ປະຖົມມະການ 49 - ພຣະຄຳພີສັກສິຄຳອຳລາຂອງຢາໂຄບ 1 ຢາໂຄບໄດ້ເອີ້ນພວກລູກຊາຍທຸກຄົນຂອງຕົນມາ ແລະເວົ້າວ່າ, “ຈົ່ງມາໂຮມກັນໃກ້ພໍ່ພີ້ ແລະພໍ່ຈະບອກເຖິງສິ່ງທີ່ຈະເກີດຂຶ້ນກັບພວກເຈົ້າໃນພາຍຄັ້ງໜ້າດັ່ງນີ້: 2 ພວກລູກຊາຍຂອງຢາໂຄບ ຈົ່ງພ້ອມໜ້າມາຮັບຟັງ ຟັງວາຈາຂອງອິດສະຣາເອນບິດາຂອງພວກເຈົ້າ. 3-4 ຣູເບັນ ຜູ້ເປັນລູກກົກຂອງເຮົາ ຜູ້ຊຶ່ງເປັນກຳລັງ ແລະຜົນແຮກແຫ່ງເຫື່ອແຮງຂອງເຮົາ ທັງຂະຫຍັນແລະອົງອາດໃນບັນດາລູກຂອງພໍ່; ແຮງເທົ່າທຽມດັ່ງກະແສນໍ້າຊັດຊົນໄປ, ແຕ່ເຈົ້ານັ້ນຈະບໍ່ແມ່ນບຸລຸດຄົນສຳຄັນ ເພາະເຈົ້າລັກນອນນຳເມຍນ້ອຍຂອງຂ້ອຍ. ເຈົ້າຈຶ່ງເຮັດໃຫ້ຂ້ອຍເສື່ອມເສຍກຽດສັກສີ ເຮັດໃຫ້ຕຽງຂ້ອຍມີຣາຄີເປັນມົນທິນໄປຕະຫລອດ. 5 ສ່ວນຊີເມໂອນແລະເລວີນັ້ນ ເປັນພີ່ນ້ອງດຽວກັນ; ເມົາແຕ່ໃຊ້ອາວຸດຍຸດທະພັນຮ່ວມກັນເຂັ່ນຂ້າ. 6 ຂ້ອຍຈະບໍ່ມີໜ້າໃນການສົນທະນາລັບກັບພວກເຂົາ ທັງຈະບໍ່ເຂົ້າໄປປະຊຸມບ່ອນໃດໆນຳເດັດຂາດ ເພາະພວກເຂົາຂ້າຄົນຕັ້ງຫລວງຫລາຍ ລົ້ມຕາຍກັນມາກມາຍກໍເພາະຄວາມໂກດຮ້າຍ. ພວກເຂົາໄດ້ໃຊ້ມີດຕັດເອັນຂະນ່ອງງົວເຖິກ ສະໜຸກດຸດດັ່ງກິລາຈົນງົວຂາພິການຍ້ອນ; 7 ຂ້ອຍຂໍສາບແຊ່ງໄວ້ ຄວາມໂຫດຫ້ຽມຂອງພວກເຂົາ. ຍ້ອນເມົາມົວໂມໂຫຈຶ່ງລືມຕົວເຮັດຊົ່ວໄວ້. ຂ້ອຍຈະໃຫ້ພວກເຂົາແຕກກະຈັດກະຈາຍໄປທົ່ວອິດສະຣາເອນ; ຂ້ອຍຈະໃຫ້ພວກເຂົາແຕກກັນໃນພວກເຂົາເຈົ້າ. 8 ຢູດາເອີຍ ພວກພີ່ນ້ອງຈະຮ້ອງຄຳສັນລະເສີນ ເພາະເຈົ້າເຄີຍຈັບຄໍສັດຕູຍໍຂື້ນແລະລົງໄດ້. ອ້າຍນ້ອງນົບນ້ອມໄຫວ້ເປັນໃຈນຳທຸກທ່າ; ພາກັນມາຊ້ອງໜ້າຢູດາທ້າວແທ້ໃດ 9 ຢູດານີ້ ຍັງເກັ່ງກ້າຮ້າຍກາດເໝືອນໂຕສິງ; ຂ້າເຫຍື່ອຍາດຊີງມາ ແລະຟ້າວໄປຫາໝົ້ງນອນລີ້. ຢຽດຕົວລົງນອນເນີ້ງເຮັດຕາຫລັບສີພັບໆ ໃຜບໍ່ກ້າຫຍັບເຂົ້າໃກ້ຍາມລາວໄດ້ນອນຫລັບສະບາຍ. 10 ຢູດາ ຈະຖືຕາຕັ້ງອຳນາດແຫ່ງຣາຊາ ສືບຮອດຍາດວົງໃຫ້ເຊື້ອສາຍຄອງອຳນາດ ຈົນມີຫລາຍຊົນຊາດອາສາຫາຂອງຂວັນມາຖວາຍແດ່ ແລະກົ້ມຂາບລົງໄຫວ້ເຈົ້າຝູງຄົນເຝົ້າເຊື່ອຟັງ. 11 ລາວມັດລໍລ່າມໄວ້ໃຕ້ເຫຼົ່າຕົ້ນອະງຸ່ນ ງາມອຸ່ມຊຸ່ມເຕັມກົກພົ້ວດົກໝາກອະງຸ່ນແທ້ ໃຊ້ເຫຼົ້າອະງຸ່ນແດງແຫລ້ໆຈຸ່ມແຊ່ຊັກເຄື່ອງ ເສື້ອຄຸມຈຶ່ງຖືກຍ້ອມດ້ວຍນໍ້າເຫຼົ້າອະງຸ່ນ. 12 ດວງຕາເບິ່ງໄສແຈ້ງຍ້ອນແຮງລິດເຫຼົ້າອະງຸ່ນ; ແຂ້ວຂາວເປັນເງົາ ຍ້ອນລາວດື່ມນໍ້ານົມຕາງນໍ້າ. 13 ເຊບູໂລນ ຈະຢູ່ຕາມແຄມຝັ່ງທະເລ ບັນດາເຮືອຈະຈອດຊຸມກັນຢູ່ທີ່ນັ້ນ ເພາະໃນແຄມຝັ່ງຫັ້ນມີທ່າເຮືອຫລາຍບ່ອນ ເຂດຍາວຢ້ອນກາຍພົ້ນຈົນຮອດເມືອງຊີໂດນ. 14 ອິດຊາຄານັ້ນ ບໍ່ດີກວ່າໂຕລໍພໍເທົ່າໃດ ຢຽດກາຍລົງກາງຖົງໜັງນອນສະບາຍຫາຍຮ້ອນ. 15 ນອນຢູ່ຫັ້ນເພາະເຫັນດິນດອນວ່າງາມຍິ່ງ; ດິນແດນຈຶ່ງຊື່ນຊ້ອຍຍິນດີດ້ວຍຕື່ມເຕັມ ສະນັ້ນ ລາວຈຶ່ງຢຽດຕົວກົ້ມກົ່ງຫລັງລົງເພື່ອລໍຮັບ; ຍອມຮັບແບກເຄື່ອງໃຊ້ບັນທຸກໄວ້ແຕ່ສິ່ງຂອງ. ລາວຖືກບັງຄັບໃຫ້ເຮັດວຽກໜັກໜ່ວງແທ້ໃດ ຈົນທົນຮັບໃຊ້ເຂົາເໝືອນເປັນທາດຮັບໃຊ້. 16 ດານ ຈະປົກປ້ອງຄຸ້ມຄອງຄົນຂອງຕົນ ດັ່ງຊົນເຜົ່າຝູງຊາວອິດສະຣາເອນອື່ນໄດ້. 17 ດານ ຈະເປັນງູພິດຮ້າຍນອນຂວາງທາງຍ່າງ ເລືອລ້ຽວໄປຢ່າງນັ້ນຊອກຫາເລື່ອງຕາມແຄມທາງ. ທີ່ນັ້ນ ມັນດັກກັດຂະນ່ອງມ້າທີ່ກຳລັງແລ່ນຫອບໄປ ຈົນຄົນຂີ່ຫງາຍຫລັງລົງຈາກຫລັງມ້າ. 18 ໂອ ຂ້າແດ່ພຣະເຈົ້າຢາເວ ອົງທີ່ຂ້ານ້ອຍເຝົ້າຄອງຫາ ເຊີນມາຊ່ວຍຊູຂ້ານ້ອຍໃຫ້ພົ້ນໄພດ້ວຍ. 19 ກາດ ຈະຖືກຄົນເຂົາປຸ້ນໂອລະຫົນວຸ້ນວາຍ, ແຕ່ລາວຈະໄລ່ຕາມຕິດຄິດບັນຊີນຳເຂົາໃຫ້ໄດ້. 20 ອາເຊ ຈະມີທີ່ດິນກວ້າງປູກຝັງໄດ້ຫລາຍຢ່າງ ຈະຫາອາຫານຢ່າງດີໃຫ້ຣາຊາເຈົ້າເຫຼົ່າກະສັດ. 21 ເນັບທາລີ ເປັນດັ່ງກວາງນ້ອຍຮອຍງາມຍ່າງສະຫງ່າ ແລ່ນລ່າເລີງເລາະຫລິ້ນເສລີແທ້ຕາມພົງໄພ; ດັ່ງພັນໄມ້ດີມີເຊື້ອງາມງ່າງາມຕາ ເກີດລູກມາຊ່າງໜ້າຊົມ ຊື່ນອາຣົມສົມໃຈແທ້. 22 ສ່ວນໂຢເຊັບນັ້ນດັ່ງລໍປ່າຕາມແຄມນໍ້າພຸໄສ ປຽບຄືລູກມ້າເຖິກໂຕງາມຕາມເນີນພູພຸ້ນ. 23 ສັດຕູບຸກໂຈມຕີຮອບດ້ານຢ່າງໃຈອຳມະຫິດ ແລະເລັ່ງໄລ່ຕິດຕາມຖືທະນູແລະໜ້າພ້ອມ. 24 ແຕ່ໂຢເຊັບຖືໜ້າທະນູໄວ້ໃນກຳມືຢ່າງໝັ້ນແກ່ນ ແລະແຂນລາວຈຶ່ງໄດ້ຮັບຊ່ວຍຊູຂຶ້ນໃຫ້ແຂງແຮງ; ເປັນເພາະຣິດອຳນາດຂອງພຣະອົງ ຄືພຣະເຈົ້າອົງຊົງນຳພາຢາໂຄບມາຕະຫລອດ. ພຣະອົງເປັນທັງຜູ້ປົກປ້ອງຄຸ້ມຄອງຕະຫລອດມາ ທັງເປັນພຣະຜູ້ລ້ຽງຊົນເຜົ່າຊາດອິດສະຣາເອນດ້ວຍ. 25 ຍ້ອນຄວາມຊ່ວຍຊູຂອງພຣະເຈົ້າແຫ່ງພຣະບິດາ ອົງຊົງຣິດອຳນາດຍິ່ງໃຫຍ່ຖອກເທພອນລົງມາ ເໝືອນດັ່ງຫ່າຝົນເທລົງມາສູ່ພິພົບ ປັດຖະພີບໍ່ຫລົບຫລີກໄດ້ເລີຍໄປສູ່ພື້ນທ້ອງທາລາ. ໂດຍອວຍພອນໃຫ້ມີລົ້ນ ທັງຝູງງົວແລະລູກຫລານຕື່ມ ໃຫ້ເປັນກໍເປັນເຫງົ້າຢ່າງຫລວງຫລາຍ. 26 ຄືອວຍພອນໃຫ້ມີເຂົ້າແລະມາລາງາມສະຫງ່າ ພອນຈາກພູຜາແຕ່ກ່ອນກີ້ ທັງພູນ້ອຍທັງຫຼາຍ ສືບໄປ ຂໍໃຫ້ໂຢເຊັບໄດ້ເປັນຜູ້ຮັບພອນນີ້ ໃຫ້ພອນນັ້ນປະດັບທີ່ເທິງຫົວຂອງລາວໄວ້. ທີ່ໜ້າຜາກຂອງຜູ້ທີ່ຖືກຕັ້ງໄວ້ສະເພາະ ຈາກບັນດາຍາດຕິພີ່ນ້ອງຂອງຕົນນັ້ນ. 27 ສ່ວນເບັນຢາມິນ ນັ້ນ ຄືໝາໄນໂຕຫ້ຽມໂຫດ ຕອນເຊົ້າລ່າເນື້ອໄດ້ແລະແບ່ງກັນໃນຕອນແລງ.” 28 ຄົນທັງໝົດນີ້ທີ່ໄດ້ເວົ້າມານັ້ນ ແມ່ນສິບສອງເຜົ່າຂອງຊາດອິດສະຣາເອນ; ແລະທຸກສິ່ງທີ່ພໍ່ຂອງພວກເຂົາໄດ້ເວົ້າເຖິງ ແມ່ນຄຳອວຍພອນອຳລາ ທີ່ເໝາະສົມສຳລັບແຕ່ລະຄົນ. ຢາໂຄບຕາຍແລະຖືກຝັງໄວ້ 29 ຢາໂຄບໄດ້ສັ່ງພວກເຂົາວ່າ, “ບັດນີ້ ພໍ່ໃກ້ຈະສິ້ນໃຈຕາຍໄປຢູ່ກັບບັນພະບຸລຸດຂອງເຮົາທີ່ຕາຍໄປກ່ອນແລ້ວ; ຈົ່ງຝັງພໍ່ໄວ້ກັບປູ່ຍ່າຕາຍາຍຂອງພວກເຮົາຢູ່ໃນຂຸມຝັງສົບທີ່ນາຂອງເອຟະໂຣນຊາວຮິດຕີ 30 ທີ່ມັກເປລາ ທາງທິດຕາເວັນອອກຂອງມຳເຣໃນການາອານ. ອັບຣາຮາມໄດ້ຊື້ຖໍ້າໃນທົ່ງນາຂອງເອຟະໂຣນຊາວຮິດຕີໄວ້ ກໍເພື່ອເຮັດເປັນບ່ອນຝັງສົບ. 31 ແມ່ນໃນບ່ອນນັ້ນເອງທີ່ພວກເຂົາໄດ້ຝັງອັບຣາຮາມກັບນາງຊາຣາ ເມຍຂອງເພິ່ນ; ອີຊາກກັບນາງເຣເບກາເມຍຂອງເພິ່ນ; ແລະຂ້ອຍໄດ້ຝັງນາງເລອາເມຍຂອງຂ້ອຍໄວ້ຢູ່ໃນທີ່ນັ້ນເໝືອນກັນ. 32 ທົ່ງນາກັບຖໍ້ານັ້ນ ໄດ້ຊື້ມາຈາກຊາວຮິດຕີ. ຈົ່ງຝັງຂ້ອຍໄວ້ຢູ່ໃນທີ່ນັ້ນ.” 33 ເມື່ອຢາໂຄບສັ່ງລາພວກລູກຊາຍຂອງຕົນແລ້ວ ເພິ່ນກໍເອ່ນຕົວລົງເທິງຕຽງແລ້ວສິ້ນລົມຫາຍໃຈ ແລະຖືກຮວບຮວມໄປຢູ່ກັບບັນພະບຸລຸດຂອງເພິ່ນ. |
@ 2012 United Bible Societies. All Rights Reserved.