ໂຮເສອາ 2 - ພຣະຄຳພີສັກສິ1 ສະນັ້ນ ຈົ່ງເອີ້ນໝູ່ເພື່ອນຂອງເຈົ້າວ່າ, “ປະຊາຊົນຂອງພຣະເຈົ້າ” ແລະ “ຜູ້ໄດ້ຮັບຄວາມຮັກຈາກອົງພຣະຜູ້ເປັນເຈົ້າ.” ນາງໂກເມຜູ້ນອກໃຈ ຊາດອິດສະຣາເອນຜູ້ບໍ່ສັດຊື່ 2 ລູກເອີຍ ຈົ່ງຮ້ອງຂໍຕໍ່ແມ່ຂອງເຈົ້າ ເຖິງແມ່ນວ່ານາງບໍ່ແມ່ນເມຍຂອງເຮົາອີກຕໍ່ໄປກໍຕາມ ແລະເຮົາກໍບໍ່ແມ່ນຜົວຂອງນາງອີກກໍດີ. ຈົ່ງຮ້ອງຂໍໃຫ້ນາງເຊົາຫລີ້ນຊູ້ແລະເຊົາເປັນໂສເພນີ. 3 ຖ້ານາງບໍ່ເຊົາ ເຮົາຈະເປືອຍກາຍນາງໃຫ້ເປັນດັ່ງມື້ທີ່ນາງໄດ້ເກີດມາ. ເຮົາຈະເຮັດໃຫ້ນາງເປັນດັ່ງດິນທີ່ແຫ້ງແລ້ງແລະທຸລະກັນດານ ນາງຈະຕາຍເພາະຫິວນໍ້າ. 4 ເຮົາຈະບໍ່ສົງສານລູກຂອງນາງ; ເພາະພວກເຂົາເປັນລູກຂອງໂສເພນີ. 5 ນາງເອງໄດ້ເວົ້າວ່າ, “ຂ້ອຍຈະໄປຫາຄົນຮັກຂອງຂ້ອຍ ເພາະພວກເຂົາໄດ້ນຳເອົາສິ່ງເຫຼົ່ານີ້ມາໃຫ້ຂ້ອຍ ເຊັ່ນ: ອາຫານແລະນໍ້າ, ເຄື່ອງຂົນແກະ, ຜ້າເນື້ອລະອຽດ, ນໍ້າມັນໝາກກອກເທດ ແລະເຫຼົ້າອະງຸ່ນ.” 6 ສະນັ້ນ ເຮົາຈຶ່ງຈະກີດກັ້ນນາງດ້ວຍພຸ່ມໜາມ ແລະຈະສ້າງກຳແພງຕັນທາງຂອງນາງໄວ້. 7 ນາງຈະແລ່ນຕິດຕາມຄົນຮັກໄປ ແຕ່ກໍຈະບໍ່ທັນພວກເຂົາ; ນາງຈະຊອກຫາພວກເຂົາ ແຕ່ຈະບໍ່ພົບ. ແລ້ວນາງກໍຈະເວົ້າວ່າ, “ຂ້ອຍຈະກັບຄືນໄປຫາຜົວເກົ່າຂອງຂ້ອຍ ເພາະແຕ່ກ່ອນຂ້ອຍເຄີຍສະໜຸກສະບາຍກວ່າດຽວນີ້.” 8 ນາງບໍ່ຮູ້ເລີຍວ່າ ເຮົາເປັນຜູ້ເອົາເຂົ້າສາລີ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ ແລະເງິນຄຳທັງໝົດ ຊຶ່ງນາງໃຊ້ຂາບໄຫວ້ພະບາອານນັ້ນໃຫ້ແກ່ນາງ. 9 ດັ່ງນັ້ນ ໃນເວລາເກັບກ່ຽວ ເຮົາຈຶ່ງຈະເອົາ ເຂົ້າສາລີແລະເຫຼົ້າອະງຸ່ນທີ່ເຮົາໃຫ້ແກ່ນາງນັ້ນຄືນມາ ທັງຈະເອົາຂົນແກະແລະຜ້າເນື້ອລະອຽດ ທີ່ເຮົາໃຫ້ນາງນຸ່ງນັ້ນຄືນມາດ້ວຍ. 10 ແລ້ວເຮົາກໍຈະແກ້ເຄື່ອງນຸ່ງຂອງນາງອອກຕໍ່ໜ້າຄົນຮັກຂອງນາງ ແລະຈະບໍ່ມີຜູ້ໃດຊ່ວຍນາງໃຫ້ພົ້ນຈາກອຳນາດຂອງເຮົາໄດ້. 11 ເຮົາຈະເຮັດໃຫ້ຄວາມມ່ວນຊື່ນທັງໝົດສິ້ນສຸດລົງ ເຊັ່ນ: ບຸນປະຈຳເດືອນ, ປະຈຳອາທິດ ແລະການຊຸມນຸມໃນເທດສະການຕ່າງໆ. 12 ເຮົາຈະທຳລາຍເຄືອອະງຸ່ນແລະກົກໝາກເດື່ອເທດຂອງນາງ ຊຶ່ງນາງເວົ້າວ່າ, ແມ່ນຄົນຮັກທີ່ເອົາໃຫ້ນາງ ເພາະນາງຮັບໃຊ້ບໍລິການພວກເຂົາ. ເຮົາຈະເຮັດໃຫ້ສວນໝາກອະງຸ່ນ ແລະສວນໝາກໄມ້ທັງຫລາຍຂອງນາງ ເປັນຖິ່ນແຫ້ງແລ້ງກັນດານ; ຝູງສັດປ່າຈະທຳລາຍສິ່ງເຫຼົ່ານັ້ນຖິ້ມ. 13 ເຮົາຈະລົງໂທດນາງສຳລັບເວລາທີ່ນາງໄດ້ລືມໄລເຮົາ ຄືເມື່ອນາງເຜົາເຄື່ອງຫອມບູຊາໃຫ້ແກ່ພະບາອານ ແລະໃສ່ເຄື່ອງເພັດພອຍໜີຕາມຄົນຮັກໄປ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. ຄວາມຮັກທີ່ມີແກ່ປະຊາຊົນຂອງພຣະອົງ 14 ເພາະສະນັ້ນ ເຮົາຈະພານາງໄປສູ່ຖິ່ນແຫ້ງແລ້ງກັນດານອີກ ແລະໃນທີ່ນັ້ນ ເຮົາຈະເວົ້າເກ່ຍກ່ອມນາງຄືນດ້ວຍຖ້ອຍຄຳແຫ່ງຄວາມຮັກ. 15 ເຮົາຈະຄືນສວນອະງຸ່ນໃຫ້ແກ່ນາງ ແລະຈະເຮັດໃຫ້ຮ່ອມພູລຳບາກເປັນປະຕູແຫ່ງຄວາມຫວັງ. ນາງຈະຕອບສະໜອງເຮົາຢູ່ທີ່ນັ້ນ ດັ່ງນາງໄດ້ເຄີຍເຮັດມາໃນຄາວຍັງໜຸ່ມ ຄືເມື່ອຄາວໜີອອກມາຈາກປະເທດເອຢິບນັ້ນ. 16 ແລ້ວນາງກໍຈະເອີ້ນເຮົາອີກຄັ້ງໜຶ່ງວ່າເປັນຜົວຂອງນາງ ນາງຈະບໍ່ເອີ້ນເຮົາຕໍ່ໄປວ່າພະບາອານຂອງນາງ. 17 ເຮົາຈະບໍ່ໃຫ້ນາງເອີ່ຍເຖິງຊື່ພະບາອານອີກຈັກເທື່ອ. 18 ໃນເວລານັ້ນ ເຮົາຈະເຮັດພັນທະສັນຍາກັບສັດປ່າແລະຝູງນົກທັງປວງ ເພື່ອວ່າພວກມັນຈະບໍ່ທຳຮ້າຍປະຊາຊົນຂອງເຮົາ. ເຮົາຈະເອົາອາວຸດແຫ່ງການຮົບເສິກໜີໄປຈາກດິນແດນ ຄືດາບແລະລູກທະນູ ແລະຈະໃຫ້ປະຊາຊົນຂອງເຮົາມີຊີວິດຢູ່ຢ່າງສຸກສະບາຍ ແລະປອດໄພ. 19 ຊາດອິດສະຣາເອນເອີຍ ເຮົາຈະໃຫ້ເຈົ້າເປັນເມຍຂອງເຮົາ ເຮົາຈະຈິງໃຈແລະສັດຊື່ຕໍ່ເຈົ້າ; ເຮົາຈະໃຫ້ຄວາມຮັກໝັ້ນຄົງແກ່ເຈົ້າ ແລະຄວາມເມດຕາແກ່ເຈົ້າສະເໝີ ແລະຈະໃຫ້ເຈົ້າເປັນຂອງເຮົາ ຕະຫລອດໄປເປັນນິດ. 20 ເຮົາຈະຮັກສາຄຳສັນຍາວ່າເຈົ້າເປັນຂອງເຮົາ ແລ້ວເຈົ້າກໍຈະຮັບຮູ້ພຣະເຈົ້າຢາເວ. 21 ໃນເວລານັ້ນເຮົາຈະຕອບຄຳພາວັນນາອະທິຖານ ທີ່ອິດສະຣາເອນ ປະຊາຊົນຂອງເຮົາທູນຂໍນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 22 ເຮົາຈະເທຝົນແກ່ແຜ່ນດິນໂລກ ແລະໃຫ້ເກີດມີເຂົ້າສາລີ ໝາກອະງຸ່ນ ໝາກກອກເທດ. 23 ເຮົາຈະໃຫ້ປະຊາຊົນຂອງເຮົາຕັ້ງຫຼັກແຫຼ່ງຢູ່ໃນດິນແດນ ແລະໃຫ້ອຸດົມສົມບູນຍິ່ງໆຂຶ້ນ. ເຮົາຈະໃຫ້ຄວາມຮັກຕໍ່ຜູ້ທີ່ຖືກເອີ້ນວ່າ, “ຂາດຮັກ” ແລະຜູ້ທີ່ຖືກເອີ້ນວ່າ, “ບໍ່ແມ່ນປະຊາຊົນຂອງເຮົາ” ດ້ວຍ. ເຮົາຈະກ່າວວ່າ, “ພວກເຈົ້າເປັນປະຊາຊົນຂອງເຮົາ.” ພວກເຂົາຈະຕອບວ່າ, “ພຣະອົງຊົງເປັນພຣະເຈົ້າຂອງພວກຂ້ານ້ອຍ.” |
@ 2012 United Bible Societies. All Rights Reserved.