Biblia Todo Logo
Bìoball air-loidhne

- Sanasan -

ໂຮເສອາ 14 - ພຣະຄຳພີສັກສິ


ໂຮເສອາ​ຂໍຮ້ອງ​ຕໍ່​ຊາດ​ອິດສະຣາເອນ

1 ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ. ບາບ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຊູນ​ສະດຸດ​ແລະ​ລົ້ມລົງ.

2 ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ສາ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ດັ່ງນີ້: “ຂໍໂຜດ​ອະໄພ​ການບາບ​ທຸກຢ່າງ​ຂອງ​ພວກ​ຂ້ານ້ອຍ ແລະ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ສັນລະເສີນ​ພຣະອົງ​ຕາມ​ທີ່​ໄດ້​ສັນຍາ​ໄວ້.

3 ອັດຊີເຣຍ​ບໍ່ເຄີຍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ ມ້າ​ເສິກ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ພວກ​ຂ້ານ້ອຍ​ກໍ​ບໍ່ໄດ້. ພວກ​ຂ້ານ້ອຍ​ຈະ​ບໍ່​ກ່າວ​ຕໍ່​ຮູບເຄົາຣົບ​ຂອງ​ພວກ​ຂ້ານ້ອຍ​ອີກ​ວ່າ ພວກມັນ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຂ້າແດ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຂໍໂຜດ​ສຳແດງ​ຄວາມ​ເມດຕາ​ຕໍ່​ພວກ​ຂ້ານ້ອຍ ທີ່​ຂາດ​ຜູ້​ເພິ່ງພາ​ອາໄສ​ດ້ວຍ​ເຖີດ.”


ອົງພຣະ​ຜູ້​ເປັນເຈົ້າ​ສັນຍາ​ໃຫ້​ຊີວິດ​ໃໝ່​ແກ່​ຊາດ​ອິດສະຣາເອນ

4 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ຄືນ​ມາ ເຮົາ​ຈະ​ຮັກ​ພວກເຂົາ​ດ້ວຍ​ສຸດໃຈ​ແລະ​ເຊົາ​ໂກດຮ້າຍ.

5 ເຮົາ​ຈະ​ເຮັດ​ຕໍ່​ຊາດ​ອິດສະຣາເອນ​ດັ່ງ​ສາຍ​ຝົນ ທີ່​ຕົກ​ລິນ​ມາ​ໃນ​ດິນແດນ​ທີ່​ແຫ້ງແລ້ງ. ພວກເຂົາ​ຈະ​ເບີກບານ​ເໝືອນ​ໝູ່​ມວນ​ມາລີ ຢັ່ງຮາກ​ໝັ້ນຄົງ​ດັ່ງ​ຕົ້ນໄມ້​ທີ່​ເລບານອນ​ນັ້ນ.

6 ພວກເຂົາ​ຈະ​ມີ​ຊີວິດ​ຈະເລີນ​ແບບ​ໃໝ່​ຂຶ້ນ​ມາ ຈະ​ສວຍງາມ​ດັ່ງ​ກົກ​ໝາກກອກເທດ. ພວກເຂົາ​ຈະ​ມີ​ກິ່ນ​ຫອມຫວນ​ຊວນໃຈ ດັ່ງ​ຕົ້ນ​ສົນສີດາ​ໃນ​ເລບານອນ​ພຸ້ນ.

7 ໃນ​ອີກເທື່ອໜຶ່ງ ພວກເຂົາ​ຈະ​ມີ​ຊີວິດ​ຢູ່​ໃດ ຄື​ມີ​ຊີວິດ​ຢູ່​ໃຕ້ການ​ຄຸ້ມຄອງ​ຂອງເຮົາ​ນັ້ນ. ພວກເຂົາ​ຈະ​ປູກ​ເຂົ້າ ແລະ​ຮັບ​ຜົນ​ຫລາຍ​ດັ່ງ​ສວນອະງຸ່ນ ພວກເຂົາ​ຈະ​ມີ​ຊື່ສຽງ​ດັ່ງ​ເຫຼົ້າ​ອະງຸ່ນ​ທີ່​ເລບານອນ​ນັ້ນ.

8 ເອຟຣາອິມ​ເອີຍ ເຮົາ​ຈະ​ບໍ່​ກ່ຽວກັບ​ຮູບເຄົາຣົບ​ຕໍ່ໄປ; ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ແລະ​ດູແລ​ພວກ​ເຂົາ; ເຮົາ​ຈະ​ເປັນ​ທີ່ເພິ່ງ​ໃຫ້​ພວກເຂົາ ດັ່ງ​ຕົ້ນໄມ້​ໃບ​ຂຽວສົດ ເຮົາ​ເປັນ​ບໍ່ເກີດ​ແຫ່ງ​ພຣະພອນ​ຂອງ​ພວກເຂົາ​ທັງສິ້ນ.”


ບົດ​ມ້ວນ​ທ້າຍ

9 ຂໍ​ໃຫ້​ພວກ​ທີ່​ມີ​ປັນຍາ ຈົ່ງ​ເຂົ້າໃຈ​ເອົາ​ສິ່ງ​ທີ່​ມີ​ຂຽນ​ໄວ້​ນີ້; ຂໍ​ໃຫ້​ພວກເຂົາ​ຈຳ​ໃສ່ໃຈ​ໄວ້. ທາງ​ຂອງ​ພຣະເຈົ້າຢາເວ​ຖືກຕ້ອງ ແລະ​ບັນດາ​ຜູ້​ຊອບທຳ​ຍ່ອມ​ດຳເນີນ​ຕາມ​ທາງນີ້, ແຕ່​ບັນດາ​ຄົນບາບ​ຈະ​ຕຳ​ສະດຸດ ແລະ​ລົ້ມລົງ​ເພາະ​ລະເລີຍ​ທາງນີ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan