Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 11 - ພຣະຄຳພີສັກສິ


ເລື່ອງ​ຄວາມເຊື່ອ

1 ອັນ​ໜຶ່ງ​ຄວາມເຊື່ອ​ຄື​ຄວາມ​ແນ່ນອນ​ໃຈ ໃນ​ສິ່ງ​ທີ່​ເຮົາ​ຫວັງ​ໄວ້ ເປັນ​ຄວາມ​ຕາຍ​ໃຈ ເຖິງ​ສິ່ງ​ທີ່​ຍັງ​ບໍ່​ເຫັນ​ກັບ​ຕາ.

2 ເພາະ​ໂດຍ​ຄວາມເຊື່ອ​ແບບ​ນີ້​ເອງ ທີ່​ຄົນ​ໃນ​ສະໄໝ​ບູຮານ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ.

3 ແມ່ນ​ໂດຍ​ຄວາມເຊື່ອ​ແບບ​ນີ້ ພວກເຮົາ​ຈຶ່ງ​ເຂົ້າໃຈ​ວ່າ​ໂລກ​ຈັກກະວານ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະທຳ​ຂອງ​ພຣະເຈົ້າ. ດັ່ງນັ້ນ ສິ່ງ​ທີ່​ຕາ​ເຫັນ​ຢູ່​ກໍ​ເປັນ​ມາ​ຈາກ​ສິ່ງ​ທີ່​ບໍ່​ປາກົດ​ໃຫ້​ເຫັນ.

4 ເພາະ​ອາເບັນ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ບູຊາ​ອັນ​ຖືກຕ້ອງ​ກວ່າ​ເຄື່ອງ​ບູຊາ​ຂອງ​ກາອິນ ມາ​ຖວາຍ​ແດ່​ພຣະເຈົ້າ ຊຶ່ງ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ​ວ່າ ເປັນ​ຄົນ​ຊອບທຳ ພຣະເຈົ້າ​ກໍໄດ້​ຊົງ​ເປັນ​ພະຍານ​ແກ່​ເຄື່ອງຖວາຍ​ຂອງ​ເພິ່ນ. ເຖິງ​ແມ່ນ​ວ່າ​ອາເບັນ​ຕາຍ​ແລ້ວ​ກໍ​ຈິງ ແຕ່​ເພາະ​ມີ​ຄວາມເຊື່ອ​ເພິ່ນ​ຈຶ່ງ​ຍັງ​ເວົ້າ​ຢູ່.

5 ເພາະ​ເອນົກ​ມີ​ຄວາມເຊື່ອ​ແບບ​ນີ້ ພຣະເຈົ້າ​ຈຶ່ງ​ຊົງ​ຮັບ​ເພິ່ນ​ຂຶ້ນ​ໄປ ເພື່ອ​ບໍ່​ໃຫ້​ເພິ່ນ​ພົບ​ກັບ​ຄວາມ​ຕາຍ ແລະ​ບໍ່ມີ​ຜູ້ໃດ​ພົບ​ເຫັນ​ເພິ່ນ ເພາະ​ພຣະເຈົ້າ​ຊົງ​ຮັບ​ເອົາ​ເພິ່ນ​ໄປ​ແລ້ວ. ອັນ​ໜຶ່ງ ກ່ອນ​ທີ່​ຊົງ​ຮັບ​ເອົາ​ເພິ່ນ​ຂຶ້ນ​ໄປ​ນັ້ນ ມີ​ຜູ້​ເປັນ​ພະຍານ​ວ່າ​ເພິ່ນ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.

6 ແຕ່​ຖ້າ​ບໍ່ມີ​ຄວາມເຊື່ອ​ແລ້ວ ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ​ບໍ່ໄດ້. ດ້ວຍວ່າ, ຜູ້​ທີ່​ເຂົ້າ​ມາ​ເຝົ້າ​ພຣະເຈົ້າ​ໄດ້​ນັ້ນ ຕ້ອງ​ເຊື່ອ​ວ່າ​ພຣະອົງ​ຊົງພຣະຊົນ​ຢູ່ ແລະ​ພຣະອົງ​ຊົງ​ເປັນ​ຜູ້​ປະທານ​ລາງວັນ ໃຫ້​ແກ່​ຜູ້​ທີ່​ສະແຫວງ​ຫາ​ພຣະອົງ.

7 ເພາະ​ໂນອາ​ມີ​ຄວາມເຊື່ອ​ແບບ​ນີ້ ພຣະເຈົ້າ​ຈຶ່ງ​ຊົງ​ຕັກເຕືອນ​ໃຫ້​ຮູ້​ເຖິງ​ເຫດການ​ທີ່​ຍັງ​ບໍ່​ປາກົດ ເພິ່ນ​ຈຶ່ງ​ຢຳເກງ​ແລະ​ສ້າງ​ເຮືອ ເພື່ອ​ໃຫ້​ຄອບຄົວ​ຂອງຕົນ​ພົ້ນ​ຈາກ​ຄວາມ​ຕາຍ ດ້ວຍເຫດນີ້ ເພິ່ນ​ຈຶ່ງ​ຕັດສິນ​ລົງໂທດ​ໃສ່​ມະນຸດ​ສະໂລກ ແລະ​ໄດ້​ກາຍເປັນ​ຜູ້​ຮັບ​ມໍຣະດົກ ຄື​ຄວາມ​ຊອບທຳ ຊຶ່ງ​ເກີດ​ມາ​ຈາກ​ຄວາມເຊື່ອ.

8 ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ໃຫ້​ເພິ່ນ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ວ່າ ຈະ​ມອບ​ໃຫ້​ເພິ່ນ ເພິ່ນ​ໄດ້​ເຊື່ອຟັງ ແລະ​ອອກ​ຈາກ​ບ້ານເກີດ​ເມືອງນອນ​ຂອງຕົນ​ໄປ ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ.

9 ເພາະ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ຕົນ​ນັ້ນ ເໝືອນ​ດັ່ງ​ຄົນ​ຕ່າງດ້າວ ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຜ້າເຕັນ​ດ້ວຍ​ກັນ​ກັບ​ອີຊາກ​ແລະ​ຢາໂຄບ ຜູ້​ທີ່​ໄດ້​ຮັບ​ພຣະສັນຍາ​ເປັນ​ມໍຣະດົກ​ອັນ​ດຽວກັນ.

10 ເພິ່ນ​ໄດ້​ລໍຄອຍ​ນະຄອນ​ທີ່​ຕັ້ງ​ຢູ່​ເທິງ​ຮາກຖານ ຊຶ່ງ​ພຣະເຈົ້າ​ຊົງ​ເປັນ​ນາຍຊ່າງ ແລະ​ຊົງ​ເປັນ​ຜູ້​ສ້າງ​ຂຶ້ນ.

11 ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ມີ​ກຳລັງ​ໃຫ້​ບັງເກີດ​ເຊື້ອສາຍ ເມື່ອ​ອາຍຸ​ແກ່​ເກີນ​ແລ້ວ ແລະ​ນາງ​ຊາຣາ​ກໍ​ເປັນ​ໝັນ ແຕ່​ອັບຣາຮາມ​ກໍ​ຖື​ວ່າ ພຣະອົງ​ຜູ້​ຊົງ​ສັນຍາ​ນັ້ນ​ເປັນ​ຜູ້​ສັດຊື່.

12 ເຫດສະນັ້ນ ຈາກ​ຊາຍ​ຄົນ​ດຽວ ຊຶ່ງ​ເກືອບ​ຈະ​ກ່າວ​ໄດ້​ວ່າ ເໝືອນ​ຄົນ​ທີ່​ຕາຍ​ແລ້ວ​ນັ້ນ ກໍ​ມີ​ຜູ້​ສືບ​ເຊື້ອສາຍ​ເກີດ​ມາ​ຢ່າງ​ຫລວງຫລາຍ ເໝືອນ​ດວງດາວ​ໃນ​ທ້ອງຟ້າ ແລະ​ເໝືອນ​ເມັດ​ຊາຍ​ທີ່​ນັບ​ບໍ່​ຖ້ວນ​ຢູ່​ແຄມ​ທະເລ.

13 ສ່ວນ​ຄົນ​ເຫຼົ່ານັ້ນ ໄດ້​ຕາຍໄປ​ໃນ​ຂະນະທີ່​ມີ​ຄວາມເຊື່ອ ໂດຍ​ບໍ່ໄດ້​ຮັບ​ສິ່ງ​ທີ່​ຊົງ​ສັນຍາ​ໄວ້ ແຕ່​ພວກເພິ່ນ​ກໍໄດ້​ເຫັນ​ແລະ​ຕ້ອນຮັບ​ໄວ້​ຕັ້ງແຕ່​ໄກ ແລະ​ຍອມ​ຮັບ​ວ່າ​ພວກເພິ່ນ​ເປັນ​ພຽງແຕ່​ແຂກ​ເມືອງ​ທີ່​ທ່ອງທ່ຽວ​ໄປມາ​ໃນ​ໂລກ.

14 ຄົນ​ທີ່​ກ່າວ​ຢ່າງ​ນີ້ ກໍ​ສະແດງ​ໃຫ້​ເຫັນ​ຄັກ​ແລ້ວ​ວ່າ ພວກເພິ່ນ​ກຳລັງ​ສະແຫວງ​ຫາ​ບ້ານ​ເມືອງ​ຂອງຕົນ.

15 ພວກເພິ່ນ​ບໍ່ໄດ້​ຄິດເຖິງ​ບ້ານ​ເມືອງ​ທີ່​ພວກເພິ່ນ​ຈາກ​ມາ ຖ້າ​ພວກເພິ່ນ​ຍັງ​ຄິດເຖິງ​ຢູ່ ພວກເພິ່ນ​ກໍ​ຄົງ​ມີ​ໂອກາດ​ກັບຄືນ​ເມືອ​ໄດ້.

16 ແຕ່​ພວກເພິ່ນ​ປາຖະໜາ​ຫາ​ເມືອງ​ທີ່​ດີກວ່າ​ນັ້ນ ຄື​ເມືອງ​ສະຫວັນ. ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ບໍ່​ລະອາຍ ເມື່ອ​ພວກເພິ່ນ​ເອີ້ນ​ພຣະອົງ​ວ່າ ເປັນ​ພຣະເຈົ້າ​ຂອງ​ພວກເພິ່ນ ເພາະ​ພຣະອົງ​ໄດ້​ຊົງ​ຈັດຕຽມ​ນະຄອນ​ໜຶ່ງ​ໄວ້​ສຳລັບ​ພວກເພິ່ນ​ແລ້ວ.

17 ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ເພິ່ນ​ຖືກ​ທົດລອງ​ໃຈ ຈຶ່ງ​ໄດ້​ຖວາຍ​ອີຊາກ​ເປັນ​ເຄື່ອງ​ບູຊາ. ເຖິງ​ວ່າ ອັບຣາຮາມ​ໄດ້​ຮັບ​ອີຊາກ​ເປັນ​ລູກ​ແຫ່ງ​ພຣະສັນຍາ​ກໍຕາມ ແຕ່​ເພິ່ນ​ກໍ​ພ້ອມ​ທີ່​ຈະ​ຖວາຍ​ລູກຊາຍ​ຄົນ​ດຽວ​ຂອງ​ເພິ່ນ.

18 ຄື​ລູກ​ທີ່​ມີ​ພຣະສັນຍາ​ກ່າວ​ເຖິງ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ສືບ​ຕໍ່ໄປ​ທາງ​ອີຊາກ.”

19 ອັບຣາຮາມ​ເຊື່ອ​ແນ່​ວ່າ​ພຣະເຈົ້າ​ຊົງ​ຣິດ ສາມາດ​ບັນດານ​ໃຫ້​ອີຊາກ​ເປັນ​ຄືນ​ມາ​ຈາກ​ຕາຍ​ໄດ້ ແລະ​ອັບຣາຮາມ​ກໍໄດ້​ຮັບ​ອີຊາກ​ນັ້ນ ປຽບເໝືອນ​ເປັນ​ຄືນ​ມາ​ຈາກ​ຕາຍ​ແທ້.

20 ເພາະ​ອີຊາກ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ອວຍພອນ​ຢາໂຄບ ແລະ ເອຊາວ ກ່ຽວກັບ​ເຫດການ​ທີ່​ຈະ​ເກີດຂຶ້ນ​ໃນ​ພາຍໜ້າ.

21 ເພາະ​ຢາໂຄບ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ອວຍພອນ​ລູກຊາຍ​ຂອງ​ໂຢເຊັບ ແຕ່ລະຄົນ​ກ່ອນ​ເພິ່ນ​ຈະ​ຕາຍ ເພິ່ນ​ໝູບ​ລົງ​ເໜືອ​ຍອດ​ໄມ້ເທົ້າ​ຂອງຕົນ ແລະ​ນະມັດສະການ​ພຣະເຈົ້າ.

22 ເພາະ​ໂຢເຊັບ​ມີ​ຄວາມເຊື່ອ ເມື່ອ​ໃກ້​ຈະ​ສິ້ນໃຈ​ຕາຍ ຈຶ່ງ​ໄດ້​ກ່າວ​ເຖິງ​ການ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ຂອງ​ພວກ​ອິດສະຣາເອນ ແລະ​ໄດ້​ສັ່ງ​ພວກເພິ່ນ​ວ່າ​ຄວນ​ເຮັດ​ຢ່າງ​ໃດ​ກ່ຽວກັບ​ກະດູກ​ຂອງຕົນ.

23 ເພາະ​ພໍ່​ແມ່​ຂອງ​ໂມເຊ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ເຊື່ອງ​ໂມເຊ​ໄວ້​ເປັນ​ເວລາ​ສາມ​ເດືອນ ເພາະ​ເຫັນ​ວ່າ​ໂມເຊ​ມີ​ຮູບຮ່າງ​ງາມ ແລະ​ພວກເພິ່ນ​ກໍ​ບໍ່​ຢ້ານກົວ​ທີ່​ຈະ​ຝ່າຝືນ​ຄຳສັ່ງ​ຂອງ​ກະສັດ.

24 ເພາະ​ໂມເຊ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ໃຫຍ່​ມາ​ແລ້ວ ເພິ່ນ​ບໍ່​ຍອມ​ໃຫ້​ຜູ້ໃດ​ເອີ້ນ​ຕົນ​ວ່າ ເປັນ​ບຸດ​ຂອງ​ລູກສາວ​ຂອງ​ກະສັດ​ຟາໂຣ.

25 ເພິ່ນ​ເລືອກ​ເອົາ​ການ​ຢູ່​ຮ່ວມ​ທຸກ​ລຳບາກ ກັບ​ພົນລະເມືອງ​ຂອງ​ພຣະເຈົ້າ ແທນ​ຄວາມ​ເພີດເພີນ​ຊົ່ວຄາວ​ໃນ​ຄວາມ​ບາບ.

26 ເພິ່ນ​ຖື​ວ່າ ຄວາມ​ທົນທຸກ ແລະ​ທົນ​ອັບອາຍ​ເພື່ອ​ພຣະຄຣິດ​ນັ້ນ ກໍ​ມີ​ຄ່າ​ກວ່າ​ຊັບສົມບັດ​ທັງໝົດ​ຂອງ​ປະເທດ​ເອຢິບ. ດ້ວຍວ່າ, ເພິ່ນ​ເລັງ​ເຫັນ​ລາງວັນ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ນັ້ນ.

