ປະຖົມມະການ 6 - ພຣະຄຳພີສັກສິຄວາມຊົ່ວຊ້າຂອງມະນຸດ 1 ເມື່ອມະນຸດໄດ້ເພີ່ມທະວີຫລາຍຂຶ້ນຢູ່ໃນທົ່ວແຜ່ນດິນໂລກ ແລະພວກລູກຍິງກໍໄດ້ເກີດມາ, 2 ລູກຊາຍທັງຫລາຍຂອງພຣະເຈົ້າ ທີ່ເຫັນວ່າຍິງສາວເຫຼົ່ານີ້ງາມຫລາຍ. ສະນັ້ນ ຈຶ່ງພາກັນຫາເລືອກເອົາເປັນເມຍຕາມໃຈມັກ. 3 ເມື່ອພຣະເຈົ້າຢາເວເຫັນດັ່ງນັ້ນ ຈຶ່ງກ່າວວ່າ, “ເຮົາຈະບໍ່ອະນຸຍາດໃຫ້ມະນຸດມີຊີວິດຢູ່ຕະຫລອດໄປ ເພາະພວກເຂົາເປັນມະນຸດທີ່ຕ້ອງຕາຍ, ແຕ່ບັດນີ້ໄປ ພວກເຂົາຈະມີອາຍຸບໍ່ເກີນ 120 ປີ.” 4 ໃນສະໄໝນັ້ນ ແລະທັງສະໄໝຕໍ່ມາ ມີຄົນຮູບຮ່າງໃຫຍ່ທີ່ເທິງແຜ່ນດິນໂລກ. ຄົນພວກນີ້ເກີດຈາກຜູ້ຍິງກັບລູກຊາຍທັງຫລາຍຂອງພຣະເຈົ້າ. ພວກເຂົາເປັນຄົນເກັ່ງກ້າສາມາດຫລາຍ ແລະເປັນຄົນທີ່ມີຊື່ສຽງດີໃນສະໄໝບູຮານ. 5 ເມື່ອພຣະເຈົ້າຢາເວເຫັນວ່າມະນຸດຊົ່ວຮ້າຍຫລາຍຂຶ້ນ ແລະຄວາມຄິດຊົ່ວກໍບັງຄັບຈິດໃຈພວກເຂົາຢູ່ທຸກເວລາ, 6 ພຣະເຈົ້າຢາເວຈຶ່ງເສຍໃຈຫລາຍທີ່ໄດ້ສ້າງພວກເຂົາ ແລະໃຫ້ພວກເຂົາຢູ່ເທິງແຜ່ນດິນໂລກ ພຣະອົງກິນແໜງໃຈຫລາຍ 7 ພຣະເຈົ້າຢາເວຈຶ່ງກ່າວວ່າ, “ເຮົາຈະທຳລາຍມະນຸດເຫຼົ່ານີ້ ທີ່ເຮົາໄດ້ສ້າງມາພ້ອມກັບສັດທັງຫລາຍ ແລະນົກຕ່າງໆເພາະເຮົາເສຍໃຈທີ່ໄດ້ສ້າງພວກເຂົາ.” 8 ແຕ່ພຣະເຈົ້າຢາເວຊົງພໍໃຈນຳໂນອາ. 9-10 ປະຫວັດຂອງໂນອາເປັນມາດັ່ງນີ້: ເພິ່ນມີລູກຊາຍຢູ່ສາມຄົນຄື: ເຊມ, ຮາມ ແລະຢາເຟດ. ໂນອາເປັນຄົນດີ ແລະແມ່ນເພິ່ນຜູ້ດຽວເທົ່ານັ້ນທີ່ພຣະເຈົ້າພໍໃຈນຳ ເພາະເພິ່ນໄດ້ດຳເນີນຊີວິດໃນຄວາມສາມັກຄີທຳຕິດສະໜິດກັບພຣະເຈົ້າ; 11 ແຕ່ພວກອື່ນໆທຸກຄົນໄດ້ເຮັດຊົ່ວໃນສາຍຕາຂອງພຣະເຈົ້າ ແລະການຂ້າຟັນລັນແທງກັນກໍແຜ່ລາມໄປທົ່ວທຸກທີ່ທຸກບ່ອນ. 12 ພຣະເຈົ້າເບິ່ງໂລກນີ້ ແລະເຫັນວ່າເຕັມໄປດ້ວຍຄວາມຊົ່ວຮ້າຍ ຍ້ອນມະນຸດທັງປວງເຮັດແຕ່ຄວາມຊົ່ວຊ້າທັງສິ້ນ. ໂນອາສ້າງເຮືອໃຫຍ່ 13 ພຣະເຈົ້າໄດ້ບອກໂນອາວ່າ, “ເຮົາໄດ້ຕັດສິນໃຈທີ່ຈະດັບສູນມະນຸດຊາດທັງໝົດແລ້ວ. ເຮົາຈະທຳລາຍພວກເຂົາຢ່າງໝົດສິ້ນ ເພາະໂລກນີ້ເຕັມໄປດ້ວຍການກະທຳອັນຊົ່ວຊ້າຂອງພວກເຂົາ. ຈົ່ງສ້າງເຮືອລຳໜຶ່ງດ້ວຍໄມ້ແກ່ນທີ່ໜາແໜ້ນສຳລັບເຈົ້າເອງ; 14 ຈົ່ງສ້າງໃຫ້ເປັນຫລາຍຫ້ອງ ແລະເອົາຂີ້ຊີອັດຢາທາງໃນກັບທາງນອກໃຫ້ດີ. 15 ເຮືອລຳນີ້ ທາງຍາວໃຫ້ໄດ້ 133 ແມັດ, ທາງກວ້າງ 22 ແມັດ ແລະທາງສູງ 13 ແມັດ. 16 ຈົ່ງເຮັດປ່ອງຢ້ຽມ ຈຸຫລັງຄາສູງເຄິ່ງແມັດແລະຍາວຕາມຝາເຮືອ. ສ່ວນທາງໃນເຮືອນັ້ນໃຫ້ເຮັດເປັນສາມຊັ້ນ ແລະເຮັດປະຕູໄວ້ຂ້າງໜຶ່ງ. 17 ເຮົາຈະເຮັດໃຫ້ມີນໍ້າຖ້ວມເທິງແຜ່ນດິນໂລກເພື່ອທຳລາຍທຸກສິ່ງທີ່ມີຊີວິດຢູ່. ທຸກໆສິ່ງເທິງແຜ່ນດິນໂລກຈະດັບສູນໄປ 18 ແຕ່ເຮົາຈະຕັ້ງພັນທະສັນຍາໄວ້ກັບເຈົ້າ. ຈົ່ງເອົາເມຍ, ລູກຊາຍ ແລະພວກລູກໃພ້ຂອງເຈົ້າເຂົ້າໄປໃນເຮືອ. 19-20 ຈົ່ງເອົາສັດທຸກໆຊະນິດແນວລະຄູ່, ນົກທຸກໆຊະນິດແນວລະຄູ່ ເພື່ອໃຫ້ສັດເຫຼົ່ານີ້ມີຊີວິດຢູ່. 21 ຢ່າລືມຕຽມເອົາອາຫານຫລາຍໆຊະນິດໄວ້ສຳລັບຄອບຄົວຂອງເຈົ້າ ແລະສຳລັບສັດເຫຼົ່ານັ້ນ.” 22 ໂນອາໄດ້ເຮັດຕາມທີ່ພຣະເຈົ້າໄດ້ສັ່ງໄວ້ທຸກປະການ. |
@ 2012 United Bible Societies. All Rights Reserved.