮເສອາ 4 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ກ່າວໂທດ​ຊາດ​ອິດສະຣາເອນ

1 ພຣະເຈົ້າຢາເວ​ມີ​ຄະດີ​ກ່າວ​ຟ້ອງ​ຕໍ່ສູ້​ປະຊາຊົນ ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ: “ຄວາມ​ສັດຊື່​ຫລື​ຄວາມຮັກ​ບໍ່ມີ​ຢູ່​ໃນ​ດິນແດນ​ນີ້ ແລະ​ບໍ່​ມີ​ຄວາມ​ຮັບຮູ້​ພຣະເຈົ້າ.

2 ພວກເຂົາ​ເຮັດ​ຄຳສັນຍາ​ແລະ​ລະເມີດ​ຄຳສັນຍາ​ນັ້ນ. ພວກເຂົາ​ຂີ້ຕົວະ, ເປັນ​ຄາດຕະກອນ, ຂີ້ລັກ ແລະ​ຫລີ້ນຊູ້​ສູ່ຜົວເມຍ​ຄົນອື່ນ. ອາຊະຍາກຳ​ມີ​ເພີ່ມ​ຂຶ້ນ ແລະ​ການ​ຂ້າຟັນກັນ​ກໍ​ມີ​ຢູ່​ທຸກ​ມື້​ທຸກ​ເວັນ.

3 ສະນັ້ນ ດິນແດນ​ຈະ​ແຫ້ງແລ້ງ ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ນັ້ນ​ຈະ​ຕາຍໄປ​ໝົດ. ສັດ​ແລະ​ນົກ​ທັງປວງ​ແມ່ນແຕ່​ປາ​ກໍ​ຈະ​ຕາຍ​ດ້ວຍ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວໂທດ​ພວກ​ປະໂຣຫິດ

4 “ຢ່າ​ໃຫ້​ຜູ້ໃດ​ກ່າວໂທດ ຫລື​ຕິຕຽນ​ປະຊາຊົນ ເພາະ​ຄຳຈົ່ມ​ຂອງເຮົາ​ແມ່ນ​ຕໍ່ສູ້​ພວກເຈົ້າ ຜູ້​ເປັນ​ປະໂຣຫິດ.

5 ພວກເຈົ້າ​ເຮັດ​ຜິດ​ທັງ​ກາງເວັນ​ແລະ​ກາງຄືນ ພວກ​ຜູ້ທຳນວາຍ​ກໍ​ບໍ່​ດີ​ລື່ນ​ໄປ​ກວ່າ​ພວກເຈົ້າ. ເຮົາ​ກຳລັງ​ຈະ​ທຳລາຍ​ແມ່​ຂອງ​ພວກເຈົ້າ.

6 ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ທຳລາຍ ເພາະ​ພວກເຂົາ​ຂາດ​ຄວາມ​ຮູ້. ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ​ບໍ່​ຍອມ​ຮັບຮູ້​ເຮົາ ແລະ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ; ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ຍອມ​ຮັບຮູ້​ພວກເຈົ້າ ແລະ​ບໍ່​ຍອມ​ຮັບຮູ້​ລູກຊາຍ​ຂອງ​ພວກເຈົ້າ​ວ່າ ເປັນ​ປະໂຣຫິດ​ຂອງເຮົາ.

7 ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ​ມີ​ຈຳນວນ​ຫລາຍ​ຂຶ້ນ​ເທົ່າໃດ ພວກເຈົ້າ​ກໍ​ຍິ່ງ​ເຮັດ​ບາບ​ຕໍ່ສູ້​ເຮົາ​ຫລາຍ​ຂຶ້ນ​ເທົ່ານັ້ນ ເຮົາ​ຈະ​ໃຫ້​ກຽດຕິຍົດ​ຂອງ​ພວກເຈົ້າ​ກາຍເປັນ​ຄວາມ​ອັບອາຍ.

8 ພວກເຈົ້າ​ຮັ່ງມີ​ຂຶ້ນ ຍ້ອນ​ປະຊາຊົນ​ຂອງເຮົາ​ເຮັດ​ບາບ; ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ ເຮັດ​ບາບ​ຫລາຍ​ຂຶ້ນ​ຕື່ມ.

9 ພວກເຈົ້າ​ຈະ​ໄດ້​ຮັບ​ໂທດ​ຢ່າງ​ທໍລະມານ ເໝືອນກັນ​ກັບ​ປະຊາຊົນ. ເຮົາ​ຈະ​ລົງໂທດ​ພວກເຈົ້າ ແລະ​ເຮັດ​ໃຫ້​ໃຊ້​ໜີ້ກຳ​ແຫ່ງ​ການຊົ່ວ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.

10 ພວກເຈົ້າ​ຈະ​ກິນ​ສ່ວນແບ່ງ​ເຄື່ອງ​ບູຊາ​ທີ່​ເປັນ​ຂອງ​ພວກເຈົ້າ; ແຕ່​ກໍ​ຍັງ​ຈະ​ຫິວ​ຢູ່. ພວກເຈົ້າ​ຈະ​ຂາບໄຫວ້​ບັນດາ​ພະ​ທີ່​ໃຫ້​ເກີດ​ຄວາມ​ອຸດົມ​ສົມບູນ; ແຕ່​ກໍ​ຍັງ​ບໍ່ມີ​ລູກ ເພາະ​ພວກເຈົ້າ​ໜີ​ຈາກ​ພຣະເຈົ້າຢາເວ​ໄປ​ບົວລະບັດ​ຮັບໃຊ້​ພະອື່ນ.”


ອົງພຣະ​ຜູ້​ເປັນເຈົ້າ​ປະນາມ​ການ​ຂາບໄຫວ້​ພະ​ຕ່າງຊາດ

11 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຫຼົ້າ​ອະງຸ່ນ​ທັງ​ເກົ່າ​ແລະ​ໃໝ່ ກຳລັງ​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ເສຍ​ຄົນ.

12 ພວກເຂົາ​ຂໍຮ້ອງ​ໃຫ້​ສິ່ງ​ທີ່​ເຮັດ​ດ້ວຍ​ໄມ້ ເປີດເຜີຍ​ເລື່ອງ​ຕ່າງໆ​ໃຫ້​ພວກຕົນ​ຮູ້ ທ່ອນ​ໄມ້​ບອກ​ພວກເຂົາ ຕາມ​ທີ່​ພວກເຂົາ​ຢາກ​ຮູ້ ພວກເຂົາ​ໄດ້​ປະຖິ້ມ​ເຮົາ. ດັ່ງ​ຍິງ​ຜູ້ໜຶ່ງ​ທີ່​ກາຍເປັນ​ໂສເພນີ ພວກເຂົາ​ຖວາຍ​ຕົນເອງ​ແກ່​ພະອື່ນ.

13 ພວກເຂົາ​ຖວາຍ​ເຄື່ອງ​ເຜົາບູຊາ​ທີ່​ສະຖານ​ສັກສິດ​ຢູ່​ເທິງ​ຈອມພູ ແລະ​ເຜົາ​ເຄື່ອງຫອມ​ບູຊາ​ຢູ່​ເທິງ​ເນີນພູ​ແລະ​ຢູ່​ໃຕ້​ຕົ້ນໄມ້​ສູງ ຄື​ຕົ້ນໄມ້​ທີ່​ແຜ່​ງ່າ​ອອກ​ເພາະ​ມັນ​ມີ​ຮົ່ມ​ເຢັນ​ດີ. ຜົນ​ທີ່​ຕາມ​ມາ​ກໍ​ຄື​ວ່າ ພວກ​ລູກສາວ​ຂອງ​ພວກເຈົ້າ​ພາກັນ​ເປັນ​ໂສເພນີ ແລະ​ພວກ​ລູກໃພ້​ຂອງ​ພວກເຈົ້າ​ກໍ​ພາກັນ​ຫລີ້ນຊູ້.

14 ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ ເຮົາ​ຈະ​ບໍ່​ລົງໂທດ​ພວກເຂົາ​ເພາະ​ເຮັດ​ດັ່ງນັ້ນ ຍ້ອນ​ພວກເຈົ້າ​ເອງ​ກໍ​ໄປ​ກັບ​ໂສເພນີ​ປະຈຳ​ວິຫານ ແລະ​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ພະ​ຕ່າງຊາດ​ຮ່ວມ​ກັບ​ພວກເຂົາ. ດັ່ງ​ສຸພາສິດ​ກ່າວ​ວ່າ ຄົນ​ທີ່​ຂາດ​ປັນຍາ​ກໍ​ຈະ​ເຖິງ​ແກ່​ຄວາມພິນາດ.

15 ເຖິງ​ແມ່ນ​ວ່າ ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ບໍ່​ສັດຊື່​ຕໍ່​ເຮົາ​ກໍຕາມ ກໍ​ຢ່າ​ໃຫ້​ປະຊາຊົນ​ຢູດາ​ເຮັດ​ຜິດ​ໃນ​ລັກສະນະ​ດຽວກັນ. ຢ່າ​ໄປ​ຂາບໄຫວ້​ໃນ​ເມືອງ​ກິນການ ຫລື​ເບັດອາເວນ ຫລື​ສັນຍາ​ຢູ່​ທີ່​ນັ້ນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່.’

16 ປະຊາຊົນ​ອິດສະຣາເອນ​ນັ້ນ​ດື້ດຶງ​ດັ່ງ​ລໍ. ພຣະເຈົ້າຢາເວ​ຈະ​ລ້ຽງ​ພວກເຂົາ​ດັ່ງ​ແກະ​ທີ່​ຢູ່​ໃນ​ທົ່ງຫຍ້າ​ໄດ້​ຢ່າງໃດ?

17 ປະຊາຊົນ​ອິດສະຣາເອນ​ຢູ່​ໃຕ້​ອຳນາດ​ຂອງ​ຮູບເຄົາຣົບ​ທັງຫລາຍ. ຈົ່ງ​ປ່ອຍ​ໃຫ້​ພວກເຂົາ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ.

18 ຫລັງຈາກ​ດື່ມ​ເຫຼົ້າ​ອະງຸ່ນ​ຢ່າງ​ໜັກ​ແລ້ວ ພວກເຂົາ​ກໍ​ຍິນດີ​ໄປ​ກັບ​ພວກ​ໂສເພນີ ແລະ​ມັກ​ເຮັດ​ໃຫ້​ເສຍ​ຊື່ສຽງ​ຫລາຍກວ່າ​ໄດ້​ຊື່ສຽງ.

19 ພວກເຂົາ​ຈະ​ຖືກ​ກວາດໄປ​ດັ່ງ​ລົມພະຍຸ​ພັດ ແລະ​ພວກເຂົາ​ກໍ​ຈະ​ອັບອາຍ​ໃນ​ການ​ຖວາຍບູຊາ​ຕ່າງໆ​ແກ່​ພະ​ຕ່າງຊາດ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan