ໂຮເສອາ 10 - ພຣະຄຳພີສັກສິ1 ປະຊາຊົນອິດສະຣາເອນເປັນດັ່ງເຄືອອະງຸ່ນທີ່ມີໝາກດົກ. ພວກເຂົາຮັ່ງມີຫລາຍຂຶ້ນເທົ່າໃດ ພວກເຂົາກໍກໍ່ສ້າງແທ່ນບູຊາຫລາຍຂຶ້ນເທົ່ານັ້ນ. ດິນແດນຂອງພວກເຂົາຜະລິດຜົນດີຂຶ້ນເທົ່າໃດ ພວກເຂົາກໍກໍ່ສ້າງເສົາສັກສິດສຳລັບຂາບໄຫວ້ໃຫ້ງາມຂຶ້ນເທົ່ານັ້ນ. 2 ບັດນີ້ ຄົນທີ່ມີຈິດໃຈລໍ້ລວງກໍຕ້ອງທົນທຸກຍ້ອນບາບຂອງຕົນ. ພຣະເຈົ້າຢາເວຈະມ້າງແທ່ນບູຊາ ແລະທຳລາຍເສົາສັກສິດຂອງພວກເຂົາຖິ້ມ. 3 ອີກບໍ່ເຫິງ ປະຊາຊົນເຫຼົ່ານີ້ຈະເວົ້າວ່າ, “ພວກເຮົາບໍ່ມີກະສັດ ເພາະພວກເຮົາບໍ່ຢຳເກງພຣະເຈົ້າຢາເວ. ແຕ່ກະສັດເຮັດຫຍັງຊ່ວຍພວກເຮົາໄດ້ແດ່?” 4 ພວກເຂົາອອກສຽງເປັນຄຳເປົ່າລ້າ ທັງໃຫ້ຄຳສັນຍາບໍ່ຈິງແລະເຮັດຂໍ້ຕົກລົງອັນບໍ່ມີປະໂຫຍດ. ຄວາມຍຸດຕິທຳກາຍເປັນຄວາມອະຍຸດຕິທຳ ຊຶ່ງງອກຂຶ້ນມາເໝືອນຫຍ້າພິດຢູ່ໃນທົ່ງນາທີ່ໄຖແລ້ວ. 5 ປະຊາຊົນທີ່ອາໄສຢູ່ໃນນະຄອນຊາມາເຣຍ ຈະຢ້ານກົວແລະເປັນທຸກ ຍ້ອນສູນເສຍຮູບງົວເຖິກຄຳ ທີ່ເມືອງເບັດອາເວນ. ພວກເຂົາກັບປະໂຣຫິດຄືຜູ້ຮັບໃຊ້ຮູບເຄົາຣົບນັ້ນ ຈະຮ້ອງໄຫ້ໄວ້ທຸກນຳຮູບເຄົາຣົບນີ້. ພວກເຂົາຈະຄວນຄາງ ຍ້ອນມີຜູ້ລອກເອົາຄຳອັນສວຍງາມທີ່ໂອບຮູບນັ້ນໄປ. 6 ຮູບນັ້ນຈະຖືກນຳໄປອັດຊີເຣຍ ເພື່ອເປັນເຄື່ອງບັນນາການແກ່ຈັກກະພັດຜູ້ຍິ່ງໃຫຍ່. ເອຟຣາອິມກໍຈະຖືກອັບອາຍ; ຊາດອິດສະຣາເອນຈະໄດ້ຮັບຄວາມເສື່ອມເສຍ ແລະອັບອາຍຂາຍໜ້າ ຍ້ອນຮູບເຄົາຣົບນັ້ນ. 7 ກະສັດຂອງພວກເຂົາຈະຖືກນຳຕົວໄປ ເໝືອນເສດໄມ້ທີ່ໄຫລນໍ້າ. 8 ຮ້ານເທວະຮູບຢູ່ເທິງພູອາເວນ ບ່ອນທີ່ພວກອິດສະຣາເອນຂາບໄຫວ້ຮູບເຄົາຣົບຈະຖືກທຳລາຍຖິ້ມ. ກໍໜາມແລະຕົ້ນຫຍ້າຈະປົ່ງຂຶ້ນປົກຫຸ້ມແທ່ນບູຊາຂອງພວກເຂົາ. ປະຊາຊົນຈະຮ້ອງໃສ່ພູເຂົາທັງຫລາຍວ່າ, “ຈົ່ງບັງພວກເຮົາໄວ້ແດ່” ແລະເວົ້າຕໍ່ພູນ້ອຍວ່າ, “ຈົ່ງກວມພວກເຮົາໄວ້ສາ.” ອົງພຣະຜູ້ເປັນເຈົ້າປະກາດຕັດສິນຊາດອິດສະຣາເອນ 9 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນອິດສະຣາເອນບໍ່ໄດ້ຢຸດເຮັດບາບຕໍ່ສູ້ເຮົາ ຕັ້ງແຕ່ຄາວທີ່ພວກເຂົາໄດ້ເຮັດບາບທີ່ເມືອງກີເບອາ. ດັ່ງນັ້ນ ສົງຄາມຈຶ່ງຕາມທັນພວກເຂົາທີ່ກີເບອາ. 10 ເຮົາຈະໂຈມຕີ ແລະລົງໂທດຄົນບາບເຫຼົ່ານີ້. ຊົນຊາດທັງຫລາຍຈະຮວມກັນຕໍ່ສູ້ພວກເຂົາ ແລະພວກເຂົາກໍຈະຖືກລົງໂທດຍ້ອນການບາບຂອງພວກເຂົາ. 11 ຄັ້ງໜຶ່ງ ຊາດອິດສະຣາເອນເປັນດັ່ງງົວນ້ອຍທີ່ໄດ້ຮັບການຝຶກແອບດີແລ້ວ ພ້ອມທີ່ຈະຢຽບເຂົ້າດ້ວຍຄວາມເຕັມໃຈ. ແຕ່ເຮົາໄດ້ຕັດສິນໃຈໃສ່ແອກ ທີ່ຄໍອັນສວຍງາມຂອງມັນ ເພື່ອໃຫ້ມັນເຮັດວຽກໜັກໜ່ວງກວ່າເກົ່າ. ເຮົາເຮັດໃຫ້ຢູດາແກ່ໄຖ ແລະເຮັດໃຫ້ອິດສະຣາເອນແກ່ຄາດ. 12 ເຮົາກ່າວວ່າ, ‘ຈົ່ງໄຖດິນຕອນໃໝ່ສຳລັບເຈົ້າເອງ ຈົ່ງຫວ່ານຄວາມຊອບທຳ ແລະເກັບກ່ຽວເອົາພຣະພອນຈາກການອຸທິດຕົວຂອງເຈົ້າທີ່ມີຕໍ່ເຮົາ. ເຖິງເວລາແລ້ວທີ່ເຈົ້າຈະສະແຫວງຫາພຣະເຈົ້າຢາເວ ແລ້ວເຮົາກໍຈະມາ ແລະຖອກເທພອນເທິງເຈົ້າ.’ 13 ແຕ່ແທນທີ່ຈະເປັນດັ່ງນັ້ນ ພວກເຈົ້າພັດໄດ້ປູກຄວາມຊົ່ວ ແລະເກັບກ່ຽວຜົນກຳຊົ່ວ. ພວກເຈົ້າໄດ້ກິນຜົນແຫ່ງການຕົວະຂອງພວກເຈົ້າ. ເພາະພວກເຈົ້າໄດ້ໄວ້ວາງໃຈໃນລົດຮົບ ແລະໃນທະຫານຈຳນວນຫລວງຫລາຍຂອງພວກເຈົ້ານັ້ນ 14 ສົງຄາມຈຶ່ງຈະເກີດຂຶ້ນກັບປະຊາຊົນຂອງພວກເຈົ້າ ແລະປ້ອມທັງໝົດຂອງພວກເຈົ້າກໍຈະຖືກທຳລາຍລົງ. ມັນຈະເປັນດັ່ງວັນທີ່ກະສັດຊັນມານ ໄດ້ທຳລາຍເມືອງເບັດອາກເບັນໃນສະໜາມຮົບ ຈົນບັນດາຜູ້ເປັນແມ່ແລະລູກໆຖືກຢຽບຕາຍໝົດກ້ຽງ. 15 ຊາວເບັດເອນເອີຍ ສິ່ງນີ້ແຫຼະ ຈະເກີດຂຶ້ນກັບພວກເຈົ້າ ກໍຍ້ອນການຊົ່ວຮ້າຍແຮງທີ່ພວກເຈົ້າໄດ້ເຮັດ. ພໍສົງຄາມເລີ່ມຂຶ້ນ ກະສັດແຫ່ງອິດສະຣາເອນກໍຈະຕາຍໄປ.” |
@ 2012 United Bible Societies. All Rights Reserved.