ປະຖົມມະການ 45 - ພຣະຄຳພີສັກສິໂຢເຊັບບອກພວກອ້າຍໃຫ້ຮູ້ວ່າເພິ່ນແມ່ນໃຜ 1 ໂຢເຊັບບໍ່ສາມາດອົດກັ້ນນໍ້າຕາໄວ້ໄດ້ຕໍ່ໜ້າຄົນຮັບໃຊ້ຂອງຕົນ. ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ພວກເຂົາທັງໝົດອອກໄປຈາກຫ້ອງ. ເມື່ອໂຢເຊັບບອກພວກອ້າຍນ້ອງຂອງຕົນວ່າ ເພິ່ນແມ່ນໃຜນັ້ນ; ບໍ່ມີຄົນອື່ນຢູ່ໃນທີ່ນັ້ນເລີຍ. 2 ເພິ່ນໄຫ້ສະອື້ນສຽງດັງຈົນຊາວເອຢິບໄດ້ຍິນ ແລະຂ່າວຈຶ່ງແຜ່ໄປເຖິງຣາຊວັງ. 3 ໂຢເຊັບກ່າວແກ່ພວກອ້າຍນ້ອງຂອງຕົນວ່າ, “ຂ້ອຍແມ່ນໂຢເຊັບ. ພໍ່ຂອງຂ້ອຍຍັງມີຊີວິດຢູ່ບໍ?” ແຕ່ພໍເມື່ອໄດ້ຍິນເຊັ່ນນັ້ນ ພວກອ້າຍນ້ອງຂອງໂຢເຊັບກໍຢ້ານຫລາຍ ຈົນບໍ່ສາມາດຕອບເພິ່ນໄດ້. 4 ແລ້ວໂຢເຊັບກໍເວົ້າຕໍ່ໄປວ່າ, “ຈົ່ງຫຍັບເຂົ້າມາໃກ້ໆຂ້ອຍພີ້.” ພວກເຂົາຈຶ່ງຫຍັບເຂົ້າມາ ແລະເພິ່ນເວົ້າຕໍ່ໄປວ່າ, “ຂ້ອຍແມ່ນໂຢເຊັບນ້ອງຊາຍຂອງພວກເຈົ້າ ຜູ້ທີ່ພວກເຈົ້າໄດ້ຂາຍມາທີ່ປະເທດເອຢິບ. 5 ບັດນີ້ ຢ່າເປັນທຸກໃຈຫລືກ່າວໂທດຕົນເອງທີ່ໄດ້ຂາຍຂ້ອຍມາທີ່ນີ້. ແມ່ນພຣະເຈົ້າ ທີ່ໄດ້ສົ່ງຂ້ອຍມານີ້ກ່ອນເພື່ອຊ່ວຍຊີວິດມະນຸດ. 6 ດຽວນີ້ ເປັນພຽງປີທີສອງຂອງການອຶດຢາກທີ່ດິນແດນນີ້ເທົ່ານັ້ນ, ແຕ່ຍັງຈະມີອີກຫ້າປີທີ່ບໍ່ມີການປູກຝັງແລະການເກັບກ່ຽວ. 7 ພຣະເຈົ້າໄດ້ສົ່ງຂ້ອຍມາກ່ອນ ເພື່ອຊ່ວຍຊີວິດຂອງພວກເຈົ້າໄວ້ແບບອັດສະຈັນ ກໍເພື່ອໃຫ້ແນ່ໃຈວ່າພວກເຈົ້າແລະເຊື້ອສາຍຈະມີຊີວິດຢູ່. 8 ດັ່ງນັ້ນ ຈຶ່ງບໍ່ແມ່ນພວກເຈົ້າທີ່ໄດ້ສົ່ງຂ້ອຍມາທີ່ນີ້ ແຕ່ແມ່ນພຣະເຈົ້າຕ່າງຫາກທີ່ໄດ້ສົ່ງຂ້ອຍມາ. ພຣະອົງບັນດານໃຫ້ຂ້ອຍເປັນຂຸນນາງຜູ້ສຳຄັນຂອງກະສັດ. ຂ້ອຍເປັນຜູ້ຮັບຜິດຊອບປະເທດທັງໝົດຂອງເພິ່ນ. ຂ້ອຍເປັນຜູ້ປົກຄອງປະເທດເອຢິບທັງໝົດ.” 9 “ບັດນີ້ ຈົ່ງພາກັນກັບເມືອຫາພໍ່ຂອງຂ້ອຍ ແລະບອກເພິ່ນວ່າ ນີ້ແມ່ນຄຳເວົ້າຂອງໂຢເຊັບລູກຊາຍຂອງເພິ່ນວ່າ, ‘ພຣະເຈົ້າໄດ້ບັນດານໃຫ້ລູກ ເປັນຜູ້ປົກຄອງປະເທດເອຢິບທັງໝົດ ໃຫ້ພໍ່ມາຫາລູກໄວທີ່ສຸດ. 10 ໃຫ້ພໍ່ມາທີ່ເຂດໂກເຊັນບ່ອນທີ່ຢູ່ໃກ້ກັບລູກ ພ້ອມລູກຫລານ ຕະຫລອດທັງຝູງແກະ, ຝູງແບ້, ຝູງງົວ ແລະທຸກໆສິ່ງທີ່ພໍ່ມີຢູ່. 11 ຖ້າພໍ່ມາຢູ່ເຂດໂກເຊັນ ລູກກໍສາມາດເບິ່ງແຍງພໍ່ໄດ້ດີ. ຄວາມອຶດຢາກຍັງຈະມີອີກຫ້າປີ, ແລະລູກບໍ່ຢາກໃຫ້ຄອບຄົວຂອງພໍ່ກັບຝູງສັດຕ້ອງອຶດຕາຍ.”’ 12 ໂຢເຊັບເວົ້າກັບພວກອ້າຍນ້ອງຕໍ່ໄປວ່າ, “ດຽວນີ້ ພວກເຈົ້າທຸກຄົນ ແລະເບັນຢາມິນນ້ອງຊາຍຂອງຂ້ອຍກໍໄດ້ເຫັນແລ້ວວ່າ ຂ້ອຍແມ່ນໂຢເຊັບແທ້ໆ. 13 ຈົ່ງເລົ່າສູ່ພໍ່ຂອງຂ້ອຍຟັງວ່າ ຂ້ອຍມີອຳນາດໃນປະເທດເອຢິບນີ້ພຽງໃດ ແລະຈົ່ງເລົ່າທຸກໆສິ່ງທີ່ພວກເຈົ້າໄດ້ເຫັນນີ້ສູ່ເພິ່ນຟັງ. ແລ້ວຈົ່ງຮີບພາເພິ່ນມາຢູ່ປະເທດເອຢິບພີ້ໄວໆ.” 14 ໂຢເຊັບກອດເບັນຢາມິນນ້ອງຊາຍຂອງຕົນໄວ້ຢູ່ໃນອ້ອມແຂນພ້ອມທັງຮ້ອງໄຫ້. ເບັນຢາມິນກໍຮ້ອງໄຫ້ໃນອ້ອມກອດຂອງອ້າຍເໝືອນກັນ. 15 ແລ້ວທັງໆທີ່ຍັງຮ້ອງໄຫ້ຢູ່ນັ້ນ ເພິ່ນກອດແລະຈູບພວກອ້າຍທຸກໆຄົນ. ຫລັງຈາກນັ້ນ ອ້າຍແລະນ້ອງກໍໂອ້ລົມກັນກັບໂຢເຊັບ. 16 ເມື່ອຂ່າວໄດ້ແຜ່ໄປເຖິງຣາຊວັງຂອງຟາໂຣວ່າ ບັນດາອ້າຍແລະນ້ອງຂອງໂຢເຊັບໄດ້ມາຫາເພິ່ນ ກະສັດພ້ອມດ້ວຍບັນດາຂ້າຣາຊການກໍມີຄວາມຍິນດີນຳ. 17 ກະສັດກ່າວຕໍ່ໂຢເຊັບວ່າ, “ຈົ່ງບອກໃຫ້ພວກອ້າຍນ້ອງຂອງເຈົ້າ ບັນທຸກເອົາສິ່ງຂອງກັບຄືນເມືອການາອານ. 18 ໃຫ້ພວກເຂົາເມືອເອົາພໍ່ ແລະຄອບຄົວຂອງພວກເຂົາກັບມາທີ່ນີ້. ເຮົາຈະມອບທີ່ດິນບ່ອນອຸດົມສົມບູນທີ່ສຸດໃນປະເທດເອຢິບໃຫ້ພວກເຂົາ ແລະພວກເຂົາຈະມີຢູ່ມີກິນຈົນເຫລືອເຟືອ. 19 ຈົ່ງບອກພວກເຂົາໃຫ້ເອົາກວຽນເມືອນຳ ເພື່ອຂົນເອົາພໍ່ພ້ອມທັງເມຍ ແລະລູກໆຂອງພວກເຂົາ ມາຢູ່ທີ່ປະເທດເອຢິບພີ້. 20 ຢ່າພາກັນຫ່ວງຊັບສິ່ງຂອງທີ່ພວກເຂົາຕ້ອງປະມານັ້ນ ເພາະສິ່ງດີທີ່ສຸດຢູ່ໃນປະເທດເອຢິບທັງໝົດ ຈະເປັນຂອງພວກເຂົາ.” 21 ພວກລູກຊາຍຂອງຢາໂຄບກໍປະຕິບັດຕາມຄຳສັ່ງນັ້ນ. ໂຢເຊັບໄດ້ເອົາກວຽນຫລາຍລຳໃຫ້ພວກເຂົາຕາມຄຳສັ່ງຂອງກະສັດ ແລະເອົາອາຫານໃຫ້ໄປກິນຕາມທາງອີກດ້ວຍ. 22 ເພິ່ນຍັງເອົາເຄື່ອງນຸ່ງໃໝ່ໃຫ້ພວກເຂົານຸ່ງຜູ້ລະຊຸດຕື່ມອີກ; ສ່ວນເບັນຢາມິນນັ້ນ ເພິ່ນໄດ້ເອົາເງິນສາມຮ້ອຍຫລຽນ ແລະເຄື່ອງນຸ່ງຫ້າຊຸດໃຫ້ລາວເປັນພິເສດ. 23 ເພິ່ນຍັງສົ່ງລໍສິບໂຕຕ່າງຜະລິດຕະພັນຢ່າງດີທີ່ສຸດຂອງປະເທດເອຢິບໄປໃຫ້ພໍ່ຂອງຕົນ ແລະມີລໍອີກສິບໂຕຕ່າງເຂົ້າສານ, ເຂົ້າຈີ່, ກັບອາຫານອື່ນໆ ສຳລັບພໍ່ຂອງຕົນເພື່ອໃຫ້ເດີນທາງມາສູ່ປະເທດເອຢິບ. 24 ເພິ່ນໄປສົ່ງພວກອ້າຍນ້ອງອອກເດີນທາງກັບເມືອ ແລະສັ່ງພວກເຂົາວ່າ, “ຢ່າຜິດຖຽງກັນເດີ ເມື່ອເວລາເດີນທາງກັບໄປ.” 25 ພວກເຂົາໄດ້ອອກເດີນທາງກັບເມືອຫາຢາໂຄບພໍ່ຂອງພວກເຂົາໃນການາອານ. 26 ເມື່ອກັບມາຮອດແລ້ວ ພວກເຂົາຈຶ່ງຟ້າວບອກພໍ່ຂອງພວກຕົນວ່າ, “ໂຢເຊັບຍັງມີຊີວິດຢູ່! ເພິ່ນເປັນຜູ້ປົກຄອງປະເທດເອຢິບທັງໝົດ.” ພໍໄດ້ຍິນເຊັ່ນນັ້ນ ຢາໂຄບກໍຕົກຕະລຶງ ແລະຍັງບໍ່ເຊື່ອຄຳເວົ້າຂອງພວກເຂົາເທື່ອ. 27 ແຕ່ເມື່ອພວກເຂົາໄດ້ເລົ່າຄຳເວົ້າຂອງໂຢເຊັບທຸກໆຄຳສູ່ເພິ່ນຟັງ ພ້ອມທັງເຫັນກວຽນທີ່ໂຢເຊັບໄດ້ສົ່ງມາຮັບໄປປະເທດເອຢິບ ເພິ່ນກໍຕື່ນເຕັ້ນດີໃຈຫລາຍ. 28 ເພິ່ນເວົ້າວ່າ, “ພໍແລ້ວບັດນີ້! ໂຢເຊັບລູກຊາຍຂອງຂ້ອຍຍັງມີຊີວິດຢູ່ ຂ້ອຍຕ້ອງໄປພົບລາວກ່ອນທີ່ຂ້ອຍຈະຕາຍ.” |
@ 2012 United Bible Societies. All Rights Reserved.