Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 2 - ພຣະຄຳພີສັກສິ


ຄວາມ​ພົ້ນ​ອັນ​ໃຫຍ່ຫລວງ

1 ເພາະສະນັ້ນ ພວກເຮົາ​ຈຶ່ງ​ຕ້ອງ​ໃຫ້​ຄວາມ​ສົນໃຈ​ຫລາຍ​ຍິ່ງ​ຂຶ້ນ​ໃນ​ຂໍ້​ຄວາມຈິງ ຊຶ່ງ​ພວກເຮົາ​ໄດ້ຍິນ​ໄດ້​ຟັງ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຖືກ​ລໍ້ລວງ​ໃຫ້​ຫລົງ​ເສຍ​ໄປ.

2 ດ້ວຍວ່າ, ຖ້ອຍຄຳ ຊຶ່ງ​ບັນດາ​ເທວະດາ​ໄດ້​ກ່າວ​ມາ​ນັ້ນ ເປັນ​ຄວາມຈິງ ແລະ​ຜູ້ໃດ​ທີ່​ບໍ່​ເຊື່ອຟັງ​ແລະ​ບໍ່​ປະຕິບັດ​ຕາມ ກໍໄດ້​ຮັບ​ໂທດ​ຕາມ​ຄວາມ​ຍຸດຕິທຳ​ແລ້ວ.

3 ດັ່ງນັ້ນ ຖ້າ​ພວກເຮົາ​ລະເລີຍ​ຕໍ່​ຄວາມ​ພົ້ນ​ອັນ​ໃຫຍ່ຫລວງ​ເຊັ່ນນີ້ ພວກເຮົາ​ຈະ​ຫລົບ​ໜີ​ຈາກ​ການ​ລົງໂທດ​ໄດ້​ຢ່າງ​ໃດ? ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ປະກາດ​ຄວາມ​ພົ້ນ​ນັ້ນ​ໃນ​ເວລາ​ທຳອິດ ແລະ​ພວກ​ທີ່​ໄດ້ຍິນ​ກໍ​ຢືນຢັນ​ແກ່​ພວກເຮົາ​ວ່າ​ເປັນ​ຄວາມຈິງ.

4 ພຣະເຈົ້າ​ກໍ​ຍັງ​ຊົງ​ເປັນ​ພະຍານ​ຮ່ວມ​ກັນ​ກັບ​ພວກເຂົາ ໂດຍ​ຊົງ​ສຳແດງ​ໝາຍສຳຄັນ, ການ​ອັດສະຈັນ, ການ​ອິດທິຣິດ​ຕ່າງໆ ແລະ​ໂດຍ​ຂອງ​ປະທານ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ຊົງ​ປະທານ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.


ຜູ້ນຳ​ມະນຸດ​ໄປ​ສູ່​ຄວາມ​ພົ້ນ

5 ພຣະເຈົ້າ​ບໍ່ໄດ້​ຕັ້ງ​ຝູງ​ເທວະດາ ໃຫ້​ເປັນ​ຜູ້​ປົກຄອງ​ເໜືອ​ໂລກ​ໜ້າ​ທີ່​ຈະ​ມີ​ມາ ຄື​ໂລກ​ໃໝ່ ຊຶ່ງ​ເຮົາ​ກຳລັງ​ກ່າວ​ເຖິງ​ນັ້ນ.

6 ແຕ່​ໃນ​ບາງ​ບ່ອນ ມີ​ຄົນ​ກ່າວ​ເປັນ​ພະຍານ​ວ່າ, “ມະນຸດ​ສຳຄັນ​ຫຍັງ​ໜໍ ທີ່​ພຣະອົງ​ຈະ​ຕ້ອງ​ຄິດເຖິງ​ເຂົາ ຫລື​ວ່າ​ພຣະອົງ​ຕ້ອງ​ເປັນຫ່ວງ​ເປັນໃຍ​ ມະນຸດ​ທີ່​ຕາຍ​ເປັນ​ບໍ?

7 ພຣະອົງ​ຊົງ​ເຮັດ​ໃຫ້​ມະນຸດ​ຕໍ່າ​ກວ່າ ເທວະດາ​ພຽງ​ໜ້ອຍ​ໜຶ່ງ​ເທົ່ານັ້ນ ຊົງ​ເອົາ​ສະຫງ່າຣາສີ ແລະ​ກຽດຕິຍົດ​ເປັນ​ມົງກຸດ​ໃຫ້

8 ໄດ້​ຊົງ​ປາບ​ສິ່ງ​ທັງປວງ ໃຫ້​ຢູ່​ພາຍໃຕ້​ຕີນ​ຂອງ​ເພິ່ນ.” ໃນ​ການ​ທີ່​ພຣະອົງ​ໄດ້​ຊົງ​ມອບ​ສິ່ງ​ທັງປວງ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ນັ້ນ ບໍ່ມີ​ສິ່ງໃດ​ທີ່​ຊົງ​ປະ​ໄວ້ ນອກ​ເໜືອ​ຈາກ​ອຳນາດ​ຂອງ​ເພິ່ນ ແຕ່​ບັດນີ້ ພວກເຮົາ​ຍັງ​ບໍ່​ເຫັນ​ວ່າ​ສິ່ງ​ທັງປວງ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ.

9 ແຕ່​ພວກເຮົາ​ກໍ​ເຫັນ​ພຣະເຢຊູເຈົ້າ ຜູ້​ທີ່​ຖືກ​ເຮັດ​ໃຫ້​ຕໍ່າ​ກວ່າ​ເທວະດາ​ພຽງ​ຊົ່ວຄາວ​ນັ້ນ ຊົງ​ໄດ້​ຮັບ​ພຣະ​ສະຫງ່າຣາສີ ແລະ​ພຣະ​ກຽດຕິຍົດ​ເປັນ​ມົງກຸດ ເພາະ​ທີ່​ພຣະອົງ​ຊົງ​ຍອມ​ຕາຍ​ດ້ວຍ​ຄວາມ​ທໍລະມານ ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈຶ່ງ​ໄດ້​ຊົງ​ຊີມ​ຣົດ​ຄວາມ​ຕາຍ​ແທນ​ມະນຸດ​ທຸກຄົນ.

10 ດ້ວຍວ່າ, ໃນ​ການ​ທີ່​ພຣະເຈົ້າ​ຈະ​ຊົງ​ພາ​ບຸດ​ຫລວງຫລາຍ​ໄປ​ສູ່​ສະຫງ່າຣາສີ​ນັ້ນ ກໍ​ເປັນ​ການ​ເໝາະສົມ​ຢູ່​ແລ້ວ ທີ່​ພຣະເຈົ້າ ຜູ້​ຊຶ່ງ​ທຸກສິ່ງ​ດຳລົງ​ຢູ່​ໂດຍ​ພຣະອົງ ແລະ​ເພື່ອ​ພຣະອົງ ຈະ​ຊົງ​ໃຫ້​ຜູ້ນຳ​ທາງ​ຄວາມ​ລອດພົ້ນ​ໃຫ້​ເຂົາ​ເຫຼົ່ານັ້ນ ໃຫ້​ເຖິງ​ທີ່​ສຳເລັດ​ໂດຍ​ການ​ທົນທຸກ​ທໍລະມານ.

11 ເພາະວ່າ​ພຣະອົງ​ຜູ້​ຊົງ​ຊຳລະ​ມະນຸດ​ໃຫ້​ບໍຣິສຸດ​ຈາກ​ບາບກຳ​ຂອງ​ພວກເຂົາ ແລະ​ພວກ​ທີ່​ໄດ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ນັ້ນ ກໍ​ມີ​ມາ​ຈາກ​ພຣະບິດາເຈົ້າ​ອົງ​ດຽວກັນ. ເພາະສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ລະອາຍ​ທີ່​ຈະ​ເອີ້ນ​ຄົນ​ເຫຼົ່ານັ້ນ​ວ່າ ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພຣະອົງ.

12 ໂດຍ​ພຣະອົງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ປະກາດ​ພຣະນາມ ຂອງ​ພຣະອົງ​ແກ່​ອ້າຍ​ເອື້ອຍ​ນ້ອງ​ຂອງເຮົາ ເຮົາ​ຈະ​ຮ້ອງເພງ​ສັນລະເສີນ​ພຣະອົງ ໃນ​ທ່າມກາງ​ຊຸມຊົນ.”

13 ພຣະອົງ​ຍັງ​ຊົງ​ກ່າວ​ວ່າ, “ຂ້ານ້ອຍ​ຈະ​ມອບ​ຄວາມ​ໄວ້ວາງໃຈ​ໃນ​ພຣະເຈົ້າ” ແລະ​ພຣະອົງ​ຍັງ​ກ່າວ​ອີກ​ວ່າ, “ຂ້ານ້ອຍ​ຢູ່​ທີ່​ນີ້​ພ້ອມ​ກັບ​ບຸດ​ທັງຫລາຍ ທີ່​ພຣະເຈົ້າ​ຊົງ​ມອບ​ໃຫ້​ຂ້ານ້ອຍ.”

14 ເຫດສະນັ້ນ ເມື່ອ​ພວກ​ລູກ​ໄດ້​ຮ່ວມ​ໃນ​ເລືອດເນື້ອ​ອັນ​ດຽວກັນ ຝ່າຍ​ພຣະອົງ​ຈຶ່ງ​ໄດ້​ຊົງ​ຮ່ວມ​ໃນ​ຊາດ​ມະນຸດ​ເໝືອນກັນ ເພື່ອ​ໂດຍ​ທາງ​ຄວາມ​ຕາຍ​ນັ້ນ ພຣະອົງ​ຈະ​ໄດ້​ຊົງ​ທຳລາຍ​ຜູ້​ທີ່​ມີ​ອຳນາດ​ແຫ່ງ​ຄວາມ​ຕາຍ ຄື​ມານຮ້າຍ,

15 ແລະ​ຈະ​ໄດ້​ຊົງ​ປ່ອຍ​ຄົນ​ທັງປວງ ທີ່​ເປັນ​ທາດ​ຂອງ​ຄວາມ​ຢ້ານ​ຕາຍ​ຕະຫລອດ​ຊີວິດ​ນັ້ນ​ໃຫ້​ລອດພົ້ນ.

16 ເປັນ​ສິ່ງ​ຈະແຈ້ງ​ວ່າ ພຣະອົງ​ບໍ່ໄດ້​ຊົງ​ເປັນຫ່ວງ​ນຳ​ຝູງ​ເທວະດາ ແຕ່​ພຣະອົງ​ໄດ້​ເປັນຫ່ວງ​ນຳ​ເຊື້ອສາຍ​ຂອງ​ອັບຣາຮາມ.

17 ເຫດສະນັ້ນ ພຣະອົງ​ຈຶ່ງ​ຕ້ອງ​ໄດ້​ກາຍເປັນ​ເໝືອນ​ດັ່ງ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ໃນ​ທຸກຢ່າງ, ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ເປັນ​ມະຫາ​ປະໂຣຫິດ ຜູ້​ປະກອບ​ດ້ວຍ​ຄວາມ​ສັດຊື່​ແລະ​ມີ​ໃຈ​ເມດຕາ ໃນ​ການ​ບົວລະບັດ​ຮັບໃຊ້​ພຣະເຈົ້າ ເພື່ອ​ນຳ​ເຄື່ອງ​ບູຊາ​ໄປ​ຖວາຍ​ແທນ​ບາບກຳ​ຂອງ​ປະຊາຊົນ.

18 ເພາະວ່າ ພຣະອົງ​ເອງ​ໄດ້​ຖືກ​ທົດລອງ ແລະ​ຖືກ​ທົນທຸກ​ທໍລະມານ​ມາ​ກ່ອນ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຊ່ວຍ​ຜູ້​ທີ່​ຖືກ​ທົດລອງ​ນັ້ນ​ໄດ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan