ປະຖົມມະການ 35 - ພຣະຄຳພີສັກສິພຣະເຈົ້າອວຍພອນຢາໂຄບທີ່ເບັດເອນ 1 ພຣະເຈົ້າໄດ້ບອກຢາໂຄບວ່າ, “ຈົ່ງຮີບຕຽມຕົວໄປທີ່ເບັດເອນດຽວນີ້ ແລະອາໄສຢູ່ທີ່ນັ້ນ. ໃນທີ່ນັ້ນ ຈົ່ງສ້າງແທ່ນບູຊາຖວາຍແກ່ພຣະເຈົ້າ ອົງທີ່ໄດ້ປາກົດແກ່ເຈົ້າຄາວທີ່ເຈົ້າກຳລັງໄດ້ປົບໜີຈາກເອຊາວ ອ້າຍຂອງເຈົ້າ.” 2 ດັ່ງນັ້ນ ຢາໂຄບຈຶ່ງບອກຄົນຢູ່ໃນຄອບຄົວ ແລະທຸກຄົນທີ່ອາໄສຢູ່ນຳຕົນວ່າ, “ຈົ່ງຖິ້ມຮູບພະຂອງຄົນຕ່າງຊາດທີ່ພວກເຈົ້າມີຢູ່ນັ້ນ; ຈົ່ງຊຳລະຕົວໃຫ້ໝົດມົນທິນ ແລະນຸ່ງຫົ່ມເຄື່ອງທີ່ສະອາດ. 3 ພວກເຮົາຈະໜີຈາກທີ່ນີ້ໄປຢູ່ເບັດເອນ; ໃນທີ່ນັ້ນ ຂ້ອຍຈະສ້າງແທ່ນບູຊາຖວາຍແກ່ພຣະເຈົ້າ ອົງທີ່ໄດ້ຊ່ວຍເຫລືອຂ້ອຍຍາມເດືອດຮ້ອນ ແລະອົງທີ່ສະຖິດຢູ່ນຳຂ້ອຍໃນທຸກບ່ອນທີ່ຂ້ອຍໄປ.” 4 ດັ່ງນັ້ນ ພວກເຂົາຈຶ່ງເອົາຮູບພະທັງໝົດຂອງຄົນຕ່າງຊາດ ຊຶ່ງພວກເຂົາມີຢູ່ກັບຕຸ້ມຫູທີ່ພວກເຂົາໃສ່ຢູ່ມອບໃຫ້ຢາໂຄບ. ເພິ່ນໄດ້ເອົາເຄື່ອງເຫຼົ່ານີ້ໄປຝັງໄວ້ໃຕ້ຕົ້ນໝາກກໍ່ໃກ້ກັບເມືອງຊີເຄມ. 5 ເມື່ອຢາໂຄບພ້ອມກັບລູກຊາຍກຳລັງອອກເດີນທາງໄປນັ້ນ ຊາວເມືອງໃກ້ຄຽງກໍເກີດຄວາມຢ້ານກົວຫຼາຍ ແລະບໍ່ກ້າໄລ່ຕິດຕາມພວກເຂົາໄປ. 6 ຢາໂຄບແລະຄົນຂອງຕົນທຸກຄົນໄດ້ມາຮອດເມືອງລູເຊໃນການາອານ ຊຶ່ງເອີ້ນກັນໃນເວລານັ້ນວ່າ ເບັດເອນ. 7 ໃນທີ່ນັ້ນ ເພິ່ນໄດ້ສ້າງແທ່ນບູຊາ ແລະໃສ່ຊື່ບ່ອນນີ້ວ່າ ພຣະເຈົ້າຂອງເບັດເອນ ເພາະພຣະເຈົ້າປາກົດແກ່ເພິ່ນຄາວທີ່ເພິ່ນໄດ້ປົບໜີຈາກອ້າຍຂອງຕົນນັ້ນ. 8 ນາງເດໂບຣາເອື້ອຍລ້ຽງຂອງນາງເຣເບກາໄດ້ເສຍຊີວິດ ແລະຖືກຝັງໄວ້ໃຕ້ຕົ້ນໝາກກໍ່ທີ່ຢູ່ທາງທິດໃຕ້ຂອງເມືອງເບັດເອນ. ສະນັ້ນ ພວກເຂົາຈຶ່ງໃສ່ຊື່ຕົ້ນໄມ້ນັ້ນວ່າ, “ຕົ້ນໝາກກໍ່ແຫ່ງນໍ້າຕາ.” 9 ເມື່ອຢາໂຄບກັບຈາກເມໂຊໂປຕາເມຍນັ້ນພຣະເຈົ້າໄດ້ປາກົດແກ່ເພິ່ນອີກ ແລະທັງອວຍພອນເພິ່ນວ່າ, 10 “ເຈົ້າຊື່ຢາໂຄບ ແຕ່ບັດນີ້ໄປ ຊື່ຂອງເຈົ້າຈະແມ່ນອິດສະຣາເອນ.” ສະນັ້ນ ພຣະເຈົ້າຈຶ່ງເອີ້ນເພິ່ນວ່າ ອິດສະຣາເອນ. 11 ແລ້ວພຣະອົງກໍກ່າວອີກວ່າ, “ເຮົາແມ່ນພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່. ຈົ່ງມີລູກຫລານໃຫ້ຫລວງຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະກາຍເປັນຫລາຍຊົນຊາດ ແລະສືບເຊື້ອສາຍໃຫ້ກະສັດຫລາຍຄົນ. 12 ເຮົາຈະມອບດິນແດນທີ່ເຮົາໄດ້ມອບໃຫ້ອັບຣາຮາມແລະອີຊາກນັ້ນ ໃຫ້ແກ່ເຈົ້າແລະເຊື້ອສາຍຂອງເຈົ້າສືບຕໍ່ກັນໄປ.” 13 ແລ້ວພຣະເຈົ້າກໍຈາກເພິ່ນໄປ. 14 ໃນບ່ອນທີ່ພຣະເຈົ້າກ່າວແກ່ຢາໂຄບນັ້ນ ເພິ່ນໄດ້ຕັ້ງເສົາຫີນໄວ້ເປັນທີ່ລະນຶກ ແລະຖວາຍໃຫ້ພຣະເຈົ້າໂດຍຖອກເຫຼົ້າອະງຸ່ນກັບນໍ້າມັນໝາກກອກເທດໃສ່ເທິງນັ້ນ. 15 ຢາໂຄບໃສ່ຊື່ບ່ອນນັ້ນວ່າ ເບັດເອນ. ນາງຣາເຊັນຕາຍ 16 ຢາໂຄບແລະຄອບຄົວຂອງຕົນໄດ້ອອກຈາກເບັດເອນໄປ ແລະເມື່ອເດີນທາງມາໃກ້ຈະຮອດເອຟຣາທາ ນາງຣາເຊັນກໍເຈັບທ້ອງຈະອອກລູກ. ເທື່ອນີ້ນາງຄອດລູກລຳບາກຫລາຍ. 17 ເມື່ອນາງເບັ່ງລູກອອກເທື່ອໃດ ນາງຜະດຸງຄັນກໍເວົ້າກັບນາງວ່າ “ບໍ່ຕ້ອງຢ້ານຣາເຊັນເອີຍ ເຈົ້າຈະໄດ້ລູກຜູ້ຊາຍອີກ.” 18 ແຕ່ນາງສິ້ນໃຈຕາຍຫລັງຈາກຄອດລູກແລ້ວ. ກ່ອນສິ້ນໃຈຕາຍ ນາງໄດ້ໃສ່ຊື່ໃຫ້ລູກຊາຍຂອງຕົນວ່າ ເບັນໂອນີ ແຕ່ຢາໂຄບຜູ້ເປັນພໍ່ໃສ່ຊື່ໃຫ້ໃໝ່ວ່າ ເບັນຢາມິນ. 19 ຣາເຊັນໄດ້ຕາຍໄປ ແລະຢາໂຄບໄດ້ຝັງສົບຂອງນາງໄວ້ ໃກ້ແຄມທາງໄປເມືອງເອຟຣາທາ ປັດຈຸບັນນີ້ແມ່ນເມືອງເບັດເລເຮັມ. 20 ຢາໂຄບຝັງເສົາຫີນໄວ້ທີ່ນັ້ນເປັນທີ່ລະນຶກ ແລະເສົາຫີນນັ້ນໝາຍຊື່ຂອງນາງຣາເຊັນໄວ້ ຈົນເຖິງເທົ່າທຸກວັນນີ້. 21 ຢາໂຄບໄດ້ຍົກຍ້າຍໄປຕໍ່ ແລະຕັ້ງຄ້າຍພັກອາໄສຢູ່ທາງດ້ານໜຶ່ງອີກຂອງຫໍຄອຍເອເດ. ພວກລູກຊາຍຂອງຢາໂຄບ ( 1 ຂຄ 2:1-2 ) 22 ເມື່ອຢາໂຄບໄດ້ອາໄສຢູ່ໃນດິນແດນນັ້ນ ຣູເບັນໄດ້ລັກນອນນຳນາງບິນຮາ ເມຍນ້ອຍຄົນໜຶ່ງຂອງພໍ່ຕົນ; ເມື່ອຢາໂຄບຮູ້ເລື່ອງນີ້ ເພິ່ນກໍຮ້າຍຫຼາຍ. ຢາໂຄບມີລູກຊາຍສິບສອງຄົນ. 23 ລູກຊາຍທີ່ເກີດຈາກນາງເລອາ ມີດັ່ງນີ້: ຣູເບັນຜູ້ເປັນອ້າຍກົກ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະເຊບູໂລນ. 24 ລູກຊາຍທີ່ເກີດຈາກນາງຣາເຊັນ ມີດັ່ງນີ້: ໂຢເຊັບແລະເບັນຢາມິນ. 25 ລູກຊາຍທີ່ເກີດຈາກນາງບິນຮາ ເອື້ອຍລ້ຽງຂອງຣາເຊັນ ມີດັ່ງນີ້: ດານແລະເນັບທາລີ. 26 ລູກຊາຍທີ່ເກີດຈາກນາງຊີລະປາ ເອື້ອຍລ້ຽງຂອງນາງເລອາ ມີດັ່ງນີ້: ກາດແລະອາເຊ. ພວກລູກຊາຍເຫຼົ່ານີ້ໄດ້ເກີດທີ່ເມໂຊໂປຕາເມຍ. ອີຊາກຕາຍ 27 ຢາໂຄບໄດ້ກັບຄືນມາຫາອີຊາກພໍ່ຂອງຕົນທີ່ມຳເຣ ໃກ້ກັບເຮັບໂຣນ ບ່ອນທີ່ອັບຣາຮາມແລະອີຊາກເຄີຍອາໄສຢູ່. 28 ອີຊາກໄດ້ດຳລົງຊີວິດອີກຕໍ່ໄປຈົນເຖິງ 180 ປີ; 29 ເພິ່ນໄດ້ຕາຍໄປເມື່ອອາຍຸສູງຫລາຍ; ຢາໂຄບ ແລະເອຊາວລູກຊາຍຂອງເພິ່ນເອງ ເປັນຜູ້ຝັງສົບເພິ່ນໄວ້. |
@ 2012 United Bible Societies. All Rights Reserved.