Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 4 - ພຣະຄຳພີສັກສິ

1 ດ້ວຍເຫດນັ້ນ ເມື່ອ​ພຣະສັນຍາ​ຍັງ​ມີ​ຢູ່​ວ່າ ຈະ​ໃຫ້​ພວກເຮົາ​ເຂົ້າ​ຮ່ວມ​ບ່ອນ​ພັກ​ຂອງ​ພຣະອົງ ກໍ​ໃຫ້​ເຮົາ​ທັງຫລາຍ​ຢຳເກງ ເພາະ​ຢ້ານ​ຈະ​ມີ​ຜູ້ໜຶ່ງ​ຜູ້ໃດ​ໃນ​ພວກເຈົ້າ​ໄປ​ບໍ່​ເຖິງ.

2 ເພາະວ່າ​ພວກເຮົາ​ໄດ້ຍິນ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ພວກເຂົາ ແຕ່​ວ່າ​ພວກເຂົາ​ບໍ່ໄດ້​ຮັບ​ປະໂຫຍດ​ຈາກ​ຂ່າວປະເສີດ​ນັ້ນ ເພາະ​ພວກເຂົາ​ບໍ່ໄດ້​ຮັບ​ດ້ວຍ​ຄວາມເຊື່ອ.

3 ດ້ວຍເຫດນັ້ນ ພວກເຮົາ​ຜູ້​ທີ່​ເຊື່ອ​ຈຶ່ງ​ໄດ້​ເຂົ້າ​ສູ່​ການ​ພັກຜ່ອນ​ນັ້ນ ຕາມ​ທີ່​ພຣະເຈົ້າ​ຊົງ​ສັນຍາ​ໄວ້​ແລ້ວ​ວ່າ, “ເຮົາ​ຈຶ່ງ​ໄດ້​ສາບານ​ດ້ວຍ​ຄວາມ​ເຄືອງໃຈ​ກັບ​ພວກເຂົາ​ວ່າ ພວກເຂົາ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ ບ່ອນ​ພັກຜ່ອນ​ຂອງເຮົາ​ຈັກເທື່ອ.” ເຖິງ​ແມ່ນ​ວ່າ ພາລະກິດ​ຂອງ​ພຣະອົງ​ຊົງ​ສຳເລັດ​ແລ້ວ ແຕ່​ຄາວ​ໄດ້​ວາງ​ຮາກ​ສ້າງ​ໂລກ​ພຸ້ນ​ກໍຕາມ.

4 ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ຕອນ​ໜຶ່ງ ຊຶ່ງ​ກ່າວ​ເຖິງ​ວັນ​ທີ​ເຈັດ​ວ່າ, “ພຣະເຈົ້າ​ໄດ້​ພັກຜ່ອນ​ຈາກ​ກິດຈະການ​ຂອງ​ພຣະອົງ​ທັງ​ສິ້ນ​ໃນ​ວັນ​ທີ​ເຈັດ.”

5 ເລື່ອງ​ດຽວກັນ​ນີ້​ກໍ​ມີ​ກ່າວ​ໄວ້​ອີກ​ວ່າ, “ພວກເຂົາ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ພັກຜ່ອນ​ນັ້ນ​ຈັກເທື່ອ.”

6 ທີ່​ຈິງ ຍັງ​ມີ​ບາງຄົນ​ທີ່​ຈະ​ເຂົ້າ​ຮ່ວມ​ບ່ອນ​ນັ້ນ ແຕ່​ຄົນ​ເຫຼົ່ານັ້ນ​ທີ່​ໄດ້ຍິນ​ຂ່າວປະເສີດ​ຄາວ​ກ່ອນ​ບໍ່ໄດ້​ເຂົ້າ ເພາະ​ພວກເຂົາ​ບໍ່​ເຊື່ອຟັງ.

7 ດ້ວຍເຫດນັ້ນ ພຣະເຈົ້າ​ຈຶ່ງ​ກຳນົດ​ວັນ​ໜຶ່ງ​ໄວ້​ໃໝ່​ອີກ ຊຶ່ງ​ເອີ້ນ​ວ່າ, “ວັນ​ນີ້” ຫລາຍ​ປີ​ຕໍ່ມາ ພຣະອົງ​ໄດ້​ເວົ້າ​ເຖິງ​ເລື່ອງ​ນັ້ນ​ໂດຍ​ທາງ​ດາວິດ ດັ່ງ​ທີ່​ໄດ້​ມີ​ອ້າງ​ໄວ້​ໃນ​ພຣະຄຳພີ​ວ່າ, “ວັນ​ນີ້ ຖ້າ​ເຈົ້າ​ທັງຫລາຍ​ໄດ້ ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະເຈົ້າ ກໍ​ຢ່າ​ມີ​ໃຈ​ແຂງ​ກະດ້າງ​ໄປ.”

8 ດ້ວຍວ່າ, ຖ້າ​ໂຢຊວຍ​ໄດ້​ນຳພາ​ປະຊາຊົນ​ສູ່​ການ​ພັກຜ່ອນ​ນັ້ນ​ແລ້ວ ພຣະເຈົ້າ​ກໍ​ຄົງ​ບໍ່ໄດ້​ກ່າວ​ອີກ​ໃນ​ເວລາ​ຕໍ່ມາ​ເຖິງ​ວັນ​ອື່ນໆ.

9 ເຖິງ​ຢ່າງ​ໃດ​ກໍດີ ການ​ພັກຜ່ອນ​ໃນ​ວັນ​ຊະບາໂຕ ຍັງ​ມີ​ສຳລັບ​ໄພ່ພົນ​ຂອງ​ພຣະເຈົ້າ.

10 ດ້ວຍວ່າ, ຜູ້ໃດ​ກໍຕາມ​ທີ່​ຮັບ​ການ​ພັກຜ່ອນ ຊຶ່ງ​ພຣະເຈົ້າ​ຊົງ​ສັນຍາ​ໄວ້​ແລ້ວ ກໍ​ຈະ​ພັກຜ່ອນ​ຈາກ​ວຽກ​ການ​ຂອງຕົນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ພັກຜ່ອນ​ຈາກ​ວຽກ​ການ​ຂອງ​ພຣະອົງ.

11 ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ອົດສາ​ພະຍາຍາມ ໃຫ້​ໄດ້​ເຂົ້າ​ສູ່​ບ່ອນ​ພັກຜ່ອນ​ນັ້ນ ເພື່ອ​ຈະ​ບໍ່​ໃຫ້​ຜູ້ໜຶ່ງ​ຜູ້ໃດ​ຕ້ອງ​ເສຍ​ໄປ ເໝືອນ​ດັ່ງ​ຄົນ​ບໍ່​ເຊື່ອຟັງ​ເຫຼົ່ານັ້ນ.

12 ເພາະວ່າ​ພຣະທຳ​ຂອງ​ພຣະເຈົ້າ​ປະກອບ​ດ້ວຍ​ຊີວິດ​ແລະ​ຣິດເດດ ຄົມ​ກວ່າ​ດາບ​ສອງ​ຄົມ​ທຸກ​ດວງ ແທງ​ຊອດ​ເຖິງ​ຈິດໃຈ​ແລະ​ວິນຍານ ຕະຫລອດ​ທັງ​ຄໍ່​ກະດູກ​ແລະ​ໄຂ​ໃນ​ກະດູກ​ເຊື່ອມ​ຕິດຕໍ່​ກັນ ຈຶ່ງ​ສັງເກດ​ຮູ້​ຄວາມ​ຄິດ​ແລະ​ຄວາມ​ມຸ່ງໝາຍ​ໃນ​ໃຈ​ໄດ້.

13 ແລະ​ໃນ​ທຸກສິ່ງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ນັ້ນ ບໍ່ມີ​ສິ່ງໃດ​ຖືກ​ບັງລັບ​ໄວ້​ຈາກ​ພຣະພັກ​ພຣະອົງ​ໄດ້ ແຕ່​ທຸກສິ່ງ​ໄດ້​ປາກົດ​ແຈ້ງ​ຕໍ່​ສາຍຕາ​ຂອງ​ພຣະອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ການ​ນັ້ນ.


ພຣະເຢຊູເຈົ້າ​ຊົງ​ເປັນ​ມະຫາ​ປະໂຣຫິດ​ຜູ້​ຍິ່ງໃຫຍ່.

14 ດ້ວຍເຫດນັ້ນ ຖ້າ​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ​ຜູ້​ຍິ່ງໃຫຍ່ ທີ່​ຜ່ານ​ຟ້າ​ສະຫວັນ​ມາ​ແລ້ວ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ. ຈົ່ງ​ໃຫ້​ພວກເຮົາ​ຢຶດຖື​ຄວາມເຊື່ອ ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ​ໃຫ້​ໝັ້ນຄົງ.

15 ເພາະວ່າ ພວກເຮົາ​ບໍ່ໄດ້​ມີ​ມະຫາ​ປະໂຣຫິດ ທີ່​ບໍ່​ສາມາດ​ຈະ​ເຫັນໃຈ​ໃນ​ຄວາມ​ອ່ອນແອ​ຂອງ​ພວກເຮົາ, ແຕ່​ມີ​ຕົນ​ໜຶ່ງ​ທີ່​ຊົງ​ຖືກ​ທົດລອງ​ເໝືອນ​ຢ່າງ​ເຮົາ​ທຸກປະການ, ເຖິງ​ປານ​ນັ້ນ ພຣະອົງ​ກໍ​ຍັງ​ບໍ່ມີ​ບາບ.

16 ດ້ວຍເຫດນັ້ນ ຈົ່ງ​ໃຫ້​ເຮົາ​ທັງຫລາຍ​ມີ​ໃຈ​ກ້າ​ເຂົ້າ​ໄປ​ເຖິງ​ພຣະ​ທີ່​ນັ່ງ​ແຫ່ງ​ພຣະຄຸນ ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະ​ເມດຕາ ແລະ​ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ເຮົາ​ໃນ​ເວລາ​ທີ່​ຕ້ອງການ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan