ຮາບາກຸກ 3 - ພຣະຄຳພີສັກສິຄຳພາວັນນາອະທິຖານຂອງຮາບາກຸກ 1 ຕໍ່ໄປນີ້ແມ່ນຄຳພາວັນນາອະທິຖານຂອງຜູ້ທຳນວາຍຮາບາກຸກ: 2 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ຍິນເຖິງສິ່ງທີ່ຊົງໄດ້ກະທຳ, ຂ້ານ້ອຍຈຶ່ງເຕັມໄປດ້ວຍຄວາມຢຳເກງຍິ່ງ. ບັດນີ້ ໂຜດຮື້ຟື້ນໃໝ່ໃນສະໄໝພວກຂ້ານ້ອຍແດ່ນາ ກິດຈະການອັນຍິ່ງໃຫຍ່ທີ່ພຣະເຈົ້າຢາເວໄດ້ກະທຳນັ້ນ ເຖິງວ່າເມື່ອພຣະອົງລົງໂທດໂກດຮ້າຍກໍຕາມ ໂຜດເມດຕາສົງສານພວກຂ້ານ້ອຍແດ່ທ້ອນ. 3 ພຣະເຈົ້າກຳລັງກັບມາຈາກເມືອງເຕມານອີກໃດ ອົງບໍຣິສຸດກຳລັງກັບມາຈາກພູເຂົາປາຣານພຸ້ນ. ສະຫງ່າຣາສີຂອງພຣະອົງປົກຄຸມທົ່ວເທິງຟ້າສະຫວັນ, ທີ່ແຜ່ນດິນໂລກກໍເຕັມດ້ວຍຄຳສັນລະເສີນຂອງພຣະອົງ. 4 ພຣະອົງສະເດັດມາພ້ອມແສງສະຫວ່າງສະໄຫວ ອັນເປັນແສງທີ່ສຸກໃສຂອງຟ້າແມບເຫລື້ອມ; ແສງສຸກໃສແມບມາບສ່ອງມາຈາກມືຂອງພຣະອົງ ບ່ອນທີ່ຣິດອຳນາດໄດ້ເຊື່ອງຊ້ອນໄວ້ທີ່ນັ້ນ. 5 ພຣະອົງໃຫ້ໂຣຄາພະຍາດເກີດຂຶ້ນຊ້ອງໜ້າພຣະອົງ ສັ່ງຄວາມຕາຍໃຫ້ເກີດມີມາຕາມທີຫລັງ. 6 ເມື່ອພຣະອົງຢຸດນິ້ງ ໂລກກໍເກີດສະທ້ານຫວັ່ນໄຫວ ພຽງພຣະອົງສົ່ງສາຍຕາ ນາໆຊາດກໍສັ່ນເຊັນຢ້ານ; ພູທັງຫລາຍທີ່ຕັ້ງໝັ້ນຄົງຢູ່ກໍແຕກສະຫລາຍໄປ ເນີນພູຕ່າງໆທີ່ຕັ້ງຢູ່ຕະຫລອດໄປຕ່າງກໍຍຸບລົງທັງນັ້ນ ຄືເນີນພູຕ່າງໆບ່ອນທີ່ພຣະອົງໄດ້ຍ່າງໄປມາ ແຕ່ຄາວສະໄໝດຶກດຳບັນ. 7 ຂ້ານ້ອຍເຫັນຊາວກູຊານພາກັນຢ້ານກົວ ແລະຊາວມີດີອານກໍພາກັນສັ່ນເຊັນດ້ວຍ. 8 ຂ້າແດ່ພຣະເຈົ້າຢາເວ ຄົງແມ່ນແມ່ນໍ້າຕ່າງໆນັ້ນບໍ ທີ່ໄດ້ເຮັດໃຫ້ພຣະອົງຕ້ອງລົງໂທດໂກດຮ້າຍ? ແມ່ນນໍ້າທະເລທີ່ໄດ້ເຮັດໃຫ້ພຣະອົງກີ້ວໂກດບໍ? ພຣະອົງຜ່ານໄປມາເທິງກ້ອນເມກທັງຫລາຍນັ້ນ ກ້ອນເມກໃນພະຍຸຮ້າຍຄືລົດມ້າຂອງພຣະອົງ ຂະນະທີ່ນຳໄຊຊະນະມາສູ່ປະຊາຊົນຂອງພຣະເຈົ້າ. 9 ພຣະອົງຕຽມພ້ອມທີ່ຈະໃຊ້ໜ້າທະນູຂອງພຣະອົງ ຕຽມພ້ອມທີ່ຈະຍິງລູກສອນທີ່ພຣະອົງມີຢູ່ນັ້ນ. ຟ້າແມບເຫລື້ອມຂອງພຣະເຈົ້າໄດ້ປາກົດໃຫ້ເຫັນ ແສງຟ້າຜ່າຂອງພຣະອົງໄດ້ແຍກແຜ່ນດິນໂລກ. 10 ເມື່ອໜ່ວຍພູໄດ້ເຫັນພຣະອົງກໍສະທ້ານຫວັ່ນໄຫວ ນໍ້າຝົນກໍໄດ້ທັ່ງເທລົງມາຈາກທ້ອງຟ້າ ນໍ້າທີ່ຢູ່ໃຕ້ພື້ນພິພົບໄດ້ຊັດຂຶ້ນຢ່າງສະໜັ່ນຫວັ່ນໄຫວ ຟອງກໍຟົ້ງຂຶ້ນສູງຈົນເຕັມຂະໜາດ. 11 ຕໍ່ແສງແມບມາບຂອງລູກທະນູທີ່ຟົ້ງໄປຢ່າງໄວ ຕໍ່ແສງເຫລື້ອມໃສຂອງຫອກທີ່ຟົ້ງຜ່ານໄປນັ້ນ ດວງຕາເວັນກໍຍັງໄດ້ຢູ່ກັບບ່ອນຂອງມັນ ແລະດວງເດືອນກໍຍັງບໍ່ໄດ້ເຄື່ອນຍ້າຍ. 12 ພຣະອົງໄດ້ຍ່າງຜ່ານໂລກ ໂກດຮ້າຍໃນຈິດໃຈ ຢຽບຢໍ່າທຳລາຍບັນດາຊົນຊາດຢ່າງກີ້ວໂກດ. 13 ພຣະອົງໄດ້ກ້າວອອກຊ່ວຍຊູປະຊາຊົນຂອງພຣະອົງ ຄືຊ່ວຍເອົາກະສັດຜູ້ທີ່ພຣະອົງໄດ້ເລືອກໄວ້. ພຣະອົງໄດ້ທຳລາຍເຮືອນຂອງຜູ້ນຳຄົນຊົ່ວໃຫ້ແຫລກມຸ່ນໄປ ແລະທຳລາຍພວກທີ່ຕິດຕາມໃຫ້ດັບສູນຈົນກ້ຽງ. 14 ລູກທະນູພຣະອົງທະລຸຜູ້ບັນຊາການທັບຂອງພວກເຂົາ ເມື່ອມັນຖືກຍິງມາເໝືອນລົມພະຍຸກ້າ ແລະເຮັດໃຫ້ແຕກກະຈັດກະຈາຍໄປ ດັ່ງນັກກົດຂີ່ກືນກິນຄົນຍາກຈົນຢ່າງປິດລັບ. 15 ພຣະອົງໄດ້ຢຽບຢໍ່າທະເລດ້ວຍຝູງມ້າຂອງພຣະອົງ ແລະນໍ້າໃນທະເລກໍຟົດເດືອດເປັນຟອງອັນໃຫຍ່. 16 ເມື່ອໄດ້ຍິນສິ່ງທັງໝົດນີ້ກໍຕົວສັ່ນເສຍຂວັນ ຮິມສົບຂ້ານ້ອຍກໍສັ່ນເຊັນເຕັມແຕ່ຄວາມຢ້ານ. ຕົນຕົວຂ້ານ້ອຍນັ້ນກໍອ່ອນເພຍເປ້ຍລ່ອຍ ແລະຕີນກໍຄ່ອຍມຶນຂຶ້ນຈົນຄອນແຄນໄປໝົດ. ຂ້ານ້ອຍຈະລໍຖ້າວັນເວລາມາເຖິງດ້ວຍໃຈຈົດຈໍ່ ເມື່ອພຣະອົງຈະລົງໂທດຄົນທີ່ໂຈມຕີພວກເຮົາ. 17 ເຖິງແມ່ນວ່າຕົ້ນໝາກເດື່ອນັ້ນບໍ່ມີໝາກກໍດີ ຕົ້ນອະງຸ່ນບໍ່ເກີດຜົນຕາມເຄືອກໍຕາມ. ເຖິງແມ່ນວ່າຕົ້ນໝາກກອກເທດບໍ່ເກີດຜົນກໍດີ ທົ່ງໄຮ່ທົ່ງນາບໍ່ຜະລິດຜົນຫຍັງກໍຕາມ. ເຖິງແມ່ນວ່າຝູງແກະນັ້ນລົ້ມຕາຍໄປຈົນໝົດກໍດີ ຄອກງົວທັງຫລາຍເປົ່າແປນກໍຕາມ. 18 ແຕ່ຂ້ານ້ອຍກໍຍັງຈະສືບຕໍ່ຊົມຊື່ນຍິນດີໃນພຣະເຈົ້າຢາເວ ຂ້ານ້ອຍຈະຕື່ນເຕັ້ນຍິນດີໃນພຣະເຈົ້າພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ. 19 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວ ຊົງເປັນກຳລັງຂອງຂ້ານ້ອຍ. ພຣະອົງເຮັດໃຫ້ຂ້ານ້ອຍແລ່ນທຸ່ນທ່ຽງເໝືອນດັ່ງກວາງ ແລະຮັກສາຂ້ານ້ອຍໃຫ້ປອດໄພ ຢູ່ທີ່ເທິງພູທັງຫລາຍນັ້ນ. |
@ 2012 United Bible Societies. All Rights Reserved.