ເຮັບເຣີ 3 - ພຣະຄຳພີສັກສິອົງພຣະເຢຊູເຈົ້າຍິ່ງໃຫຍ່ກວ່າໂມເຊ 1 ດັ່ງນັ້ນ ພີ່ນ້ອງຊາຍຍິງຜູ້ບໍຣິສຸດທັງຫລາຍ ທີ່ພຣະເຈົ້າເອີ້ນມາດ້ວຍກັນກັບເຮົາເອີຍ ຈົ່ງພິຈາລະນາເບິ່ງອັກຄະສາວົກ ແລະມະຫາປະໂຣຫິດແຫ່ງຄວາມເຊື່ອຂອງພວກເຮົາ ຄືພຣະເຢຊູເຈົ້າ. 2 ພຣະອົງສັດຊື່ຕໍ່ພຣະເຈົ້າ ຜູ້ຊົງແຕ່ງຕັ້ງພຣະອົງໄວ້ໃຫ້ດຳເນີນພາລະກິດນີ້ ເໝືອນດັ່ງທີ່ໂມເຊໄດ້ສັດຊື່ຕໍ່ພາລະກິດຂອງຕົນ ໃນຄົວວິຫານຂອງພຣະເຈົ້າ. 3 ເພາະພຣະອົງສົມຄວນຢູ່ແລ້ວທີ່ໄດ້ຮັບສະຫງ່າຣາສີຫລາຍກວ່າໂມເຊ ເໝືອນດັ່ງກົກເຄົ້າຂອງວົງຕະກຸນ ທີ່ມີກຽດຫລາຍກວ່າວົງຕະກຸນ. 4 ດ້ວຍວ່າ, ທຸກວົງຕະກຸນກໍມີກົກເຄົ້າ ແຕ່ຜູ້ຊົງເປັນກົກເຄົ້າຂອງສັບພະສິ່ງທັງປວງນັ້ນແມ່ນພຣະເຈົ້າ. 5 ໃນວົງສາຄະນາຍາດທັງໝົດອັນເປັນຄົວວິຫານຂອງພຣະເຈົ້ານັ້ນ ໂມເຊໄດ້ສັດຊື່ໃນຖານະເປັນຄົນຮັບໃຊ້ ເພື່ອເປັນພະຍານເຖິງເລື່ອງຕ່າງໆ ຊຶ່ງພຣະເຈົ້າຈະຊົງກ່າວຕໍ່ໄປພາຍໜ້າ. 6 ແຕ່ຝ່າຍພຣະຄຣິດຊົງສັດຊື່ ໃນຖານະເປັນພຣະບຸດຢູ່ເໜືອວົງສາຄະນາຍາດ ອັນເປັນຄົວເຮືອນຂອງພຣະເຈົ້າ ແລະເຮົາທັງຫລາຍກໍເປັນຄົວເຮືອນຂອງພຣະອົງ ຖ້າເຮົາຫາກຢຶດໝັ້ນໃນຄວາມໄວ້ວາງໃຈ ແລະຄວາມພາກພູມໃຈໃນຄວາມຫວັງນັ້ນໄວ້ໃຫ້ໝັ້ນຄົງຈົນເຖິງທີ່ສຸດ. ການພັກຜ່ອນສຳລັບໄພ່ພົນຂອງພຣະເຈົ້າ 7 ດ້ວຍເຫດນັ້ນ ຈຶ່ງເປັນໄປຕາມທີ່ພຣະວິນຍານບໍຣິສຸດເຈົ້າຊົງກ່າວໄວ້ວ່າ, “ວັນນີ້ຖ້າເຈົ້າທັງຫລາຍ ໄດ້ຍິນພຣະສຸຣະສຽງຂອງພຣະອົງ 8 ກໍຢ່າໃຫ້ໃຈຂອງພວກເຈົ້າແຂງກະດ້າງໄປ ເໝືອນດັ່ງບັນພະບຸລຸດຂອງພວກເຈົ້າ ຄືເມື່ອພວກເຂົາໄດ້ກະບົດຕໍ່ພຣະເຈົ້າ ໃນວັນທີ່ພວກເຂົາທົດລອງພຣະອົງ ໃນຖິ່ນແຫ້ງແລ້ງກັນດານ. 9 ໃນບ່ອນນັ້ນພວກເຂົາ ໄດ້ທົດລອງພິສູດເຮົາ ເຖິງແມ່ນວ່າພວກເຂົາໄດ້ເຫັນສິ່ງທີ່ເຮົາ ໄດ້ກະທຳຕະຫລອດສີ່ສິບປີ ແລ້ວນັ້ນກໍຕາມ. 10 ເພາະສະນັ້ນ ເຮົາຈຶ່ງໂກດຮ້າຍ ກັບຄົນສະໄໝນັ້ນ ແລະເວົ້າວ່າ, ‘ໃຈຂອງພວກເຂົາມັກຫລົງຜິດຢູ່ສະເໝີ ແລະພວກເຂົາບໍ່ຮູ້ຈັກຫົນທາງຂອງເຮົາ.’ 11 ເຮົາຈຶ່ງໄດ້ໂກດຮ້າຍພວກເຂົາ ແລະໄດ້ສາບານຢ່າງໜັກແໜ້ນໄວ້ວ່າ, ພວກເຂົາຈະບໍ່ໄດ້ເຂົ້າໄປໃນດິນແດນນັ້ນຈັກເທື່ອ ຄືບ່ອນທີ່ເຮົາຈະໃຫ້ພວກເຂົາໄດ້ພັກຜ່ອນ.” 12 ພີ່ນ້ອງຄົນທີ່ເຊື່ອຂອງເຮົາເອີຍ, ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຜູ້ໜຶ່ງໃນພວກເຈົ້າ ມີຈິດໃຈຊົ່ວຊ້າແລະບໍ່ເຊື່ອຟັງ ຊຶ່ງຈະເຮັດໃຫ້ຕົນຫັນໜີຈາກພຣະເຈົ້າ ອົງຊົງພຣະຊົນຢູ່. 13 ແຕ່ຈົ່ງຊ່ວຍກັນແລະກັນທຸກໆວັນ ຕາບໃດທີ່ຍັງໃຊ້ຄຳວ່າ, “ວັນນີ້” ເພື່ອບໍ່ໃຫ້ມີຜູ້ໃດໃນພວກເຈົ້າ ຖືກບາບລໍ້ລວງໃຫ້ມີຈິດໃຈດື້ດ້ານບໍ່ເຊື່ອຟັງ. 14 ດ້ວຍວ່າ, ພວກເຮົາທຸກຄົນເປັນຜູ້ຮ່ວມງານກັບພຣະຄຣິດ ຖ້າພວກເຮົາຢຶດຖືຄວາມໄວ້ວາງໃຈ ທີ່ພວກເຮົາໄດ້ມີໃນຕອນຕົ້ນນັ້ນ ໄວ້ໝັ້ນຄົງຈົນເຖິງທີ່ສຸດ. 15 ດັ່ງທີ່ມີກ່າວໄວ້ໃນພຣະຄຳພີວ່າ, “ວັນນີ້ ຖ້າເຈົ້າທັງຫລາຍຫາກ ໄດ້ຍິນພຣະສຸຣະສຽງຂອງພຣະອົງ ກໍຢ່າໃຫ້ໃຈຂອງພວກເຈົ້າແຂງກະດ້າງໄປ ເໝືອນບັນພະບຸລຸດຂອງພວກເຈົ້າ ທີ່ໄດ້ກະບົດ.” 16 ດັ່ງນັ້ນ ແມ່ນຜູ້ໃດໜໍ ທີ່ໄດ້ຍິນພຣະສຸຣະສຽງຂອງພຣະເຈົ້າແລ້ວ ແຕ່ຍັງກະບົດ ບໍ່ແມ່ນທຸກຄົນທີ່ໂມເຊນຳອອກມາຈາກປະເທດເອຢິບນັ້ນຫລື? 17 ແລະແມ່ນຜູ້ໃດໜໍ ທີ່ພຣະເຈົ້າໄດ້ໂກດຮ້າຍຕະຫລອດສີ່ສິບປີ ບໍ່ແມ່ນຄົນເຫຼົ່ານັ້ນທີ່ໄດ້ເຮັດຜິດບາບ ແລະຊາກສົບຂອງພວກເຂົາຖືກປະຖິ້ມໃນຖິ່ນແຫ້ງແລ້ງກັນດານນັ້ນຫລື? 18 ແມ່ນຜູ້ໃດໜໍ ທີ່ພຣະອົງໄດ້ຊົງສາບານຕົວວ່າ ພວກເຂົາຈະບໍ່ໄດ້ເຂົ້າຮ່ວມບ່ອນພັກເຊົາຂອງພຣະອົງຈັກເທື່ອ ກໍແມ່ນຄົນທີ່ບໍ່ເຊື່ອຟັງເຫຼົ່ານັ້ນ ບໍ່ແມ່ນຫລື? 19 ດັ່ງນັ້ນ ພວກເຮົາຈຶ່ງເຫັນວ່າພວກເຂົາຈະເຂົ້າໄປໃນດິນແດນນັ້ນບໍ່ໄດ້ ຍ້ອນຄວາມບໍ່ເຊື່ອຟັງຂອງພວກເຂົາ. |
@ 2012 United Bible Societies. All Rights Reserved.