27 ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ອອກ​ຈາກ​ປະເທດ​ເອຢິບ​ໄປ ໂດຍ​ບໍ່​ຢ້ານກົວ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ກະສັດ. ດ້ວຍວ່າ, ເພິ່ນ​ໄດ້​ໝັ້ນໃຈ​ເໝືອນ​ກັບ​ວ່າ ຕົນ​ໄດ້​ເຫັນ​ພຣະເຈົ້າ​ທີ່​ຕາ​ເຫັນ​ບໍ່ໄດ້.

28 ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ຖື​ເທດສະການ​ປັດສະຄາ ແລະ​ພິທີ​ຊິດ​ເລືອດ ເພື່ອ​ວ່າ​ທູດ​ແຫ່ງ​ຄວາມ​ຕາຍ​ຈະ​ບໍ່​ປະຫານ​ຊີວິດ ບັນດາ​ລູກກົກ​ຂອງ​ຊາວ​ອິດສະຣາເອນ.

29 ເພາະ​ຊາວ​ອິດສະຣາເອນ​ມີ​ຄວາມເຊື່ອ​ແບບ​ນີ້ ພວກເພິ່ນ​ຈຶ່ງ​ຍ່າງ​ຂ້າມ​ທະເລແດງ​ເໝືອນ​ກັບ​ວ່າ ຍ່າງ​ເທິງ​ດິນ​ແຫ້ງ, ແຕ່​ເມື່ອ​ຊາວ​ເອຢິບ​ລອງ​ຂ້າມ​ເບິ່ງ ນໍ້າ​ກໍ​ຖ້ວມ​ພວກເຂົາ ແລະ​ຈົມ​ນໍ້າ​ຕາຍ​ໝົດ.

30 ເພາະ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພວກ​ອິດສະຣາເອນ​ໄດ້​ວຽນ​ລ້ອມ​ເມືອງ​ເຢຣີໂກ​ເຖິງ​ເຈັດ​ວັນ ແລ້ວ​ກຳແພງ​ເມືອງ​ນັ້ນ​ຈຶ່ງ​ເພພັງ​ລົງ.

31 ເພາະ​ມີ​ຄວາມເຊື່ອ​ແບບ​ນີ້ ຣາຮາບ​ຍິງໂສເພນີ ຈຶ່ງ​ບໍ່​ຈິບຫາຍ​ໄປ​ພ້ອມ​ກັບ​ຄົນ​ເຫຼົ່ານັ້ນ​ທີ່​ບໍ່​ເຊື່ອຟັງ ເພາະ​ນາງ​ໄດ້​ຕ້ອນຮັບ​ພວກ​ນັກສືບ​ສອດແນມ​ເປັນ​ຢ່າງດີ.

32 ແລະ​ເຮົາ​ຈະ​ກ່າວ​ສິ່ງໃດ​ຕໍ່ໄປ​ອີກ​ແດ່? ເພາະ​ບໍ່ມີ​ເວລາ​ພໍ​ທີ່​ຈະ​ກ່າວ​ເຖິງ​ກີເດໂອນ, ບາຣັກ, ແຊມຊັນ, ເຢັບທາ, ດາວິດ, ຊາມູເອນ ແລະ​ບັນດາ​ຜູ້ທຳນວາຍ​ທັງຫລາຍ.

33 ເພາະ​ຄົນ​ເຫຼົ່ານີ້​ມີ​ຄວາມເຊື່ອ ພວກເພິ່ນ​ຈຶ່ງ​ໄດ້​ໄຊຊະນະ​ທົ່ວ​ທັງ​ດິນແດນ ພວກເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້, ໄດ້​ງັບ​ປາກ​ສິງ,

34 ໄດ້​ມອດ​ໄຟ​ອັນ​ຮ້ອນກ້າ, ໄດ້​ພົ້ນ​ຈາກ​ຄົມ​ດາບ​ຂອງ​ຄູ່​ຕໍ່ສູ້. ເຖິງ​ແມ່ນ​ວ່າ​ພວກເພິ່ນ​ອ່ອນແອ, ແຕ່​ພວກເພິ່ນ​ກໍ​ກັບ​ກາຍເປັນ​ຄົນ​ເຂັ້ມແຂງ, ມີ​ກຳລັງ​ຄວາມ​ສາມາດ​ອົງອາດ​ກ້າຫານ ແລະ​ໄດ້​ຕີ​ບັນດາ​ກອງທັບ​ຂອງ​ຊາວ​ຕ່າງ​ປະເທດ​ໃຫ້​ແຕກ​ໜີໄປ.

35 ພວກ​ແມ່ຍິງ​ກໍໄດ້​ຮັບ​ຄົນ​ທີ່​ຕາຍ​ແລ້ວ​ຂອງ​ພວກເພິ່ນ ຊຶ່ງ​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ມີ​ຊີວິດ​ອີກ. ບາງຄົນ​ກໍໄດ້​ຖືກ​ທໍລະມານ ແຕ່​ກໍ​ບໍ່​ຍອມ​ຮັບ​ການ​ປົດປ່ອຍ ເພື່ອ​ພວກເພິ່ນ​ຈະ​ໄດ້​ຮັບ​ການ​ຄືນ​ມາ​ອັນ​ປະເສີດ​ກວ່າ.

36 ບາງຄົນ​ອີກ ຖືກ​ຫຍໍ້ຫຍັນ​ແລະ​ຖືກ​ຂ້ຽນຕີ ຄົນອື່ນ​ອີກ ຖືກ​ລ່າມໂສ້​ແລະ​ຖືກ​ຄຸມຂັງ​ໃນ​ຄຸກ.

37 ບາງຄົນ​ຖືກ​ແກວ່ງ​ຫີນ​ໃສ່, ຖືກ​ເລື່ອຍ​ເປັນ​ທ່ອນ, ຖືກ​ຂ້າ​ດ້ວຍ​ຄົມ​ດາບ, ໄດ້​ຫົ່ມ​ໜັງ​ແກະ​ແລະ​ໜັງ​ແບ້​ທຽວ​ໄປມາ, ລຳບາກ​ຍາກຈົນ, ຖືກ​ຂົ່ມເຫັງ ແລະ​ທົນທຸກ​ເວດທະນາ​ຫລາຍ​ປະການ.

38 ແຜ່ນດິນ​ໂລກ​ນີ້​ກໍ​ບໍ່​ສົມ​ກັບ​ຄົນ​ເຫຼົ່ານັ້ນ ພວກເພິ່ນ​ໄດ້​ທຽວ​ໄປມາ​ໃນ​ປ່າ​ແລະ​ຕາມ​ພູ ຊ່ອນ​ຕົວ​ໃນ​ຖໍ້າ​ແລະ​ໃນ​ຂຸມ.

39 ຍ້ອນ​ຄວາມເຊື່ອ​ຂອງ​ຄົນ​ເຫຼົ່ານີ້ ຈຶ່ງ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ແຕ່​ພວກເພິ່ນ​ກໍ​ຍັງ​ບໍ່ໄດ້​ຮັບ​ຕາມ​ທີ່​ໄດ້​ຊົງ​ສັນຍາ​ໄວ້​ແລ້ວ​ນັ້ນ,

40 ເພາະ​ພຣະເຈົ້າ​ໄດ້​ຈັດແຈງ​ສິ່ງ​ທີ່​ປະເສີດ​ກວ່າ​ສຳລັບ​ພວກເຮົາ ເພື່ອ​ວ່າ​ນອກຈາກ​ພວກເຮົາ ພວກເພິ່ນ​ຈະ​ບໍ່​ເຖິງ​ທີ່​ສຳເລັດ​ໄດ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan