ເຮັບເຣີ 9 - ພຣະຄຳພີສັກສິສະຖານນະມັດສະການທີ່ແຜ່ນດິນໂລກ ແລະ ທີ່ສະຫວັນ 1 ເຖິງແມ່ນພັນທະສັນຍາເດີມນັ້ນ ກໍມີກົດໃນການນະມັດສະການ ແລະມີສະຖານທີ່ສັກສິດທີ່ແຜ່ນດິນໂລກ. 2 ດ້ວຍວ່າ, ມີຫໍເຕັນສັກສິດທີ່ຈັດຕັ້ງຂຶ້ນແລ້ວ ຄືຫ້ອງຊັ້ນນອກ ຊຶ່ງມີຫລັກຕະກຽງ ມີໂຕະ ແລະມີເຂົ້າຈີ່ທີ່ຕັ້ງຖວາຍໄວ້ ຫ້ອງທຳອິດນີ້ເອີ້ນວ່າ, ສະຖານທີ່ສັກສິດ. 3 ພາຍໃນຜ້າກັ້ງຊັ້ນທີສອງມີຫ້ອງ ຊຶ່ງເອີ້ນວ່າ ສະຖານທີ່ສັກສິດທີ່ສຸດ. 4 ໃນຫ້ອງນັ້ນ ມີແທ່ນຄຳສຳລັບເຜົາເຄື່ອງຫອມ ມີຫີບຫຸ້ມຫໍ່ດ້ວຍຄຳທຸກດ້ານສຳລັບໃສ່ພັນທະສັນຍາ ຢູ່ໃນຫີບນັ້ນມີຂັນຄຳໃສ່ມານາໄວ້ ມີໄມ້ຄ້ອນເທົ້າຂອງອາໂຣນທີ່ປົ່ງຍອດ ແລະມີແຜ່ນຫີນຈາລຶກພັນທະສັນຍາແລ້ວ. 5 ຢູ່ເທິງຫີບນັ້ນ ມີຮູບເຄຣູບປະກອບດ້ວຍສະຫງ່າຣາສີອັນຮຸ່ງເຮືອງຂອງພຣະເຈົ້າ ປົກຄຸມພຣະທີ່ນັ່ງອັນຊົງພຣະກະລຸນານັ້ນ. ສິ່ງເຫຼົ່ານີ້ ເຮົາຈະພັນລະນາໃຫ້ລະອຽດໃນທີ່ນີ້ບໍ່ໄດ້. 6 ເມື່ອຈັດຕັ້ງສິ່ງຕ່າງໆໄວ້ຢ່າງນັ້ນແລ້ວ ບັນດາປະໂຣຫິດກໍເຂົ້າໄປໃນຫໍເຕັນສັກສິດຊັ້ນນອກທຸກໆວັນ ເພື່ອປະກອບພິທີ. 7 ສ່ວນຫ້ອງຊັ້ນໃນນັ້ນ ມີແຕ່ມະຫາປະໂຣຫິດຜູ້ດຽວເທົ່ານັ້ນທີ່ເຂົ້າໄປໄດ້ ແລະເພິ່ນເຂົ້າໄປໄດ້ປີລະເທື່ອເທົ່ານັ້ນ. ເພິ່ນຕ້ອງນຳເລືອດສັດເຂົ້າໄປຖວາຍແກ່ພຣະເຈົ້າສຳລັບຕົນເອງ ແລະເພື່ອຄວາມຜິດໂດຍບໍ່ເຈດຕະນາຂອງປະຊາຊົນ. 8 ໂດຍສິ່ງນີ້ເອງ ພຣະວິນຍານບໍຣິສຸດເຈົ້າ ຈຶ່ງຊົງສຳແດງວ່າ ທາງທີ່ນຳເຂົ້າສູ່ສະຖານທີ່ສັກສິດທີ່ສຸດນັ້ນຍັງບໍ່ເປີດ ຕາບໃດທີ່ຫ້ອງຊັ້ນນອກນັ້ນຍັງຕັ້ງຢູ່. 9 ຫ້ອງຊັ້ນນອກນັ້ນ ເປັນເຄື່ອງໝາຍເຖິງສະໄໝປັດຈຸບັນ ຄືໝາຍຄວາມວ່າການຖວາຍຂອງທານ ແລະເຄື່ອງບູຊາຕາມແບບນີ້ ຈະຊຳລະໃຈສຳນຶກຜິດແລະຊອບຂອງຜູ້ຖວາຍນັ້ນບໍ່ໄດ້. 10 ເພາະເປັນເລື່ອງຂອງກິນ ຂອງດື່ມ ແລະພິທີຊຳລະລ້າງຕ່າງໆເທົ່ານັ້ນ ເປັນພິທີສຳລັບການປະຕິບັດທາງກາຍ ທີ່ໄດ້ຊົງບັນຍັດໄວ້ ຈົນກວ່າຈະໄດ້ຊົງປ່ຽນແປງໃໝ່. 11 ເມື່ອພຣະຄຣິດໄດ້ສະເດັດມາເປັນພຣະມະຫາປະໂຣຫິດສຳລັບສິ່ງປະເສີດ ຊຶ່ງມາເຖິງແລ້ວ. ພຣະອົງກໍໄດ້ສະເດັດເຂົ້າໄປໃນສະຖານທີ່ສັກສິດທີ່ສຸດ ແລະປະເສີດກວ່າແຕ່ກ່ອນ (ທີ່ບໍ່ໄດ້ສ້າງຂຶ້ນດ້ວຍມືມະນຸດ ຄືບໍ່ແມ່ນສິ່ງຂອງທີ່ສ້າງຂຶ້ນໃນໂລກນີ້). 12 ພຣະອົງໄດ້ສະເດັດເຂົ້າໄປໃນສະຖານທີ່ສັກສິດທີ່ສຸດພຽງເທື່ອດຽວເປັນການສິ້ນສຸດ ແລະພຣະອົງບໍ່ໄດ້ຊົງນຳເລືອດແບ້ ຫລືເລືອດລູກງົວເຂົ້າໄປ ແຕ່ຊົງນຳພຣະໂລຫິດຂອງພຣະອົງເອງເຂົ້າໄປ ແລະຊົງສຳເລັດການໄຖ່ບາບອັນຕະຫລອດໄປ. 13 ເພາະວ່າຖ້າເລືອດແບ້ ຫລືເລືອດງົວເຖິກ ແລະຂີ້ເຖົ່າໄຟຂອງລູກງົວໂຕແມ່ທີ່ໂຮຍລົງເທິງຄົນຊົ່ວມົວໝອງ ຍັງອາດຊຳລະຮ່າງກາຍໃຫ້ສະອາດໄດ້, 14 ຫລາຍກວ່ານັ້ນຈັກພຽງໃດ ພຣະໂລຫິດຂອງພຣະຄຣິດ ຜູ້ໄດ້ຊົງຖວາຍພຣະອົງເອງແດ່ພຣະເຈົ້າ ໂດຍພຣະວິນຍານຜູ້ຊົງຕັ້ງຢູ່ເປັນນິດ ເປັນເຄື່ອງບູຊາປາສະຈາກຕຳໜິ ກໍຈະຊົງຊຳລະໃຈສຳນຶກຜິດແລະຊອບຂອງເຮົາທັງຫລາຍ ໃຫ້ພົ້ນຈາກກິດຈະການທີ່ນຳໄປສູ່ຄວາມຕາຍ ເພື່ອຫັນໄປຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່. 15 ເພາະເຫດນີ້, ພຣະອົງຈຶ່ງຊົງເປັນຜູ້ກາງແຫ່ງພັນທະສັນຍາໃໝ່ ເພື່ອໃຫ້ຄົນທັງຫລາຍທີ່ພຣະອົງຊົງເອີ້ນມາ ໄດ້ຮັບມໍຣະດົກຕະຫລອດໄປ ຕາມທີ່ຊົງສັນຍາໄວ້ ເພາະຄວາມຕາຍນັ້ນໄຖ່ພວກເຂົາໃຫ້ພົ້ນຈາກຄວາມບາບ ທີ່ເກີດໃຕ້ພັນທະສັນຍາເດີມ. 16 ເພາະວ່າໃນກໍລະນີທີ່ກ່ຽວກັບໜັງສືພິໄນກຳ ກໍຈະຕ້ອງພິສູດວ່າຜູ້ເຮັດໜັງສືນັ້ນຕາຍແລ້ວ. 17 ຄົນນັ້ນຕ້ອງຕາຍເສຍກ່ອນ ໜັງສືພິໄນກຳຈຶ່ງຈະໃຊ້ໄດ້ ເພາະຖ້າຜູ້ທີ່ເຮັດໜັງສືນັ້ນຍັງມີຊີວິດຢູ່ ໜັງສືພິໄນກຳນັ້ນ ກໍຍັງໃຊ້ການບໍ່ໄດ້. 18 ເພາະສະນັ້ນ ເຖິງແມ່ນພັນທະສັນຍາເດີມ ກໍບໍ່ໄດ້ຊົງຕັ້ງຂຶ້ນໂດຍປາສະຈາກເລືອດ. 19 ເພາະວ່າໂມເຊໄດ້ປະກາດຄຳສັ່ງທຸກຂໍ້ ໃນກົດບັນຍັດແກ່ໄພ່ພົນທັງໝົດແລ້ວ ເພິ່ນກໍໄດ້ເອົາເລືອດລູກງົວເຖິກແລະເລືອດແບ້ເຖິກປົນໃສ່ນໍ້າ ແລ້ວເອົາຂົນແກະສີແດງແລະໃບຫູສົບມັດໜຶ່ງ ມາຈຸ່ມແລະຊິດໃສ່ໜັງສືມ້ວນນັ້ນ ແລະຊິດໃສ່ໄພ່ພົນທັງໝົດ. 20 ເພິ່ນກ່າວວ່າ, “ນີ້ແຫຼະ ຄືເລືອດແຫ່ງພັນທະສັນຍາ ຊຶ່ງພຣະເຈົ້າໄດ້ຊົງສັ່ງໄວ້ໃຫ້ແກ່ເຈົ້າທັງຫຼາຍ.” 21 ໃນທຳນອງດຽວກັນນັ້ນ ເພິ່ນກໍໄດ້ເອົາເລືອດຊິດໃສ່ຫໍເຕັນສັກສິດກັບເຄື່ອງໃຊ້ໃນພິທີນະມັດສະການທຸກຊະນິດເໝືອນກັນ. 22 ທີ່ຈິງຕາມກົດບັນຍັດແລ້ວ ແມ່ນເກືອບທຸກໆສິ່ງຕ້ອງຊຳລະດ້ວຍເລືອດ ແລະຖ້າບໍ່ມີເລືອດໄຫລອອກແລ້ວ ການໃຫ້ອະໄພບາບກຳກໍບໍ່ມີ. ພຣະເຢຊູເຈົ້າລຶບລ້າງບາບໂດຍການຖວາຍຕົນເອງ 23 ເພາະສະນັ້ນ ສິ່ງຂອງໃນໂລກນີ້ທີ່ສ້າງຂຶ້ນຕາມແບບຢ່າງໃນສະຫວັນ ຈຳເປັນຕ້ອງຖືກຊຳລະໃຫ້ບໍຣິສຸດ ໂດຍເຄື່ອງບູຊາອັນປະເສີດຫລາຍກວ່າອີກ. 24 ເພາະວ່າ ພຣະຄຣິດບໍ່ໄດ້ສະເດັດເຂົ້າໄປໃນສະຖານສັກສິດ ທີ່ຖືກສ້າງຂຶ້ນດ້ວຍມືມະນຸດຕາມແບບຢ່າງໃນສະຫວັນ ແຕ່ເວລານີ້ ພຣະອົງໄດ້ສະເດັດເຂົ້າໄປໃນສະຫວັນ ເພື່ອເຂົ້າເຝົ້າພຣະເຈົ້າແທນພວກເຮົາ. 25 ພຣະອົງບໍ່ຕ້ອງເຂົ້າໄປຖວາຍບູຊາພຣະອົງເອງຫລາຍເທື່ອ ເໝືອນດັ່ງປະໂຣຫິດທີ່ເຂົ້າໄປໃນບ່ອນສັກສິດທີ່ສຸດທຸກໆປີ ແລະນຳເລືອດໂດຍບໍ່ແມ່ນເລືອດຂອງຕົນເອງເຂົ້າໄປຖວາຍ, 26 ເພາະຖ້າເປັນດັ່ງນັ້ນ ພຣະອົງຄົງຈະຕ້ອງທົນທຸກທໍລະມານຫລາຍເທື່ອ ນັບຕັ້ງແຕ່ວາງຮາກສ້າງໂລກມາ. ແຕ່ບັດນີ້ ພຣະອົງໄດ້ມາປາກົດ ເພື່ອຖວາຍພຣະອົງເອງເປັນເຄື່ອງບູຊາພຽງເທື່ອດຽວເປັນການສິ້ນສຸດເພື່ອໄຖ່ຄວາມບາບ. 27 ມະນຸດທຸກຄົນຖືກຊົງກຳນົດໄວ້ແລ້ວວ່າ, ຈະຕ້ອງຕາຍເທື່ອດຽວ ແລະຫລັງຈາກນັ້ນຈະຖືກມີການພິພາກສາສັນໃດ 28 ພຣະຄຣິດກໍສັນນັ້ນ ໄດ້ຖວາຍພຣະອົງເອງເປັນເຄື່ອງບູຊາເທື່ອດຽວ ເພື່ອລຶບລ້າງບາບກຳຂອງຄົນຈຳນວນຫລວງຫລາຍ. ພຣະອົງຈະມາປາກົດເທື່ອທີສອງໂດຍບໍ່ກ່ຽວກັບຄວາມບາບ ແຕ່ເພື່ອໂຜດຊ່ວຍເອົາບັນດາຜູ້ທີ່ລໍຄອຍພຣະອົງດ້ວຍໃຈຮ້ອນຮົນໃຫ້ໄດ້ຮັບຄວາມພົ້ນ. |
@ 2012 United Bible Societies. All Rights Reserved.