Biblia Todo Logo
Bìoball air-loidhne

- Sanasan -

ຮັກກາຍ 1 - ພຣະຄຳພີສັກສິ


ພຣະເຈົ້າ​ສັ່ງ​ໃຫ້​ສ້າງ​ພຣະວິຫານ​ຂຶ້ນ​ໃໝ່

1 ໃນ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ ອັນ​ກົງ​ກັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫົກ; ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ. ຖ້ອຍຄຳ​ນີ້​ແມ່ນ​ສຳລັບ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ທີ່​ເປັນ​ຜູ້​ປົກຄອງ​ຊາດ​ຢູດາຍ ແລະ​ສຳລັບ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ຜູ້​ເປັນ​ມະຫາ​ປະໂຣຫິດ.

2 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ຮັກກາຍ​ວ່າ, “ປະຊາຊົນ​ເຫຼົ່ານີ້​ເວົ້າ​ວ່າ, ‘ຍັງ​ບໍ່​ເຖິງ​ເວລາ​ເທື່ອ ທີ່​ຈະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.”’

3 ແລ້ວ​ພຣະເຈົ້າຢາເວ​ກໍ​ມອບ​ຖ້ອຍຄຳ​ນີ້​ໃຫ້​ແກ່​ປະຊາຊົນ ໂດຍ​ຜ່ານ​ທາງ​ຜູ້ທຳນວາຍ​ຮັກກາຍ​ວ່າ:

4 “ປະຊາຊົນ​ຂອງເຮົາ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ເຮືອນ​ທີ່​ກໍ່ສ້າງ​ຢ່າງດີ ໃນ​ເມື່ອ​ວິຫານ​ຂອງເຮົາ​ຍັງ​ຮົກຮ້າງ​ເພພັງ​ຢູ່?

5 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: ພວກເຈົ້າ​ບໍ່​ເຫັນ​ຫລື​ວ່າ ແມ່ນ​ຫຍັງ​ກຳລັງ​ເກີດຂຶ້ນ​ກັບ​ພວກເຈົ້າ?

6 ພວກເຈົ້າ​ຫວ່ານ​ເມັດພືດ​ຢ່າງ​ຫລວງຫລາຍ ແຕ່​ເກັບກ່ຽວ​ໄດ້​ໜ້ອຍດຽວ. ພວກເຈົ້າ​ມີ​ອາຫານ ແຕ່​ກໍ​ກິນ​ບໍ່​ພໍ​ອີ່ມ. ພວກເຈົ້າ​ມີ​ເຫຼົ້າ​ອະງຸ່ນ ແຕ່​ກໍ​ດື່ມ​ບໍ່​ພໍ​ເມົາ ພວກເຈົ້າ​ມີ​ເຄື່ອງນຸ່ງຫົ່ມ ແຕ່​ກໍ​ອົບອຸ່ນ​ບໍ່​ພຽງພໍ. ຄົນ​ເຮັດ​ວຽກ​ໜັກ​ກໍ​ລ້ຽງ​ຊີບ​ຕົນ​ບໍ່​ພໍ​ກຸ້ມ.

7 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: ພວກເຈົ້າ​ເຫັນ​ບໍ່​ວ່າ ເປັນຫຍັງ​ເຫດການ​ເຊັ່ນນີ້​ຈຶ່ງ​ເກີດຂຶ້ນ?

8 ບັດນີ້ ຈົ່ງ​ຂຶ້ນ​ໄປ​ທີ່​ເນີນພູ​ຕ່າງໆ ຫາ​ຊອກ​ໄມ້​ມາ​ສ້າງ​ວິຫານ​ຂຶ້ນ​ໃໝ່; ແລ້ວ​ເຮົາ​ກໍ​ຈະ​ພໍໃຈ​ນຳ​ແລະ​ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ ສົມ​ກັບ​ທີ່​ເຮົາ​ຄວນ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

9 ພວກເຈົ້າ​ຫວັງ​ເກັບກ່ຽວ​ໄດ້​ຫລາຍ ແຕ່​ພັດ​ໄດ້​ໜ້ອຍ. ເມື່ອ​ພວກເຈົ້າ​ນຳ​ຜົນລະປູກ​ມາ​ບ້ານ ເຮົາ​ຊໍ້າພັດ​ໃຫ້​ມັນ​ປິວ​ໜີໄປ. ເປັນຫຍັງ​ເຮົາ​ຈຶ່ງ​ໄດ້​ເຮັດ​ເຊັ່ນນັ້ນ? ພຣະເຈົ້າຢາເວ​ກ່າວ​ວ່າ: ເພາະວ່າ​ວິຫານ​ຂອງເຮົາ​ຍັງ​ຮົກຮ້າງ​ເພພັງ​ຢູ່ ໃນ​ຂະນະທີ່​ພວກເຈົ້າ​ແຕ່ລະຄົນ​ຫຍຸ້ງ​ຢູ່​ກັບ​ເຮັດວຽກ​ເຮັດງານ​ເພື່ອ​ບ້ານເຮືອນ​ຂອງ​ຕົນເອງ.

10 ເຫດສະນັ້ນ ຝົນ​ຈຶ່ງ​ບໍ່​ຕົກ​ແລະ​ບໍ່ມີ​ຫຍັງ​ງອກຂຶ້ນ​ໄດ້.

11 ເຮົາ​ໄດ້​ນຳ​ໄພ​ແຫ້ງແລ້ງ​ມາ​ສູ່​ດິນແດນ​ຄື: ເນີນພູ​ຕ່າງໆ, ທົ່ງນາ, ສວນອະງຸ່ນ, ສວນ​ໝາກກອກເທດ ຕະຫລອດ​ທັງ​ເຄື່ອງປູກ​ຂອງຝັງ​ທຸກໆ​ຊະນິດ ທີ່​ໄດ້​ເກີດຂຶ້ນ​ຕາມ​ພື້ນດິນ; ສູ່​ມະນຸດ​ແລະ​ສັດ​ທັງຫລາຍ ແລະ​ທຸກສິ່ງ​ທີ່​ພວກເຈົ້າ​ພະຍາຍາມ​ປູກ​ຂຶ້ນ.”


ປະຊາຊົນ​ເຊື່ອຟັງ​ຄຳສັ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ

12 ແລ້ວ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ ແລະ​ປະຊາຊົນ​ທັງໝົດ ຜູ້​ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໃນ​ບາບີໂລນ ກໍ​ເຮັດ​ຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຕົນ​ໄດ້​ບອກ. ພວກເຂົາ​ຢ້ານກົວ​ພຣະເຈົ້າຢາເວ​ຈຶ່ງ​ເຊື່ອຟັງ​ຜູ້ທຳນວາຍ​ຮັກກາຍ ຜູ້ນຳ​ຂ່າວ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສົ່ງ​ມາ​ເຖິງ​ເພິ່ນ.

13 ແລ້ວ​ຮັກກາຍ​ຜູ້ນຳ​ຂ່າວ​ຂອງ​ພຣະເຈົ້າຢາເວ​ກໍ​ບອກ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ແກ່​ປະຊາຊົນ​ວ່າ, “ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ ນີ້​ຄື​ຄຳສັນຍາ​ຂອງເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

14 ພຣະເຈົ້າຢາເວ​ໄດ້​ບັນດົນ​ໃຈ​ທຸກຄົນ​ໃຫ້​ຊ່ວຍ​ກັນ​ສ້າງ​ພຣະວິຫານ: ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ຜູ້ປົກຄອງ​ຢູດາຍ; ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ, ຕະຫລອດ​ທັງ​ປະຊາຊົນ​ທຸກຄົນ ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ພວກເຂົາ​ໄດ້​ເລີ່ມ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ພວກເຂົາ

15 ໃນ​ວັນ​ທີ​ຊາວສີ່​ເດືອນ​ຫົກ ກົງ​ກັບ​ຣາຊການ​ປີ​ທີ​ສອງ​ຂອງ​ກະສັດ​ດາຣິອຸດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan