Biblia Todo Logo
Bìoball air-loidhne

- Sanasan -

ປະຖົມມະການ 44 - ພຣະຄຳພີສັກສິ


ຈອກ​ເງິນ​ເສຍ

1 ໂຢເຊັບ​ໄດ້​ສັ່ງ​ຄົນ​ຮັບໃຊ້​ຜູ້​ທີ່​ຮັບຜິດຊອບ​ໃນ​ເຮືອນ​ຂອງຕົນ​ວ່າ, “ຈົ່ງ​ເອົາ​ອາຫານ​ໃສ່​ກະສອບ​ຂອງ​ຄົນ​ເຫຼົ່ານີ້ ໃຫ້​ຫລາຍ​ເທົ່າ​ທີ່​ພວກເຂົາ​ສາມາດ​ເອົາ​ເມືອ​ໄດ້ ແລະ​ໃຫ້​ເອົາ​ເງິນ​ຂອງ​ແຕ່ລະຄົນ​ໃສ່​ເທິງ​ເຂົ້າ​ໃນ​ກະສອບ​ຂອງ​ແຕ່ລະ​ຄົນ.

2 ໃຫ້​ເອົາ​ເງິນ​ຄ່າ​ເຂົ້າ​ກັບ​ຈອກ​ເງິນ​ຂອງເຮົາ ໃສ່​ໃນ​ກະສອບ​ເຂົ້າ​ຂອງ​ນ້ອງຊາຍ​ຫລ້າ​ຂອງ​ພວກເຂົາ.” ຄົນ​ຮັບໃຊ້​ກໍ​ປະຕິບັດ​ຕາມ​ທີ່​ໂຢເຊັບ​ໄດ້​ສັ່ງ​ນັ້ນ.

3 ເມື່ອ​ຮຸ່ງ​ເຊົ້າ​ຂຶ້ນ​ມາ ພວກເຂົາ​ຈຶ່ງ​ອອກ​ເດີນທາງ​ກັບ​ເມືອ​ພ້ອມ​ດ້ວຍ​ລໍ​ຂອງ​ພວກເຂົາ.

4 ເມື່ອ​ພວກເຂົາ​ໄປ​ບໍ່​ໄກ​ຈາກ​ຕົວເມືອງ​ພໍເທົ່າໃດ ໂຢເຊັບ​ກໍ​ກ່າວ​ແກ່​ຄົນ​ຮັບໃຊ້​ຜູ້​ຮັບຜິດຊອບ​ປະຈຳ​ເຮືອນ​ຂອງຕົນ​ວ່າ, “ຈົ່ງ​ຮີບ​ອອກ​ໄປ​ຕິດຕາມ​ຄົນ​ເຫຼົ່ານັ້ນ. ເມື່ອ​ເຈົ້າ​ທັນ​ພວກເຂົາ​ແລ້ວ ໃຫ້​ເຈົ້າ​ຖາມ​ພວກເຂົາ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ປະພຶດ​ການຊົ່ວ​ຕອບ​ແທນ​ການດີ?

5 ເປັນຫຍັງ​ຈຶ່ງ​ລັກ​ເອົາ​ຈອກ​ເງິນ​ນາຍ​ຂອງຂ້ອຍ ທີ່​ເພິ່ນ​ໃຊ້​ດື່ມ​ແລະ​ໃຊ້​ທຳນວາຍ​ເບິ່ງ​ເຫດການ? ພວກເຈົ້າ​ເຮັດ​ຜິດ​ຢ່າງ​ຮ້າຍແຮງ​ຮູ້​ບໍ່?”’

6 ເມື່ອ​ຄົນ​ຮັບໃຊ້​ຕາມ​ພວກເຂົາ​ໄປ​ທັນ​ແລ້ວ ລາວ​ກໍ​ເວົ້າ​ດັ່ງ​ທີ່​ນາຍ​ໄດ້​ສັ່ງ.

7 ພວກເຂົາ​ຈຶ່ງ​ຕອບ​ວ່າ, “ທ່ານ​ເວົ້າ​ເຊັ່ນ​ນີ້​ໝາຍຄວາມວ່າ​ຢ່າງ​ໃດ? ພວກເຮົາ​ສາບານ​ໄດ້​ວ່າ​ບໍ່ເຄີຍ​ກະທຳ​ຢ່າງ​ນັ້ນ​ຈັກເທື່ອ.

8 ທ່ານ​ໄດ້​ເຫັນ​ແລ້ວ​ວ່າ ພວກເຮົາ​ນຳ​ເອົາ​ເງິນ​ທີ່​ພົບ​ຢູ່​ໃນ​ກະສອບ​ເຂົ້າ​ທີ່​ການາອານ​ນັ້ນ​ມາ​ສົ່ງ​ຄືນ. ພວກເຮົາ​ຈະ​ມາ​ລັກ​ເອົາ​ເງິນ ຫລື​ຄຳ​ຂອງ​ນາຍ​ຂອງທ່ານ​ເຮັດ​ຫຍັງ?

9 ເອົາ​ເທາະ ໃນ​ຈຳນວນ​ພວກເຮົາ​ນີ້​ຖ້າ​ຈອກ​ເງິນ​ຕົກ​ຢູ່​ນຳ​ຜູ້ໃດ ໃຫ້​ທ່ານ​ຂ້າ​ຜູ້ນັ້ນ​ຖິ້ມ​ໂລດ ແລະ​ພວກເຮົາ​ທຸກຄົນ​ກໍ​ຈະ​ຍອມ​ເປັນ​ຄົນ​ຮັບໃຊ້​ຂອງທ່ານ.”

10 ຄົນ​ຮັບໃຊ້​ເວົ້າ​ວ່າ, “ຕົກລົງ ແຕ່​ຖ້າ​ຂ້ອຍ​ພົບ​ຈອກ​ນັ້ນ​ຢູ່​ນຳ​ຜູ້ໃດ ຜູ້ນັ້ນ​ຈະ​ຕ້ອງ​ເປັນ​ຄົນ​ຮັບໃຊ້​ຂອງຂ້ອຍ ນອກ​ນັ້ນ​ໃຫ້​ກັບ​ໄປ​ຢ່າງ​ອິດສະຫລະ.”

11 ດັ່ງນັ້ນ ພວກເຂົາ​ແຕ່ລະ​ຄົນ​ຈຶ່ງ​ຟ້າວ​ຍົກ​ກະສອບ​ຂອງ​ຕົນ​ວາງລົງ​ເທິງ​ດິນ ແລ້ວ​ໄດ້ເປີດ​ກະສອບ​ຂອງຕົນ​ອອກ.

12 ຄົນ​ຮັບໃຊ້​ຂອງ​ໂຢເຊັບ​ໄດ້​ຄົ້ນ​ເບິ່ງ​ຢ່າງ​ຄັກແນ່ ແຕ່​ອ້າຍ​ກົກ​ຈົນ​ຮອດ​ນ້ອງ​ຫລ້າ ແລະ​ໃນ​ທີ່ສຸດ​ກໍ​ພົບ​ຈອກ​ນັ້ນ​ຢູ່​ໃນ​ກະສອບ​ເຂົ້າ​ຂອງ​ເບັນຢາມິນ.

13 ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈີກ​ເສື້ອ​ຂອງຕົນ​ດ້ວຍ​ຄວາມ​ເສຍໃຈ. ພວກເຂົາ​ເອົາ​ກະສອບ​ຂຶ້ນ​ຫລັງ​ລໍ​ຄືນ ແລະ​ກັບ​ຄືນ​ເມືອ​ໃນ​ເມືອງ.

14 ເມື່ອ​ຢູດາ​ແລະ​ອ້າຍ​ນ້ອງ​ຂອງ​ລາວ​ໄດ້ມາ​ຮອດ​ເຮືອນ​ຂອງ​ໂຢເຊັບ ພໍດີ​ໃນ​ຂະນະນັ້ນ ເພິ່ນ​ເອງ​ກໍ​ຍັງ​ຢູ່​ເຮືອນ. ພວກເຂົາ​ພາກັນ​ກົ້ມ​ຂາບລົງ​ຕໍ່ໜ້າ​ເພິ່ນ

15 ແລະ​ໂຢເຊັບ​ໄດ້ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄົນ​ຄື​ຂ້ອຍ​ນີ້​ທຳນວາຍ​ໄດ້?”

16 ຢູດາ​ເວົ້າ​ວ່າ, “ບໍ່​ຮູ້​ຈະ​ເວົ້າ​ກັບ​ທ່ານ​ຢ່າງ​ໃດ​ແລ້ວ ທ່ານເອີຍ? ບໍ່ມີ​ທາງ​ໂຕ້ຖຽງ​ໄດ້​ແລ້ວ? ແລະ​ບໍ່​ຮູ້​ວ່າ​ຈະ​ພິສູດ​ຄວາມ​ບໍຣິສຸດ​ໄດ້​ຢ່າງ​ໃດ? ພຣະເຈົ້າ​ໄດ້​ປະຈານ​ຂາຍໜ້າ​ຄວາມຜິດ​ຂອງ​ພວກເຮົາ​ແລ້ວ. ບັດນີ້ ພວກເຮົາ​ທຸກຄົນ​ຕົກ​ເປັນ​ຄົນ​ຮັບໃຊ້​ຂອງທ່ານ ແລະ​ບໍ່ແມ່ນແຕ່​ຜູ້​ດຽວ​ທີ່​ທ່ານ​ໄດ້​ພົບ​ຈອກ​ນຳ.”

17 ໂຢເຊັບ​ເວົ້າ​ວ່າ, “ໂອ ບໍ່! ຂ້ອຍ​ຈະ​ເຮັດ​ເຊັ່ນນັ້ນ​ບໍ່ໄດ້​ດອກ ຂ້ອຍ​ພົບ​ຈອກ​ນຳ​ຜູ້ໃດ ແມ່ນ​ຜູ້ນັ້ນ ທີ່​ຈະ​ຕົກ​ເປັນ​ຄົນ​ຮັບໃຊ້​ຂອງຂ້ອຍ. ນອກ​ນັ້ນ ຈົ່ງ​ກັບ​ເມືອ​ຫາ​ພໍ່​ຂອງ​ພວກເຈົ້າ​ຢ່າງ​ປອດໄພ​ສາເຖີດ.”


ຢູດາ​ວິງວອນ​ຂໍ​ເພື່ອ​ເບັນຢາມິນ

18 ຢູດາ​ໄດ້​ເຂົ້າ​ໄປ​ຫາ​ໂຢເຊັບ ແລະ​ຂໍຮ້ອງ​ວ່າ, “ທ່ານເອີຍ ກະລຸນາ​ໃຫ້​ຂ້ານ້ອຍ​ໄດ້​ເວົ້າ​ກັບ​ທ່ານ​ຢ່າງ​ກົງໄປ​ກົງມາ​ແດ່ທ້ອນ. ຢ່າ​ຟ້າວ​ຮ້າຍ​ໃຫ້​ຂ້ານ້ອຍ​ເລີຍ; ທ່ານເອງ​ກໍ​ເປັນ​ດັ່ງ​ກະສັດ.

19 ທ່ານ​ໄດ້​ຖາມ​ພວກ​ຂ້ານ້ອຍ​ວ່າ, ‘ເຈົ້າ​ມີ​ພໍ່​ແລະ​ນ້ອງ​ອີກ​ບໍ່?’

20 ພວກ​ຂ້ານ້ອຍ​ກໍ​ຕອບ​ວ່າ, ‘ພວກ​ຂ້ານ້ອຍ​ມີ​ພໍ່​ທີ່​ເຖົ້າແກ່​ຫລາຍ ແລະ​ຍັງ​ມີ​ນ້ອງຊາຍ​ຜູ້ໜຶ່ງ​ທີ່​ເກີດ​ມາ​ເມື່ອ​ເພິ່ນ​ເຖົ້າແກ່​ແລ້ວ. ອ້າຍ​ຂອງ​ເດັກ​ຜູ້​ນີ້​ໄດ້​ຕາຍໄປ​ແລ້ວ ແລະ​ລາວ​ຜູ້​ດຽວ​ເທົ່ານັ້ນ ທີ່​ເກີດ​ຮ່ວມ​ທ້ອງ​ແມ່​ດຽວກັນ ທີ່​ຍັງ​ມີ​ຊີວິດ​ຢູ່; ສະນັ້ນ ພໍ່​ຈຶ່ງ​ຮັກ​ລາວ​ຫລາຍ.’

21 ທ່ານເອີຍ ທ່ານ​ໄດ້​ບອກ​ໃຫ້​ພວກ​ຂ້ານ້ອຍ​ເອົາ​ລາວ​ມາ​ທີ່​ນີ້ ເພື່ອ​ທ່ານ​ຈະ​ໄດ້​ເຫັນ​ລາວ

22 ແລະ​ພວກ​ຂ້ານ້ອຍ​ກໍໄດ້​ຕອບ​ທ່ານ​ວ່າ ເດັກ​ຜູ້​ນີ້​ຈາກ​ພໍ່​ຂອງ​ລາວ​ມາ​ບໍ່ໄດ້. ຖ້າ​ລາວ​ຈາກ​ມາ​ເມື່ອໃດ ພໍ່​ຂອງ​ລາວ​ຕ້ອງ​ຕາຍ​ເມື່ອນັ້ນ.

23 ແລ້ວ​ທ່ານ​ກໍ​ເວົ້າ​ວ່າ, ‘ພວກເຈົ້າ​ຢ່າ​ມາ​ໃຫ້​ຂ້ອຍ​ເຫັນ​ໜ້າ​ອີກ ຖ້າ​ບໍ່ມີ​ນ້ອງຊາຍ​ຂອງ​ພວກເຈົ້າ​ມາ​ນຳ.’

24 ເມື່ອ​ພວກ​ຂ້ານ້ອຍ​ກັບຄືນ​ເມືອ​ຫາ​ພໍ່ ພວກ​ຂ້ານ້ອຍ​ກໍໄດ້​ເລົ່າ​ເລື່ອງ​ທີ່​ທ່ານ​ໄດ້​ເວົ້າ​ນັ້ນ​ສູ່​ເພິ່ນ​ຟັງ.

25 ແລ້ວ​ເພິ່ນ​ກໍ​ບອກ​ໃຫ້​ພວກ​ຂ້ານ້ອຍ​ກັບ​ມາ​ຊື້​ອາຫານ​ອີກ​ເລັກນ້ອຍ.

26 ພວກ​ຂ້ານ້ອຍ​ຈຶ່ງ​ຕອບ​ເພິ່ນ​ວ່າ, ‘ພວກເຮົາ​ກັບ​ໄປ​ບໍ່ໄດ້; ເພິ່ນ​ຈະ​ບໍ່​ຮັບ ຖ້າ​ບໍ່ມີ​ນ້ອງຊາຍ​ຂອງ​ພວກເຮົາ​ມາ​ນຳ. ພວກເຮົາ​ຈະ​ໄປ​ຖ້າ​ມີ​ນ້ອງຊາຍ​ຫລ້າ​ໄປ​ນຳ.’

27 ພໍ່​ຂອງ​ພວກ​ຂ້ານ້ອຍ​ຈຶ່ງ​ຕອບ​ວ່າ, ‘ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ຣາເຊັນ ເມຍ​ຂອງຂ້ອຍ ໄດ້​ເກີດ​ລູກຊາຍ​ສອງ​ຄົນ​ເທົ່ານັ້ນ​ໃຫ້​ຂ້ອຍ.

28 ຜູ້​ທີ​ໜຶ່ງ​ໄດ້​ຈາກ​ຂ້ອຍ​ໄປ​ແລ້ວ. ຂ້ອຍ​ຄາດ​ວ່າ​ລາວ​ຄົງ​ຖືກ​ສັດຮ້າຍ​ກັດ​ກິນ​ຕາຍ ເພາະ​ຂ້ອຍ​ບໍ່ໄດ້​ເຫັນ​ລາວ​ນັບ​ຕັ້ງແຕ່​ມື້​ລາວ​ຈາກ​ໄປ.

29 ຖ້າ​ພວກເຈົ້າ​ເອົາ​ຜູ້ຫລ້າ​ໄປ​ຈາກ​ຂ້ອຍ​ແລະ​ຖືກ​ຂ້າ​ອີກ ກໍ​ເທົ່າ​ກັບ​ພວກເຈົ້າ​ເຮັດ​ໃຫ້​ພໍ່​ອຸກໃຈ​ຕາຍ​ໃນ​ຍາມ​ເຖົ້າແກ່​ແລ້ວ​ເຊັ່ນນີ້!”’

30-31 ຢູດາ​ເວົ້າ​ຕໍ່ໄປ​ວ່າ, “ທ່ານ​ເອີຍ ຖ້າ​ຂ້ານ້ອຍ​ກັບ​ເມືອ​ຫາ​ພໍ່ ໂດຍ​ບໍ່ມີ​ນ້ອງ​ຄົນ​ນີ້​ກັບ​ເມືອ​ນຳ​ແລ້ວ ພໍ​ພໍ່​ເຫັນ​ວ່າ​ບໍ່ມີ​ລາວ​ມາ​ນຳ ເພິ່ນ​ກໍ​ຈະ​ທໍລະມານ​ໃຈ​ຕາຍ. ຊີວິດ​ຂອງ​ເພິ່ນ​ແມ່ນ​ຂຶ້ນ​ຢູ່​ກັບ​ຊີວິດ​ຂອງ​ເດັກ​ຄົນ​ນີ້ ແລະ​ເພິ່ນ​ກໍ​ເຖົ້າແກ່​ຫລາຍ​ແທ້ ທີ່​ຈະ​ທໍລະມານ​ໃຈ​ຕາຍ​ຍ້ອນ​ສິ່ງ​ທີ່​ພວກ​ຂ້ານ້ອຍ​ໄດ້​ສ້າງ​ຂຶ້ນ.

32 ຂ້ານ້ອຍ​ໄດ້​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ເອງ​ປະກັນ​ແທນ​ເດັກ​ຄົນ​ນີ້. ຂ້ານ້ອຍ​ບອກ​ເພິ່ນ​ວ່າ, ‘ຖ້າ​ຂ້ານ້ອຍ​ບໍ່​ນຳ​ລາວ​ກັບຄືນ​ເມືອ​ຫາ​ເພິ່ນ​ແລ້ວ ຂ້ານ້ອຍ​ກໍ​ຈະ​ເປັນ​ຜູ້​ຮັບຜິດຊອບ​ທຸກຢ່າງ​ຈາກ​ເພິ່ນ​ຊົ່ວຊີວິດ.’

33 ບັດນີ້​ທ່ານເອີຍ ຂ້ານ້ອຍ​ຈະ​ຢູ່​ທີ່​ນີ້​ເປັນ​ຄົນ​ຮັບໃຊ້​ຂອງທ່ານ​ແທນ​ເດັກນ້ອຍ​ຜູ້​ນີ້; ກະລຸນາ​ໃຫ້​ລາວ​ກັບຄືນ​ເມືອ​ພ້ອມ​ກັບ​ພວກອ້າຍ​ຂອງ​ລາວ​ສາ.

34 ຂ້ານ້ອຍ​ຈະ​ກັບຄືນ​ເມືອ​ຫາ​ພໍ່​ໄດ້​ຢ່າງ​ໃດ ໃນ​ເມື່ອ​ບໍ່ມີ​ເດັກ​ຄົນ​ນີ້​ເມືອ​ນຳ? ຂ້ານ້ອຍ​ທົນ​ເບິ່ງ​ເພິ່ນ​ທໍລະມານ​ໃຈ​ຕາຍ​ບໍ່ໄດ້ດອກ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan