ເຮັບເຣີ 12 - ພຣະຄຳພີສັກສິເຫດທີ່ອົງພຣະຜູ້ເປັນເຈົ້າຊົງຕີສອນ 1 ດ້ວຍເຫດນັ້ນ ເມື່ອເຮົາທັງຫລາຍມີຝູງພະຍານຫລວງຫລາຍຢູ່ຮອບຂ້າງຢ່າງນີ້ແລ້ວ ພວກເຮົາຈົ່ງຊັດຖິ້ມທຸກຢ່າງທີ່ຖ່ວງຢູ່ ແລະຜິດບາບທີ່ຕິດແໜ້ນໂດຍງ່າຍ, ສ່ວນການແລ່ນແຂ່ງທີ່ກຳນົດໄວ້ຕໍ່ໜ້າພວກເຮົານັ້ນ, ຈົ່ງພາກັນແລ່ນດ້ວຍຄວາມພຽນພະຍາຍາມ. 2 ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ. 3 ຈົ່ງພິຈາລະນາຄິດເຖິງພຣະອົງ ຜູ້ຊົງໄດ້ອົດທົນຕໍ່ການຂັດຂວາງຂອງຄົນບາບທີ່ຕໍ່ສູ້ພຣະອົງ ເພື່ອເຈົ້າທັງຫລາຍຈະບໍ່ໝົດກຳລັງໃຈ. 4 ໃນການຕໍ່ສູ້ກັບບາບນັ້ນ ເຈົ້າທັງຫລາຍບໍ່ໄດ້ຕໍ່ສູ້ເຖິງຂະໜາດເລືອດຕົກ. 5 ແລະພວກເຈົ້າໄດ້ລືມຄຳເຕືອນ ທີ່ພຣະອົງໄດ້ຊົງເຕືອນໃນຖານະທີ່ເປັນລູກວ່າ, “ລູກຂອງເຮົາເອີຍ ຢ່າປະໝາດຕໍ່ການຕີສອນ ຂອງອົງພຣະຜູ້ເປັນເຈົ້າ ແລະຢ່ານ້ອຍໃຈເມື່ອພຣະອົງ ຊົງຕິຕຽນເຈົ້າ. 6 ເພາະວ່າອົງພຣະຜູ້ເປັນເຈົ້າຊົງຕີສອນ ຜູ້ທີ່ພຣະອົງຊົງຮັກ ແລະເມື່ອພຣະອົງຊົງຮັບຜູ້ໃດເປັນລູກ ພຣະອົງກໍຊົງຂ້ຽນສອນຜູ້ນັ້ນ.” 7 ເຈົ້າທັງຫລາຍຈົ່ງຮັບແລະທົນເອົາເທາະ ເພາະເປັນການຕີສອນ. ພຣະເຈົ້າຊົງປະຕິບັດຕໍ່ພວກເຈົ້າໃນຖານະທີ່ພວກເຈົ້າເປັນລູກຂອງພຣະອົງ. ດ້ວຍວ່າ, ມີລູກຄົນໃດແດ່ທີ່ພໍ່ບໍ່ໄດ້ຕີສອນເຂົາ. 8 ແຕ່ຖ້າເຈົ້າທັງຫລາຍບໍ່ໄດ້ຖືກຕີສອນ ຊຶ່ງລູກທຸກຄົນຕ້ອງຖືກນັ້ນ ພວກເຈົ້າກໍເປັນລູກທາງ ບໍ່ເປັນລູກແທ້. 9 ອີກປະການໜຶ່ງ ເຮົາທັງຫລາຍມີພໍ່ເປັນມະນຸດທີ່ໄດ້ຕີສອນພວກເຮົາ ແລະພວກເຮົາກໍນັບຖືພໍ່ນັ້ນ. ຫລາຍກວ່ານັ້ນອີກ ພວກເຮົາຄວນຢູ່ໃຕ້ບັງຄັບຂອງພຣະບິດາເຈົ້າແຫ່ງບັນດາວິນຍານຈິດ ແລະມີຊີວິດບໍ່ແມ່ນບໍ? 10 ຝ່າຍພໍ່ເຫຼົ່ານັ້ນ ໄດ້ຕີສອນພວກເຮົາໃນຊົ່ວເວລາເລັກນ້ອຍ ຕາມຄວາມເຫັນດີຂອງເຂົາເທົ່ານັ້ນ, ແຕ່ພຣະອົງຊົງຕີສອນພວກເຮົາ ເພື່ອປະໂຫຍດຂອງພວກເຮົາ ເພື່ອໃຫ້ພວກເຮົາໄດ້ເຂົ້າສ່ວນໃນສະພາບຄວາມບໍຣິສຸດຂອງພຣະອົງ. 11 ໃນຂະນະທີ່ມີການຕີສອນນັ້ນ ບໍ່ເປັນໜ້າຊື່ນໃຈເລີຍ ມີແຕ່ເລື່ອງເສົ້າໃຈ, ແຕ່ຕໍ່ມາພາຍຫລັງຈະກໍ່ໃຫ້ເກີດຜົນ ຄືຄວາມສຸກສຳລານແລະຄວາມຊອບທຳ ແກ່ບັນດາຄົນທີ່ຖືກແອບສອນແລ້ວນັ້ນ. ຄຳເຕືອນ ແລະ ຄຳແນະນຳ 12 ດ້ວຍເຫດນັ້ນ ຈົ່ງຍົກມືທີ່ອ່ອນເພຍເປ້ຍລ່ອຍ ແລະຫົວເຂົ່າທີ່ອ່ອນກຳລັງຂອງພວກເຈົ້າ ຈົ່ງໃຫ້ມີກຳລັງຂຶ້ນ 13 ຈົ່ງກ້າວໄປຕາມເສັ້ນທາງອັນຖືກຕ້ອງ ເພື່ອວ່າຕີນທີ່ພິການນັ້ນ ຈະບໍ່ພິກໂບກ ແຕ່ຈະດີເປັນປົກກະຕິ. 14 ຈົ່ງພະຍາຍາມທີ່ຈະຢູ່ກັບທຸກຄົນຢ່າງສະຫງົບສຸກ ແລະຈົ່ງພະຍາຍາມທີ່ຈະມີໃຈບໍຣິສຸດ ເພາະຖ້າໃຈບໍ່ບໍຣິສຸດ ກໍຈະບໍ່ມີຜູ້ໃດໄດ້ເຫັນອົງພຣະຜູ້ເປັນເຈົ້າ. 15 ຈົ່ງລະວັງໃຫ້ດີ ຢ້ານວ່າຈະມີຜູ້ຫັນໜີຈາກພຣະຄຸນຂອງພຣະເຈົ້າ, ຢ້ານວ່າຈະມີຮາກອັນຂົມຂື່ນງອກຂຶ້ນມາ ແລະສ້າງຄວາມເດືອດຮ້ອນຫຍຸ້ງຍາກ ຈຶ່ງຈະເປັນເຫດໃຫ້ຫລາຍຄົນຊົ່ວມົວໝອງໄປ. 16 ຢ່າໃຫ້ຜູ້ໃດຜູ້ໜຶ່ງກາຍເປັນຄົນຜິດສິນທຳ ຫລືປະໝາດຕໍ່ສິ່ງສັກສິດເໝືອນເອຊາວ ຜູ້ທີ່ໄດ້ຂາຍສິດທິການເປັນອ້າຍກົກຂອງຕົນ ເພື່ອແລກກິນອາຫານພຽງຄາບດຽວ. 17 ພວກເຈົ້າກໍຮູ້ແລ້ວວ່າ ພາຍລຸນມາ ເມື່ອເອຊາວຢາກໄດ້ຮັບພອນນັ້ນເປັນມໍຣະດົກ ລາວກໍໄດ້ຮັບແຕ່ຄຳປະຕິເສດ. ເຖິງແມ່ນວ່າ ລາວສະແຫວງຫາດ້ວຍນໍ້າຕາໄຫລກໍຕາມ ກໍບໍ່ມີທາງແກ້ໄຂໄດ້ເລີຍ. 18 ເຈົ້າທັງຫລາຍບໍ່ໄດ້ມາເຖິງສິ່ງທີ່ຈັບໄດ້ ເຖິງໄຟທີ່ໄໝ້ຢູ່ ເຖິງທີ່ມືດດຳແລະມືດມົວ ແລະເຖິງທີ່ລົມພະຍຸ, 19 ເຖິງສຽງແກແລະເຖິງພຣະສຸຣະສຽງ ຊຶ່ງຄົນທັງຫລາຍເມື່ອໄດ້ຍິນແລ້ວ ໄດ້ອ້ອນວອນຂໍບໍ່ໃຫ້ຊົງກ່າວຈັກຄຳຕໍ່ພວກເຂົາອີກ. 20 ເພາະວ່າ ຂໍ້ຄວາມທີ່ຊົງບັນຍັດໄວ້ນັ້ນ ພວກເຂົາທົນບໍ່ໄດ້ ຄືວ່າ, “ແມ່ນແຕ່ສັດເດຍລະສານໂຕໃດໂຕໜຶ່ງ ຖ້າຫາກໄປຕ້ອງພູນັ້ນ ກໍຈະຕ້ອງຖືກຄວ່າງກ້ອນຫີນໃສ່ໃຫ້ຕາຍ.” 21 ສິ່ງທີ່ປາກົດນັ້ນ ກໍເປັນໜ້າຢ້ານຫລາຍປານນັ້ນ ຈົນໂມເຊໄດ້ກ່າວວ່າ, “ຂ້າພະເຈົ້າຢ້ານເຕັມທີຈົນຕົວສັ່ນ.” 22 ແຕ່ເຈົ້າທັງຫລາຍໄດ້ມາເຖິງພູເຂົາຊີໂອນ, ມາເຖິງນະຄອນຂອງພຣະເຈົ້າ ຜູ້ຊົງພຣະຊົນຢູ່ ຄືນະຄອນເຢຣູຊາເລັມແຫ່ງສະຫວັນ, ມາເຖິງຝູງເທວະດານັບເປັນຈຳນວນໝື່ນໆ ທີ່ຊຸມນຸມກັນເປັນງານມ່ວນຊື່ນ, 23 ໄດ້ມາເຖິງທີ່ຊຸມນຸມກັນຂອງບັນດາລູກກົກ ຜູ້ທີ່ມີຄວາມຊົມຊື່ນຍິນດີ ຊຶ່ງຊື່ຂອງພວກເຂົາໄດ້ບັນທຶກໄວ້ໃນສະຫວັນແລ້ວ, ໄດ້ມາເຖິງພຣະເຈົ້າຜູ້ພິພາກສາມະນຸດທຸກຄົນ ແລະມາເຖິງຈິດວິນຍານຂອງບັນດາຄົນຊອບທຳ ຜູ້ເຖິງທີ່ສຳເລັດແລ້ວ. 24 ມາເຖິງພຣະເຢຊູເຈົ້າ ຜູ້ຊົງເປັນຜູ້ກາງຝ່າຍພັນທະສັນຍາໃໝ່ ແລະມາເຖິງພຣະໂລຫິດຊຶ່ງຊິດໃສ່ແລ້ວ ທີ່ມີສຽງຮ້ອງອັນດີກວ່າເລືອດຂອງອາເບັນອີກ. 25 ຈົ່ງລະວັງໃຫ້ດີ ຢ່າປະຕິເສດບໍ່ຍອມຟັງພຣະອົງຜູ້ຊົງກ່າວຢູ່ນັ້ນ ເພາະຖ້າຄົນທັງຫລາຍທີ່ປະຕິເສດ ບໍ່ຍອມຟັງຄຳເຕືອນຂອງພຣະອົງໃນໂລກນີ້ ເຂົາກໍບໍ່ມີທາງພົ້ນໂທດທີ່ເຂົາປະຕິເສດນັ້ນ ພວກເຮົາຜູ້ອວ່າຍໜ້າຈາກພຣະອົງ ຜູ້ຊົງເຕືອນຈາກສະຫວັນ ກໍຈະບໍ່ພົ້ນໂທດຫລາຍກວ່າເຂົາເຫຼົ່ານັ້ນເສຍອີກ. 26 ແມ່ນພຣະສຸຣະສຽງຂອງພຣະອົງນີ້ ທີ່ໄດ້ບັນດານໃຫ້ແຜ່ນດິນຫວັ່ນໄຫວໃນຄາວນັ້ນ. ແຕ່ບັດນີ້ ພຣະອົງຊົງກ່າວສັນຍາໄວ້ວ່າ, “ຍັງອີກເທື່ອໜຶ່ງ ເຮົາຈະເຮັດໃຫ້ສະທ້ານຫວັ່ນໄຫວ ບໍ່ແມ່ນແຕ່ແຜ່ນດິນໂລກເທົ່ານັ້ນ, ແຕ່ທັງຟ້າສະຫວັນເໝືອນກັນ.” 27 ຂໍ້ຄວາມທີ່ວ່າ, “ຍັງອີກເທື່ອໜຶ່ງ” ນັ້ນ ສະແດງວ່າສິ່ງທີ່ຫວັ່ນໄຫວນັ້ນ ຈະຖືກຍົກຍ້າຍໄປເສຍ ເໝືອນກັບສິ່ງທີ່ຊົງສ້າງໃຫ້ມີຂຶ້ນ ເພື່ອໃຫ້ສິ່ງທີ່ບໍ່ຫວັ່ນໄຫວຍັງຄົງເຫຼືອຢູ່. 28 ເຫດສະນັ້ນ ເນື່ອງດ້ວຍພວກເຮົາຮັບແຜ່ນດິນທີ່ຫວັ່ນໄຫວບໍ່ໄດ້ແລ້ວ, ກໍໃຫ້ພວກເຮົາໂມທະນາຂອບພຣະຄຸນພຣະເຈົ້າ ເພື່ອພວກເຮົາຈະໄດ້ບົວລະບັດພຣະເຈົ້າ ຕາມນໍ້າພຣະໄທຂອງພຣະອົງ ດ້ວຍຄວາມເຄົາຣົບຢຳເກງ. 29 ເພາະພຣະເຈົ້າຂອງເຮົາທັງຫຼາຍ ຊົງເປັນໄຟທີ່ເຜົາຜານ. |
@ 2012 United Bible Societies. All Rights Reserved.