ເຮັບເຣີ 8 - ພຣະຄຳພີສັກສິພຣະເຢຊູເຈົ້າຄືມະຫາປະໂຣຫິດແຫ່ງພັນທະສັນຍາໃໝ່ 1 ເລື່ອງທີ່ເຮົາກຳລັງເວົ້າຢູ່ນີ້ມີຂໍ້ສຳຄັນ ຄືພວກເຮົາມີພຣະມະຫາປະໂຣຫິດຢ່າງນີ້ ຄືພຣະມະຫາປະໂຣຫິດຜູ້ປະທັບຢູ່ເບື້ອງຂວາພຣະທີ່ນັ່ງຂອງຜູ້ຊົງຣິດເດຊານຸພາບໃນສະຫວັນ. 2 ພຣະອົງບົວລະບັດຮັບໃຊ້ເປັນມະຫາປະໂຣຫິດຢູ່ໃນສະຖານທີ່ສັກສິດທີ່ສຸດ ຄືຢູ່ໃນຫໍເຕັນສັກສິດອັນແທ້ຈິງ ຊຶ່ງບໍ່ແມ່ນມະນຸດເປັນຜູ້ຕັ້ງຂຶ້ນ ແຕ່ແມ່ນອົງພຣະຜູ້ເປັນເຈົ້າໄດ້ຊົງຕັ້ງໄວ້. 3 ເພາະວ່າມະຫາປະໂຣຫິດທຸກຄົນ ໄດ້ຮັບແຕ່ງຕັ້ງເພື່ອໃຫ້ຖວາຍຂອງທານ ແລະຂ້າສັດບູຊາແກ່ພຣະເຈົ້າ. ດັ່ງນັ້ນ ມະຫາປະໂຣຫິດຜູ້ນີ້ ຈຶ່ງຈຳເປັນຕ້ອງມີສິ່ງຂອງຖວາຍແກ່ພຣະເຈົ້າເໝືອນກັນ. 4 ບັດນີ້ ຖ້າພຣະອົງຊົງຢູ່ໃນແຜ່ນດິນໂລກນີ້ ພຣະອົງກໍຈະບໍ່ຊົງເປັນປະໂຣຫິດ ເພາະວ່າມີປະໂຣຫິດທີ່ຖວາຍເຄື່ອງຂອງຕ່າງໆຕາມກົດບັນຍັດຢູ່ແລ້ວ. 5 ປະການໜຶ່ງ ປະໂຣຫິດເຫຼົ່ານັ້ນບົວລະບັດເປັນພຽງແຕ່ແບບແລະເງົາແຫ່ງສະຖານທີ່ສັກສິດໃນສະຫວັນ. ເໝືອນໂມເຊ, ເມື່ອເພິ່ນຈະຕັ້ງຫໍເຕັນສັກສິດນັ້ນ ພຣະເຈົ້າໄດ້ຊົງເຕືອນສະຕິເພິ່ນວ່າ, “ເຈົ້າຕ້ອງເຮັດທຸກສິ່ງ ຕາມແບບຢ່າງທີ່ເຮົາໄດ້ສຳແດງແກ່ເຈົ້າທີ່ເທິງພູນັ້ນ.” 6 ແຕ່ພຣະເຢຊູເຈົ້າໄດ້ຊົງຮັບພາລະກິດ ຊຶ່ງປະເສີດກວ່າຂອງປະໂຣຫິດເຫຼົ່ານັ້ນ ເໝືອນດັ່ງພັນທະສັນຍາ ຊຶ່ງພຣະອົງຊົງເປັນຜູ້ກາງນັ້ນ ກໍປະເສີດກວ່າພັນທະສັນຍາເດີມ ເພາະວ່າໄດ້ຊົງຕັ້ງຂຶ້ນໂດຍພຣະສັນຍາທັງຫລາຍອັນປະເສີດກວ່າເກົ່າ. 7 ດ້ວຍວ່າ, ຖ້າພັນທະສັນຍາເດີມນັ້ນບໍ່ມີຂໍ້ບົກຜ່ອງແລ້ວ ກໍບໍ່ຈຳເປັນຊອກພັນທະສັນຍາທີສອງມາແທນ. 8 ເພາະວ່າພຣະອົງຊົງກ່າວຕິພວກເຂົາວ່າ, “ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, ‘ເບິ່ງແມ! ພາຍໜ້າຈະມີຄາວໜຶ່ງ ທີ່ເຮົາຈະເຮັດພັນທະສັນຍາໃໝ່ ກັບຍາດວົງອິດສະຣາເອນ ແລະຍາດວົງຢູດາ. 9 ຈະບໍ່ເໝືອນພັນທະສັນຍາ ທີ່ເຮົາໄດ້ສັນຍາ ໄວ້ກັບບັນພະບຸລຸດຂອງພວກເຂົາ ໃນເມື່ອເຮົາໄດ້ຈູງມືຂອງພວກເຂົາ ພາອອກມາຈາກປະເທດເອຢິບ.’ ເພາະອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, ‘ເຂົາເຫຼົ່ານັ້ນບໍ່ໄດ້ຕັ້ງຢູ່ໃນພັນທະສັນຍາຂອງເຮົາ. ດັ່ງນັ້ນ ເຮົາຈຶ່ງບໍ່ສົນໃຈຕໍ່ພວກເຂົາ.’ 10 ອົງພຣະຜູ້ເປັນເຈົ້າຊົງກ່າວອີກວ່າ, ‘ນີ້ແມ່ນພັນທະສັນຍາ ທີ່ເຮົາຈະສັນຍາໄວ້ກັບ ຍາດວົງອິດສະຣາເອນ ພາຍຫລັງສະໄໝນັ້ນ ຄືເຮົາຈະບັນຈຸກົດບັນຍັດຂອງເຮົາ ໄວ້ໃນໃຈຂອງພວກເຂົາ. ເຮົາຈະຈາລຶກກົດບັນຍັດນັ້ນ ໄວ້ໃນຫົວໃຈຂອງພວກເຂົາ ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະຝ່າຍພວກເຂົາຈະເປັນ ພົນລະເມືອງຂອງເຮົາ. 11 ພວກເຂົາຈະບໍ່ສອນເພື່ອນບ້ານ ແລະພີ່ນ້ອງຂອງຕົນແຕ່ລະຄົນວ່າ, “ຈົ່ງຮູ້ຈັກອົງພຣະຜູ້ເປັນເຈົ້າ” ເພາະພວກເຂົາທຸກຄົນຈະຮູ້ຈັກເຮົາ ຕັ້ງແຕ່ຜູ້ນ້ອຍທີ່ສຸດ ຈົນເຖິງຜູ້ໃຫຍ່ທີ່ສຸດ. 12 ເພາະເຮົາຈະກະລຸນາຕໍ່ການອະທຳ ຂອງພວກເຂົາ ແລະການຜິດບາບຂອງພວກເຂົາ ເຮົາຈະບໍ່ຈົດຈຳຕໍ່ໄປ.”’ 13 ເມື່ອພຣະອົງຊົງກ່າວວ່າ, “ພັນທະສັນຍາໃໝ່” ກໍເປັນທີ່ເຮັດໃຫ້ພັນທະສັນຍາເດີມນັ້ນ ພົ້ນສະໄໝໄປແລ້ວ ສິ່ງທີ່ພົ້ນສະໄໝແລະເກົ່າໄປແລ້ວ ກໍກຳລັງຈະເສື່ອມສູນໄປ. |
@ 2012 United Bible Societies. All Rights Reserved.