ປະຖົມມະການ 42 - ພຣະຄຳພີສັກສິພວກອ້າຍໂຢເຊັບໄປທີ່ເອຢິບເພື່ອຂໍຊື້ເຂົ້າ 1 ເມື່ອຢາໂຄບຮູ້ວ່າຢູ່ທີ່ປະເທດເອຢິບຍັງມີເຂົ້າຂາຍ ເພິ່ນກໍເວົ້າຕໍ່ພວກລູກຊາຍວ່າ, “ພວກເຈົ້າພາກັນຢູ່ລ້າໆເຮັດຫຍັງ? 2 ຂ້ອຍໄດ້ຍິນວ່າທີ່ປະເທດເອຢິບມີເຂົ້າຂາຍ. ຈົ່ງໄປຊື້ເຂົ້າທີ່ນັ້ນແມ ບໍ່ດັ່ງນັ້ນ ພວກເຮົາຈະອຶດຕາຍໃດ.” 3 ດັ່ງນັ້ນ ພວກອ້າຍຕ່າງແມ່ຂອງໂຢເຊັບສິບຄົນ ຈຶ່ງພາກັນໄປປະເທດເອຢິບເພື່ອຊື້ເຂົ້າ; 4 ແຕ່ຢາໂຄບບໍ່ໃຫ້ເບັນຢາມິນນ້ອງຊາຍຄີງໆຂອງໂຢເຊັບໄປນຳພວກເຂົາ ເພາະຢ້ານມີອັນຕະລາຍເກີດຂຶ້ນກັບລາວ. 5 ພວກລູກຊາຍຂອງຢາໂຄບໄດ້ມາຫາຊື້ເຂົ້າພ້ອມກັບຄົນພວກອື່ນໆ ເພາະໃນການາອານເກີດການອຶດຢາກ. 6 ໂຢເຊັບ ໃນຖານະເປັນຜູ້ປົກຄອງປະເທດເອຢິບ ເພິ່ນໄດ້ຂາຍເຂົ້າໃຫ້ແກ່ປະຊາຊົນຈາກທຸກຊາດທົ່ວໂລກ. ດັ່ງນັ້ນ ພວກອ້າຍຂອງໂຢເຊັບຈຶ່ງເຂົ້າມາຫາແລະຂາບລົງຕໍ່ໜ້າເພິ່ນ. 7 ເມື່ອໂຢເຊັບເຫັນພວກອ້າຍ ເພິ່ນກໍຈື່ພວກເຂົາໄດ້, ແຕ່ເພິ່ນເຮັດຄືບໍ່ຮູ້ຈັກພວກເຂົາ. ເພິ່ນເວົ້າຢ່າງມີອຳນາດຕໍ່ພວກເຂົາວ່າ, “ພວກເຈົ້າມາແຕ່ໃສ?” ພວກເຂົາຕອບວ່າ, “ພວກຂ້ານ້ອຍມາແຕ່ການາອານເພື່ອຂໍຊື້ອາຫານ.” 8 ໂຢເຊັບຈື່ພວກອ້າຍຂອງຕົນໄດ້ ແຕ່ພວກເຂົາຈື່ໂຢເຊັບບໍ່ໄດ້. 9 ເພິ່ນລະນຶກເຖິງຄວາມຝັນທີ່ເພິ່ນໄດ້ມີກ່ຽວກັບພວກເຂົາ ແລະເວົ້າວ່າ, “ພວກເຈົ້າເປັນນັກສືບ ພວກເຈົ້າມາສືບເບິ່ງຈຸດອ່ອນໃນປະເທດຂອງເຮົາ.” 10 ພວກເຂົາຕອບວ່າ, “ບໍ່ແມ່ນ ທ່ານເອີຍ ພວກຂ້ານ້ອຍມາຢ່າງຄົນຮັບໃຊ້ຂອງທ່ານເພື່ອຂໍຊື້ອາຫານ. 11 ພວກຂ້ານ້ອຍທັງໝົດເປັນອ້າຍນ້ອງກັນ. ທ່ານເອີຍ ພວກຂ້ານ້ອຍບໍ່ແມ່ນນັກສືບດອກ ແຕ່ເປັນຄົນສັດຊື່.” 12 ແຕ່ໂຢເຊັບໄດ້ກ່າວວ່າ, “ບໍ່ແມ່ນດອກ ພວກເຈົ້າມາສືບເອົາຈຸດອ່ອນໃນປະເທດຂອງເຮົາ.” 13 ພວກເຂົາເວົ້າວ່າ, “ທ່ານເອີຍ ພວກຂ້ານ້ອຍມີອ້າຍນ້ອງນຳກັນສິບສອງຄົນ ທີ່ເກີດຈາກພໍ່ດຽວກັນທີ່ການາອານ. ນ້ອງຊາຍຜູ້ໜຶ່ງໄດ້ຕາຍໄປແລ້ວ ແລະນ້ອງຊາຍຫລ້າຍັງຢູ່ນຳພໍ່.” 14 ໂຢເຊັບຕອບວ່າ, “ແມ່ນຄືຂ້ອຍເວົ້າແທ້ໆ ພວກເຈົ້າເປັນນັກສືບອີ່ຫລີ. 15 ສິ່ງນີ້ຈະເປັນເຄື່ອງພິສູດພວກເຈົ້າຄື: ເຮົາສັນຍາໃນນາມຂອງພະຣາຊາວ່າ ພວກເຈົ້າຈະໄປຈາກທີ່ນີ້ບໍ່ໄດ້ ຈົນກວ່ານ້ອງຊາຍຫລ້າຂອງພວກເຈົ້າຈະມາທີ່ນີ້. 16 ໃຫ້ສົ່ງຜູ້ໜຶ່ງໃນພວກເຈົ້າໄປເອົາລາວມາ. ພວກທີ່ເຫຼືອຢູ່ນັ້ນຈະຕ້ອງຖືກກັກຂັງໄວ້ທີ່ນີ້ ຈົນກວ່າສິ່ງທີ່ພວກເຈົ້າໄດ້ເວົ້າມານັ້ນ ຈະພິສູດໃຫ້ເຫັນວ່າເປັນຄວາມຈິງ. ຖ້າບໍ່ດັ່ງນັ້ນ ຕາບໃດທີ່ກະສັດຍັງມີຊີວິດຢູ່ ຕາບນັ້ນພວກເຈົ້າກໍຍັງເປັນນັກສືບຢູ່.” 17 ສະນັ້ນ ໂຢເຊັບຈຶ່ງສັ່ງຂັງພວກເຂົາໄວ້ສາມວັນ. 18 ໃນວັນທີສາມ ໂຢເຊັບຈຶ່ງເວົ້າຕໍ່ພວກເຂົາວ່າ, “ຂ້ອຍເປັນຄົນຢຳເກງພຣະເຈົ້າ ພວກເຈົ້າຈະລອດຊີວິດໄດ້ ຖ້າພວກເຈົ້າເຮັດດັ່ງນີ້: 19 ເພື່ອພິສູດວ່າພວກເຈົ້າເປັນຄົນສັດຊື່ແທ້ນັ້ນ ໃຫ້ຄົນໜຶ່ງໃນພວກເຈົ້າຍັງຢູ່ໃນຄຸກນີ້. ສ່ວນທີ່ເຫຼືອໃຫ້ເອົາເຂົ້າທີ່ໄດ້ຊື້ນີ້ ເມືອໃຫ້ຄອບຄົວຂອງພວກເຈົ້າທີ່ກຳລັງອຶດຫິວ. 20 ແລ້ວພວກເຈົ້າຕ້ອງເອົານ້ອງຊາຍຫລ້າຂອງພວກເຈົ້າມາຫາເຮົາ. ອັນນີ້ ຈະພິສູດວ່າພວກເຈົ້າໄດ້ເວົ້າຄວາມຈິງ ແລະພວກເຈົ້າກໍຈະບໍ່ຖືກປະຫານຊີວິດ.” ພວກເຂົາຕົກລົງຕາມຂໍ້ສະເໜີມານັ້ນ 21 ແລ້ວພວກເຂົາຈຶ່ງເວົ້າຕໍ່ກັນແລະກັນວ່າ, “ແມ່ນແລ້ວ ພວກເຮົາໄດ້ຮັບທຸກໃນເວລານີ້ກໍຍ້ອນໂທດກຳ ທີ່ພວກເຮົາໄດ້ເຮັດຕໍ່ນ້ອງຊາຍຂອງພວກເຮົາ; ພວກເຮົາເຫັນວ່າລາວເປັນທຸກພຽງໃດ ເມື່ອລາວໄດ້ວິງວອນຂໍຄວາມເມດຕາ, ແຕ່ພວກເຮົາບໍ່ຍອມຟັງສຽງຂອງລາວເລີຍ. ສະນັ້ນ ຄວາມທຸກລຳບາກອັນນີ້ຈຶ່ງມາຕົກຖືກພວກເຮົາ.” 22 ຣູເບັນເວົ້າວ່າ, “ຂ້ອຍບອກພວກເຈົ້າແລ້ວວ່າຢ່າຕີລາວ ແຕ່ພວກເຈົ້າບໍ່ຍອມຟັງຂ້ອຍເລີຍ. ເຫັນບໍບັດນີ້ ບາບໄລ່ເວນທັນສາແລ້ວ.” 23 ໂຢເຊັບເຂົ້າໃຈເລື່ອງທັງໝົດທີ່ພວກເຂົາເວົ້າກັນ, ແຕ່ພວກເຂົາບໍ່ຮູ້ວ່າເພິ່ນເຂົ້າໃຈໄດ້ ເພາະໂຢເຊັບໃຊ້ນາຍພາສາເວົ້າກັບພວກເຂົາ. 24 ໂຢເຊັບຫລົບໜີຈາກພວກເຂົາ ແລະໄປລີ້ຮ້ອງໄຫ້ຢູ່ຜູ້ດຽວ. ເມື່ອເພິ່ນຕັ້ງສະຕິໄດ້ແລ້ວຈຶ່ງກັບເຂົ້າມາອີກ ແລະສັ່ງໃຫ້ເອົາຊີເມໂອນອອກມາຜູກໄວ້ ຕໍ່ໜ້າຕໍ່ຕາຂອງພວກເຂົາຢູ່ໃນທີ່ນັ້ນ. ພວກອ້າຍຂອງໂຢເຊັບກັບຄືນເມືອການາອານ 25 ໂຢເຊັບສັ່ງໃຫ້ຄົນເອົາເຂົ້າໃສ່ຖົງພວກເຂົາຈົນເຕັມ ແລະເອົາເງິນຂອງແຕ່ລະຄົນໃສ່ໄວ້ເທິງເຂົ້າໃນຖົງນັ້ນຄືນ ແລະເອົາອາຫານໃຫ້ພວກເຂົາໄປກິນຕາມທາງດ້ວຍ. ຄົນຂອງເພິ່ນກໍເຮັດຕາມຄຳສັ່ງນັ້ນທຸກປະການ. 26 ພວກອ້າຍຂອງໂຢເຊັບໄດ້ພາກັນເອົາເຂົ້າທີ່ຊື້ນັ້ນບັນທຸກໃສ່ຫລັງລໍ ແລ້ວກໍອອກເດີນທາງໄປ. 27 ໃນບ່ອນທີ່ພັກເຊົາແຮມຄືນແຫ່ງໜຶ່ງ ມີຄົນໜຶ່ງໃນພວກເຂົາໄດ້ໄຂຖົງເພື່ອເອົາເຟືອງໃຫ້ລໍກິນ ລາວເລີຍພົບເງິນຢູ່ໃນປາກຂອງຖົງເຂົ້າ. 28 ລາວຈຶ່ງຮ້ອງໃສ່ພວກອ້າຍນ້ອງຂອງຕົນວ່າ, “ຂ້ອຍໄດ້ເງິນຄືນມາ ມັນຢູ່ໃນຖົງເຂົ້ານີ້ເດ!” ພວກເຂົາຕ່າງກໍຕົກໃຈຢ້ານກົວຈົນຕົວສັ່ນ ແລະຖາມກັນວ່າ, “ເປັນຫຍັງພຣະເຈົ້າຈຶ່ງເຮັດກັບພວກເຮົາເຊັ່ນນີ້?” 29 ເມື່ອພວກເຂົາກັບມາຫາຢາໂຄບຜູ້ເປັນພໍ່ໃນການາອານແລ້ວ ພວກເຂົາກໍເລົ່າເລື່ອງຕ່າງໆທີ່ເກີດຂຶ້ນກັບພວກຕົນສູ່ພໍ່ຟັງວ່າ, 30 “ຜູ້ປົກຄອງປະເທດໄດ້ເວົ້າຢ່າງຮຸນແຮງຕໍ່ພວກເຮົາ ທັງຫາເລື່ອງໃສ່ພວກເຮົາວ່າ ພວກເຮົາເປັນນັກສືບເຂົ້າໄປສອດແນມປະເທດຂອງເພິ່ນ. ພວກເຮົາຈຶ່ງເວົ້າກັບເພິ່ນວ່າ, 31 ‘ພວກເຮົາເປັນຄົນສັດຊື່ແລະບໍ່ແມ່ນນັກສືບ. 32 ພວກເຮົາມີອ້າຍນ້ອງນຳກັນສິບສອງຄົນທີ່ເກີດຈາກພໍ່ດຽວກັນ. ຜູ້ໜຶ່ງນັ້ນໄດ້ຕາຍໄປແລ້ວ ແລະນ້ອງຊາຍຫລ້າຍັງຢູ່ກັບພໍ່ທີ່ການາອານ.’ 33 ເພິ່ນຕອບວ່າ, ‘ໂດຍວິທີນີ້ ເຮົາຈຶ່ງຈະຮູ້ວ່າພວກເຈົ້າເປັນຄົນສັດຊື່ຄື: ຄົນໜຶ່ງໃນພວກເຈົ້າຈະຕ້ອງຢູ່ກັບເຮົາ. ນອກນັ້ນ ໃຫ້ເອົາເຂົ້າກັບເມືອສູ່ຄອບຄົວຂອງພວກເຈົ້າທີ່ກຳລັງອຶດຫິວຢູ່. 34 ແຕ່ໃຫ້ພວກເຈົ້ານຳນ້ອງຊາຍຫລ້າມາຫາເຮົາ ແລ້ວເຮົາກໍຈະເຊື່ອວ່າ ພວກເຈົ້າບໍ່ແມ່ນນັກສືບແຕ່ເປັນຄົນສັດຊື່. ເຮົາຈະສົ່ງຄົນທີ່ເຮົາໄດ້ກັກໄວ້ນັ້ນຄືນ ແລະພວກເຈົ້າຈະໄປມາຄ້າຂາຍຢູ່ໃນປະເທດນີ້ໄດ້.”’ 35 ແລ້ວເມື່ອພວກເຂົາໄຂຖົງເຂົ້າອອກ ແຕ່ລະຄົນຕ່າງກໍພົບຫໍ່ເງິນຂອງຕົນໃນຖົງນັ້ນ. ເມື່ອເຫັນເງິນ ພວກເຂົາເອງພ້ອມກັບຜູ້ເປັນພໍ່ກໍພາກັນຢ້ານກົວຫຼາຍ. 36 ຢາໂຄບຜູ້ເປັນພໍ່ຈຶ່ງເວົ້າວ່າ, “ພວກເຈົ້າຈະບໍ່ໃຫ້ຂ້ອຍມີລູກຊາຍເຫຼືອຢູ່ຈັກຄົນບໍ? ໂຢເຊັບກໍໄດ້ຕາຍໄປແລ້ວ ຊີເມໂອນກໍຖືກຈັບ. ບັດນີ້ ພວກເຈົ້າຈະເອົາເບັນຢາມິນໜີໄປຈາກຂ້ອຍອີກ. ຂ້ອຍມາຊ່າງເປັນຄົນທຸກລະທົມໃຈຫລາຍແທ້ໆນໍ.” 37 ຣູເບັນຈຶ່ງເວົ້າກັບພໍ່ວ່າ, “ຖ້າລູກບໍ່ນຳເບັນຢາມິນຄືນມາ ກໍໃຫ້ພໍ່ຂ້າລູກຊາຍສອງຄົນຂອງລູກຖິ້ມສາ. ລູກຈະເປັນຜູ້ຮັກສາລາວເອງ ແລະຈະເປັນຜູ້ເອົາລາວກັບຄືນມາ.” 38 ແຕ່ຢາໂຄບເວົ້າວ່າ, “ຂ້ອຍຈະບໍ່ຍອມໃຫ້ລູກຊາຍຂ້ອຍໄປນຳພວກເຈົ້າ. ອ້າຍຂອງລາວໄດ້ຕາຍໄປແລ້ວ ແລະຍັງເຫລືອແຕ່ລາວຜູ້ດຽວເທົ່ານັ້ນ. ບາງທີອາດມີສິ່ງໃດສິ່ງໜຶ່ງເກີດຂຶ້ນກັບລາວຕາມທາງກໍໄດ້. ຂ້ອຍກໍເຖົ້າແກ່ຫລາຍແລ້ວ ແລະຄວາມທຸກໃຈທີ່ພວກເຈົ້າກໍ່ຂຶ້ນນີ້ ອາດຈະເຮັດໃຫ້ຂ້ອຍຊໍ້າໃຈຕາຍກໍໄດ້.” |
@ 2012 United Bible Societies. All Rights Reserved.