ປະຖົມມະການ 36 - ພຣະຄຳພີສັກສິເຊື້ອສາຍຂອງເອຊາວ ( 1 ຂຄ 1:34-37 ) 1 ເຊື້ອສາຍຂອງເອຊາວ ຫລືມີຊື່ໜຶ່ງອີກວ່າ ເອໂດມ ມີດັ່ງນີ້: 2 ເອຊາວມີເມຍຊາວການາອານສາມຄົນຄື: ນາງອາດາລູກສາວຂອງເອໂລນຊາວຮິດຕີ, ນາງໂອໂຮລີບາມາລູກສາວຂອງອານາ, ຫລານຊາຍຂອງຊີເບໂອນຊາວຮີວີ; 3 ແລະນາງບາເສມາດລູກສາວຂອງອິດຊະມາເອນ ແລະຜູ້ເປັນນ້ອງສາວຂອງເນບາໂຢດ. 4 ອາດາ ມີລູກຊາຍກັບເອຊາວຜູ້ໜຶ່ງຊື່ວ່າ ເອລີຟັດ. ບາເສມາດ ມີລູກຊາຍກັບເອຊາວຜູ້ໜຶ່ງຊື່ວ່າ ເຣອູເອນ 5 ແລະໂອໂຮລີບາມາ ມີລູກຊາຍດັ່ງນີ້: ເຢອຸດ, ຢາລາມ ແລະໂກຣາ. ທັງໝົດເປັນລູກຊາຍຂອງເອຊາວ ທີ່ເກີດໃນເວລາເພິ່ນໄດ້ອາໄສຢູ່ໃນການາອານ. 6 ແລ້ວເອຊາວກໍພາບັນດາເມຍຂອງຕົນ, ບັນດາລູກຊາຍຍິງແລະພວກຄົນຮັບໃຊ້ທຸກຄົນໃນເຮືອນ, ຕະຫລອດທັງເອົາສັດ ແລະສິ່ງຂອງທີ່ຕົນມີຢູ່ໃນການາອານນັ້ນ ອອກໜີຈາກຢາໂຄບນ້ອງຊາຍຂອງຕົນ ໄປຢູ່ປະເທດອື່ນ. 7 ເພິ່ນໜີໄປ ເພາະວ່າດິນບ່ອນທີ່ເພິ່ນແລະຢາໂຄບຢູ່ນັ້ນ ບໍ່ອຸດົມສົມບູນພຽງພໍສຳລັບພວກເພິ່ນ; ພວກເພິ່ນມີຝູງສັດຫລວງຫລາຍ ແລະບໍ່ສາມາດຢູ່ຮ່ວມກັນຕໍ່ໄປໄດ້. 8 ສະນັ້ນ ເອຊາວຈຶ່ງໄປອາໄສຢູ່ໃນເຂດເນີນພູເສອີຂອງດິນແດນເອໂດມ. 9 ຕໍ່ໄປນີ້ ແມ່ນເຊື້ອສາຍຂອງເອຊາວ ຜູ້ທີ່ສືບເຊື້ອສາຍໃຫ້ຊາວເອໂດມທີ່ເນີນພູເສອີ. 10-13 ນາງອາດາເມຍຂອງເອຊາວມີລູກຊາຍຜູ້ໜຶ່ງຊື່ວ່າ ເອລີຟັດ; ແລະເອລີຟັດມີລູກຊາຍຢູ່ຫ້າຄົນດັ່ງນີ້: ເຕມານ, ໂອມາກ, ເຊໂຟ, ຄາຕາມ ແລະເກນາດ. ຕີມນາເມຍຜູ້ໜຶ່ງອີກຂອງເອລີຟັດ ມີລູກຊາຍຜູ້ໜຶ່ງຊື່ວ່າ ອາມາເຫຼັກ. ນາງບາເສມາດເມຍຂອງເອຊາວ ມີລູກຊາຍຜູ້ໜຶ່ງຊື່ວ່າ ເຣອູເອນ; ແລະເຣອູເອນມີລູກຊາຍສີ່ຄົນດັ່ງນີ້: ນາຮາດ, ເຊຣາ, ຊາມມາ ແລະມິດຊາ. 14 ນາງໂອໂຮລີບາມາ ລູກສາວຂອງອານາ ແລະຫລານສາວຂອງຊີເບໂອນ ຜູ້ທີ່ເປັນເມຍຂອງເອຊາວ ມີລູກຊາຍສາມຄົນດັ່ງນີ້: ເຢອຸດ, ຢາລາມ ແລະໂກຣາ. 15 ເຜົ່າເຫຼົ່ານີ້ໄດ້ສືບເຊື້ອສາຍມາຈາກເອຊາວ. ເອລີຟັດລູກຊາຍກົກຂອງເອຊາວ ເປັນບັນພະບຸລຸດຂອງເຜົ່າຕ່າງໆດັ່ງຕໍ່ໄປນີ້: ເຕມານ, ໂອມາກ, ເຊໂຟ, ເກນາດ, 16 ໂກຣາ, ຄາຕາມ ແລະອາມາເຫຼັກ. ເຜົ່າທັງໝົດນີ້ສືບເຊື້ອສາຍທາງອາດາ ເມຍຂອງເອຊາວ. 17 ເຣອູເອນລູກຊາຍຂອງເອຊາວ ເປັນບັນພະບຸລຸດຂອງເຜົ່າຕ່າງໆດັ່ງຕໍ່ໄປນີ້: ນາຮາດ, ເຊຣາ, ຊາມມາ ແລະມິດຊາ. ເຜົ່າທັງໝົດນີ້ສືບເຊື້ອສາຍທາງບາເສມາດ ເມຍຂອງເອຊາວ. 18 ເຜົ່າຕ່າງໆທີ່ສືບເຊື້ອສາຍທາງນາງໂອໂຮລີບາມາ ເມຍຂອງເອຊາວ ມີດັ່ງຕໍ່ໄປນີ້: ເຢອຸດ, ຢາລາມ ແລະໂກຣາ. 19 ເຜົ່າເຫຼົ່ານີ້ທັງໝົດສືບເຊື້ອສາຍມາຈາກເອຊາວ. ເຊື້ອສາຍຂອງເສອີ ( 1 ຂຄ 1:38-42 ) 20 ຊາວພື້ນເມືອງໃນດິນແດນເອໂດມແບ່ງອອກເປັນຫລາຍເຜົ່າ; ບັນພະບຸລຸດຂອງພວກເຂົາທີ່ໄດ້ສືບເຊື້ອສາຍມາແຕ່ເສອີຊາວໂຮຣີ ມີດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ, 21 ດີໂຊນ, ເອເຊ ແລະດີຊານ. 22 ໂລຕັນແມ່ນບັນພະບຸລຸດຂອງຕະກຸນໂຮຣີແລະໂຮມາມ. (ໂລຕັນມີນ້ອງສາວຜູ້ໜຶ່ງຊື່ວ່າ ຕີມນາ.) 23 ໂຊບານເປັນບັນພະບຸລຸດຂອງຕະກຸນດັ່ງຕໍ່ໄປນີ້: ອັນວານ, ມານາຮາດ, ເອບານ, ເຊໂຟ ແລະໂອນາມ. 24 ຊີເບໂອນມີລູກຊາຍສອງຄົນດັ່ງນີ້: ອາອີຢາແລະອານາ. (ອານາແມ່ນຜູ້ພົບບໍ່ນໍ້າຮ້ອນ ຢູ່ໃນຖິ່ນແຫ້ງແລ້ງກັນດານ ເມື່ອເວລາກຳລັງລ້ຽງຝູງລໍພໍ່ຂອງຕົນຢູ່.) 25-26 ອານາເປັນພໍ່ຂອງດີໂຊນ ຜູ້ທີ່ເປັນບັນພະບຸລຸດຂອງເຜົ່າເຮັມດານ, ເອັດຊະບານ, ອີທະຣານ ແລະເກຣານ. ອານາມີລູກສາວຜູ້ໜຶ່ງຊື່ວ່າ ໂອໂຮລີບາມາ. 27 ເອເຊເປັນບັນພະບຸລຸດຂອງບິນຮານ, ຊາອາວານ ແລະອາການ. 28 ດີຊານເປັນບັນພະບຸລຸດຂອງອູເຊແລະອາຣານ. 29 ເຜົ່າຕ່າງໆທີ່ສືບເຊື້ອສາຍມາຈາກໂຮຣີ ແລະອາໄສຢູ່ໃນດິນແດນຂອງເອໂດມ ມີດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ, 30 ດີໂຊນ, ເອເຊ ແລະດີຊານ. ບັນດາກະສັດຂອງເອໂດມ ( 1 ຂຄ 1:43-54 ) 31-39 ແຕ່ກ່ອນບໍ່ມີກະສັດຢູ່ໃນອິດສະຣາເອນ ກະສັດທີ່ໄດ້ປົກຄອງສືບຕໍ່ກັນມາ ໃນດິນແດນເອໂດມ ມີດັ່ງນີ້: ເຈົ້າເບລາ, ລູກຊາຍຂອງເບອໍ, ຈາກເມືອງດິນຮາບາ ໂຢບັບ, ລູກຊາຍຂອງເຊຣາ, ຈາກເມືອງໂບຊະຣາ ຮູຊາມ, ມາຈາກເມືອງເຕມານ ຮາດັດ, ລູກຊາຍຂອງເບດັດ, ມາຈາກເມືອງອາວິດ (ຜູ້ທີ່ເອົາຊະນະຊາວມີດີອານໃນບັ້ນຮົບ ຂອງດິນແດນໂມອາບ) ສາມລາ, ມາຈາກເມືອງມາສະເຣກາ ຊາອູນ, ຊາວເມືອງເຣໂຮໂບດທີ່ຢູ່ແຄມແມ່ນໍ້າ ບາອານຮານານ, ລູກຊາຍຂອງອັກໂບ ຮາດັດ, ມາຈາກເມືອງປາອູ. (ເມຍຂອງເພິ່ນມີຊື່ວ່າ ເມເຮຕາເບນ, ລູກສາວຂອງມັດເຣັດ ແລະຫລານສາວຂອງເມຊາຮາບ.) 40-43 ເອຊາວໄດ້ສືບເຊື້ອສາຍໃຫ້ຊາວເອໂດມ ແລະເຜົ່າຕ່າງໆດັ່ງນີ້: ຕີມນາ, ອານວາ, ເຢເທັດ, ໂອໂຮລີບາມາ, ເອລາ, ປີໂນນ, ເກນັດ, ເຕມານ, ມິບຊາ, ມັກດີເອນ ແລະອີຣາມ. ທ້ອງຖິ່ນຕ່າງໆທີ່ພວກເຂົາໄດ້ອາໄສຢູ່ນັ້ນ ກໍໃສ່ຊື່ຕາມແຕ່ລະເຜົ່າຂອງພວກເຂົາ. |
@ 2012 United Bible Societies. All Rights Reserved.