ປະຖົມມະການ 48 - ພຣະຄຳພີສັກສິຢາໂຄບອວຍພອນເອຟຣາອິມແລະມານາເຊ 1 ຫລັງຈາກນັ້ນມາບໍ່ດົນນານ ກໍມີຄົນມາບອກໂຢເຊັບວ່າພໍ່ຂອງເພິ່ນເຈັບໜັກ. ສະນັ້ນ ໂຢເຊັບຈຶ່ງພາລູກຊາຍທັງສອງຂອງຕົນຄື ມານາເຊແລະເອຟຣາອິມ ໄປຫາພໍ່ຂອງຕົນ. 2 ເມື່ອຢາໂຄບຮູ້ວ່າໂຢເຊັບລູກຊາຍຂອງຕົນມາຢາມ ເພິ່ນຈຶ່ງຮວບຮວມເຫື່ອແຮງທັງໝົດທີ່ຕົນມີຢູ່ ລຸກຂຶ້ນນັ່ງເທິງຕຽງ. 3 ຢາໂຄບກ່າວແກ່ໂຢເຊັບວ່າ, “ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ປາກົດແກ່ພໍ່ທີ່ເມືອງລູເຊ ໃນການາອານແລະອວຍພອນພໍ່. 4 ພຣະອົງໄດ້ກ່າວວ່າ, ‘ເຮົາຈະໃຫ້ເຈົ້າມີລູກຫລານຢ່າງຫລວງຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະກາຍເປັນຫລາຍໆຊົນຊາດ; ເຮົາຈະເອົາດິນແດນນີ້ ໃຫ້ເປັນສົມບັດແກ່ເຊື້ອສາຍຂອງເຈົ້າຕະຫລອດໄປ.”’ 5 ຢາໂຄບກ່າວຕໍ່ໄປວ່າ, “ໂຢເຊັບເອີຍ ລູກຊາຍຂອງເຈົ້າສອງຄົນທີ່ໄດ້ເກີດຢູ່ໃນປະເທດເອຢິບ ກ່ອນພໍ່ມາຢູ່ນີ້ເປັນລູກຂອງພໍ່. ເອຟຣາອິມແລະມານາເຊກໍເທົ່າໆກັບຣູເບັນແລະຊີເມໂອນ. 6 ຖ້າເຈົ້າມີລູກຊາຍອີກ ພໍ່ຈະບໍ່ຖືວ່າເປັນລູກຂອງພໍ່. ພວກເຂົາຈະໄດ້ຮັບມໍຣະດົກ ໂດຍທາງເອຟຣາອິມແລະມານາເຊ. 7 ພໍ່ເຮັດດັ່ງນີ້ ເພາະເຫັນແກ່ຣາເຊັນແມ່ຂອງເຈົ້າ. ພໍ່ໂສກເສົ້າຫລາຍ ເມື່ອແມ່ຂອງເຈົ້າຈາກພໍ່ໄປໃນການາອານ ຊຶ່ງບໍ່ຢູ່ໄກເທົ່າໃດຈາກເອຟຣາທາ. ພໍ່ໄດ້ຝັງສົບແມ່ຂອງເຈົ້າໄວ້ທີ່ແຄມທາງໄປສູ່ເອຟຣາທາ.” (ເອຟຣາທາແມ່ນເມືອງເບັດເລເຮັມໃນປັດຈຸບັນນີ້.) 8 ເມື່ອຢາໂຄບເຫັນລູກຊາຍຂອງໂຢເຊັບ ເພິ່ນຈຶ່ງຖາມວ່າ, “ເດັກນ້ອຍພວກນີ້ແມ່ນຜູ້ໃດ?” 9 ໂຢເຊັບຕອບວ່າ, “ພວກເຂົາແມ່ນລູກຂອງຂ້ານ້ອຍ ທີ່ພຣະເຈົ້າໄດ້ໂຜດໃຫ້ທີ່ປະເທດເອຢິບນີ້.” ຢາໂຄບເວົ້າວ່າ, “ຈົ່ງເອົາພວກເຂົາມາຫາພໍ່ດູ ເພື່ອພໍ່ຈະໄດ້ອວຍພອນພວກເຂົາ.” 10 ສາຍຕາຂອງຢາໂຄບອ່ອນລົງຫລາຍ ຍ້ອນຄວາມຊະລາແລະບໍ່ເຫັນຮຸ່ງຄັກ. ເມື່ອໂຢເຊັບນຳພວກເຂົາເຂົ້າມາ ເພິ່ນຈຶ່ງກອດແລະຈູບພວກເຂົາ. 11 ຢາໂຄບກ່າວແກ່ໂຢເຊັບວ່າ, “ພໍ່ບໍ່ເຄີຍຄິດເລີຍວ່າຈະໄດ້ເຫັນເຈົ້າອີກ, ແຕ່ບັດນີ້ ພຣະເຈົ້າໃຫ້ພໍ່ໄດ້ເຫັນຮອດລູກຂອງເຈົ້າ.” 12 ແລ້ວໂຢເຊັບກໍເອົາເຂົາທັງສອງອອກຈາກຕັກຂອງຢາໂຄບ ແລະພາພວກເຂົາກົ້ມຂາບລົງຕໍ່ໜ້າເພິ່ນ. 13 ໂຢເຊັບເອົາເອຟຣາອິມມາທາງຊ້າຍມືຂອງຢາໂຄບແລະມານາເຊຢູ່ທາງຂວາມື. 14 ແຕ່ຢາໂຄບໄຂ່ວແຂນຂອງຕົນ ແລະເອົາມືຂວາວາງເທິງຫົວຂອງເອຟຣາອິມຜູ້ເປັນນ້ອງ ແລະມືຊ້າຍວາງເທິງຫົວຂອງມານາເຊຜູ້ເປັນອ້າຍ. 15 ແລ້ວເພິ່ນກໍອວຍພອນແກ່ໂຢເຊັບ ວ່າ: “ຂໍພຣະເຈົ້າອົງທີ່ພໍ່ຂອງຂ້ານ້ອຍຄືອີຊາກແລະອັບຣາຮາມ ຜູ້ທີ່ບາກບັ່ນຮັບໃຊ້ພຣະອົງ ອວຍພອນເດັກນ້ອຍເຫຼົ່ານີ້ ຂໍພຣະເຈົ້າອົງທີ່ນຳພາຂ້ານ້ອຍທຸກມື້ນີ້ແລະທຸກເວລາ; ຈົ່ງອວຍພອນເຂົາເຫຼົ່ານີ້ເທີ້ນ 16 ຂໍໃຫ້ເທວະດາຕົນທີ່ໄດ້ຊ່ວຍກູ້ເອົາຂ້ານ້ອຍ; ຈົ່ງອວຍພອນເຂົາເຫຼົ່ານີ້ດ້ວຍ ຂໍໃຫ້ຊື່ຂອງຂ້ານ້ອຍທັງອີຊາກແລະອັບຣາຮາມ ດຳລົງຄົງຢູ່ນຳເດັກນ້ອຍເຫຼົ່ານີ້ ຂໍໃຫ້ພວກເຂົາຈົ່ງມີລູກຫລານຢ່າງຫຼວງຫລາຍ ທັງມີເຊື້ອສາຍມາກມາຍຫລາຍລົ້ນ ແດ່ທ້ອນ.” 17 ໂຢເຊັບບໍ່ສະບາຍໃຈ ເມື່ອເຫັນພໍ່ຂອງຕົນເອົາມືຂວາວາງເທິງຫົວຂອງເອຟຣາອິມ. ສະນັ້ນ ເພິ່ນຈຶ່ງປ່ຽນມືຂອງພໍ່ທີ່ວາງເທິງຫົວຂອງເອຟຣາອິມ ມາວາງໃສ່ເທິງຫົວຂອງມານາເຊ. 18 ເພິ່ນເວົ້າກັບພໍ່ວ່າ, “ບໍ່ແມ່ນທາງນີ້ພໍ່ ທາງນີ້ແມ່ນອ້າຍ, ເອົາມືຂວາວາງເທິງຫົວລາວສາ.” 19 ຢາໂຄບປະຕິເສດ ແລະເວົ້າວ່າ, “ພໍ່ຮູ້ແລ້ວລູກເອີຍ ພໍ່ຮູ້ດີ. ເຊື້ອສາຍຂອງມານາເຊກໍຈະກາຍເປັນຊົນຊາດໃຫຍ່ເໝືອນກັນ. ແຕ່ຜູ້ນ້ອງນັ້ນຈະຍິ່ງໃຫຍ່ກວ່າຜູ້ອ້າຍ ແລະເຊື້ອສາຍຂອງລາວຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່.” 20 ສະນັ້ນ ເພິ່ນຈຶ່ງອວຍພອນພວກເຂົາໃນມື້ນັ້ນວ່າ, “ຊາວອິດສະຣາເອນຈະເອີ່ຍຊື່ເຈົ້າ ເມື່ອອວຍພອນກັນ; ເຂົາຈະເວົ້າກັນດ້ວຍຖ້ອຍຄຳດັ່ງນີ້: ‘ຂໍພຣະເຈົ້າບັນດານໃຫ້ຂ້ານ້ອຍກາຍເປັນເໝືອນ ເອຟຣາອິມແລະມານາເຊດ້ວຍ.”’ 21 ແລ້ວຢາໂຄບກໍເວົ້າກັບໂຢເຊັບວ່າ, “ລູກເຫັນແລ້ວວ່າ ພໍ່ໃກ້ຈະສິ້ນໃຈຕາຍ, ແຕ່ພຣະເຈົ້າຈະຢູ່ກັບເຈົ້າ ແລະນຳເຈົ້າຄືນໄປສູ່ດິນແດນຂອງປູ່ຍ່າຕາຍາຍຂອງເຈົ້າ. 22 ພໍ່ມອບຊີເຄມ ເຂດອຸດົມສົມບູນ ແລະຮັ່ງມີໃຫ້ແກ່ເຈົ້າ ແລະບໍ່ແມ່ນໃຫ້ພວກອ້າຍຂອງເຈົ້າ ເພາະພໍ່ໄດ້ຊີເຄມມາຈາກພວກອາໂມດ້ວຍຄົມດາບແລະທະນູ.” |
@ 2012 United Bible Societies. All Rights Reserved.