Biblia Todo Logo
Bìoball air-loidhne

- Sanasan -

ເຮັບເຣີ 1 - ພຣະຄຳພີສັກສິ


ພຣະເຈົ້າ​ຊົງ​ກ່າວ​ແກ່​ມະນຸດ​ໂດຍ​ທາງ​ພຣະບຸດ​ຂອງ​ພຣະອົງ

1 ໃນ​ອະດີດ​ຕະການ​ນັ້ນ ພຣະເຈົ້າ​ຊົງ​ກ່າວ​ແກ່​ບັນພະບຸລຸດ​ຂອງ​ພວກເຮົາ​ຫລາຍ​ເທື່ອ​ດ້ວຍ​ວິທີ​ຕ່າງໆ ໂດຍ​ທາງ​ບັນດາ​ຜູ້ທຳນວາຍ,

2 ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້ ພຣະອົງ​ໄດ້​ຊົງ​ກ່າວ​ແກ່​ເຮົາ​ທັງຫລາຍ​ທາງ​ພຣະບຸດ ຜູ້​ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ສັບພະທຸກສິ່ງ​ທັງປວງ​ເປັນ​ມໍຣະດົກ ແລະ​ດ້ວຍ​ພຣະບຸດ​ນັ້ນ​ພຣະອົງ​ໄດ້​ຊົງ​ສ້າງ​ໂລກ​ທັງຫລາຍ.

3 ພຣະບຸດ​ນັ້ນ ເປັນ​ແສງ​ສະທ້ອນ​ພຣະ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ມີ​ສະພາບ​ເປັນ​ແບບພິມ​ດຽວກັນ​ກັບ​ພຣະອົງ ແລະ​ຊົງ​ຄໍ້າຊູ​ພິພົບ​ໂລກ​ໄວ້​ດ້ວຍ​ພຣະທຳ​ອັນ​ຊົງ​ຣິດ​ຂອງ​ພຣະອົງ, ເມື່ອ​ພຣະອົງ​ຊົງ​ຊຳລະ​ບາບກຳ​ແລ້ວ ກໍ​ຊົງ​ປະທັບ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດທານຸພາບ​ໃນ​ທີ່​ສູງສຸດ.


ພຣະບຸດ​ມີ​ຖານະ​ສູງ​ກວ່າ​ເທວະດາ

4 ອັນ​ໜຶ່ງ, ພຣະເຈົ້າ​ໄດ້​ຊົງ​ປະທານ​ພຣະນາມ​ອັນ​ປະເສີດ​ເລີດລໍ້າ​ກວ່າ​ເທວະດາ​ໃຫ້​ພຣະອົງ​ຢ່າງ​ໃດ ພຣະອົງ​ກໍ​ຊົງ​ເກີດ​ເປັນ​ຜູ້​ປະເສີດ​ເລີດລໍ້າ​ກວ່າ​ເທວະດາ​ຢ່າງ​ນັ້ນ.

5 ເພາະ​ພຣະເຈົ້າ​ບໍ່ເຄີຍ​ກ່າວ​ແກ່​ເທວະດາ​ຂອງ​ພຣະອົງ​ຕົນ​ໃດ​ວ່າ, “ທ່ານ​ເປັນ​ບຸດ​ຂອງເຮົາ ວັນ​ນີ້​ເຮົາ​ໃຫ້​ກຳເນີດ​ແກ່​ທ່ານ.” ແລະ​ກ່າວ​ອີກ​ວ່າ, “ເຮົາ​ຈະ​ເປັນ​ບິດາ​ຂອງທ່ານ ຝ່າຍ​ທ່ານ​ກໍ​ຈະ​ເປັນ​ບຸດ​ຂອງເຮົາ.”

6 ແລະ​ອີກ​ຄັ້ງ​ໜຶ່ງ ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ກົກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ​ນັ້ນ ພຣະອົງ​ໄດ້​ຊົງ​ກ່າວ​ວ່າ, “ໃຫ້​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທຸກ​ຕົນ ຕ້ອງ​ນ້ອມ​ນະມັດສະການ​ ຂາບໄຫວ້​ພຣະອົງ.”

7 ສ່ວນ​ກ່ຽວກັບ​ບັນດາ​ເທວະດາ​ເຫຼົ່ານັ້ນ ພຣະອົງ​ຊົງ​ກ່າວ​ວ່າ, “ພຣະເຈົ້າ​ບັນດານ​ໃຫ້ ຝູງ​ເທວະດາ​ຂອງ​ພຣະອົງ​ເປັນ​ລົມ ແລະ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ ເປັນ​ແປວໄຟ​ອັນ​ຮ້ອນກ້າ.”

8 ແຕ່​ສ່ວນ​ພຣະບຸດ​ນັ້ນ ພຣະເຈົ້າ​ຊົງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ ຣາຊບັນລັງ​ຂອງ​ພຣະອົງ​ນັ້ນ ກໍ​ຕັ້ງໝັ້ນຄົງ​ຕະຫລອດໄປ ພຣະອົງ​ຈະ​ຊົງ​ປົກຄອງ​ອານາຈັກ ຂອງ​ພຣະອົງ ດ້ວຍ​ຄວາມ​ຍຸດຕິທຳ.

9 ພຣະອົງ​ຊົງ​ຮັກ​ຄວາມ​ຊອບທຳ ແລະ​ຊົງ​ກຽດຊັງ​ສິ່ງ​ອະທຳ ເພາະສະນັ້ນ ພຣະເຈົ້າ, ພຣະເຈົ້າ​ຂອງ​ພຣະອົງ ໄດ້​ຊົງ​ຫົດສົງ​ພຣະອົງ​ໄວ້ ດ້ວຍ​ນໍ້າມັນ​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ ຫລາຍກວ່າ​ເພື່ອນ​ທັງຫຼາຍ ຂອງ​ພຣະອົງ.”

10 ພຣະອົງ​ຊົງ​ກ່າວ​ອີກ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເມື່ອ​ຕົ້ນເດີມ​ນັ້ນ ພຣະອົງ​ຊົງ​ວາງ​ຮາກ​ແຜ່ນດິນ​ໂລກ​ໄວ້ ແລະ​ສ້າງ​ຟ້າ​ສະຫວັນ ດ້ວຍ​ສີພຣະຫັດ​ຂອງ​ພຣະອົງ.

11 ສິ່ງ​ເຫຼົ່ານັ້ນ​ຈະ​ດັບສູນ​ໄປ ແຕ່​ພຣະອົງ​ຊົງ​ດຳລົງ​ຄົງ​ຢູ່ ສິ່ງ​ເຫຼົ່ານັ້ນ​ຈະ​ເກົ່າແກ່​ໄປ​ໝົດ​ສິ້ນ ເໝືອນ​ດັ່ງ​ເຄື່ອງນຸ່ງຫົ່ມ.

12 ພຣະອົງ​ຈະ​ມ້ວນ​ສິ່ງ​ເຫຼົ່ານັ້ນ​ໄວ້ ເໝືອນ​ດັ່ງ​ມ້ວນ​ເສື້ອ​ໃຫຍ່ ມັນ​ຈະ​ຖືກ​ປ່ຽນແປງ​ດັ່ງ​ເຄື່ອງນຸ່ງຫົ່ມ. ແຕ່​ຝ່າຍ​ພຣະອົງ​ຊົງ​ເປັນ​ຢູ່​ດັ່ງເດີມ​ສະເໝີ​ໄປ ແລະ ປີ​ທັງຫລາຍ​ຂອງ​ພຣະອົງ​ກໍ​ບໍ່​ສິ້ນສຸດ​ຈັກເທື່ອ.”

13 ນອກຈາກ​ນັ້ນ ພຣະເຈົ້າ​ບໍ່ເຄີຍ​ກ່າວ​ແກ່​ເທວະດາ​ຂອງ​ພຣະອົງ​ຕົນ​ໃດ​ວ່າ, “ຈົ່ງ​ນັ່ງ​ທີ່​ເບື້ອງ​ຂວາ​ມື​ຂອງເຮົາ ຈົນກວ່າ​ເຮົາ​ປາບ​ເຫຼົ່າ​ສັດຕູ​ຂອງທ່ານ ໃຫ້​ຂາບລົງ​ຢູ່​ໃຕ້​ພື້ນ​ຕີນ​ຂອງທ່ານ.”

14 ຝູງ​ເທວະດາ​ທັງປວງ​ນັ້ນ ແມ່ນ​ວິນຍານ​ຮັບໃຊ້ ທີ່​ພຣະເຈົ້າ​ຊົງ​ໃຊ້​ມາ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດພົ້ນ​ເປັນ​ມໍຣະດົກ​ບໍ່ແມ່ນ​ບໍ?

@ 2012 United Bible Societies. All Rights Reserved.

Lean sinn:



Sanasan