ປະຖົມມະການ 50 - ພຣະຄຳພີສັກສິ1 ໂຢເຊັບຟ້າວເຂົ້າໄປຫາພໍ່ຂອງຕົນ ທັງຮ້ອງໄຫ້ແລະຈູບທີ່ໜ້າຜາກຂອງເພິ່ນ. 2 ແລ້ວໂຢເຊັບກໍສັ່ງໃຫ້ແພດທີ່ຢູ່ໃຕ້ການປົກຄອງຂອງຕົນ ອາບນໍ້າຢາຮັກສາຊາກສົບຂອງຢາໂຄບ. 3 ພວກເຂົາໃຊ້ເວລາສີ່ສິບວັນ ເພື່ອດອງສົບນັ້ນ. ແລ້ວຊາວເອຢິບກໍໄວ້ທຸກໃຫ້ເພິ່ນ ເປັນເວລາເຈັດສິບວັນ. 4 ເມື່ອເວລາກຳນົດໄວ້ທຸກສິ້ນສຸດລົງແລ້ວ ໂຢເຊັບຈຶ່ງກ່າວແກ່ຂຸນນາງຂອງກະສັດວ່າ, “ກະລຸນາໄປບອກກະສັດໃຫ້ຂ້ອຍແດ່ວ່າ, 5 ‘ເມື່ອພໍ່ຂອງຂ້ານ້ອຍໃກ້ຈະສິ້ນໃຈຕາຍນັ້ນ ເພິ່ນໄດ້ໃຫ້ຂ້ານ້ອຍສັນຍາຕໍ່ເພິ່ນວ່າ ໃຫ້ນຳເອົາຊາກສົບຂອງເພິ່ນໄປຝັງໄວ້ຢູ່ໃນຖໍ້າ ທີ່ເພິ່ນໄດ້ຕຽມໄວ້ເອງໃນການາອານ. ສະນັ້ນ ຂໍທ່ານຈົ່ງອະນຸຍາດໃຫ້ຂ້ານ້ອຍໄປຝັງສົບພໍ່ຂອງຂ້ານ້ອຍແດ່ທ້ອນ ເມື່ອຝັງແລ້ວໆຂ້ານ້ອຍຈະກັບຄືນມາທີ່ນີ້.”’ 6 ກະສັດຝາກຕອບໂຢເຊັບມາວ່າ, “ຈົ່ງໄປຝັງສົບຂອງພໍ່ເຈົ້າ ຕາມທີ່ເຈົ້າໄດ້ສັນຍາໄວ້ກັບເພິ່ນສາ.” 7 ດັ່ງນັ້ນ ໂຢເຊັບຈຶ່ງໄປຝັງສົບພໍ່ຂອງຕົນ. ບັນດາຂຸນນາງໃນວັງຂອງກະສັດທຸກຄົນ, ຣາຊມົນຕີໃນຣາຊວັງ ແລະບັນດາຜູ້ນຳຂອງຊາວເອຢິບ ກໍໄປນຳໂຢເຊັບດ້ວຍ. 8 ຄອບຄົວຂອງໂຢເຊັບ, ພວກອ້າຍນ້ອງຂອງເພິ່ນ ແລະຄອບຄົວຂອງພໍ່ທັງໝົດກໍໄປນຳເໝືອນກັນ. ເວັ້ນໄວ້ແຕ່ພວກເດັກນ້ອຍ, ຝູງແກະ, ຝູງແບ້ ແລະຝູງງົວທີ່ປະໄວ້ຢູ່ໃນເຂດໂກເຊັນ. 9 ນອກຈາກນີ້ ຍັງມີລົດມ້າກັບທະຫານມ້າຕິດຕາມເພິ່ນໄປເປັນຂະບວນແຫ່ຢ່າງຍືດຍາວ. 10 ເມື່ອຂະບວນແຫ່ໄດ້ມາເຖິງລານເຂົ້າຂອງອາຕາດ ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ; ພວກເຂົາໄດ້ຈັດພິທີປົງສົບຢ່າງຍິ່ງໃຫຍ່ຂຶ້ນ ແລະໂຢເຊັບກໍຈັດພິທີໄວ້ທຸກເປັນເວລາເຈັດວັນ. 11 ເມື່ອຊາວການາອານເຫັນການໄວ້ທຸກທີ່ອາຕາດ ພວກເຂົາຈຶ່ງເວົ້າວ່າ, “ແມ່ນພິທີໄວ້ທຸກຢ່າງພິລຶກຂອງຊາວເອຢິບ.” ສະນັ້ນ ພວກເຂົາຈຶ່ງໄດ້ໃສ່ຊື່ບ່ອນນັ້ນວ່າ ອາເບັນມິຊະຣາອິມ ຊຶ່ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ. 12 ດັ່ງນັ້ນ ພວກລູກຫລານຂອງຢາໂຄບຈຶ່ງເຮັດຕາມ ສິ່ງທີ່ພໍ່ໄດ້ສັ່ງພວກເຂົາທຸກປະການ; 13 ພວກເຂົາໄດ້ຫາມຊາກສົບຂອງພໍ່ໄປສູ່ການາອານ ແລະຝັງໄວ້ຢູ່ໃນຖໍ້າຝັງສົບທີ່ມັກເປລາ; ທາງທິດຕາເວັນອອກຂອງມຳເຣ ໃນນາຊຶ່ງອັບຣາຮາມໄດ້ຊື້ຈາກເອຟະໂຣນຊາວຮິດຕີ ເພື່ອເອົາໄວ້ເປັນບ່ອນຝັງສົບ. 14 ຫລັງຈາກໂຢເຊັບໄດ້ຝັງສົບພໍ່ຂອງຕົນແລ້ວ ເພິ່ນກໍກັບຄືນເມືອປະເທດເອຢິບ ພ້ອມກັບພວກອ້າຍນ້ອງຂອງຕົນ ແລະຜູ້ຕິດຕາມເພິ່ນມານັ້ນທຸກຄົນ. ໂຢເຊັບໃຫ້ຄວາມແນ່ໃຈແກ່ພວກອ້າຍຂອງຕົນ 15 ຫລັງຈາກພໍ່ຂອງພວກເຂົາໄດ້ຕາຍໄປແລ້ວ ພວກອ້າຍຂອງໂຢເຊັບຈຶ່ງປຶກສາກັນວ່າ, “ພວກເຮົາຈະເຮັດແນວໃດດີ? ໂຢເຊັບອາດຈະຍັງກຽດຊັງພວກເຮົາຢູ່ກໍໄດ້ ແລະອາດວາງແຜນແກ້ແຄ້ນການຊົ່ວຊ້າທຸກຢ່າງ ທີ່ພວກເຮົາໄດ້ເຮັດຕໍ່ລາວນັ້ນກໍໄດ້.” 16 ດັ່ງນັ້ນ ພວກເຂົາຈຶ່ງສັ່ງຄວາມໄປຫາໂຢເຊັບວ່າ, 17 “ກ່ອນພໍ່ຕາຍ ເພິ່ນໄດ້ສັ່ງໄວ້ກັບພວກເຮົາໃຫ້ມາບອກເຈົ້າວ່າ, ‘ລູກຈົ່ງກະລຸນາຍົກຄວາມຜິດ ທີ່ພວກອ້າຍຂອງເຈົ້າໄດ້ເຮັດຕໍ່ເຈົ້າເດີ.’ ບັດນີ້ ກະລຸນາຍົກຄວາມຜິດທີ່ພວກເຮົາ ຜູ້ຮັບໃຊ້ພຣະເຈົ້າຂອງພໍ່ເຈົ້າ ໄດ້ເຮັດມານັ້ນເຖີດ.” ເມື່ອໂຢເຊັບໄດ້ຍິນເລື່ອງນີ້ແລ້ວ ເພິ່ນກໍຮ້ອງໄຫ້. 18 ແລ້ວພວກອ້າຍຂອງໂຢເຊັບກໍພາກັນມາຫາໂຢເຊັບໂດຍຕົນເອງ ແລະຂາບລົງຕໍ່ໜ້າເພິ່ນ. ພວກເຂົາເວົ້າວ່າ, “ພວກເຮົາຢູ່ທີ່ນີ້ເໝືອນຜູ້ຮັບໃຊ້ຂອງທ່ານ.” 19 ແຕ່ໂຢເຊັບກ່າວແກ່ພວກເຂົາວ່າ, “ຢ່າຢ້ານເລີຍ ຂ້ອຍບໍ່ສາມາດຍົກຕົວເອງ ຂຶ້ນໄປແທນພຣະເຈົ້າໄດ້ດອກ. 20 ພວກເຈົ້າໄດ້ເຮັດເລື່ອງຊົ່ວຊ້າຕໍ່ຂ້ອຍ, ແຕ່ພຣະເຈົ້າໄດ້ຫັນປ່ຽນໃຫ້ເປັນເລື່ອງດີ ເພື່ອຊ່ວຍຊີວິດຂອງຫລາຍໆຄົນໃຫ້ຍັງມີຊີວິດຢູ່ໄດ້ຈົນທຸກວັນນີ້ ຍ້ອນເຫດການທີ່ໄດ້ເກີດຂຶ້ນນັ້ນ. 21 ບັດນີ້ ຢ່າຢ້ານເລີຍ ຂ້ອຍຈະປົກປັກຮັກສາພວກເຈົ້າ ພ້ອມທັງລູກຫລານຂອງພວກເຈົ້າທຸກຄົນ.” ເພິ່ນເວົ້າອອຍໃຈຂອງພວກເຂົາ ດ້ວຍຖ້ອຍຄຳທີ່ສຸພາບອ່ອນໂຍນ. ໂຢເຊັບຕາຍ 22 ໂຢເຊັບສືບຕໍ່ອາໄສຢູ່ໃນປະເທດເອຢິບກັບຄອບຄົວຂອງພໍ່ຕົນ; ເພິ່ນຕາຍໄປເມື່ອອາຍຸໄດ້ 110 ປີ. 23 ເພິ່ນມີຊີວິດຢູ່ຈົນເຫັນລູກ ແລະຫລານຂອງເອຟຣາອິມ. ເພິ່ນມີຊີວິດຢູ່ຈົນໄດ້ຮັບເອົາລູກຂອງມາກີ ລູກຊາຍຂອງມານາເຊເຂົ້າໃນຄອບຄົວຄືກັນ. 24 ໂຢເຊັບກ່າວແກ່ພວກອ້າຍນ້ອງວ່າ, “ຂ້ອຍໃກ້ຈະສິ້ນໃຈຕາຍແລ້ວ, ແຕ່ພຣະເຈົ້າຈະຮັກສາພວກເຈົ້າຢ່າງແນ່ນອນ ແລະພຣະອົງຈະນຳພວກເຈົ້າອອກໄປຈາກປະເທດນີ້ ຄືນສູ່ດິນແດນທີ່ພຣະອົງໄດ້ສັນຍາໄວ້ຢ່າງໜັກແໜ້ນກັບອັບຣາຮາມ, ອີຊາກ ແລະຢາໂຄບ.” 25 ແລ້ວໂຢເຊັບກໍໃຫ້ປະຊາຊົນຂອງຕົນສາບານຕໍ່ຕົນວ່າ, “ຈົ່ງສາບານຕໍ່ຂ້ອຍວ່າ ເມື່ອພຣະເຈົ້າໄດ້ນຳພາພວກເຈົ້າອອກໄປສູ່ດິນແດນນັ້ນແລ້ວ ພວກເຈົ້າຈະຕ້ອງເອົາຊາກສົບຂອງຂ້ອຍອອກໄປນຳ.” 26 ສະນັ້ນ ໂຢເຊັບຈຶ່ງໄດ້ຕາຍໄປທີ່ປະເທດເອຢິບ ເມື່ອເພິ່ນອາຍຸໄດ້ໜຶ່ງຮ້ອຍສິບປີ. ພວກເຂົາໄດ້ອາບນໍ້າຢາຮັກສາຊາກສົບຂອງເພິ່ນ ແລະບັນຈຸໃສ່ໂລງສົບເພື່ອເກັບຮັກສາໄວ້. |
@ 2012 United Bible Societies. All Rights Reserved.