ປະຖົມມະການ 7 - ພຣະຄຳພີສັກສິນໍ້າຖ້ວມໂລກ 1 ພຣະເຈົ້າຢາເວໄດ້ບອກໂນອາວ່າ, “ຈົ່ງເຂົ້າໄປໃນເຮືອກັບຄອບຄົວທັງໝົດຂອງເຈົ້າ; ເຮົາເຫັນແລ້ວວ່າ ແມ່ນເຈົ້າຜູ້ດຽວເທົ່ານັ້ນໃນໝົດທັງໂລກນີ້ທີ່ເຮັດສິ່ງຊອບທຳ. 2 ຈົ່ງເອົາສັດທີ່ບໍ່ເປັນມົນທິນ ແນວລະເຈັດຄູ່, ແຕ່ສັດທີ່ເປັນມົນທິນນັ້ນໃຫ້ເອົາແນວລະຄູ່. 3 ໃຫ້ເອົານົກຊະນິດລະເຈັດຄູ່ເຊັ່ນດຽວກັນ. ເຮົາຢາກໃຫ້ສັດເຫຼົ່ານີ້ມີຊີວິດຢູ່ ແລະອອກແມ່ແຜ່ລູກຕໍ່ໄປເທິງແຜ່ນດິນໂລກ. 4 ໃນເຈັດວັນຂ້າງໜ້ານີ້ ເຮົາຈະໃຫ້ຝົນຕົກລົງມາ ຊຶ່ງຈະຕົກເປັນເວລາສີ່ສິບວັນສີ່ສິບຄືນ ເພື່ອທຳລາຍທຸກສິ່ງທີ່ມີຊີວິດ ຊຶ່ງເຮົາໄດ້ສ້າງຂຶ້ນມານັ້ນໃຫ້ຈິບຫາຍໄປໝົດ.” 5 ຝ່າຍໂນອາກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ. 6 ເມື່ອນໍ້າຖ້ວມໂລກນັ້ນ ໂນອາມີອາຍຸໄດ້ 600 ປີ. 7 ໂນອາພ້ອມດ້ວຍເມຍ ລູກຊາຍພ້ອມລູກໃພ້ທັງໝົດ ກໍພາກັນເຂົ້າໄປໃນເຮືອເພື່ອໜີນໍ້າຖ້ວມ. 8 ສັດແລະນົກ ໂຕຜູ້ແລະໂຕແມ່ແຕ່ລະຊະນິດ ທັງໂຕທີ່ເປັນມົນທິນ ແລະບໍ່ເປັນມົນທິນ 9 ກໍຖືກຕ້ອນເຂົ້າໄປໃນເຮືອພ້ອມກັບໂນອາຕາມພຣະເຈົ້າໄດ້ສັ່ງ. 10 ເຈັດວັນຕໍ່ມາ ນໍ້າກໍໄດ້ຖ້ວມແຜ່ນດິນໂລກ. 11 ເມື່ອໂນອາອາຍຸໄດ້ 600 ປີ, ຄືໃນວັນທີສິບເຈັດຂອງເດືອນທີສອງ ຟ້າສະຫວັນໄດ້ຖອກເທຫ່າຝົນລົງມາສູ່ໂລກ; ນໍ້າໃນບໍ່ ໃນເຫວ ແລະໃນຫ້ວຍຮ່ອງກໍໄດ້ພຸ່ງຂຶ້ນ; 12 ຝົນໄດ້ຕົກລົງມາສູ່ໂລກບໍ່ຂາດສາຍ ເປັນເວລາສີ່ສິບວັນສີ່ສິບຄືນ. 13 ໃນວັນດຽວກັນນັ້ນ ໂນອາພ້ອມດ້ວຍເມຍ ແລະລູກຊາຍທັງສາມຄົນຄື: ເຊມ, ຮາມ ແລະຢາເຟດພ້ອມທັງເມຍຂອງພວກເຂົາ ກໍພາກັນເຂົ້າໄປຢູ່ໃນເຮືອ. 14 ສັດທຸກໆຊະນິດກໍຖືກຕ້ອນເຂົ້າໄປໃນເຮືອເຊັ່ນ: ສັດປ່າ, ສັດບ້ານ, ສັດໃຫຍ່ແລະສັດນ້ອຍ ຕະຫລອດທັງນົກພ້ອມສັດທີ່ມີປີກທຸກຊະນິດ. 15 ສັດໂຕຜູ້ແລະໂຕແມ່ ຕາມແຕ່ລະຊະນິດຂອງມັນໄດ້ເຂົ້າໄປຢູ່ໃນເຮືອກັບໂນອາ 16 ຫລັງຈາກຈັດສັດທຸກຊະນິດ ແລະທຸກສິ່ງທີ່ມີຊີວິດພ້ອມກັບໂນອາເຂົ້າໃນເຮືອ ຕາມທີ່ພຣະເຈົ້າໄດ້ສັ່ງແລ້ວ ພຣະເຈົ້າຢາເວກໍໄດ້ອັດປະຕູເຮືອ. 17 ນໍ້າໄດ້ຖ້ວມສືບຕໍ່ກັນຕະຫລອດສີ່ສິບວັນສີ່ສິບຄືນ. ນໍ້າມາກຂຶ້ນເລື້ອຍໆຈົນເຮືອຂອງໂນອາຟູຢູ່ເໜືອໜ້າດິນ. 18 ນໍ້າມາກຂຶ້ນເລື້ອຍໆ ຈົນເຮືອຂອງໂນອາໄຫລໄປມາເທິງກະແສນໍ້າ. 19 ລະດັບນໍ້າໄດ້ສູງຂຶ້ນເລື້ອຍໆ ຈົນຖ້ວມພູຜາໜ່ວຍສູງສຸດ. 20 ໃນທີ່ສຸດ ນໍ້າໄດ້ຖ້ວມພູເຂົາໜ່ວຍສູງທີ່ສຸດຂຶ້ນໄປອີກເຈັດແມັດ. 21 ທຸກໆສິ່ງທີ່ມີຊີວິດຢູ່ໃນໂລກໄດ້ຕາຍໝົດຄື: ນົກທຸກໆຊະນິດ, ສັດທຸກໆຊະນິດ ແລະຄົນທຸກໆຄົນ. 22 ທຸກໆສິ່ງທີ່ຫາຍໃຈໄດ້ເທິງແຜ່ນດິນໂລກໄດ້ຕາຍໄປໝົດ. 23 ພຣະອົງໄດ້ທຳລາຍທຸກໆສິ່ງທີ່ມີຊີວິດຢູ່ເທິງແຜ່ນດິນໂລກເຊັ່ນ: ມະນຸດ, ສັດ ແລະນົກ. ມີແຕ່ຄອບຄົວຂອງໂນອາ ແລະສັດໃນເຮືອເທົ່ານັ້ນ ທີ່ຍັງເຫລືອຢູ່. 24 ລະດັບນໍ້າຖ້ວມຍັງສູງຢູ່ ເປັນເວລາ 150 ວັນ. |
@ 2012 United Bible Societies. All Rights Reserved.