ເຮັບເຣີ 6 - ພຣະຄຳພີສັກສິ1 ດ້ວຍເຫດນັ້ນ ໃຫ້ພວກເຮົາປະຫລັກທຳເບື້ອງຕົ້ນກ່ຽວກັບພຣະຄຣິດໄວ້ ແລະກ້າວໜ້າໄປສູ່ຄວາມເປັນຜູ້ໃຫຍ່ແລ້ວ ຢ່າເອົາສິ່ງເຫຼົ່ານີ້ມາວາງເປັນຮາກຖານຊໍ້າອີກ ຄືການກັບໃຈໃໝ່ຈາກການກະທຳທີ່ນຳໄປສູ່ຄວາມຕາຍ ຄວາມເຊື່ອໃນພຣະເຈົ້າ 2 ແລະຄຳສັ່ງສອນເຖິງເລື່ອງບັບຕິສະມາ ພິທີວາງມື, ການເປັນຄືນມາຈາກຕາຍ ແລະການພິພາກສາລົງໂທດເປັນນິດ. 3 ສິ່ງນີ້ແຫຼະ ພວກເຮົາຈະກະທຳ ຖ້າພຣະເຈົ້າຊົງໂຜດອະນຸຍາດ. 4 ເພາະວ່າຄົນເຫຼົ່ານັ້ນ ທີ່ໄດ້ຮັບຄວາມສະຫວ່າງມາເທື່ອໜຶ່ງແລ້ວ ແລະຊີມຣົດຂອງປະທານຈາກສະຫວັນ ໄດ້ຮັບພຣະວິນຍານບໍຣິສຸດເຈົ້າ 5 ແລະໄດ້ຊີມຣົດອັນດີແຫ່ງຖ້ອຍຄຳຂອງພຣະເຈົ້າ ກັບຣິດເດດແຫ່ງຄາວທີ່ຈະມາເຖິງນັ້ນ. 6 ຖ້າພວກເຂົາເຫຼົ່ານັ້ນໄດ້ຕົກເສຍໄປແລ້ວ ກໍເຫຼືອວິໄສທີ່ຈະນຳພວກເຂົາມາສູ່ການກັບໃຈອີກໄດ້ ເພາະພວກເຂົາເອງຄຶງພຣະບຸດຂອງພຣະເຈົ້າເສຍ ແລະເຮັດໃຫ້ພຣະອົງຊົງໄດ້ຮັບການປະຈານຂາຍໜ້າ. 7 ດ້ວຍວ່າ, ພື້ນດິນຕອນໃດດູດຮັບເອົານໍ້າຝົນທີ່ຕົກໃສ່ຢູ່ເລື້ອຍ ແລະເກີດພືດຜົນງອກຂຶ້ນໃຫ້ປະໂຫຍດແກ່ຄົນປູກຝັງນັ້ນ ກໍໄດ້ຮັບພຣະພອນຈາກພຣະເຈົ້າ. 8 ແຕ່ພື້ນດິນທີ່ເກີດສ້ຽນໜາມ ກໍນັບວ່າບໍ່ມີຄ່າ ແລະເກືອບຈະຖືກຊົງປ້ອຍດ່າແລ້ວ ໃນທີ່ສຸດກໍຈະຖືກເຜົາໄຟເສຍ. 9 ແຕ່ພວກພີ່ນ້ອງເອີຍ, ເຖິງແມ່ນວ່າເຮົາເວົ້າດັ່ງນັ້ນ ເຮົາກໍຍັງເຊື່ອແນ່ວ່າທ່າທີຂອງພວກເຈົ້າ ມີສິ່ງດີກວ່າທີ່ໄດ້ກ່າວມານັ້ນ ກໍຄືສິ່ງທີ່ກ່ຽວກັບຄວາມພົ້ນ. 10 ເພາະວ່າ ພຣະເຈົ້າບໍ່ໄດ້ຊົງອະຍຸດຕິທຳ ຊຶ່ງຈະຊົງລືມການງານທີ່ພວກເຈົ້າໄດ້ເຮັດ ແລະຄວາມຮັກທີ່ພວກເຈົ້າໄດ້ສະແດງຕໍ່ພຣະນາມຂອງພຣະອົງ ຄືການຮັບໃຊ້ໄພ່ພົນຂອງພຣະອົງ ເໝືອນດັ່ງພວກເຈົ້າຍັງຮັບໃຊ້ຢູ່. 11 ຄວາມປາຖະໜາອັນຍິ່ງໃຫຍ່ຂອງພວກເຮົາ ແມ່ນໃຫ້ແຕ່ລະຄົນໃນພວກເຈົ້າ ມີຄວາມຮ້ອນຮົນຢ່າງດຽວກັນຈົນເຖິງທີ່ສຸດ ເພື່ອວ່າສິ່ງທີ່ພວກເຈົ້າຫວັງໄວ້ນັ້ນຈະໄດ້ສຳເລັດ. 12 ພວກເຮົາບໍ່ປາຖະໜາໃຫ້ພວກເຈົ້າກາຍເປັນຄົນກຽດຄ້ານ ແຕ່ໃຫ້ເປັນເໝືອນຄົນເຫຼົ່ານັ້ນ ທີ່ອາໄສຄວາມເຊື່ອແລະຄວາມພຽນອົດທົນ ຈຶ່ງໄດ້ຮັບມໍຣະດົກຕາມພຣະສັນຍາ. ພຣະສັນຍາອັນໝັ້ນຄົງຂອງພຣະເຈົ້າ 13 ເມື່ອພຣະເຈົ້າໄດ້ຊົງສັນຍາໄວ້ກັບອັບຣາຮາມນັ້ນ ໂດຍທີ່ບໍ່ມີຜູ້ໃດເປັນໃຫຍ່ກວ່າພຣະອົງ ທີ່ພຣະອົງຈະຊົງສາບານດ້ວຍອອກຊື່ຜູ້ນັ້ນໄດ້ ພຣະອົງຈຶ່ງໄດ້ຊົງສາບານດ້ວຍພຣະນາມຂອງພຣະອົງເອງ 14 ວ່າ, “ຈິງແທ້ ເຮົາຈະອວຍພອນໃຫ້ເຈົ້າ ແລະຈະໃຫ້ເຊື້ອສາຍຂອງເຈົ້າທະວີຫລາຍຂຶ້ນ.” 15 ຢ່າງນັ້ນແຫຼະ ເມື່ອອັບຣາຮາມໄດ້ທົນຄອຍດ້ວຍຄວາມພຽນແລ້ວ ເພິ່ນຈຶ່ງໄດ້ຮັບຕາມພຣະສັນຍານັ້ນ. 16 ດ້ວຍວ່າ, ຝ່າຍມະນຸດເຄີຍສາບານດ້ວຍອອກຊື່ຜູ້ໃຫຍ່ກວ່າຕົນ ແລະເມື່ອເກີດການຖົກຖຽງກັນຂຶ້ນຄຳສາບານນັ້ນ ກໍເປັນຄຳຢືນຢັນອັນເດັດຂາດ. 17 ສະນັ້ນ ເມື່ອພຣະເຈົ້າຊົງມີພຣະປະສົງ ຈະຊົງໃຫ້ຜູ້ທີ່ຈະຮັບມໍຣະດົກຕາມພຣະສັນຍານັ້ນ ຮູ້ຄັກແນ່ຕື່ມຂຶ້ນວ່າ ພຣະປະສົງຂອງພຣະອົງຈະບໍ່ປ່ຽນແປງຈັກເທື່ອ ພຣະອົງຈຶ່ງຊົງຢືນຢັນພຣະສັນຍານັ້ນດ້ວຍຄຳສາບານ. 18 ເພື່ອວ່າໂດຍສອງປະການທີ່ປ່ຽນແປງບໍ່ໄດ້ (ເພາະພຣະເຈົ້າຈະກ່າວຄຳຕົວະບໍ່ໄດ້) ເຮົາ ຜູ້ທີ່ໄດ້ໜີໄພຮ້ອນໄປເພີ່ງເຢັນ ຈຶ່ງໄດ້ຮັບຄວາມຊູໃຈອັນແຮງກ້າ ໃນການທີ່ຈະຢຶດຖືຄວາມຫວັງ ຊຶ່ງມີຢູ່ຕໍ່ໜ້າເຮົານັ້ນ. 19 ຄວາມຫວັງທີ່ພວກເຮົາຢຶດຖືນັ້ນ ເປັນສະໝໍທີ່ແທ້ຈິງອັນໝັ້ນຄົງຂອງຈິດໃຈ ຄວາມຫວັງນັ້ນນຳໄປສູ່ບ່ອນສັກສິດທີ່ສຸດຢູ່ເບື້ອງຫລັງຜ້າກັ້ງ, 20 ທີ່ພຣະເຢຊູເຈົ້າຜູ້ຊົງນຳໜ້າ ໄດ້ສະເດັດເຂົ້າໄປກ່ອນແທນພວກເຮົາແລ້ວ ເພາະພຣະອົງໄດ້ຊົງກາຍເປັນພຣະມະຫາປະໂຣຫິດຕະຫລອດໄປ ໃນລຳດັບດຽວກັບເມຄີເຊເດັກ. |
@ 2012 United Bible Societies. All Rights Reserved.