ປະຖົມມະການ 34 - ພຣະຄຳພີສັກສິນາງດີນາຖືກຂົ່ມຂືນ 1 ວັນໜຶ່ງ ນາງດີນາລູກສາວຂອງຢາໂຄບແລະນາງເລອາ ໄດ້ໄປຢ້ຽມຢາມຍິງຊາວການາອານບາງຄົນ. 2 ເມື່ອຊີເຄມ ລູກຊາຍຂອງຮາໂມຊາວຮີວີ ທີ່ເປັນຜູ້ປົກຄອງໃນຂົງເຂດນີ້ ເຫັນດີນາ; ລາວຈຶ່ງຈັບເອົານາງໄປຂົ່ມຂືນ. 3 ແຕ່ເມື່ອເຫັນນາງງາມດືງດູດໃຈຫລາຍ ລາວຈຶ່ງຫລົງຮັກນາງ ແລະພະຍາຍາມໃຫ້ນາງຮັກຕົນຄືນ. 4 ຊາຍຄົນນີ້ຈຶ່ງເວົ້າກັບພໍ່ຂອງຕົນວ່າ, “ຈົ່ງໄປຂໍຍິງຜູ້ນີ້ໃຫ້ລູກເອົາມາເປັນເມຍແດ່.” 5 ຢາໂຄບຮູ້ວ່າ, ລູກສາວຂອງຕົນໄດ້ຮັບຄວາມອັບອາຍຂາຍໜ້າ, ແຕ່ເພິ່ນບໍ່ກ້າເຮັດຫຍັງລົງໄປເທື່ອ ຈົນກວ່າພວກລູກຊາຍຂອງເພິ່ນ ທີ່ໄດ້ອອກໄປລ້ຽງສັດທີ່ທົ່ງນານັ້ນກັບມາທຸກຄົນກ່ອນ. 6 ຮາໂມພໍ່ຂອງຊີເຄມໄດ້ມາປຶກສາກັບຢາໂຄບ 7 ແລະເປັນເວລາພໍດີກັບທີ່ພວກລູກຊາຍຂອງຢາໂຄບພາກັນກັບມາແຕ່ທົ່ງນາ. ເມື່ອຮູ້ວ່ານາງດີນາຖືກຂົ່ມຂືນ. ພວກເຂົາຈຶ່ງຄຽດແຄ້ນ ແລະທຸກໃຈຫລາຍທີ່ຊີເຄມໄດ້ເຮັດເຊັ່ນນັ້ນ ອັນເປັນການໝິ່ນປະໝາດຄົນອິດສະຣາເອນ ໂດຍໄດ້ຂົ່ມຂືນລູກສາວຂອງຢາໂຄບ. 8 ຮາໂມເວົ້າຕໍ່ພວກເຂົາວ່າ, “ຊີເຄມລູກຊາຍຂອງຂ້ອຍຫລົງຮັກລູກສາວຂອງເຈົ້າ ຂໍໃຫ້ພວກເຂົາໄດ້ແຕ່ງງານກັນສາ 9 ໃຫ້ພວກເຮົາມາຕົກລົງກັນວ່າ ຄົນຂອງຂ້ອຍ ແລະຄົນຂອງເຈົ້າແຕ່ງງານກັນໄດ້. 10 ແລ້ວພວກເຈົ້າກໍສາມາດຢູ່ໃນດິນແດນຂອງພວກເຮົານີ້ນຳກັນ; ພວກເຈົ້າຈະຢູ່ບ່ອນໃດກໍໄດ້ ຈະຄ້າຂາຍແລະມີທີ່ດິນເປັນຂອງຕົນເອງໄດ້ຕາມໃຈມັກ.” 11 ແລ້ວຊີເຄມກໍເວົ້າກັບພໍ່ແລະອ້າຍຂອງດີນາວ່າ, “ກະລຸນາຍົກນາງໃຫ້ຂ້ອຍສາ ແລະຂ້ອຍຈະໃຫ້ທຸກສິ່ງຕາມທີ່ພວກເຈົ້າຕ້ອງການ. 12 ພວກເຈົ້າຕ້ອງການສິ່ງໃດໃຫ້ບອກມາ ຈະຄິດຄ່າດອງສູງເທົ່າໃດ ຕາມທີ່ພວກເຈົ້າຕ້ອງການກໍໄດ້; ຂ້ອຍຈະໃຫ້ທຸກສິ່ງທີ່ພວກເຈົ້າຂໍມາ. ຂໍພຽງແຕ່ໃຫ້ຂ້ອຍໄດ້ນາງມາເປັນເມຍກໍພໍ.” 13 ພວກລູກຊາຍຂອງຢາໂຄບຈຶ່ງຕອບຊີເຄມແລະຮາໂມໃນທຳນອງຫລອກລວງ ເພາະຊີເຄມໄດ້ເຮັດໃຫ້ນ້ອງສາວຂອງພວກເຂົາຖືກອັບອາຍ. 14 ພວກເຂົາເວົ້າວ່າ, “ພວກເຮົາບໍ່ຍອມໃຫ້ນາງດີນາແຕ່ງງານກັບຜູ້ຊາຍທີ່ບໍ່ໄດ້ຮັບພິທີຕັດ ເພາະເປັນການເສຍກຽດສັກສີສຳລັບພວກເຮົາ. 15 ມີເງື່ອນໄຂດຽວເທົ່ານັ້ນທີ່ພວກເຮົາຈະລົງລອຍກັນໄດ້ຄື: ພວກເຈົ້າຕ້ອງເປັນຄືພວກເຮົາ. ຜູ້ຊາຍຂອງພວກເຈົ້າທຸກຄົນຕ້ອງຮັບພິທີຕັດ. 16 ແລ້ວພວກເຮົາກໍຈະຍອມໃຫ້ແຕ່ງງານກັນໄດ້. ພວກເຮົາຈະຢູ່ຮ່ວມກັນແລະເປັນປະຊາຊົນຊາດດຽວກັນ. 17 ແຕ່ຖ້າພວກເຈົ້າບໍ່ຍິນຍອມຮັບເອົາຂໍ້ສະເໜີຂອງພວກເຮົາແລ້ວ ພວກເຮົາກໍຈະໄປເອົານາງດີນາກັບຄືນມາ ແລະພາກັນອອກໜີຈາກດິນແດນນີ້ໄປ.” 18 ຮາໂມແລະລູກຊາຍເຫັນວ່າເງື່ອນໄຂນັ້ນເປັນທີ່ພໍໃຈແລ້ວ 19 ດັ່ງນັ້ນ ຊີເຄມຈຶ່ງຮັບເອົາໂລດໂດຍບໍ່ໃຫ້ເສຍເວລາ ຍ້ອນວ່າລາວຮັກດີນາລູກສາວຂອງຢາໂຄບຫລາຍ. ຊີເຄມເປັນຄົນສຳຄັນທີ່ສຸດໃນຄອບຄົວ. 20 ແລ້ວຮາໂມກັບລູກຊາຍຂອງຕົນກໍໄປບ່ອນປະຊຸມທີ່ປະຕູເມືອງ ແລະເວົ້າກັບຊາວເມືອງວ່າ, 21 “ຄົນພວກນີ້ເປັນມິດກັບພວກເຮົາ; ຈົ່ງໃຫ້ພວກເຂົາອາໄສຢູ່ໃນດິນແດນນີ້ ແລະສາມາດໄປມາຕາມໃຈມັກເທີ້ນ. ດິນແດນກໍຍັງມີກວ້າງຂວາງຢູ່ສຳລັບພວກເຂົາ. ຈົ່ງໃຫ້ລູກສາວຂອງພວກເຂົາແຕ່ງງານກັບລູກຊາຍຂອງພວກເຮົາ ແລະໃຫ້ລູກສາວຂອງພວກເຮົາແຕ່ງງານກັບລູກຊາຍຂອງພວກເຂົາ. 22 ແຕ່ພວກເຂົາຈະຍິນຍອມຢູ່ນຳພວກເຮົາ ແລະເປັນປະຊາຊົນດຽວກັບພວກເຮົາໄດ້ນັ້ນ ກໍມີຢູ່ເງື່ອນໄຂດຽວເທົ່ານັ້ນທີ່ພວກເຮົາຕ້ອງເຮັດດັ່ງນີ້: ໃຫ້ຜູ້ຊາຍຂອງພວກເຮົາທຸກຄົນຮັບພິທີຕັດຄືພວກເຂົາ. 23 ຝູງສັດທັງຫລາຍພ້ອມດ້ວຍສິ່ງຂອງທັງໝົດຂອງພວກເຂົາ ຈະເປັນຂອງພວກເຮົາບໍ່ແມ່ນບໍ? ດັ່ງນັ້ນ ຈົ່ງຍອມຮັບເອົາເງື່ອນໄຂຂອງພວກເຂົາ ແລະໃຫ້ພວກເຂົາຢູ່ນຳກັນກັບພວກເຮົາເຖີດ.” 24 ປະຊາຊົນທຸກຄົນຕ່າງກໍເຫັນດີເຫັນພ້ອມນຳສິ່ງທີ່ຮາໂມກັບຊີເຄມໄດ້ສະເໜີມານັ້ນ; ສະນັ້ນ ຜູ້ຊາຍທຸກຄົນໃນເມືອງນີ້ຈຶ່ງພາກັນຮັບພິທີຕັດ. 25 ສາມວັນຕໍ່ມາ ໃນຂະນະທີ່ພວກຜູ້ຊາຍຊາວເມືອງຍັງເຈັບປວດຢູ່ ເພາະຮັບພິທີຕັດນັ້ນ; ລູກຊາຍສອງຄົນຂອງຢາໂຄບ ຄືຊີເມໂອນແລະເລວີຜູ້ເປັນອ້າຍຂອງນາງດີນາ ໄດ້ຖືດາບເຂົ້າໄປໃນເມືອງຢ່າງບໍ່ມີໃຜຄິດສົງໄສ ແລະສັງຫານພວກຜູ້ຊາຍທັງໝົດໃນເມືອງຖິ້ມ 26 ລວມທັງຮາໂມ ແລະຊີເຄມລູກຊາຍຂອງລາວດ້ວຍ. ແລ້ວພວກເຂົາກໍໄດ້ພານາງດີນາໜີອອກຈາກເຮືອນຂອງຊີເຄມ. 27 ຫລັງຈາກສັງຫານພວກຜູ້ຊາຍຢູ່ໃນເມືອງແລ້ວ ລູກຊາຍຄົນອື່ນໆຂອງຢາໂຄບກໍປຸ້ນສະດົມເມືອງ ເພື່ອແກ້ແຄ້ນໃຫ້ນາງດີນານ້ອງສາວຂອງພວກຕົນ ເພາະຖືກໝິ່ນປະໝາດ. 28 ພວກເຂົາຢຶດເອົາແກະ, ງົວ, ລໍ ແລະສິ່ງຂອງໃນເມືອງແລະໃນທົ່ງນາໄປໝົດ. 29 ພວກເຂົາຍັງຢຶດເອົາຂອງມີຄ່າທັງຈັບເອົາຜູ້ຍິງແລະເດັກນ້ອຍ ແລ້ວຂົນເອົາທຸກສິ່ງໃນເຮືອນໄປຈົນກ້ຽງ. 30 ຢາໂຄບຈຶ່ງເວົ້າກັບຊີເມໂອນແລະເລວີວ່າ, “ພວກເຈົ້າກໍ່ເລື່ອງເດືອດຮ້ອນມາໃຫ້ຂ້ອຍແລ້ວ; ບັດນີ້ ຊາວການາອານ, ຊາວເປຣີຊີ ແລະປະຊາຊົນທຸກຄົນໃນດິນແດນນີ້ຈະກຽດຊັງຂ້ອຍ. ຖ້າປະຊາຊົນເຫຼົ່ານີ້ພ້ອມໃຈກັນມາໂຈມຕີ ຄອບຄົວພວກເຮົາກໍຈະຖືກທຳລາຍຖິ້ມໝົດ ເພາະຄົນຂອງພວກເຮົາມີບໍ່ຫລາຍ.” 31 ແຕ່ພວກເຂົາຕອບວ່າ, “ພວກເຮົາບໍ່ອາດຍອມໃຫ້ພວກເຂົາ ເຮັດຕໍ່ນ້ອງສາວຂອງພວກເຮົາເໝືອນດັ່ງຍິງໂສເພນີດອກ.” |
@ 2012 United Bible Societies. All Rights Reserved.