Biblia Todo Logo
Bìoball air-loidhne

- Sanasan -

ປະຖົມມະການ 47 - ພຣະຄຳພີສັກສິ

1 ດັ່ງນັ້ນ ໂຢເຊັບ​ຈຶ່ງ​ພາ​ອ້າຍ​ຫ້າ​ຄົນ​ຂອງຕົນ​ໄປ​ພົບ​ກະສັດ. ເພິ່ນ​ບອກ​ກະສັດ​ວ່າ, “ພໍ່​ແລະ​ພວກ​ອ້າຍນ້ອງ​ຂອງ​ຂ້ານ້ອຍ​ໄດ້​ມາ​ແຕ່​ການາອານ​ແລ້ວ ພ້ອມ​ກັບ​ຝູງແກະ​ແລະ​ຝູງງົວ ຕະຫລອດ​ທັງ​ທຸກສິ່ງ​ທີ່​ພວກເຂົາ​ມີ​ຢູ່. ດຽວ​ນີ້​ພວກ​ເຂົາເຈົ້າ​ອາໄສ​ຢູ່​ເຂດ​ໂກເຊັນ.”

2 ແລ້ວ​ໂຢເຊັບ​ກໍ​ແນະນຳ​ພວກ​ອ້າຍ​ຂອງຕົນ​ຕໍ່​ກະສັດ.

3 ກະສັດ​ຖາມ​ວ່າ, “ພວກເຈົ້າ​ມີ​ອາຊີບ​ຫຍັງ?” ພວກເຂົາ​ຕອບ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ມີ​ອາຊີບ​ເປັນ​ຜູ້​ລ້ຽງສັດ ຄື​ກັບ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ.

4 ພວກ​ຂ້ານ້ອຍ​ມາ​ຂໍ​ອາໄສ​ຢູ່​ປະເທດ​ນີ້ ເພາະ​ໃນ​ການາອານ​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ ຈົນ​ບໍ່ມີ​ທົ່ງຫຍ້າ​ສຳລັບ​ລ້ຽງ​ຝູງສັດ. ກະລຸນາ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ໄດ້​ອາໄສ​ຢູ່​ໃນ​ເຂດ​ໂກເຊັນ​ນັ້ນ​ເຖີດ.”

5 ກະສັດ​ກ່າວ​ແກ່​ໂຢເຊັບ​ວ່າ, “ບັດນີ້ ພໍ່​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າ​ໄດ້​ມາຮອດ​ແລ້ວ

6 ດິນແດນ​ຂອງ​ປະເທດ​ເອຢິບ​ກໍ​ເປັນ​ຂອງ​ພວກເຂົາ​ຄືກັນ. ພວກເຂົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ເຂດ​ໂກເຊັນ​ໄດ້ ບ່ອນ​ທີ່​ມີ​ດິນ​ດີທີ່ສຸດ​ໃນ​ປະເທດ​ນີ້. ນອກຈາກນີ້ ຖ້າ​ເຈົ້າ​ຮູ້​ວ່າ ໃນ​ພວກເຂົາ​ຜູ້ໜຶ່ງ​ຜູ້ໃດ​ມີ​ຄວາມ​ສາມາດ ກໍ​ໃຫ້​ຮັບ​ລ້ຽງ​ຝູງສັດ​ຂອງເຮົາ​ດ້ວຍ.”

7 ແລ້ວ​ໂຢເຊັບ​ກໍໄດ້​ພາ​ຢາໂຄບ​ພໍ່​ຂອງຕົນ​ເຂົ້າ​ໄປ​ພົບ​ກະສັດ. ຢາໂຄບ​ອວຍພອນ​ກະສັດ

8 ແລະ​ກະສັດ​ໄດ້​ຖາມ​ຢາໂຄບ​ວ່າ, “ເຈົ້າ​ອາຍຸ​ໄດ້​ຈັກ​ປີ​ແລ້ວ?”

9 ຢາໂຄບ​ຕອບ​ວ່າ, “ຊີວິດ​ທີ່​ທ່ອງທ່ຽວ​ໄປມາ​ຂອງ​ຂ້ານ້ອຍ ມີ​ຢູ່ 130 ປີ. ເປັນ​ເວລາສັ້ນ​ແລະ​ລຳບາກ ບໍ່​ຄື​ຊີວິດ​ທີ່​ທ່ອງທ່ຽວ​ໄປມາ​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ.”

10 ຢາໂຄບ​ອວຍພອນ​ກະສັດ​ແລະ​ອຳລາ​ກັບ​ໄປ.

11 ໂຢເຊັບ​ໄດ້​ຈັດ​ທີ່ດິນ​ໃຫ້​ພໍ່​ກັບ​ພວກ​ອ້າຍ​ຂອງຕົນ​ຢູ່​ໃນ​ປະເທດ​ເອຢິບ ໂດຍ​ເລືອກ​ເອົາ​ດິນ​ຕອນ​ດີທີ່ສຸດ​ຢູ່​ໃກ້​ກັບ​ເມືອງ​ຣາມາເຊັດ ໃຫ້​ເປັນ​ສົມບັດ​ຂອງ​ພວກເຂົາ​ຕາມ​ທີ່​ກະສັດ​ໄດ້​ສັ່ງ.

12 ໂຢເຊັບ​ໄດ້​ຈັດ​ຫາ​ສະບຽງ​ອາຫານ​ໃຫ້​ພໍ່, ບັນດາ​ອ້າຍ​ນ້ອງ ແລະ​ຄອບຄົວ​ຂອງ​ພວກເຂົາ​ທຸກໆ​ຄົນ ຕະຫລອດ​ທັງ​ພວກ​ເດັກນ້ອຍ​ທີ່​ໄດ້​ຕິດຕາມ​ມາ​ນຳ​ນັ້ນ.


ໂຢເຊັບ​ວາງ​ນະໂຍບາຍ​ປົກຄອງ​ປະເທດ​ຄາວ​ອຶດຢາກ

13 ການ​ອຶດຢາກ​ຄັ້ງ​ນີ້​ຮ້າຍແຮງ​ທີ່ສຸດ ຈົນ​ວ່າ​ຢູ່​ໃນ​ປະເທດ​ອື່ນໆ​ບໍ່ມີ​ອາຫານ​ກິນ ແລະ​ປະຊາຊົນ​ເອຢິບ​ກັບ​ຊາວ​ການາອານ​ກໍ​ອ່ອນເພຍ​ຍ້ອນ​ການ​ອຶດຢາກ.

14 ໂຢເຊັບ​ທ້ອນໂຮມ​ເອົາ​ເງິນ​ທັງໝົດ​ທີ່​ໄດ້​ມາ​ຈາກ​ການ​ຂາຍ​ເຂົ້າ ນຳ​ໄປ​ຖອກ​ທີ່​ຄັງ​ຂອງ​ຣາຊວັງ.

15 ເມື່ອ​ຊາວ​ເອຢິບ​ແລະ​ຊາວ​ການາອານ​ຈ່າຍ​ເງິນ​ໝົດ​ແລ້ວ ຊາວ​ເອຢິບ​ຈຶ່ງ​ຫຸ້ມ​ກັນ​ມາ​ຫາ​ໂຢເຊັບ ແລະ​ເວົ້າ​ວ່າ, “ຂໍ​ອາຫານ​ໃຫ້​ພວກ​ຂ້ານ້ອຍ​ກິນ​ແດ່ທ້ອນ ຢ່າ​ປະ​ໃຫ້​ພວກ​ຂ້ານ້ອຍ​ຕ້ອງ​ຫິວ​ຕາຍ​ເລີຍ. ກະລຸນາ​ຫາ​ທາງ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ເພາະ​ເງິນ​ຂອງ​ພວກ​ຂ້ານ້ອຍ​ກໍໄດ້​ຈ່າຍ​ໄປ​ຈົນ​ໝົດ​ແລ້ວ.”

16 ໂຢເຊັບ​ຈຶ່ງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ໝົດ​ເງິນ​ແທ້ ໃຫ້​ນຳ​ສັດ​ມາ​ແລກ​ປ່ຽນ​ເອົາ​ເຂົ້າ.”

17 ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ສັດ​ຂອງຕົນ​ມາ​ໃຫ້​ໂຢເຊັບ ແລະ​ເພິ່ນ​ກໍ​ເອົາ​ອາຫານ​ແລກ​ປ່ຽນ​ເອົາ​ສັດ ເປັນ​ຕົ້ນ: ມ້າ, ແກະ, ແບ້, ງົວ ແລະ​ລໍ. ໃນ​ປີ​ນັ້ນ ເພິ່ນ​ໄດ້​ຈ່າຍ​ອາຫານ​ໃຫ້​ແກ່​ປະຊາຊົນ ໂດຍ​ວິທີ​ແລກ​ປ່ຽນ​ກັບ​ສັດ​ຕ່າງໆ​ຂອງ​ພວກເຂົາ.

18 ປີ​ຕໍ່ມາ ພວກເຂົາ​ກໍ​ພາກັນ​ມາ​ຫາ​ໂຢເຊັບ​ອີກ ແລະ​ເວົ້າ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ຂໍ​ເວົ້າ​ຄວາມຈິງ​ສູ່​ທ່ານ​ຟັງ ໂດຍ​ບໍ່ໄດ້​ປິດບັງ​ຫຍັງ​ເລີຍ​ຄື: ເງິນ​ຂອງ​ພວກ​ຂ້ານ້ອຍ​ກໍ​ໝົດ​ແລ້ວ ແລະ​ສັດ​ຂອງ​ພວກ​ຂ້ານ້ອຍ​ກໍ​ເປັນ​ຂອງທ່ານ​ແລ້ວ. ດຽວນີ້ ພວກ​ຂ້ານ້ອຍ​ບໍ່​ເຫຼືອ​ຫຍັງ​ພໍ​ເອົາ​ມາ​ໃຫ້​ທ່ານ​ແລກ​ປ່ຽນ ນອກຈາກ​ພວກ​ຂ້ານ້ອຍ​ເອງ​ກັບ​ທີ່ດິນ​ເທົ່ານັ້ນ.

19 ຢ່າ​ປ່ອຍ​ໃຫ້​ພວກ​ຂ້ານ້ອຍ​ຕ້ອງ​ອຶດຕາຍ​ເທາະ. ກະລຸນາ​ຫາ​ທາງ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ຢ່າ​ປ່ອຍ​ໃຫ້​ທີ່ດິນ​ຂອງ​ພວກ​ຂ້ານ້ອຍ​ຫວ່າງເປົ່າ​ລ້າໆ​ເລີຍ. ຂໍ​ທ່ານ​ຈົ່ງ​ຊື້​ທີ່ດິນ​ຂອງ​ພວກ​ຂ້ານ້ອຍ​ເພື່ອ​ແລກ​ເອົາ​ອາຫານ. ພວກ​ຂ້ານ້ອຍ​ຍິນດີ​ຍອມ​ເປັນ​ຄົນ​ຮັບໃຊ້​ຂອງ​ກະສັດ ແລະ​ທີ່ດິນ​ຂອງ​ພວກ​ຂ້ານ້ອຍ​ກໍ​ໃຫ້​ເປັນ​ຂອງ​ເພິ່ນ​ດ້ວຍ. ຈົ່ງ​ເອົາ​ເຂົ້າ​ໃຫ້​ພວກ​ຂ້ານ້ອຍ​ເພື່ອ​ພວກ​ຂ້ານ້ອຍ​ຈະ​ບໍ່​ອຶດຕາຍ ແລະ​ເອົາ​ເຂົ້າປູກ​ໃຫ້​ພວກ​ຂ້ານ້ອຍ​ເພື່ອ​ທີ່ດິນ​ຈະ​ບໍ່​ຖືກ​ປະປ່ອຍ​ໃຫ້​ວ່າງເປົ່າ​ລ້າໆ.”

20 ໂຢເຊັບ​ໄດ້​ຊື້​ເອົາ​ທີ່ດິນ​ທັງໝົດ​ໃນ​ປະເທດ​ເອຢິບ​ໃຫ້​ກະສັດ. ຊາວ​ເອຢິບ​ທຸກຄົນ​ຈຳເປັນ​ຕ້ອງ​ຂາຍ​ທີ່ດິນ​ຂອງຕົນ ຍ້ອນ​ວ່າ​ການ​ອຶດຢາກ​ເທື່ອ​ນີ້​ຮ້າຍແຮງ​ທີ່ສຸດ ແລະ​ທີ່ດິນ​ທັງໝົດ​ໃນ​ປະເທດ​ເອຢິບ​ກໍ​ກາຍເປັນ​ຂອງ​ກະສັດ.

21 ໂຢເຊັບ​ໄດ້​ນຳພາ​ຊາວ​ເອຢິບ​ມາ​ເປັນ​ຄົນ​ຮັບໃຊ້ ແລະ​ເຂດແດນ​ຈາກ​ສົ້ນສຸດ​ຂອງ​ປະເທດ​ເບື້ອງ​ນີ້​ຈຸ​ເບື້ອງ​ອື່ນ.

22 ຍັງ​ແຕ່​ທີ່ດິນ​ຂອງ​ພວກ​ປະໂຣຫິດ​ເທົ່ານັ້ນ​ທີ່​ເພິ່ນ​ບໍ່ໄດ້​ຊື້​ເອົາ. ພວກ​ປະໂຣຫິດ​ບໍ່ໄດ້​ຂາຍ​ທີ່ດິນ​ຂອງ​ພວກ​ຕົນ ເພາະ​ກະສັດ​ໃຫ້​ເງິນ​ອຸດໜູນ​ແກ່​ພວກເຂົາ.

23 ໂຢເຊັບ​ກ່າວ​ແກ່​ປະຊາຊົນ​ວ່າ, “ພວກເຈົ້າ​ເຫັນ​ແລ້ວ​ວ່າ ມື້ນີ້​ຂ້ອຍ​ໄດ້​ຊື້​ເອົາ​ພວກເຈົ້າ ພ້ອມ​ທີ່ດິນ​ຂອງ​ພວກເຈົ້າ​ມາ​ເປັນ​ຂອງ​ກະສັດ. ອັນ​ນີ້​ແມ່ນ​ເຂົ້າປູກ​ເພື່ອ​ໃຫ້​ພວກເຈົ້າ​ເອົາ​ໄປ​ຫວ່ານ​ໃນ​ນາ.

24 ເມື່ອ​ຮອດ​ລະດູ​ເກັບກ່ຽວ ພວກເຈົ້າ​ຕ້ອງ​ເອົາ​ຜົນລະປູກ​ໜຶ່ງ​ສ່ວນ​ຫ້າ​ໃຫ້​ກະສັດ. ສ່ວນ​ທີ່​ເຫຼືອ​ນັ້ນ ໃຫ້​ເປັນ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ເຂົ້າປູກ ແລະ​ສຳລັບ​ກິນ​ໃນ​ຄອບຄົວ.”

25 ພວກເຂົາ​ຕອບ​ວ່າ, “ທ່ານ​ໄດ້​ເຮັດ​ດີ​ຕໍ່​ພວກ​ຂ້ານ້ອຍ​ໂດຍ​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກ​ຂ້ານ້ອຍ​ໄວ້. ພວກ​ຂ້ານ້ອຍ​ຍິນດີ​ເປັນ​ຄົນ​ຮັບໃຊ້​ຂອງ​ກະສັດ.”

26 ດັ່ງນັ້ນ ໂຢເຊັບ​ຈຶ່ງ​ໄດ້​ແຕ່ງ​ກົດໝາຍ​ປົກຄອງ​ທີ່ດິນ​ໄວ້​ໃນ​ປະເທດ​ເອຢິບ​ຄື: ຜົນລະປູກ​ໜຶ່ງ​ສ່ວນ​ຫ້າ​ເປັນ​ຂອງ​ກະສັດ. ກົດໝາຍ​ນີ້​ຍັງ​ໃຊ້​ກັນ​ຈົນເຖິງ​ທຸກ​ວັນນີ້. ມີ​ແຕ່​ທີ່ດິນ​ຂອງ​ພວກ​ປະໂຣຫິດ​ເທົ່ານັ້ນ​ທີ່​ບໍ່​ເປັນ​ຂອງ​ກະສັດ.


ຢາໂຄບ​ບອກ​ຄວາມປະສົງ​ອັນ​ສຸດທ້າຍ​ຂອງຕົນ

27 ຊາວ​ອິດສະຣາເອນ​ທີ່​ອາໄສ​ໃນ​ປະເທດ​ເອຢິບ​ຢູ່​ໃນ​ເຂດ​ໂກເຊັນ ໄດ້​ຮັ່ງມີ​ເປັນ​ດີ​ຂຶ້ນ​ພ້ອມ​ທັງ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ.

28 ຢາໂຄບ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ສິບເຈັດ​ປີ ຈົນ​ເພິ່ນ​ມີ​ອາຍຸ​ໜຶ່ງຮ້ອຍ​ສີ່ສິບເຈັດ​ປີ.

29 ເມື່ອ​ຢາໂຄບ​ຮູ້ສຶກ​ວ່າ​ຕົນເອງ​ໃກ້​ຈະ​ຕາຍ​ແລ້ວ ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ໂຢເຊັບ​ລູກຊາຍ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, “ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງ​ພໍ່ ແລະ​ສາບານ​ຢ່າງ​ໜັກແໜ້ນ​ວ່າ ເຈົ້າ​ຈະ​ບໍ່​ຝັງ​ພໍ່​ໄວ້​ໃນ​ປະເທດ​ເອຢິບ​ນີ້.

30 ພໍ່​ຕ້ອງການ​ໃຫ້​ລູກ​ຝັງສົບ​ຂອງ​ພໍ່​ໄວ້​ຢູ່​ໃນ​ບ່ອນ​ຝັງສົບ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ; ຈົ່ງ​ເອົາ​ຊາກສົບ​ຂອງ​ພໍ່​ອອກ​ໜີ​ຈາກ​ປະເທດ​ເອຢິບ ແລະ​ຝັງ​ໄວ້​ຢູ່​ໃນ​ຖໍ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ.” ໂຢເຊັບ​ຕອບ​ວ່າ, “ລູກ​ຈະ​ເຮັດ​ຕາມ​ທີ່​ພໍ່​ຕ້ອງການ.”

31 ຢາໂຄບ​ເວົ້າ​ວ່າ, “ຈົ່ງ​ສາບານ​ຕໍ່​ພໍ່​ວ່າ​ລູກ​ຈະ​ເຮັດ​ດັ່ງນັ້ນ.” ໂຢເຊັບ​ໄດ້​ສາບານ. ແລ້ວ​ຢາໂຄບ​ກໍ​ໂມທະນາ​ຂອບພຣະຄຸນ ໂດຍ​ກົ້ມ​ຂາບລົງ​ເທິງ​ທີ່​ຫົວ​ຕຽງນອນ​ຂອງຕົນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan