Biblia Todo Logo
Bìoball air-loidhne

- Sanasan -

ປະຖົມມະການ 9 - ພຣະຄຳພີສັກສິ


ພຣະເຈົ້າ​ໄດ້​ເຮັດ​ພັນທະສັນຍາ​ແກ່​ໂນອາ

1 ພຣະເຈົ້າ​ໄດ້​ອວຍພອນ​ແກ່​ໂນອາ ແລະ​ພວກ​ລູກຊາຍ​ທັງ​ສາມ​ຄົນ​ຂອງ​ລາວ​ວ່າ, “ຈົ່ງ​ມີ​ລູກຫລານ​ໃຫ້​ມາກ​ຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ທົ່ວ​ເທິງ​ແຜ່ນດິນ​ໂລກ​ນີ້.

2 ສັດ​ທຸກ​ຊະນິດ, ນົກ​ທຸກ​ໂຕ, ສັດ​ເລືອຄານ ແລະ​ປາ​ທຸກ​ຊະນິດ​ຈະ​ມີ​ຊີວິດ​ຢູ່​ໂດຍ​ຢ້ານກົວ​ພວກເຈົ້າ.

3 ບັດນີ້ ເຈົ້າ​ກິນ​ສັດ​ນັ້ນ ແລະ​ພືດ​ໃບ​ຂຽວ​ໄດ້ ເພາະ​ເຮົາ​ໄດ້​ໃຫ້​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ​ເປັນ​ອາຫານ.

4 ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ເຈົ້າ​ບໍ່​ຕ້ອງ​ກິນ​ຄື: ຊີ້ນ​ທີ່​ມີ​ເລືອດ; ເພາະ​ເລືອດ​ແມ່ນ​ຫລັກ​ສຳຄັນ​ແຫ່ງ​ຊີວິດ.

5 ຖ້າ​ຜູ້ໃດ​ທຳລາຍ​ຊີວິດ​ມະນຸດ ຜູ້ນັ້ນ​ຈະ​ຖືກ​ລົງໂທດ. ສັດ​ທຸກ​ໂຕ​ທີ່​ທຳລາຍ​ຊີວິດ​ມະນຸດ ຈະ​ຖືກ​ລົງໂທດ​ເຖິງ​ແກ່​ຄວາມ​ຕາຍ.

6 ມະນຸດ​ໄດ້​ຖືກ​ສ້າງ​ໃຫ້​ມີ​ຮູບລັກສະນະ​ຂອງ​ພຣະເຈົ້າ; ສະນັ້ນ ຜູ້ໃດ​ກໍຕາມ​ທີ່​ຂ້າ​ເພື່ອນ​ມະນຸດ ກໍ​ຈະ​ຖືກ​ເພື່ອນ​ມະນຸດ​ຄົນອື່ນ​ຂ້າ​ເໝືອນກັນ.

7 ຈົ່ງ​ມີ​ລູກຫລານ​ໃຫ້​ມາກ​ຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ທົ່ວ​ໄປ​ເທິງ​ແຜ່ນດິນ​ໂລກ.”

8 ພຣະເຈົ້າ​ໄດ້​ກ່າວ​ແກ່​ໂນອາ ແລະ​ພວກ​ລູກຊາຍ​ຂອງ​ລາວ​ວ່າ,

9 “ບັດນີ້ ເຮົາ​ເຮັດ​ພັນທະສັນຍາ​ຕໍ່​ພວກເຈົ້າ​ພ້ອມ​ກັບ​ເຊື້ອສາຍ​ຂອງ​ພວກເຈົ້າ

10 ແລະ​ທຸກສິ່ງ​ທີ່​ມີ​ຊີວິດ​ເຊັ່ນ: ນົກ​ທຸກ​ຊະນິດ ແລະ​ສັດ​ທຸກ​ຊະນິດ ຄື​ທຸກໆ​ສິ່ງ​ທີ່​ອອກ​ມາ​ຈາກ​ເຮືອ​ນຳ​ເຈົ້າ​ນັ້ນ.

11 ດ້ວຍ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້ ເຮົາ​ຈຶ່ງ​ຕັ້ງ​ພັນທະສັນຍາ​ກັບ​ເຈົ້າ​ຄື: ເຮົາ​ສັນຍາ​ວ່າ​ຈະ​ບໍ່​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ​ດ້ວຍ​ນໍ້າ​ຖ້ວມ​ອີກ; ນໍ້າ​ຖ້ວມ​ແຜ່ນດິນ​ໂລກ​ແບບ​ນີ້​ຈະ​ບໍ່ມີ​ອີກ​ຈັກເທື່ອ.”

12 ພຣະເຈົ້າ​ຊົງ​ກ່າວ​ວ່າ, “ນີ້​ແມ່ນ​ໝາຍສຳຄັນ​ຂອງ​ພັນທະສັນຍາ ຊຶ່ງ​ເຮົາ​ກຳລັງ​ເຮັດ​ຢູ່ ລະຫວ່າງ​ເຮົາ​ກັບ​ເຈົ້າ ແລະ​ທຸກໆ​ສິ່ງ​ທີ່​ມີ​ຊີວິດ​ທີ່​ຢູ່​ກັບ​ເຈົ້າ ເພື່ອ​ຄົນ​ລຸ້ນ​ຫລັງ​ທັງໝົດ​ໃນ​ອະນາຄົດ,

13 ເຮົາ​ຕັ້ງ​ຮຸ້ງກິນນໍ້າ​ໄວ້​ໃນ​ທ້ອງຟ້າ. ຮຸ້ງ​ກິນ​ນໍ້າ​ຈະ​ເປັນ​ໝາຍສຳຄັນ​ແຫ່ງ​ພັນທະສັນຍາ​ທີ່​ເຮົາ​ໄດ້​ຕັ້ງ​ໄວ້​ກັບ​ແຜ່ນດິນ​ໂລກ.

14 ເມື່ອໃດ ເຮົາ​ເຮັດ​ໃຫ້​ເມກ​ປົກຄຸມ​ທົ່ວ​ທ້ອງຟ້າ ແລະ​ໃຫ້​ຮຸ້ງ​ປາກົດ​ຂຶ້ນ

15 ເມື່ອນັ້ນ ເຮົາ​ກໍ​ຈະ​ນຶກ​ເຖິງ​ພັນທະສັນຍາ ທີ່​ເຮົາ​ໃຫ້​ແກ່​ເຈົ້າ ແລະ​ສັດ​ທັງປວງ​ວ່າ ເຮົາ​ຈະ​ບໍ່​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ​ດ້ວຍ​ນໍ້າ​ອີກ​ຈັກເທື່ອ.

16 ເມື່ອ​ຮຸ້ງ​ປາກົດ​ຂຶ້ນ​ໃນ​ເມກ ເຮົາ​ຈະ​ເຫັນ ແລະ​ເຮົາ​ກໍ​ຈະ​ລະນຶກເຖິງ​ພັນທະສັນຍາ​ອັນ​ຕະຫລອດໄປ ລະຫວ່າງ​ເຮົາ​ກັບ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ແຜ່ນດິນ​ໂລກ.”

17 ພຣະເຈົ້າ​ຊົງ​ກ່າວ​ກັບ​ໂນອາ​ວ່າ, “ອັນນີ້ ແມ່ນ​ໝາຍສຳຄັນ​ຂອງ​ພັນທະສັນຍາ ຊຶ່ງ​ເຮົາ​ເຮັດ​ໄວ້​ກັບ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ.”


ໂນອາ​ກັບ​ພວກ​ລູກຊາຍ​ຂອງຕົນ

18 ລູກຊາຍ​ຂອງ​ໂນອາ​ທີ່​ອອກ​ມາ​ຈາກ​ເຮືອ​ໃຫຍ່ ມີ​ດັ່ງນີ້: ເຊມ, ຮາມ ແລະ​ຢາເຟດ. (ຮາມ​ເປັນ​ພໍ່​ຂອງ​ຊົນເຜົ່າ​ການາອານ.)

19 ລູກຊາຍ​ທັງ​ສາມ​ຂອງ​ໂນອາ​ນີ້​ເປັນ​ບັນພະບຸລຸດ​ຂອງ​ປະຊາຊາດ​ທັງໝົດ​ທີ່​ເທິງ​ແຜ່ນດິນ​ໂລກ.

20 ໂນອາ ຜູ້​ທີ່​ເປັນ​ພໍ່ນາ ເປັນ​ຄົນ​ທຳອິດ​ທີ່​ປູກ​ຕົ້ນ​ອະງຸ່ນ.

21 ຫລັງຈາກ​ດື່ມ​ນໍ້າ​ອະງຸ່ນ​ຫລາຍ​ຈົນ​ມືນເມົາ ເພິ່ນ​ຈຶ່ງ​ຫລົງ​ແກ້​ເຄື່ອງນຸ່ງຫົ່ມ​ຂອງຕົນ​ອອກ ແລ້ວ​ນອນ​ເປືອຍກາຍ​ຢູ່​ໃນ​ຜ້າເຕັນ.

22 ເມື່ອ​ຮາມ​ພໍ່​ຂອງ​ການາອານ​ເຫັນ​ພໍ່​ຂອງຕົນ ກຳລັງ​ນອນ​ເປືອຍກາຍ​ຢ່າງ​ມືນເມົາ​ຢູ່​ເຊັ່ນ​ນັ້ນ ລາວ​ຈຶ່ງ​ຟ້າວ​ໄປ​ບອກ​ອ້າຍ​ທັງສອງ.

23 ແລ້ວ​ເຊມ​ກັບ​ຢາເຟດ​ກໍ​ຖື​ເອົາ​ເສື້ອຄຸມ​ຜືນ​ໜຶ່ງ ພາດ​ໃສ່​ບ່າ​ຂອງ​ພວກເຂົາ​ມາ. ພວກເຂົາ​ຍ່າງ​ຖອຍ​ຫລັງ​ເຂົ້າ​ມາ​ຫາ​ພໍ່ ແລ້ວ​ປົດ​ເສື້ອ​ທີ່​ພາດ​ຢູ່​ເທິງ​ບ່າ​ນັ້ນ​ປົກ​ຕົວ​ພໍ່​ໄວ້​ໂດຍ​ປິ່ນ​ໜ້າ​ໜີ ເພາະ​ບໍ່​ຢາກ​ເຫັນ​ພໍ່​ຂອງ​ພວກ​ຕົນ​ຢູ່​ໃນ​ສະພາບ​ເປືອຍກາຍ​ເຊັ່ນນີ້.

24 ເມື່ອ​ໂນອາ​ຕື່ນ​ຂຶ້ນ​ມາ ແລະ​ຊວ່າງ​ເມົາ ເພິ່ນ​ກໍ​ຮູ້​ສິ່ງ​ທີ່​ລູກຊາຍ​ຫລ້າ​ໄດ້​ເຮັດ​ກັບ​ຕົນ

25 ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ກູ​ຂໍ​ສາບແຊ່ງ​ຊາວ​ການາອານ ມັນ​ຈະ​ເປັນ​ຂ້ອຍ​ຂ້າ​ຮັບໃຊ້​ພວກ​ອ້າຍ​ຂອງ​ມັນ

26 ຂໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ຊົງ​ອວຍພອນ​ເຊມ; ຊາວ​ການາອານ​ຈະ​ເປັນ​ຂ້ອຍຂ້າ​ຮັບໃຊ້​ຂອງ​ເຊມ​ແນ່ແທ້.

27 ຂໍ​ພຣະເຈົ້າ​ຊ່ວຍ​ຢາເຟດ ໃຫ້​ຮັ່ງ​ມີເປັນດີ; ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ​ເຫຼືອ​ນັບ. ຂໍ​ໃຫ້​ເຊື້ອສາຍ​ຢາເຟດ​ຢູ່​ຮ່ວມ​ກັບ​ເຊື້ອສາຍ​ເຊມ; ຊາວ​ການາອານ​ຈະ​ເປັນ​ທາດຮັບໃຊ້​ຂອງ​ຢາເຟດ.”

28 ຫລັງຈາກ​ນໍ້າ​ຖ້ວມ​ແຜ່ນດິນ​ໂລກ​ແລ້ວ ໂນອາ​ກໍ​ມີ​ອາຍຸ​ຕໍ່ມາ​ອີກ 350 ປີ;

29 ເພິ່ນ​ໄດ້​ຕາຍໄປ​ເມື່ອ​ເພິ່ນ​ອາຍຸ​ໄດ້ 950 ປີ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan