Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 10 - ພຣະຄຳພີສັກສິ

1 ດ້ວຍວ່າ, ກົດບັນຍັດ​ນັ້ນ ເປັນ​ພຽງແຕ່​ເງົາ ທີ່​ເລັງ​ເຖິງ​ສິ່ງ​ປະເສີດ​ທັງຫລາຍ ທີ່​ຈະ​ມາ​ພາຍໜ້າ​ນັ້ນ ແລະ​ບໍ່ແມ່ນ​ຕົວຈິງ​ຂອງ​ສິ່ງ​ເຫຼົ່ານັ້ນ, ເຄື່ອງ​ບູຊາ​ທີ່​ເຂົາ​ຖວາຍ​ທຸກ​ປີ​ສະເໝີ​ມາ ຕາມ​ກົດບັນຍັດ​ນັ້ນ ບໍ່​ສາມາດ​ເຮັດ​ໃຫ້​ຜູ້​ທີ່​ມາ​ເຂົ້າ​ເຝົ້າ​ພຣະເຈົ້າ​ເຖິງ​ທີ່​ສຳເລັດ​ຄົບຖ້ວນ​ໄດ້​ຈັກເທື່ອ

2 ເພາະ​ຖ້າ​ເປັນ​ໄດ້ ພວກເຂົາ​ຄົງ​ໄດ້​ຢຸດ​ການ​ຖວາຍ​ເຄື່ອງ​ບູຊາ​ແລ້ວ​ບໍ່ແມ່ນ​ບໍ? ຖ້າ​ຜູ້​ນະມັດສະການ​ນັ້ນ ໄດ້​ຮັບ​ການ​ຊຳລະ​ລ້າງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ​ແລ້ວ ຄົນ​ເຫຼົ່ານັ້ນ​ຄົງ​ຈະ​ບໍ່​ຮູ້ສຶກ​ວ່າ​ມີ​ບາບ​ອີກ​ຕໍ່ໄປ.

3 ແຕ່​ການ​ຖວາຍ​ເຄື່ອງ​ບູຊາ​ຕ່າງໆ​ນັ້ນ ເປັນ​ການ​ເຕືອນ​ໃຫ້​ລະນຶກເຖິງ​ຄວາມ​ບາບ​ທຸກໆ​ປີ.

4 ດ້ວຍວ່າ, ເລືອດ​ງົວເຖິກ​ແລະ​ເລືອດ​ແບ້ ບໍ່​ສາມາດ​ຊຳລະ​ຄວາມ​ບາບ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ຈັກເທື່ອ.

5 ເພາະສະນັ້ນ ໃນ​ເວລາ​ທີ່​ພຣະຄຣິດ​ໄດ້​ສະເດັດ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ຊົງ​ກ່າວ​ວ່າ, “ເຄື່ອງ​ບູຊາ​ກັບ​ເຄື່ອງ​ຖວາຍ​ພຣະອົງ​ບໍ່​ປະສົງ ແຕ່​ພຣະອົງ​ຊົງ​ໄດ້​ຈັດຕຽມ​ຮ່າງກາຍ​ໄວ້​ສຳລັບ​ຂ້ານ້ອຍ.

6 ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ ລຶບລ້າງ​ບາບ​ນັ້ນ ພຣະອົງ​ບໍ່​ຊົງ​ພໍພຣະໄທ

7 ເມື່ອນັ້ນ ຂ້ານ້ອຍ​ຈຶ່ງ​ທູນ​ວ່າ, ‘ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ໄດ້​ມາ​ເພື່ອ​ຈະ​ເຮັດ ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ຕາມ​ທີ່​ມີ​ເລື່ອງ​ຂອງ​ຂ້ານ້ອຍ ຂຽນ​ໄວ້​ໃນ​ໜັງສື​ມ້ວນ​ນັ້ນ.”’

8 ເມື່ອ​ພຣະອົງ​ຊົງ​ກ່າວ​ແລ້ວ​ວ່າ, “ເຄື່ອງ​ບູຊາ ແລະ​ເຄື່ອງ​ຖວາຍ” ກັບ “ເຄື່ອງ​ເຜົາບູຊາ​ແລະ​ເຄື່ອງ​ບູຊາ​ລຶບລ້າງ​ບາບ ທີ່​ເຂົາ​ໄດ້​ບູຊາ​ຕາມ​ກົດບັນຍັດ​ນັ້ນ ພຣະອົງ​ບໍ່​ຊົງ​ປະສົງ​ແລະ​ບໍ່​ຊົງ​ພໍພຣະໄທ.”

9 ຕໍ່ມາ​ພຣະອົງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ໄດ້​ມາ ເພື່ອ​ປະຕິບັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.” ພຣະອົງ​ຈຶ່ງ​ຍົກເລີກ​ການ​ຖວາຍບູຊາ​ແບບ​ເດີມ​ນັ້ນ​ເສຍ ແລະ​ໄດ້​ຕັ້ງ​ພຣະຄຣິດ​ເປັນ​ເຄື່ອງ​ບູຊາ​ແທນ.

10 ແລະ​ໂດຍ​ນໍ້າພຣະໄທ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍຣິສຸດ ດ້ວຍ​ການ​ຖວາຍ​ພຣະກາຍ​ຂອງ​ພຣະເຢຊູ​ຄຣິດເຈົ້າ​ເທື່ອ​ດຽວ​ເທົ່ານັ້ນ​ເປັນ​ການ​ສິ້ນສຸດ.

11 ຝ່າຍ​ປະໂຣຫິດ​ທຸກຄົນ ກໍ​ປະຕິບັດ​ໜ້າທີ່​ຂອງຕົນ​ທຸກ​ວັນ ແລະ​ນຳ​ເຄື່ອງ​ບູຊາ​ແບບ​ດຽວກັນ​ມາ​ຖວາຍ​ເລື້ອຍໆ ແຕ່​ເຄື່ອງ​ບູຊາ​ເຫຼົ່ານັ້ນ ບໍ່​ສາມາດ​ຊຳລະ​ບາບກຳ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ຈັກເທື່ອ.

12 ແຕ່​ເມື່ອ​ພຣະຄຣິດ​ໄດ້​ຖວາຍ​ເຄື່ອງ​ບູຊາ​ຄັ້ງ​ດຽວ ເພື່ອ​ຊຳລະ​ລ້າງ​ບາບກຳ​ແລ້ວ ເປັນ​ການ​ຖວາຍ​ຊຶ່ງ​ນຳ​ໃຊ້​ໄດ້​ຕະຫລອດໄປ, ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ​ທີ່​ເບື້ອງ​ຂວາ​ພຣະຫັດ​ຂອງ​ພຣະເຈົ້າ.

13 ພຣະອົງ​ລໍຄອຍ ຈົນເຖິງ​ເວລາ​ທີ່​ພຣະເຈົ້າ​ປາບ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ ໃຫ້​ໝູບ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ.

14 ເພາະ​ດ້ວຍ​ການ​ຖວາຍບູຊາ​ຄັ້ງ​ດຽວ ພຣະອົງ​ໄດ້​ຊົງ​ໂຜດ​ຄົນ​ທັງຫລາຍ ທີ່​ຊົງ​ຊຳລະ​ເປັນ​ບໍຣິສຸດ​ນັ້ນ ໃຫ້​ເຖິງ​ທີ່​ສຳເລັດ​ຊົ່ວ​ນິຣັນດອນ.

15 ຝ່າຍ​ພຣະວິນຍານ​ບໍຣິສຸດເຈົ້າ ກໍ​ເປັນ​ພະຍານ​ໃຫ້​ແກ່​ພວກເຮົາ​ເໝືອນກັນ ເພາະ​ພຣະອົງ​ໄດ້​ຊົງ​ກ່າວ​ໄວ້​ແລ້ວ​ວ່າ,

16 “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, ‘ອັນ​ນີ້​ແມ່ນ​ພັນທະສັນຍາ ທີ່​ເຮົາ​ຈະ​ເຮັດ​ກັບ​ເຂົາ​ເຫຼົ່ານັ້ນ ຄື​ໃນ​ວັນ​ທັງຫລາຍ​ຈະ​ມາ​ເຖິງ​ນັ້ນ ເຮົາ​ຈະ​ເອົາ​ກົດບັນຍັດ​ຂອງເຮົາ ໃສ່​ໄວ້​ໃນ​ຈິດໃຈ​ຂອງ​ພວກເຂົາ ແລະ​ຂຽນ​ຂໍ້ຄວາມ​ໃສ່​ເທິງ ຫົວໃຈ​ຂອງ​ເຂົາເຈົ້າ.”’

17 ພຣະອົງ​ຍັງ​ຊົງ​ກ່າວ​ຕໍ່ໄປ​ວ່າ, “ເຮົາ​ຈະ​ບໍ່​ຈົດຈຳ​ຄວາມ​ບາບ ແລະ​ການ​ອະທຳ​ຂອງ​ພວກເຂົາ​ຕໍ່ໄປ​ອີກ​ຈັກເທື່ອ.”

18 ດັ່ງນັ້ນ ເມື່ອ​ພຣະເຈົ້າ​ຊົງ​ຍົກ​ຄວາມ​ບາບ​ໃຫ້​ແລ້ວ ກໍ​ບໍ່​ຈຳເປັນ​ຕ້ອງ​ຖວາຍ​ເຄື່ອງ​ບູຊາ​ລຶບລ້າງ​ບາບກຳ​ອີກ​ຕໍ່ໄປ.


ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ພຣະເຈົ້າ​ຢຶດ​ໝັ້ນ​ໃນ​ຄວາມຫວັງ

19 ເພາະ​ສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ ທີ່​ຈະ​ເຂົ້າ​ໄປ​ໃນ​ສະຖານ​ອັນ​ສັກສິດ​ທີ່ສຸດ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ

20 ຕາມ​ທາງ​ໃໝ່​ຊຶ່ງ​ມີ​ຊີວິດ ທີ່​ພຣະອົງ​ໄດ້​ຊົງ​ໄຂ​ອອກ​ໃຫ້​ພວກເຮົາ​ຜ່ານ​ເຂົ້າ​ໄປ​ທາງ​ຜ້າກັ້ງ​ນັ້ນ ຄື​ທາງ​ພຣະກາຍ​ຂອງ​ພຣະອົງ.

21 ເມື່ອ​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ ຜູ້​ທີ່​ຮັບຜິດຊອບ​ວິຫານ​ຂອງ​ພຣະເຈົ້າ​ແລ້ວ.

22 ດັ່ງນັ້ນ ຈົ່ງ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ດ້ວຍ​ຄວາມ​ຈິງໃຈ ແລະ​ດ້ວຍ​ຄວາມ​ເຊື່ອໝັ້ນ​ອັນ​ເຕັມ​ບໍຣິບູນ ດ້ວຍ​ໃຈ​ທີ່​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ວ່າ​ມີ​ບາບກຳ ແລະ​ມີ​ຮ່າງກາຍ​ທີ່​ໄດ້​ຊຳລະລ້າງ​ແລ້ວ​ດ້ວຍ​ນໍ້າ​ບໍຣິສຸດ.

23 ຈົ່ງ​ຢຶດໝັ້ນ​ຢູ່​ກັບ​ຄວາມຫວັງ​ທີ່​ພວກເຮົາ​ປະກາດ​ຕົວ​ວ່າ ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ຢ່າ​ໃຫ້​ຫວັ່ນໄຫວ, ເພາະວ່າ ພຣະອົງ​ຜູ້​ຊົງ​ປະທານ​ພຣະສັນຍາ​ນັ້ນ​ກໍ​ຊົງ​ສັດຊື່.

24 ຈົ່ງ​ຫ່ວງໃຍ​ຊຶ່ງກັນແລະກັນ ຈົ່ງ​ໜູນ​ນໍ້າໃຈ​ຊຶ່ງກັນແລະກັນ​ໃຫ້​ມີ​ຄວາມຮັກ ແລະ​ໃຫ້​ເຮັດ​ຄຸນງາມ​ຄວາມດີ.

25 ຢ່າ​ປະການ​ນະມັດສະການ ເໝືອນ​ຢ່າງ​ບາງຄົນ​ເຄີຍ​ປະ​ນັ້ນ ແຕ່​ຈົ່ງ​ໜູນໃຈ​ກັນ​ໃຫ້​ຫລາຍກວ່າ​ເກົ່າ​ອີກ ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ວັນ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ.

26 ດ້ວຍວ່າ, ຖ້າ​ພວກເຮົາ​ໄດ້​ຮັບ​ຄວາມຮູ້​ເລື່ອງ​ຄວາມຈິງ​ແລ້ວ ແຕ່​ຍັງ​ເຈດຕະນາ​ເຮັດ​ບາບ​ຢູ່ ເຄື່ອງ​ບູຊາ​ລຶບລ້າງ​ບາບ​ກໍ​ຈະ​ບໍ່ມີ​ເຫຼືອ​ຢູ່​ຕໍ່ໄປ.

27 ເຫຼືອ​ແຕ່​ຄວາມ​ຢ້ານກົວ​ອັນ​ພິລຶກ ໃນ​ການ​ລໍ​ຖ້າ​ການ​ພິພາກສາ​ລົງໂທດ ແລະ​ໄຟ​ອັນ​ຮ້ອນກ້າ​ທີ່​ຈະ​ເຜົາຜານ​ບັນດາ​ຄົນ​ທີ່​ຕໍ່ສູ້​ພຣະເຈົ້າ.

28 ຄົນ​ທີ່​ລະເມີດ​ກົດບັນຍັດ​ຂອງ​ໂມເຊ​ນັ້ນ ຖ້າ​ມີ​ພະຍານ​ສອງ ຫລື​ສາມ​ປາກ ກໍ​ຈະ​ຕ້ອງ​ຕາຍ​ໂດຍ​ບໍ່ມີ​ຄວາມ​ເມດຕາ.

29 ພວກເຈົ້າ​ຈົ່ງ​ຄິດ​ເບິ່ງ​ວ່າ ຄົນ​ທີ່​ຢຽບຢໍ່າ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ຖື​ພຣະ​ໂລຫິດ​ແຫ່ງ​ພັນທະສັນຍາ ຊຶ່ງ​ຊຳລະ​ຕົວ​ໃຫ້​ບໍຣິສຸດ​ວ່າ​ເປັນ​ສິ່ງ​ຊົ່ວຊ້າ ກັບ​ທັງ​ປະໝາດ​ພຣະວິນຍານ​ຜູ້​ຊົງ​ພຣະຄຸນ​ນັ້ນ ຄວນ​ຈະ​ຖືກ​ລົງໂທດ​ຫລາຍກວ່າ​ຄົນ​ເຫຼົ່ານັ້ນ​ຈັກ​ເທົ່າ​ໃດ?

30 ເພາະ​ພວກເຮົາ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ຊົງ​ກ່າວ​ວ່າ, “ການ​ແກ້ແຄ້ນ​ເປັນ​ທຸລະ​ຂອງເຮົາ ຝ່າຍ​ເຮົາ​ຈະ​ຕອບ​ແທນ.” ແລະ​ໄດ້​ຊົງ​ກ່າວ​ອີກ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ພິພາກສາ​ພົນລະເມືອງ​ຂອງ​ພຣະອົງ.”

31 ການ​ຕົກ​ຢູ່​ໃນ​ເງື້ອມມື​ຂອງ​ພຣະເຈົ້າ ອົງ​ຊົງ​ຊີວິດ​ຢູ່​ນັ້ນ ເປັນ​ສິ່ງ​ທີ່​ໜ້າຢ້ານກົວ​ຢ່າງ​ໃຫຍ່ຫລວງ.

32 ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຈົ້າ​ໃນ​ຄາວ​ກ່ອນ​ນັ້ນ ຫລັງຈາກ​ທີ່​ພວກເຈົ້າ​ໄດ້​ຮັບ​ແສງ​ສະຫວ່າງ​ຂອງ​ພຣະເຈົ້າ​ແລ້ວ ພວກເຈົ້າ​ໄດ້​ອົດທົນ​ຕໍ່​ຄວາມ​ຍາກ​ລຳບາກ​ຫລາຍ​ປະການ.

33 ບາງ​ເທື່ອ ພວກເຈົ້າ​ກໍ​ຖືກ​ຄົນ​ໝິ່ນປະໝາດ​ປະຈານ​ຂາຍໜ້າ ແລະ​ຖືກ​ຄົນ​ຂົ່ມເຫັງ​ໃຫ້​ປະຊາຊົນ​ເບິ່ງ ແລະ​ບາງ​ເທື່ອ ພວກເຈົ້າ​ກໍໄດ້​ເຂົ້າ​ຮ່ວມ​ທຸກ​ກັບ​ຄົນ​ທີ່​ຖືກ​ການ​ຢ່າງ​ດຽວກັນ​ນັ້ນ.

34 ພວກເຈົ້າ​ໄດ້​ເຂົ້າ​ສ່ວນ​ທົນທຸກ​ກັບ​ຄົນ​ທີ່​ຖືກ​ຄຸມຂັງ ແລະ​ເມື່ອ​ມີ​ຄົນ​ປຸ້ນ​ເອົາ​ຊັບ​ສິ່ງຂອງ ຂອງ​ພວກເຈົ້າ​ໄປ ພວກເຈົ້າ​ກໍ​ຍອມ​ໃຫ້​ເຂົາ​ເອົາ​ໄປ​ດ້ວຍ​ໃຈ​ຍິນດີ ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ຕົນ​ຍັງ​ມີ​ສິ່ງ​ທີ່​ດີກວ່າ ແລະ​ຕັ້ງ​ຢູ່​ຕະຫລອດໄປ​ເປັນນິດ.

35 ດັ່ງນັ້ນ ຢ່າ​ໄດ້​ປະຖິ້ມ​ຄວາມ​ໝັ້ນໃຈ​ຂອງ​ພວກເຈົ້າ ເພາະ​ສິ່ງ​ນັ້ນ​ນຳ​ໄປ​ສູ່​ບຳເໜັດ​ອັນ​ຍິ່ງໃຫຍ່.

36 ພວກເຈົ້າ​ຈຳເປັນ​ຕ້ອງ​ມີ​ຄວາມ​ອົດທົນ ເພື່ອ​ວ່າ, ເມື່ອ​ໄດ້​ເຮັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ແລ້ວ ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້.

37 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອີກ​ບໍ່​ດົນ ບໍ່​ນານ​ເທົ່າ​ໃດ ພຣະອົງ​ຜູ້​ທີ່​ຈະ​ສະເດັດ​ມາ ກໍ​ຈະ​ສະເດັດ​ມາ ແລະ​ຈະ​ບໍ່​ຊັກຊ້າ.

38 ແຕ່​ຄົນ​ຊອບທຳ​ຂອງເຮົາ ຈະ​ມີ​ຊີວິດ​ຢູ່​ດ້ວຍ​ຄວາມເຊື່ອ ຖ້າ​ຄົນ​ໃດ​ຫາກ​ຫລົບ​ຖອຍຫລັງ ເຮົາ​ຈະ​ບໍ່​ພໍໃຈ​ໃນ​ຄົນ​ນັ້ນ.”

39 ສ່ວນ​ພວກເຮົາ ບໍ່​ຢູ່​ຝ່າຍ​ຄົນ​ທີ່​ຫລົບ​ຖອຍ​ຫລັງ ຈົນເຖິງ​ຄວາມ​ຈິບຫາຍ​ເສຍ ແຕ່​ຢູ່​ຝ່າຍ​ຄົນ​ທີ່​ມີ​ຄວາມເຊື່ອ ຈຶ່ງ​ຮັກສາ​ຊີວິດ​ແລະ​ຈິດໃຈ​ຂອງຕົນ​ໄວ້​ໃຫ້​ພົ້ນ​ໄດ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan