Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 7 - ພຣະຄຳພີສັກສິ


ເມຄີເຊເດັກ ກະສັດ ແລະ ປະໂຣຫິດ

1 ສ່ວນ​ເມຄີເຊເດັກ​ຜູ້​ນີ້ ຄື​ກະສັດ​ແຫ່ງ​ເມືອງ​ຊາເລັມ ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ ໄດ້​ພົບ​ອັບຣາຮາມ ຂະນະທີ່​ອັບຣາຮາມ​ກຳລັງ​ກັບ​ມາ​ຈາກ​ການ​ຮົບ​ກັບ​ກະສັດ​ທັງຫລາຍ​ດ້ວຍ​ໄຊຊະນະ ແລະ​ໄດ້​ຊົງ​ອວຍພອນ​ແກ່​ເພິ່ນ.

2 ອັບຣາຮາມ​ໄດ້​ແບ່ງ​ສິ່ງ​ຂອງ​ທັງໝົດ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ໜຶ່ງ​ຖວາຍ​ແກ່​ເມຄີເຊເດັກ ເມຄີເຊເດັກ​ແປ​ຢ່າງ​ໜຶ່ງ​ວ່າ ກະສັດ​ແຫ່ງ​ຄວາມ​ຊອບທຳ​ຕາມ​ຄວາມໝາຍ​ແຫ່ງ​ພຣະນາມ​ຂອງທ່ານ ແລະ​ອີກ​ທັງ​ເປັນ​ກະສັດ​ແຫ່ງ​ສັນຕິສຸກ ຕາມ​ຄວາມໝາຍ​ຂອງ​ຊື່​ເມືອງ​ຊາເລັມ.

3 ບິດາ​ມານດາ ຫລື​ເຊື້ອວົງ​ຂອງທ່ານ​ບໍ່ມີ​ກ່າວ​ໄວ້ ວັນ​ຕົ້ນ​ແລະ​ວັນ​ປາຍ​ແຫ່ງ​ຊີວິດ​ຂອງທ່ານ ກໍ​ບໍ່ມີ​ເໝືອນກັນ ແຕ່​ເປັນ​ເໝືອນ​ພຣະບຸດ​ຂອງ​ພຣະເຈົ້າ ຈຶ່ງ​ດຳລົງ​ຢູ່​ເປັນ​ປະໂຣຫິດ​ສືບໆໄປ.

4 ຈົ່ງ​ຄິດ​ເບິ່ງ ແມ່ນ​ວ່າ​ທ່ານ​ຜູ້​ນີ້​ໃຫຍ່​ພໍ​ພຽງ​ໃດ ທີ່​ອັບຣາຮາມ​ຜູ້​ເປັນ​ຕົ້ນ​ຕະກຸນ​ນັ້ນ ຍັງ​ໄດ້​ແບ່ງ​ໜຶ່ງສ່ວນສິບ​ຂອງ​ຊັບ​ທີ່​ໄດ້​ມາ​ຈາກ​ຊະເລີຍ​ອັນ​ດີທີ່ສຸດ​ມາ​ຖວາຍ​ແກ່​ທ່ານ.

5 ແລະ​ບັນດາ​ເຊື້ອສາຍ​ຂອງ​ເລວີ ຜູ້​ຊຶ່ງ​ໄດ້​ຮັບ​ຕຳແໜ່ງ​ປະໂຣຫິດ​ນັ້ນ. ເຖິງ​ແມ່ນ​ວ່າ ຄົນ​ເຫຼົ່ານັ້ນ​ສືບ​ເຊື້ອສາຍ​ມາ​ຈາກ​ອັບຣາຮາມ ກໍ​ຍັງ​ມີ​ກົດບັນຍັດ​ສັ່ງ​ໃຫ້​ຮັບ​ໜຶ່ງສ່ວນສິບ​ຈາກ​ພົນລະເມືອງ ຄື​ຈາກ​ພວກ​ພີ່ນ້ອງ​ຂອງຕົນ.

6 ເມຄີເຊເດັກ​ບໍ່ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເລວີ ແຕ່​ເພິ່ນ​ກໍໄດ້​ຮັບ​ໜຶ່ງສ່ວນສິບ​ຈາກ​ອັບຣາຮາມ ແລະ​ໄດ້​ອວຍພອນ​ອັບຣາຮາມ ຜູ້​ທີ່​ໄດ້​ຮັບ​ພຣະສັນຍາ​ຂອງ​ພຣະເຈົ້າ.

7 ສິ່ງ​ທີ່​ຖຽງ​ບໍ່ໄດ້ ກໍ​ຄື​ຜູ້ນ້ອຍ​ຮັບ​ພອນ​ຈາກ​ຜູ້ໃຫຍ່.

8 ອີກ​ປະການ​ໜຶ່ງ ໃນ​ກໍລະນີ​ປະໂຣຫິດ​ຕະກຸນ​ເລວີ​ນັ້ນ ມະນຸດ​ທີ່​ຕ້ອງ​ຕາຍ​ກໍ​ເປັນ​ຜູ້​ຮັບ​ໜຶ່ງສ່ວນສິບ ແຕ່​ໃນ​ກໍລະນີ​ເມຄີເຊເດັກ​ຜູ້​ຮັບ​ໜຶ່ງສ່ວນສິບ​ນັ້ນ ມີ​ຫຼັກຖານ​ໃນ​ພຣະຄຳພີ​ວ່າ ທ່ານ​ຍັງ​ມີ​ຊີວິດ​ຢູ່.

9 ຖ້າ​ຈະ​ເວົ້າ​ອີກ​ຢ່າງ​ໜຶ່ງ ກໍ​ວ່າ​ເລວີ​ຜູ້​ຮັບ​ໜຶ່ງສ່ວນສິບ​ນັ້ນ ກໍ​ຍັງ​ໄດ້​ຖວາຍ​ໜຶ່ງສ່ວນສິບ​ແກ່​ເມຄີເຊເດັກ​ທາງ​ອັບຣາຮາມ.

10 ເພາະວ່າ​ໃນ​ຂະນະທີ່​ເມຄີເຊເດັກ​ໄດ້​ພົບ​ກັບ​ອັບຣາຮາມ ເລວີ​ຍັງ​ຢູ່​ໃນ​ສາຍ​ເລືອດ​ຂອງ​ບັນພະບຸລຸດ ຄື​ອັບຣາຮາມ.

11 ດັ່ງນັ້ນ ຖ້າ​ຄວາມ​ບໍຣິບູນ​ບັນລຸ​ໄດ້​ທາງ​ລະບົບ​ປະໂຣຫິດ​ເຜົ່າ​ເລວີ (ເພາະວ່າ​ປະຊາຊົນ​ໄດ້​ຮັບ​ກົດບັນຍັດ​ໂດຍ​ວິທີ​ນີ້) ເປັນຫຍັງ​ຈະ​ຕ້ອງ​ມີ​ປະໂຣຫິດ​ອື່ນ​ອີກ​ຕາມ​ແບບຢ່າງ​ຂອງ​ເມຄີເຊເດັກ ບໍ່ແມ່ນ​ຕາມ​ແບບຢ່າງ​ຂອງ​ອາໂຣນ​ບໍ?

12 ເພາະ​ເມື່ອ​ຕຳແໜ່ງ​ປະໂຣຫິດ​ປ່ຽນແປງ​ໄປ​ແລ້ວ ກົດບັນຍັດ​ກໍ​ຈຳເປັນ​ຕ້ອງ​ປ່ຽນແປງ​ໄປ​ເໝືອນກັນ.

13 ເພາະວ່າ​ທ່ານ​ທີ່​ເຮົາ​ກ່າວ​ເຖິງ​ນັ້ນ ກໍ​ມາ​ຈາກ​ຕະກຸນ​ອື່ນ ຄື​ຕະກຸນ​ທີ່​ຍັງ​ບໍ່ມີ​ຜູ້ໃດ​ເຄີຍ​ປະຕິບັດ​ທີ່​ແທ່ນບູຊາ​ຈັກເທື່ອ.

14 ເພາະ​ປາກົດ​ແຈ້ງ​ແລ້ວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ເຮົາ​ທັງຫລາຍ ໄດ້​ຊົງ​ສືບ​ເຊື້ອສາຍ​ມາ​ຈາກ​ຕະກຸນ​ຢູດາ ແຕ່​ເມື່ອ​ໂມເຊ​ໄດ້​ກ່າວ​ເຖິງ​ປະໂຣຫິດ ກໍ​ບໍ່ໄດ້​ກ່າວ​ເຖິງ​ຕະກຸນ​ນີ້.


ປະໂຣຫິດ​ຄົນອື່ນ​ທີ່​ຄ້າຍ​ຄື​ເມຄີເຊເດັກ

15 ເລື່ອງ​ນີ້​ກໍ​ປາກົດ​ແຈ້ງ​ຂຶ້ນ​ອີກ ຖ້າ​ມີ​ປະໂຣຫິດ​ອີກ​ຕົນ​ໜຶ່ງ ຕາມ​ແບບ​ຢ່າງ​ເມຄີເຊເດັກ

16 ຜູ້​ຊຶ່ງ​ເປັນ​ປະໂຣຫິດ​ທີ່​ບໍ່ໄດ້​ຮັບ​ການ​ແຕ່ງຕັ້ງ​ຕາມ​ກົດບັນຍັດ​ຂອງ​ມະນຸດ ແຕ່​ໂດຍ​ຣິດເດດ​ແຫ່ງ​ຊີວິດ​ອັນ​ບໍ່​ຮູ້​ເສື່ອມສູນ.

17 ເພາະ​ມີ​ຄຳ​ພະຍານ​ທີ່​ກ່າວ​ເຖິງ​ເພິ່ນ​ວ່າ, “ທ່ານ​ເປັນ​ປະໂຣຫິດ​ຕະຫລອດໄປ​ເປັນນິດ ໃນ​ແບບ​ດຽວກັນ​ກັບ​ເມຄີເຊເດັກ.”

18 ດ້ວຍວ່າ, ກົດບັນຍັດ​ທີ່​ມີ​ກ່ອນ​ນັ້ນ ໄດ້​ຊົງ​ຍົກເລີກ​ເສຍ​ແລ້ວ ເພາະ​ມີ​ຂໍ້​ບົກຜ່ອງ​ແລະ​ໃຊ້​ການ​ບໍ່ໄດ້. (

19 ເພາະວ່າ​ກົດບັນຍັດ​ນັ້ນ ບໍ່ໄດ້​ເຮັດ​ໃຫ້​ສິ່ງໃດ​ເຖິງ​ທີ່​ສຳເລັດ) ແຕ່​ມີ​ຄວາມຫວັງ​ອັນ​ດີກວ່າ​ໄດ້​ເພີ່ມເຕີມ​ເຂົ້າ​ມາ ໂດຍ​ຄວາມຫວັງ​ນັ້ນ​ພວກເຮົາ​ຈຶ່ງ​ຈະ​ເຂົ້າ​ໄປ​ໃກ້​ພຣະເຈົ້າ​ໄດ້.

20 ພຣະເຈົ້າ​ຊົງ​ຢືນຢັນ​ເລື່ອງ​ນີ້​ໂດຍ​ຄຳ​ສາບານ​ຂອງ​ພຣະອົງ​ວ່າ, ຄົນ​ອື່ນໆ​ເຂົາ​ຮັບ​ຕຳແໜ່ງ​ປະໂຣຫິດ​ໂດຍ​ບໍ່ມີ​ຄຳ​ສາບານ​ເລີຍ.

21 ແຕ່​ພຣະອົງ​ຊົງ​ເປັນ​ປະໂຣຫິດ​ໂດຍ​ທາງ​ຄຳ​ສາບານ ເມື່ອ​ພຣະເຈົ້າ​ຊົງ​ກ່າວ​ກັບ​ພຣະອົງ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ສາບານ​ໄວ້​ແລ້ວ ແລະ​ຈະ​ບໍ່​ຊົງ​ປ່ຽນ​ພຣະໄທ​ວ່າ, ‘ທ່ານ​ເປັນ​ປະໂຣຫິດ ຕະຫລອດໄປ.”’

22 ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຊົງ​ກາຍເປັນ​ຜູ້​ຮັບປະກັນ​ພັນທະສັນຍາ​ອັນ​ດີກວ່າ.

23 ພວກ​ປະໂຣຫິດ​ຕະກຸນ​ເລວີ​ນັ້ນ ສືບ​ຕຳແໜ່ງ​ຕໍ່​ກັນ​ມາ​ຫລາຍ​ຄົນ ເພາະ​ຄວາມ​ຕາຍ​ຂັດຂວາງ​ພວກເຂົາ​ບໍ່​ໃຫ້​ປະຕິບັດ​ງານ​ຕະຫລອດໄປ.

24 ແຕ່​ພຣະເຢຊູເຈົ້າ ອົງ​ຊົງ​ດຳລົງ​ຕຳແໜ່ງ​ປະໂຣຫິດ​ຕະຫລອດໄປ ເພາະ​ພຣະອົງ​ຊົງ​ດຳລົງ​ຢູ່​ນິຣັນດອນ.

25 ດ້ວຍເຫດນີ້ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຕະຫລອດໄປ ທີ່​ຈະ​ໂຜດ​ເອົາ​ຄົນ​ທັງປວງ​ທີ່​ໄດ້​ເຂົ້າ​ມາ​ຫາ​ພຣະເຈົ້າ ໂດຍ​ທາງ​ພຣະອົງ​ນັ້ນ ໃຫ້​ໄດ້​ຮັບ​ຄວາມ​ລອດພົ້ນ ເພາະວ່າ ພຣະອົງ​ຊົງພຣະຊົນ​ຢູ່​ນິຣັນດອນ ເພື່ອ​ຊ່ວຍ​ທູນ​ຂໍ​ພຣະ​ກະລຸນາ​ໃຫ້​ຄົນ​ເຫຼົ່ານັ້ນ.

26 ພຣະ​ມະຫາ​ປະໂຣຫິດ​ຢ່າງ​ນີ້​ແຫຼະ ທີ່​ເໝາະສົມ​ສຳລັບ​ພວກເຮົາ ຄື​ເປັນ​ຜູ້​ບໍຣິສຸດ​ປາສະຈາກ​ຜິດ ຫລື​ສິ່ງ​ຊົ່ວ​ມົວໝອງ ແຍກ​ຈາກ​ຄົນ​ບາບ​ທັງປວງ ຊົງ​ປະທັບ​ຢູ່​ເໜືອ​ຟ້າ​ສະຫວັນ.

27 ພຣະອົງ​ບໍ່​ຕ້ອງ​ຊົງ​ນຳ​ເຄື່ອງ​ບູຊາ​ມາ​ທຸກໆ​ວັນ ເໝືອນ​ດັ່ງ​ມະຫາ​ປະໂຣຫິດ​ຄົນ​ອື່ນໆ ຜູ້​ຊຶ່ງ​ຕອນ​ທຳອິດ​ຖວາຍ​ສຳລັບ​ການບາບ​ຂອງ​ຕົນເອງ ແລ້ວ​ຈຶ່ງ​ຖວາຍ​ສຳລັບ​ຄວາມ​ບາບ​ຂອງ​ພົນລະເມືອງ ສ່ວນ​ພຣະອົງ ໄດ້​ຊົງ​ຖວາຍ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ຄື​ເມື່ອ​ພຣະອົງ​ໄດ້​ຊົງ​ນຳ​ພຣະອົງ​ເອງ​ມາ​ຖວາຍ.

28 ຕາມ​ກົດບັນຍັດ​ນັ້ນ ໄດ້​ແຕ່ງຕັ້ງ​ມະນຸດ​ທີ່​ບໍ່​ສົມບູນ​ແບບ ໃຫ້​ເປັນ​ມະຫາ​ປະໂຣຫິດ ແຕ່​ພຣະສັນຍາ​ຂອງ​ພຣະເຈົ້າ​ທີ່​ປະກອບ​ດ້ວຍ​ຄຳ​ສາບານ ຊຶ່ງ​ໄດ້​ມາ​ພາຍຫລັງ​ກົດບັນຍັດ ກໍໄດ້​ແຕ່ງຕັ້ງ​ພຣະບຸດ​ຂຶ້ນ ຜູ້​ຊຶ່ງ​ເຖິງ​ຄວາມ​ສຳເລັດ​ຊົ່ວ​ນິຣັນດອນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan