Biblia Todo Logo
Bìoball air-loidhne

- Sanasan -

ປະຖົມມະການ 39 - ພຣະຄຳພີສັກສິ


ໂຢເຊັບ​ແລະ​ເມຍ​ຂອງ​ໂປຕີຟາ

1 ພວກ​ອິດຊະມາເອນ​ໄດ້​ພາ​ໂຢເຊັບ​ມາ​ທີ່​ປະເທດ​ເອຢິບ ແລະ​ຂາຍ​ຕໍ່​ໃຫ້​ໂປຕີຟາ​ນາຍ​ທະຫານ​ຄົນ​ໜຶ່ງ​ຂອງ​ກະສັດ; ເພິ່ນ​ເປັນ​ຫົວໜ້າ​ຮັບຜິດຊອບ​ຮັກສາ​ຣາຊວັງ.

2 ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ໂຢເຊັບ ແລະ​ບັນດານ​ໃຫ້​ທຸກສິ່ງ​ທີ່​ລາວ​ເຮັດ​ເກີດຜົນ​ດີ. ລາວ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ເອຢິບ​ນາຍ​ຂອງຕົນ

3 ນາຍ​ກໍ​ເຫັນ​ວ່າ​ພຣະເຈົ້າຢາເວ​ໄດ້​ຢູ່​ກັບ​ໂຢເຊັບ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ການງານ​ທຸກຢ່າງ​ທີ່​ລາວ​ກະທຳ​ຈະເລີນ​ຂຶ້ນ​ຫລາຍ​ໃນ​ມື​ຂອງ​ລາວ.

4 ໂປຕີຟາ​ພໍໃຈ​ກັບ​ວຽກງານ​ທີ່​ໂຢເຊັບ​ໄດ້​ເຮັດ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຄົນ​ຮັບໃຊ້​ປະຈຳ​ຕົນ; ສະນັ້ນ ເພິ່ນ​ຈຶ່ງ​ມອບ​ທຸກໆ​ສິ່ງ​ທີ່​ເພິ່ນ​ມີ ໃຫ້​ໂຢເຊັບ​ເປັນ​ຜູ້​ເບິ່ງແຍງ​ແລະ​ຮັບຜິດຊອບ​ແທນ​ຕົນ.

5 ຕັ້ງແຕ່​ໂປຕີຟາ​ໄດ້​ແຕ່ງຕັ້ງ​ໂຢເຊັບ​ມາ ພຣະເຈົ້າຢາເວ​ຈຶ່ງ​ອວຍພອນ​ຄອບຄົວ​ຂອງ​ຄົນ​ເອຢິບ​ຜູ້​ນີ້​ເພາະ​ເຫັນ​ແກ່​ໂຢເຊັບ ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ທຸກສິ່ງ​ທີ່​ໂປຕີຟາ​ມີ​ໃນ​ເຮືອນ​ແລະ​ໃນ​ທົ່ງນາ.

6 ໂປຕີຟາ​ໄດ້​ມອບ​ຊັບ​ສິ່ງຂອງ​ທຸກຢ່າງ​ໃຫ້​ໂຢເຊັບ​ເປັນ​ຜູ້​ເບິ່ງແຍງ​ຮັກສາ​ແທນ ແລະ​ບໍ່​ກັງວົນ​ສົນໃຈ​ນຳ​ສິ່ງໃດ​ເລີຍ ນອກຈາກ​ອາຫານ​ທີ່​ຕົນ​ກິນ​ເທົ່ານັ້ນ. ໂຢເຊັບ​ເປັນ​ຊາຍໜຸ່ມ​ທີ່​ມີ​ຮູບຮ່າງ​ໄດ້​ຊັດສ່ວນ​ດີ ແລະ​ໜ້າຕາ​ງາມ.

7 ແຕ່​ແລ້ວ​ບໍ່​ເຫິງ​ເທົ່າ​ໃດ ເມຍ​ຂອງ​ນາຍ​ກໍ​ຫລົງ​ມັກ​ໂຢເຊັບ ແລະ​ຊວນ​ລາວ​ເຂົ້າ​ໄປ​ນອນ​ນຳ.

8 ໂຢເຊັບ​ປະຕິເສດ ແລະ​ຕອບ​ນາງ​ວ່າ, “ເບິ່ງດູ ນາຍ​ຂອງຂ້ອຍ​ບໍ່​ກັງວົນ​ສົນໃຈ​ນຳ​ສິ່ງໃດ​ເລີຍ​ຢູ່​ໃນ​ເຮືອນ​ນີ້ ຍ້ອນ​ເພິ່ນ​ໄວ້ເນື້ອ​ເຊື່ອໃຈ​ຂ້ອຍ. ເພິ່ນ​ໃຫ້​ຂ້ອຍ​ຮັບຜິດຊອບ​ທຸກໆ​ສິ່ງ​ທີ່​ເພິ່ນ​ມີ.

9 ຂ້ອຍ​ມີ​ອຳນາດ​ໃນ​ເຮືອນ​ຫລັງ​ນີ້​ເທົ່າໆ​ກັນ​ກັບ​ເພິ່ນ ແລະ​ເພິ່ນ​ບໍ່ເຄີຍ​ຫວງຫ້າມ​ຂ້ອຍ​ໃນ​ສິ່ງ​ໃດໆ​ເລີຍ ເວັ້ນໄວ້​ແຕ່​ຍານາງ​ເອງ​ທີ່​ເປັນ​ເມຍ​ຂອງ​ເພິ່ນ. ຂ້ອຍ​ຈະ​ກ້າ​ລ່ວງ​ປະເວນີ ແລະ​ເຮັດ​ຜິດບາບ​ຕໍ່ສູ້​ພຣະເຈົ້າ​ໄດ້​ຢ່າງໃດ?”

10 ເຖິງ​ແມ່ນ​ວ່າ​ນາງ​ຂໍຮ້ອງ​ໂຢເຊັບ​ທຸກມື້​ທຸກວັນ, ແຕ່​ໂຢເຊັບ​ກໍ​ບໍ່​ຍອມ​ໄປ​ນອນ​ນຳ​ນາງ.

11 ແຕ່​ຕໍ່ມາ​ມື້​ໜຶ່ງ ເມື່ອ​ໂຢເຊັບ​ເຂົ້າ​ໄປ​ເຮັດ​ວຽກ​ຢູ່​ໃນ​ເຮືອນ ຊຶ່ງ​ໃນ​ມື້​ນັ້ນ​ບໍ່ມີ​ຄົນ​ຮັບໃຊ້​ຈັກ​ຄົນ​ຢູ່​ໃນ​ເຮືອນ.

12 ເມຍ​ຂອງ​ນາຍ​ຈຶ່ງ​ສວຍ​ໂອກາດ​ນັ້ນ​ຈ່ອງ​ເສື້ອ​ລາວ​ໄວ້ ແລະ​ເວົ້າ​ວ່າ, “ໄປ​ນອນ​ນຳ​ຂ້ອຍ​ສາ.” ແຕ່​ໂຢເຊັບ​ຫລົບ​ໜີ​ແລ່ນ​ອອກ​ໄປ​ຂ້າງ​ນອກ​ໄດ້ ໂດຍ​ປະ​ເສື້ອ​ຄາ​ໄວ້​ໃນ​ມື​ຂອງ​ນາງ.

13 ເມື່ອ​ນາງ​ເຫັນ​ໂຢເຊັບ​ປະ​ເສື້ອ​ໄວ້ ແລະ​ແລ່ນ​ອອກ​ໄປ​ຈາກ​ເຮືອນ

14 ນາງ​ຈຶ່ງ​ຮ້ອງ​ໃສ່​ຄົນ​ຮັບໃຊ້​ໃນ​ເຮືອນ​ວ່າ, “ເບິ່ງ​ນີ້​ແມ! ຄົນ​ເຮັບເຣີ​ຜູ້​ທີ່​ຜົວ​ຂອງ​ຂ້ອຍ​ເອົາ​ມາ​ຢູ່​ໃນ​ເຮືອນ ໄດ້​ລ່ວງເກີນ​ພວກເຮົາ. ລາວ​ເຂົ້າ​ມາ​ໃນ​ຫ້ອງ​ນອນ​ຂອງຂ້ອຍ ແລະ​ພະຍາຍາມ​ຂົ່ມຂືນ​ຂ້ອຍ ແຕ່​ຂ້ອຍ​ຮ້ອງ​ຈົນ​ສຸດ​ສຽງ.

15 ເມື່ອ​ລາວ​ໄດ້ຍິນ​ສຽງ​ຂ້ອຍ​ຮ້ອງ ລາວ​ຈຶ່ງ​ປະ​ເສື້ອ​ໄວ້​ແລະ​ຟ້າວ​ແລ່ນ​ໜີໄປ.”

16 ນາງ​ຮັກສາ​ເສື້ອ​ນອກ​ຂອງ​ໂຢເຊັບ​ໄວ້ ຈົນ​ຜູ້​ເປັນ​ນາຍ​ຂອງ​ໂຢເຊັບ​ກັບ​ມາ​ເຮືອນ.

17 ແລ້ວ​ນາງ​ກໍ​ເລົ່າ​ເລື່ອງ​ແບບ​ດຽວກັນ​ນັ້ນ​ວ່າ, “ຄົນ​ເຮັບເຣີ​ຜູ້​ທີ່​ເຈົ້າ​ເອົາ​ມາ​ຢູ່​ນຳ​ນັ້ນ ລາວ​ໄດ້​ເຂົ້າ​ມາ​ຂົ່ມຂືນ​ຂ້ອຍ​ຢູ່​ໃນ​ຫ້ອງນອນ.

18 ແຕ່​ເມື່ອ​ຂ້ອຍ​ຮ້ອງ​ຂຶ້ນ ລາວ​ຈຶ່ງ​ປະ​ເສື້ອ​ໄວ້​ທີ່​ນີ້​ແລະ​ແລ່ນ​ໜີໄປ.”

19 ເມື່ອ​ນາຍ​ຂອງ​ໂຢເຊັບ​ໄດ້ຍິນ​ເລື່ອງ​ທີ່​ເມຍ​ຂອງຕົນ​ເລົ່າ​ສູ່​ຟັງ​ກໍ​ໃຈຮ້າຍ​ຫຼາຍ

20 ແລະ​ສັ່ງ​ຂັງ​ໂຢເຊັບ​ໄວ້​ໃນ​ຄຸກ​ບ່ອນ​ທີ່​ກະສັດ​ຂັງ​ນັກໂທດ.

21 ແຕ່​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ໂຢເຊັບ​ແລະ​ເມດຕາ​ລາວ. ດັ່ງນັ້ນ ຫົວໜ້າ​ຜູ້ຄຸມຄຸກ​ຈຶ່ງ​ພໍອົກ​ພໍໃຈ​ນຳ​ໂຢເຊັບ.

22 ລາວ​ໃຫ້​ໂຢເຊັບ​ເປັນ​ຜູ້​ຕາງໜ້າ​ເບິ່ງແຍງ​ນັກໂທດ​ທັງຫລາຍ ແລະ​ໃຫ້​ລາວ​ຮັບຜິດຊອບ​ວຽກງານ​ທຸກໆ​ຢ່າງ​ຢູ່​ໃນ​ຄຸກ.

23 ຫົວໜ້າ​ຜູ້ຄຸມຄຸກ​ບໍ່ໄດ້​ກວດກາ​ສິ່ງ​ໃດໆ​ທີ່​ໂຢເຊັບ​ຮັບຜິດຊອບ ຍ້ອນ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ລາວ ແລະ​ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ທຸກສິ່ງ​ທີ່​ລາວ​ເຮັດ​ນັ້ນ​ຈະເລີນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan