Biblia Todo Logo
Bìoball air-loidhne

- Sanasan -

ປະຖົມມະການ 5 - ພຣະຄຳພີສັກສິ


ເຊື້ອສາຍ​ຂອງ​ອາດາມ
( 1 ຂຄ 1:1-4 )

1 ຕໍ່ໄປນີ້ ແມ່ນ​ລາຍຊື່​ປະຫວັດ​ເຊື້ອສາຍ​ຂອງ​ອາດາມ. (ເມື່ອ​ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ນັ້ນ ພຣະອົງ​ໄດ້​ສ້າງ​ເຂົາ​ໃຫ້​ມີ​ຮູບ​ລັກສະນະ​ຄື​ພຣະອົງ.

2 ພຣະອົງ​ໄດ້​ສ້າງ​ພວກເຂົາ​ໃຫ້​ເປັນ​ເພດ​ຊາຍ ແລະ​ເພດຍິງ ອວຍພອນ​ພວກເຂົາ ແລະ​ຕັ້ງ​ຊື່​ໃຫ້​ພວກເຂົາ​ວ່າ, “ມະນຸດ”)

3 ເມື່ອ​ອາດາມ​ອາຍຸ​ໄດ້ 130 ປີ, ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ​ເຊດ ຜູ້​ທີ່​ຄ້າຍ​ຄື​ກັບ​ລາວ​ເອງ.

4 ຫລັງຈາກ​ນັ້ນ ອາດາມ​ຍັງ​ມີ​ອາຍຸ​ຍືນຍາວ​ມາ​ອີກ 800 ປີ. ລາວ​ມີ​ລູກ​ຊາຍ​ຍິງ​ອີກ​ຫລາຍ​ຄົນ

5 ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 930 ປີ.

6 ເມື່ອ​ເຊດ​ອາຍຸ​ໄດ້ 105 ປີ ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອໂນດ

7 ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 807 ປີ. ເຊດ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ

8 ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 912 ປີ.

9 ເມື່ອ​ເອໂນດ​ອາຍຸ​ໄດ້ 90 ປີ ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເກນານ

10 ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 815 ປີ. ເອໂນດ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ

11 ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 905 ປີ.

12 ເມື່ອ​ເກນານ​ອາຍຸ​ໄດ້ 70 ປີ. ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ມະຫາລາເລນ

13 ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 840 ປີ. ເກນານ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ

14 ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 910 ປີ.

15 ເມື່ອ​ມະຫາລາເລນ​ອາຍຸ​ໄດ້ 65 ປີ, ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ຢາເຣັດ

16 ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 830 ປີ. ມະຫາລາເລນ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ

17 ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 895 ປີ.

18 ເມື່ອ​ຢາເຣັດ​ອາຍຸ​ໄດ້ 162 ປີ ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອນົກ

19 ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 800 ປີ. ຢາເຣັດ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ

20 ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 962 ປີ.

21 ເມື່ອ​ເອນົກ​ອາຍຸ​ໄດ້ 65 ປີ. ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເມທູເສລາ.

22 ຫລັງຈາກ​ນັ້ນ ເອນົກ​ກໍໄດ້​ຕິດຕາມ​ພຣະເຈົ້າ​ໄປ​ຕື່ມ​ອີກ 300 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ.

23 ເອນົກ​ມີ​ອາຍຸ​ທັງໝົດ 365 ປີ.

24 ລາວ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ຕິດສະໜິດ​ກັບ​ພຣະເຈົ້າ ແລະ​ລາວ​ກໍໄດ້​ຫາຍຕົວ​ໄປ ເພາະ​ພຣະເຈົ້າ​ໄດ້​ຮັບ​ເອົາ​ລາວ​ໄປ.

25 ເມື່ອ​ເມທູເສລາ​ອາຍຸ​ໄດ້ 187 ປີ ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ລາເມັກ

26 ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 782 ປີ. ເມທູເສລາ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ

27 ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 969 ປີ.

28 ເມື່ອ​ລາເມັກ​ອາຍຸ​ໄດ້ 182 ປີ ລາວ​ມີ​ລູກຊາຍ​ຜູ້ໜຶ່ງ

29 ແລະ​ລາວ​ເວົ້າ​ວ່າ, “ເດັກນ້ອຍ​ຜູ້​ນີ້​ຈະ​ເລົ້າໂລມ​ພວກເຮົາ​ໃຫ້​ຫາຍ​ຄວາມ​ອິດເມື່ອຍ​ຈາກ​ວຽກງານ​ໜັກ ເນື່ອງ​ຈາກ​ພຣະເຈົ້າຢາເວ​ໄດ້​ສາບແຊ່ງ​ດິນ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ເດັກນ້ອຍ​ນີ້​ວ່າ ໂນອາ.

30 ລາເມັກ​ມີ​ອາຍຸ​ຍືນຍາວ​ມາ​ອີກ 595 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ.

31 ລາວ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 777 ປີ.

32 ເມື່ອ​ໂນອາ​ອາຍຸ​ໄດ້ 500 ປີ ໂນອາ​ມີ​ລູກຊາຍ​ສາມ​ຄົນ​ຄື: ເຊມ, ຮາມ ແລະ​ຢາເຟດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan