Biblia Todo Logo
Bìoball air-loidhne

- Sanasan -

ປະຖົມມະການ 41 - ພຣະຄຳພີສັກສິ


ໂຢເຊັບ​ແກ້​ຄວາມຝັນ​ຂອງ​ກະສັດ

1 ຫລັງຈາກ​ນັ້ນ​ມາ​ສອງ​ປີ ກະສັດ​ເອຢິບ​ກໍໄດ້​ຝັນ​ວ່າ ຕົນ​ກຳລັງ​ຢືນ​ຢູ່​ທີ່​ແຄມ​ແມ່ນໍ້ານິນ.

2 ໃນ​ຂະນະ​ນັ້ນ ມີ​ງົວແມ່​ທີ່​ຕຸ້ຍພີ​ເຈັດ​ໂຕ​ຂຶ້ນ​ມາ​ຈາກ​ແມ່ນໍ້າ ແລະ​ກິນ​ຫຍ້າ​ທີ່​ເທິງ​ຝັ່ງ.

3 ແລ້ວ​ຕໍ່ມາ ກໍ​ມີ​ງົວແມ່​ອີກ​ເຈັດ​ໂຕ​ຂຶ້ນ​ມາ​ຈາກ​ແມ່ນໍ້າ; ມັນ​ເປັນ​ງົວແມ່​ທີ່​ຈ່ອຍຜອມ ແລະ​ເຫັນ​ແຕ່​ກະດູກ. ງົວ​ເຫຼົ່ານີ້​ຂຶ້ນ​ມາ​ຢືນ​ຢູ່​ກັບ​ງົວແມ່​ໂຕ​ທີ່​ຕຸ້ຍພີ

4 ແລະ​ງົວແມ່​ໂຕ​ທີ່​ຈ່ອຍຜອມ​ໄດ້​ກືນ​ກິນ​ງົວແມ່​ໂຕ​ທີ່​ຕຸ້ຍພີ​ທັງ​ເຈັດ​ໂຕ​ນັ້ນ​ເສຍ. ແລ້ວ​ກະສັດ​ກໍ​ຕື່ນ​ຂຶ້ນ​ທັນທີ.

5 ເມື່ອ​ເພິ່ນ​ຫລັບ​ໄປ​ອີກ​ກໍ​ຝັນ​ເທື່ອ​ທີ​ສອງ​ຄື: ມີ​ຮວງເຂົ້າ​ທີ່​ມີ​ເມັດ​ຕື່ງ​ດີ​ເຈັດ​ຮວງ​ເກີດ​ຈາກ​ຕົ້ນ​ດຽວກັນ.

6 ແລ້ວ​ມີ​ຮວງເຂົ້າ​ເຈັດ​ຮວງ​ງອກ​ອອກ​ມາ​ເປັນ​ເມັດລີບ​ແລະ​ຫ່ຽວແຫ້ງ ເພາະ​ຖືກ​ລົມ​ທະເລຊາຍ​ພັດ

7 ແລະ​ຮວງເຂົ້າ​ລີບ​ເຈັດ​ຮວງ​ກໍ​ກືນ​ກິນ​ຮວງເຂົ້າ​ເມັດ​ຕື່ງ​ເຈັດ​ຮວງ​ນັ້ນ. ກະສັດ​ຕື່ນ​ຂຶ້ນ ແລ້ວ​ກໍ​ເຫັນ​ວ່າ​ຕົນ​ກຳລັງ​ຝັນ​ໄປ.

8 ໃນ​ຕອນເຊົ້າ​ຂອງ​ມື້​ນັ້ນ ເພິ່ນ​ວຸ້ນວາຍ​ໃຈ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ຄົນ​ໃຫ້​ໄປ​ເຊີນ​ໝໍ​ດູ ໝໍ​ມໍ ແລະ​ນັກປາດ​ໃນ​ປະເທດ​ເອຢິບ​ມາ. ກະສັດ​ໄດ້​ເລົ່າ​ຄວາມຝັນ​ໃຫ້​ຄົນ​ເຫຼົ່ານັ້ນ​ຟັງ ແຕ່​ບໍ່ມີ​ຜູ້ໃດ​ສາມາດ​ແກ້​ຄວາມຝັນ​ໃຫ້​ເພິ່ນ​ໄດ້.

9 ແລ້ວ​ຫົວໜ້າ​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ​ກໍ​ກ່າວ​ຕໍ່​ກະສັດ​ວ່າ, “ຂ້ານ້ອຍ​ຂໍ​ຮັບ​ສາລະພາບ​ກັບ​ທ່ານ​ວ່າ​ໄດ້​ເຮັດ​ຜິດ​ໄປ​ແລ້ວ.

10 ຄາວ​ເມື່ອ​ທ່ານ​ໃຈຮ້າຍ​ໃຫ້​ຫົວໜ້າ​ພະນັກງານ​ເຮັດ​ເຂົ້າຈີ່​ກັບ​ຂ້ານ້ອຍ​ນັ້ນ ທ່ານ​ໄດ້​ສັ່ງ​ຂັງ​ພວກ​ຂ້ານ້ອຍ​ຢູ່​ໃນ​ຄຸກ​ຂອງ​ນາຍ​ທະຫານ​ຮັກສາ​ຣາຊວັງ.

11 ໃນ​ຄືນ​ໜຶ່ງ​ພວກ​ຂ້ານ້ອຍ​ທັງສອງ​ຕ່າງ​ກໍ​ຝັນ ແລະ​ຄວາມຝັນ​ນັ້ນ​ມີ​ຄວາມໝາຍ​ແຕກຕ່າງ​ກັນ.

12 ມີ​ຊາຍໜຸ່ມ​ຊາວ​ເຮັບເຣີ​ຜູ້ໜຶ່ງ​ທີ່​ຖືກ​ຂັງ​ຢູ່​ນຳ​ພວກ​ຂ້ານ້ອຍ. ລາວ​ເປັນ​ຄົນ​ຮັບໃຊ້​ຂອງ​ນາຍ​ທະຫານ​ຮັກສາ​ຣາຊວັງ. ພວກ​ຂ້ານ້ອຍ​ໄດ້​ເລົ່າ​ຄວາມຝັນ​ສູ່​ລາວ​ຟັງ ແລະ​ລາວ​ສາມາດ​ແກ້​ຄວາມຝັນ​ໃຫ້​ພວກ​ຂ້ານ້ອຍ​ໄດ້.

13 ທຸກສິ່ງ​ເປັນ​ຈິງ​ຕາມ​ທີ່​ລາວ​ໄດ້​ເວົ້າ​ຄື: ທ່ານ​ໃຫ້​ຂ້ານ້ອຍ​ມາ​ຮັບໃຊ້​ໃນ​ຕຳແໜ່ງ​ເດີມ ແລະ​ຫົວໜ້າ​ພະນັກງານ​ເຮັດ​ເຂົ້າຈີ່​ຖືກ​ປະຫານ​ຊີວິດ.”

14 ກະສັດ​ຈຶ່ງ​ສັ່ງ​ໃຫ້​ຄົນ​ໄປ​ນຳ​ເອົາ​ໂຢເຊັບ​ມາ ແລະ​ເຂົາ​ໄດ້​ນຳ​ລາວ​ອອກ​ຈາກ​ຄຸກ​ທັນທີ. ຫລັງຈາກ​ແຖ​ໜວດ ແລະ​ປ່ຽນ​ເຄື່ອງນຸ່ງ​ແລ້ວ ເຂົາ​ໄດ້​ນຳ​ໂຢເຊັບ​ມາ​ຢືນ​ຢູ່​ຕໍ່ໜ້າ​ກະສັດ​ຟາໂຣ.

15 ກະສັດ​ກ່າວ​ແກ່​ໂຢເຊັບ​ວ່າ, “ເຮົາ​ຝັນ ແລະ​ບໍ່ມີ​ໃຜ​ແກ້​ຄວາມຝັນ​ນັ້ນ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ສາມາດ​ແກ້​ຄວາມຝັນ​ໄດ້.”

16 ໂຢເຊັບ​ຕອບ​ວ່າ, “ຂ້ານ້ອຍ​ແກ້​ຄວາມຝັນ​ບໍ່ໄດ້​ດອກ ແຕ່​ແມ່ນ​ພຣະເຈົ້າ​ຕ່າງຫາກ​ທີ່​ຈະ​ແກ້​ຄວາມຝັນ​ຢ່າງດີ​ໃຫ້​ທ່ານ​ໄດ້.”

17 ກະສັດ​ກ່າວ​ວ່າ, “ເຮົາ​ໄດ້​ຝັນ​ດັ່ງນີ້: ເຮົາ​ກຳລັງ​ຢືນ​ຢູ່​ທີ່​ແຄມ​ແມ່ນໍ້ານິນ.

18 ໃນ​ເວລາ​ນັ້ນ ມີ​ງົວແມ່​ທີ່​ຕຸ້ຍພີ​ເຈັດ​ໂຕ​ຂຶ້ນ​ມາ​ຈາກ​ແມ່ນໍ້ານິນ ກິນ​ຫຍ້າ​ທີ່​ເທິງ​ຝັ່ງ.

19 ຕໍ່ມາ ກໍ​ມີ​ງົວແມ່​ຈ່ອຍຜອມ, ໜ້າຂີ້ດຽດ ແລະ​ໜ້າຢ້ານ​ອີກ​ເຈັດ​ໂຕ ຊຶ່ງ​ເປັນ​ງົວແມ່​ທີ່​ໜ້າ​ສັງເວດ​ທີ່ສຸດ ທີ່​ເຮົາ​ບໍ່ເຄີຍ​ເຫັນ​ມາ​ກ່ອນ​ໃນ​ປະເທດ​ເອຢິບ.

20 ງົວ​ຈ່ອຍຜອມ​ເຫຼົ່ານີ້​ໄດ້​ກືນ​ກິນ​ງົວແມ່​ໂຕ​ທີ່​ຕຸ້ຍພີ,

21 ແຕ່​ມັນ​ກິນ​ເວລາ​ໃດ​ບໍ່ມີ​ໃຜ​ຮູ້​ເຫັນ ເພາະ​ງົວ​ເຫຼົ່ານັ້ນ​ເບິ່ງ​ແລ້ວ​ແຮ່ງ​ຈ່ອຍຜອມ​ກວ່າເກົ່າ. ແລ້ວ​ເຮົາ​ກໍ​ຕື່ນ​ຂຶ້ນ.

22 ເຮົາ​ຍັງ​ຝັນ​ເຫັນ​ຮວງເຂົ້າ​ເມັດ​ຕື່ງ​ເຈັດ​ຮວງ​ຢູ່​ໃນ​ຕົ້ນ​ດຽວກັນ.

23 ແລ້ວ​ກໍ​ມີ​ຮວງເຂົ້າ​ເຈັດ​ຮວງ​ງອກ​ອອກ​ມາ ເປັນເມັດ​ເຂົ້າລີບ ແລະ​ຫ່ຽວແຫ້ງ​ເພາະ​ຖືກ​ລົມ​ທະເລຊາຍ​ພັດ.

24 ຮວງເຂົ້າ​ເມັດລີບ​ໄດ້​ກືນ​ກິນ​ຮວງເຂົ້າ​ເມັດ​ຕື່ງ. ເຮົາ​ໄດ້​ເລົ່າ​ຄວາມຝັນ​ນີ້​ໃຫ້​ພວກ​ໝໍ​ມໍ​ຟັງ ແຕ່​ບໍ່ມີ​ຜູ້ໃດ​ສາມາດ​ແກ້​ຄວາມຝັນ​ໃຫ້​ເຮົາ​ໄດ້.”

25 ໂຢເຊັບ​ຕອບ​ກະສັດ​ວ່າ, “ຄວາມຝັນ​ສອງ​ຢ່າງ​ນັ້ນ​ມີ​ຄວາມໝາຍ​ຢ່າງ​ດຽວກັນ; ພຣະເຈົ້າ​ໄດ້​ບອກ​ທ່ານ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ພຣະອົງ​ຈະ​ໃຫ້​ບັງເກີດ​ຂຶ້ນ.

26 ງົວແມ່​ທີ່​ຕຸ້ຍພີ​ເຈັດ​ໂຕ​ນັ້ນ​ໝາຍເຖິງ​ເຈັດ​ປີ ແລະ​ຮວງເຂົ້າ​ເມັດ​ຕື່ງ​ເຈັດ​ຮວງ​ນັ້ນ​ກໍ​ໝາຍເຖິງ​ເຈັດ​ປີ​ເຊັ່ນກັນ; ທັງສອງ​ຢ່າງ​ມີ​ຄວາມໝາຍ​ແບບ​ດຽວກັນ.

27 ງົວແມ່​ທີ່​ຈ່ອຍຜອມ​ແລະ​ເຫັນ​ແຕ່​ກະດູກ​ທີ່​ຂຶ້ນ​ມາ​ຈາກ​ແມ່ນໍ້າ​ທີ​ຫລັງ ແລະ​ຮວງເຂົ້າ​ເມັດລີບ​ເຈັດ​ຮວງ​ທີ່​ຫ່ຽວແຫ້ງ​ຍ້ອນ​ລົມ​ທະເລຊາຍ​ພັດ​ນັ້ນ ແມ່ນ​ເວລາ​ເຈັດ​ປີ​ທີ່​ຈະ​ປະສົບ​ພົບພໍ້​ກັບ​ຄວາມ​ອຶດຢາກ.

28 ຄວາມຝັນ​ຂອງທ່ານ​ແມ່ນ​ຕາມ​ທີ່​ຂ້ານ້ອຍ​ເວົ້າ​ມາ​ນີ້​ແຫຼະ. ພຣະເຈົ້າ​ສຳແດງ​ໃຫ້​ທ່ານ​ຮູ້​ເຖິງ​ສິ່ງ​ທີ່​ພຣະອົງ​ຈະ​ໃຫ້​ບັງເກີດ​ຂຶ້ນ.

29 ຢູ່​ໃນ​ທົ່ວ​ດິນແດນ​ຂອງ​ປະເທດ​ເອຢິບ ຈະ​ມີ​ຄວາມ​ອຸດົມ​ສົມບູນ​ເປັນ​ເວລາ​ເຈັດ​ປີ.

30 ຫລັງຈາກ​ນັ້ນ ຈະ​ມີ​ການອຶດຢາກ​ເກີດຂຶ້ນ​ເປັນ​ເວລາ​ເຈັດ​ປີ​ອີກ ແລະ​ປີ​ແຫ່ງ​ຄວາມ​ອຸດົມ​ສົມບູນ​ໃນ​ປະເທດ​ເອຢິບ​ຈະ​ຖືກ​ລຶບ​ໄປ ຍ້ອນ​ວ່າ​ຄວາມ​ອຶດຢາກ​ຈະ​ທຳລາຍ​ປະເທດ.

31 ປີ​ແຫ່ງ​ຄວາມ​ອຸດົມ​ສົມບູນ​ຈະ​ຖືກ​ລຶບ​ໄປ​ຢ່າງ​ໝົດສິ້ນ ເພາະ​ຄວາມ​ອຶດຢາກ​ທີ່​ຈະ​ຕາມ​ມາ​ນັ້ນ ຮ້າຍແຮງ​ທີ່ສຸດ.

32 ສາເຫດ​ທີ່​ທ່ານ​ຝັນ​ສອງ​ເທື່ອນັ້ນ ໝາຍຄວາມວ່າ​ພຣະເຈົ້າ​ໄດ້​ກຳນົດ​ການ​ນີ້​ໄວ້​ແລ້ວ ແລະ​ພຣະເຈົ້າ​ຈະ​ໃຫ້​ສິ່ງ​ນັ້ນ​ເກີດຂຶ້ນ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້.

33 ບັດນີ້ ທ່ານ​ຄວນ​ຊອກ​ຫາ​ຄົນ​ໜຶ່ງ​ທີ່​ສະຫລຽວ​ສະຫລາດ​ແລະ​ມີ​ປັນຍາ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້ປົກຄອງ​ປະເທດ.

34 ທ່ານ​ຕ້ອງ​ແຕ່ງຕັ້ງ​ຂ້າຣາຊການ​ປົກຄອງ​ເຂດ​ຕ່າງໆ​ເໝືອນກັນ ເພື່ອ​ໃຫ້​ເກັບ​ເອົາ​ຜົນລະປູກ​ໜຶ່ງ​ສ່ວນ​ຫ້າ ໃນ​ລະຫວ່າງ​ເຈັດ​ປີ​ທີ່​ອຸດົມສົມບູນ​ນັ້ນ​ໄວ້.

35 ໃຫ້​ພວກເຂົາ​ຮິບໂຮມ​ອາຫານ​ທຸກ​ຊະນິດ​ໃນ​ປີ​ອຸດົມສົມບູນ​ທີ່​ຈະ​ມາ​ເຖິງ​ໄວ້ ທັງ​ໃຫ້​ອຳນາດ​ແກ່​ພວກເຂົາ​ຮິບໂຮມ​ເຂົ້າ​ໄວ້​ໃນ​ເມືອງ​ຕ່າງໆ ແລະ​ເກັບ​ຮັກສາ​ໄວ້.

36 ອາຫານ​ທີ່​ເກັບ​ໄວ້​ນີ້ ຈະ​ເປັນ​ເຄື່ອງ​ບັນເທົາທຸກ​ເວລາ​ອຶດຢາກ ໃນ​ໄລຍະ​ເຈັດ​ປີ​ຈະ​ມາ​ເຖິງ. ໂດຍ​ວິທີ​ນີ້​ແຫຼະ ປະຊາຊົນ​ຊາວ​ເອຢິບ​ຈະ​ບໍ່​ອຶດ​ຕາຍ.”


ໂຢເຊັບ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປົກຄອງ​ປະເທດ

37 ກະສັດ​ກັບ​ຂ້າຣາຊການ​ຂອງ​ເພິ່ນ​ເຫັນພ້ອມ​ໃນ​ແຜນການ​ນີ້

38 ແລະ​ກະສັດ​ກ່າວ​ຕໍ່​ບັນດາ​ຂ້າຣາຊການ​ວ່າ, “ພວກເຮົາ​ຈະ​ບໍ່​ພົບ​ຄົນ​ດີກວ່າ​ໂຢເຊັບ​ເລີຍ ຄື​ຄົນ​ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ນຳ.”

39 ກະສັດ​ກ່າວ​ຕໍ່​ໂຢເຊັບ​ວ່າ, “ດ້ວຍວ່າ ພຣະເຈົ້າ​ໄດ້​ສຳແດງ​ທຸກສິ່ງ​ນັ້ນ​ແກ່​ເຈົ້າ; ສະນັ້ນ ຈຶ່ງ​ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ ບໍ່ມີ​ຜູ້ໃດ​ທີ່​ເຂົ້າໃຈ ແລະ​ມີ​ສະຕິປັນຍາ​ເທົ່າ​ກັບ​ເຈົ້າ.

40 ເຮົາ​ຈະ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ປົກຄອງ​ປະເທດ ແລະ​ປະຊາຊົນ​ທຸກໆ​ຄົນ​ຂອງເຮົາ​ຈະ​ຕ້ອງ​ເຮັດ​ຕາມ​ຄຳສັ່ງ​ຂອງ​ເຈົ້າ. ເວັ້ນແຕ່​ຝ່າຍ​ພຣະທີ່ນັ່ງ​ເທົ່ານັ້ນ ທີ່​ເຮົາ​ຈະ​ເປັນ​ໃຫຍ່​ກວ່າ​ເຈົ້າ ເພາະ​ເຮົາ​ເປັນ​ກະສັດ.

41 ບັດນີ້ ເຮົາ​ຂໍ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ປົກຄອງ​ປະເທດ​ເອຢິບ.”

42 ແລ້ວ​ກະສັດ​ກໍ​ຖອດ​ແຫວນ​ແຫ່ງ​ອຳນາດ​ອອກ​ຈາກ​ນິ້ວມື​ຂອງຕົນ ແລະ​ສຸບ​ໃສ່​ນິ້ວມື​ຂອງ​ໂຢເຊັບ. ເພິ່ນ​ເອົາ​ເສື້ອ​ໂຕ​ງາມ​ທີ່ສຸດ​ໃຫ້​ໂຢເຊັບ​ນຸ່ງ ແລະ​ເອົາ​ສາຍສ້ອຍ​ຄຳ​ຄ້ອງ​ຄໍ​ໃຫ້.

43 ກະສັດ​ໃຫ້​ລາວ​ຂີ່​ລົດ​ປະຈຳ​ຕຳແໜ່ງ​ຄັນ​ຮອງ​ມາ​ຈາກ​ເພິ່ນ ແລະ​ທະຫານ​ປ້ອງກັນ​ຕົວ​ກໍ​ຮ້ອງ​ປະກາດ​ວ່າ, “ຫລີກ​ທາງ! ຫລີກ​ທາງ!” ນີ້​ຄື​ໂຢເຊັບ​ຜູ້​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ປົກຄອງ​ປະເທດ​ເອຢິບ​ກໍ​ເປັນ​ດັ່ງນີ້.

44 ກະສັດ​ກ່າວ​ຕໍ່​ໂຢເຊັບ​ວ່າ, “ເຮົາ​ເປັນ​ກະສັດ​ກໍ​ຈິງ​ຢູ່, ແຕ່​ໃນ​ປະເທດ​ເອຢິບ​ນີ້ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ບໍ່ໄດ້​ຮັບ​ອະນຸຍາດ​ຈາກ​ເຈົ້າ ຈະ​ເຮັດ​ຫຍັງ​ບໍ່ໄດ້​ເດັດຂາດ.”

45-46 ເພິ່ນ​ໃສ່​ຊື່​ເອຢິບ​ໃຫ້​ໂຢເຊັບ​ວ່າ, “ຊາເຟນາດ ປາເນອາ” ແລະ​ມອບ​ນາງ​ອາເສນາດ​ລູກສາວ​ປະໂຣຫິດ​ໂປຕີເຟຣາ​ແຫ່ງ​ເມືອງ​ເຮລີໂອໂປລີ ໃຫ້​ເປັນ​ເມຍ​ຂອງ​ໂຢເຊັບ. ເມື່ອ​ເຂົ້າ​ຮັບໃຊ້​ກະສັດ​ແຫ່ງ​ເອຢິບ​ນັ້ນ ໂຢເຊັບ​ມີ​ອາຍຸ 30 ປີ. ເພິ່ນ​ໄດ້​ຮັບ​ອຳນາດ​ໃນ​ການ​ປົກຄອງ​ທົ່ວ​ປະເທດ​ເອຢິບ.

47 ໃນ​ໄລຍະ​ເຈັດ​ປີ​ທີ່​ອຸດົມສົມບູນ​ນັ້ນ ທີ່ດິນ​ກໍ​ຜະລິດ​ຜົນລະປູກ​ໄດ້​ຢ່າງ​ຫລວງຫລາຍ

48 ໂຢເຊັບ​ເກັບ ແລະ​ຮິບໂຮມ​ອາຫານ​ທຸກໆ​ຊະນິດ​ໄວ້​ຕາມ​ເມືອງ​ຕ່າງໆ. ໃນ​ແຕ່ລະ​ເມືອງ​ນັ້ນ ເພິ່ນ​ຮິບໂຮມ​ເອົາ​ເຂົ້າ​ທີ່​ເກັບກ່ຽວ​ໄດ້​ຈາກ​ນາ​ຢູ່​ອ້ອມແອ້ມ.

49 ເພິ່ນ​ໄດ້​ຮິບໂຮມ​ເຂົ້າ​ໄວ້​ຢ່າງ​ຫລວງຫລາຍ ດັ່ງ​ເມັດ​ດິນຊາຍ​ທີ່​ແຄມ​ທະເລ ຈົນ​ບໍ່ມີ​ໃຜ​ສາມາດ​ຈະ​ຊັ່ງຕວງ​ໄດ້.

50 ກ່ອນ​ປີ​ແຫ່ງ​ການ​ອຶດຢາກ​ຈະ​ມາ​ເຖິງ ໂຢເຊັບ​ມີ​ລູກຊາຍ​ສອງ​ຄົນ​ກັບ​ນາງ​ອາເສນາດ​ລູກສາວ​ປະໂຣຫິດ​ໂປຕີເຟຣາ​ແຫ່ງ​ເມືອງ​ເຮລີໂອໂປລີ.

51 ເພິ່ນ​ເວົ້າ​ວ່າ, “ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຂ້ອຍ​ລືມ​ຄວາມ​ເຈັບຊໍ້າ​ນາໆ​ປະການ ແລະ​ລືມ​ຄອບຄົວ​ພໍ່​ຂ້ອຍ​ທັງໝົດ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍກົກ​ວ່າ, “ມານາເຊ.”

52 ເພິ່ນ​ເວົ້າ​ອີກ​ວ່າ, “ພຣະເຈົ້າ​ໄດ້​ໃຫ້​ຂ້ອຍ​ມີ​ລູກຊາຍ​ຢູ່​ໃນ​ປະເທດ ທີ່​ຂ້ອຍ​ມີ​ຄວາມ​ເດືອດຮ້ອນ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້​ທີ​ສອງ​ວ່າ, “ເອຟຣາອິມ.”

53 ເວລາ​ເຈັດ​ປີ​ແຫ່ງ​ຄວາມ​ອຸດົມສົມບູນ ທີ່​ປະເທດ​ເອຢິບ​ໄດ້​ຮັບ​ນັ້ນ​ກໍ​ສິ້ນສຸດ​ລົງ

54 ແລະ​ຄວາມ​ອຶດຢາກ​ເປັນ​ເວລາ​ເຈັດ​ປີ​ກໍ​ເກີດຂຶ້ນ​ມາ​ແທນ ຕາມ​ທີ່​ໂຢເຊັບ​ໄດ້​ກ່າວ​ໄວ້​ລ່ວງໜ້າ. ຢູ່​ໃນ​ປະເທດ​ອື່ນ​ບໍ່ມີ​ເຂົ້າ​ກິນ​ແລ້ວ ແຕ່​ຢູ່​ໃນ​ປະເທດ​ເອຢິບ​ຍັງ​ມີ​ເຂົ້າ​ກິນ​ທົ່ວ​ປະເທດ.

55 ເມື່ອ​ປະເທດ​ເອຢິບ​ເລີ່ມຕົ້ນ​ອຶດຢາກ ປະຊາຊົນ​ທັງຫຼາຍ​ກໍ​ໄດ້​ມາ​ຂໍ​ອາຫານ​ນຳ​ກະສັດ. ສະນັ້ນ ກະສັດ​ຈຶ່ງ​ສັ່ງ​ພວກເຂົາ​ໃຫ້​ໄປ​ຫາ​ໂຢເຊັບ ແລະ​ເຮັດ​ຕາມ​ທີ່​ໂຢເຊັບ​ບອກ​ໃຫ້​ເຮັດ.

56 ເມື່ອ​ຄວາມ​ອຶດຢາກ​ຮ້າຍແຮງ​ຂຶ້ນ ແລະ​ເລີ່ມ​ແຜ່​ຂະຫຍາຍ​ໄປ​ທົ່ວ​ປະເທດ ໂຢເຊັບ​ກໍ​ໄຂ​ສາງ​ເຂົ້າ​ທຸກ​ສາງ ແລະ​ຂາຍ​ໃຫ້​ແກ່​ປະຊາຊົນ​ເອຢິບ.

57 ປະຊາຊົນ​ຈາກ​ຫລາຍ​ບ່ອນ​ໃນ​ໂລກ​ໄດ້​ພາກັນ​ມາ​ປະເທດ​ເອຢິບ ເພື່ອ​ຂໍ​ຊື້​ເຂົ້າ​ນຳ​ໂຢເຊັບ ເພາະ​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ​ຢູ່​ທຸກທີ່​ທຸກບ່ອນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan