ໂຮເສອາ 11 - ພຣະຄຳພີສັກສິຄວາມຮັກຂອງພຣະເຈົ້າທີ່ມີຕໍ່ພວກກະບົດ 1 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຄາວທີ່ຊາດອິດສະຣາເອນຍັງເປັນ ເດັກນ້ອຍຢູ່ນັ້ນ ເຮົາຮັກລາວແລະເອີ້ນລາວໃຫ້ອອກ ມາຈາກປະເທດເອຢິບໃນຖານະເປັນລູກຊາຍ. 2 ແຕ່ເຮົາໄດ້ເອີ້ນເອົາລາວຫລາຍເທົ່າໃດ ລາວກໍຍິ່ງຫັນໜີຈາກເຮົາ ໄປຫລາຍເທົ່ານັ້ນ. ປະຊາຊົນຂອງເຮົາໄດ້ຖວາຍສັດບູຊາແກ່ພະບາອານ ແລະໄດ້ເຜົາເຄື່ອງຫອມບູຊາຖວາຍແກ່ຮູບເຄົາຣົບ. 3 ແຕ່ແມ່ນເຮົານີ້ແຫຼະ ທີ່ເປັນຜູ້ໄດ້ສັ່ງສອນ ໃຫ້ຊາດອິດສະຣາເອນຍ່າງໄປມາໄດ້. ເຮົາໄດ້ອູ້ມປະຊາຊົນຂອງເຮົາໄວ້ໃນອ້ອມແຂນ ແຕ່ພວກເຂົາບໍ່ຮັບຮູ້ເຮົາວ່າເປັນຜູ້ດູແລພວກເຂົາເຈົ້າ. 4 ເຮົາໄດ້ໃຊ້ທັງຄວາມຮັກ ແລະຄວາມອ່ອນຫວານ ເປັນເຄື່ອງຊັກຈູງໃຈໃຫ້ພວກເຂົາກັບມາຫາເຮົາອີກ. ເຮົາໄດ້ໂຊມພວກເຂົາລຸກຂຶ້ນທັງແນບໃສ່ແກ້ມເຮົາ ແລະກົ້ມລົງລ້ຽງດູແລພວກເຂົາໄວ້. 5 ແຕ່ພວກເຂົາບໍ່ຍອມກັບຄືນມາຫາເຮົາ; ສະນັ້ນ ພວກເຂົາຈຶ່ງຕ້ອງກັບຄືນໄປປະເທດເອຢິບ ແລະກະສັດແຫ່ງອັດຊີເຣຍຈະປົກຄອງພວກເຂົາ. 6 ສົງຄາມຈະທຳລາຍເມືອງຂອງພວກເຂົາ ແລະທຳລາຍປະຕູເມືອງໃຫ້ເພພັງໄປ. ມັນຈະທຳລາຍປະຊາຊົນຂອງເຮົາ ເພາະພວກເຂົາເຮັດຕາມທີ່ພວກເຂົາເຫັນຊອບ. 7 ພວກເຂົາຂືນໜີໄປຈາກເຮົາ. ພວກເຂົາຈະຮ້ອງໄຫ້ຍ້ອນແບກແອກ ແລະຈະບໍ່ມີຜູ້ໃດປົດແອກອອກໃຫ້ພວກເຂົາໄດ້. 8 ເອຟຣາອິມເອີຍ ເຮົາຈະເຊົາກ່ຽວຂ້ອງກັບເຈົ້າໄດ້ຢ່າງໃດ? ຊາດອິດສະຣາເອນເອີຍ ເຮົາຈະປະຖິ້ມເຈົ້າໄປໄດ້ຢ່າງໃດ? ເຮົາຈະທຳລາຍເຈົ້າດັ່ງທຳລາຍອັດມາກໍບໍ່ໄດ້ ຫລືເຮັດຕໍ່ເຈົ້າດັ່ງທີ່ເຮັດຕໍ່ເຊບົວອິມນັ້ນ? ຈິດໃຈເຮົາບໍ່ຍອມໃຫ້ເຮົາເຮັດດັ່ງນັ້ນເລີຍ ຄວາມຮັກທີ່ເຮົາມີກໍແຮງທີ່ສຸດສຳລັບເຈົ້າ. 9 ເຮົາຈະບໍ່ລົງໂທດເຈົ້າຢ່າງຄຽດແຄ້ນໜັກດອກ ເຮົາຈະບໍ່ທຳລາຍເອຟຣາອິມຕໍ່ໄປອີກ. ເພາະເຮົາເປັນພຣະເຈົ້າແລະບໍ່ແມ່ນມະນຸດ ເຮົາຜູ້ບໍຣິສຸດຢູ່ນຳເຈົ້າຈະມາຫາແລະອີດູເຈົ້າ. 10 ພວກເຂົາຈະຕິດຕາມພຣະເຈົ້າຢາເວໄປ ເມື່ອເຮົາຮ້ອງຄຳຣາມເໝືອນສິງ ໃສ່ສັດຕູຂອງພວກເຂົາ. ພວກເຂົາຈະຟ້າວມາຫາເຮົາຈາກທິດຕາເວັນຕົກ. 11 ພວກເຂົາຈະມາຈາກປະເທດເອຢິບຢ່າງວ່ອງໄວເໝືອນນົກ ແລະມາຈາກອັດຊີເຣຍເໝືອນນົກເຂົາ. ເຮົາຈະນຳພວກເຂົາກັບຄືນມາສູ່ບ້ານເຮືອນຂອງພວກເຂົາອີກ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. ອິດສະຣາເອນແລະຢູດາຖືກລົງໂທດ 12 ປະຊາຊົນເອຟຣາອິມອ້ອມຮອບເຮົາໄວ້ ດ້ວຍການຕົວະແລະການຫລອກລວງ ແລະປະຊາຊົນຢູດາກໍຍັງເປັນກະບົດຕໍ່ສູ້ເຮົາຢູ່ ຄືຕໍ່ສູ້ພຣະເຈົ້າອົງສັດຊື່ແລະບໍຣິສຸດ. |
@ 2012 United Bible Societies. All Rights Reserved.