ປະຖົມມະການ 32 - ພຣະຄຳພີສັກສິຢາໂຄບຈັດຕຽມເພື່ອພົບເອຊາວ 1 ເມື່ອຢາໂຄບເດີນທາງໄປຕໍ່ ເທວະດາຂອງພຣະເຈົ້າໄດ້ມາພົບເພິ່ນ. 2 ພໍເຫັນເທວະດາຕົນນັ້ນ ເພິ່ນຈຶ່ງເວົ້າວ່າ, “ນີ້ແມ່ນຄ້າຍຂອງພຣະເຈົ້າ.” ສະນັ້ນ ເພິ່ນຈຶ່ງໃສ່ຊື່ໃຫ້ບ່ອນນັ້ນວ່າ ມະຫານາອິມ. 3 ຢາໂຄບໄດ້ໃຊ້ຄົນນຳຂ່າວໄປບອກເອຊາວອ້າຍຂອງຕົນ ທີ່ເມືອງເສອີໃນດິນແດນເອໂດມ. 4 ເພິ່ນສັ່ງຄົນນຳຂ່າວໃຫ້ໄປບອກເອຊາວດັ່ງນີ້: “ຂ້ານ້ອຍຢາໂຄບ ຄົນຮັບໃຊ້ຜູ້ເຊື່ອຟັງຂອງທ່ານທີ່ໄດ້ໄປອາໄສຢູ່ນຳລາບານນັ້ນ ແລະດຽວນີ້ຫາກໍກັບມາ ຂໍລາຍງານຕໍ່ທ່ານເອຊາວວ່າ 5 ຂ້ານ້ອຍມີຝູງງົວ, ຝູງລໍ, ຝູງແບ້ ແລະຝູງແກະພ້ອມທັງຄົນຮັບໃຊ້ຊາຍຍິງຢ່າງຫລວງຫລາຍ. ດັ່ງນັ້ນ ຈຶ່ງໄດ້ໃຊ້ຄົນມາຄຳນັບທ່ານ ໂດຍຫວັງວ່າທ່ານຈະໃຫ້ຄວາມເຫັນອົກເຫັນໃຈ.” 6 ເມື່ອຄົນນຳຂ່າວກັບຄືນມາ ພວກເຂົາຈຶ່ງເລົ່າໃຫ້ຢາໂຄບຟັງວ່າ, “ພວກເຮົາໄດ້ໄປຫາເອຊາວອ້າຍຂອງທ່ານແລ້ວ ແລະເພິ່ນກຳລັງອອກເດີນທາງມາພົບທ່ານ ພ້ອມທັງມີຄົນມານຳສີ່ຮ້ອຍຄົນ.” 7 ຢາໂຄບຢ້ານແລະອຸກໃຈຫລາຍ. ສະນັ້ນ ເພິ່ນຈຶ່ງແບ່ງຄົນຕະຫລອດທັງຝູງແກະ, ຝູງແບ້, ຝູງງົວ ແລະ ຝູງອູດອອກເປັນສອງພວກ; 8 ເພາະເພິ່ນຄິດວ່າ, ຖ້າເອຊາວມາບຸກໂຈມຕີພວກທີໜຶ່ງ, ພວກທີສອງກໍຈະສາມາດຫລົບໜີໄປໄດ້. 9 ແລ້ວຢາໂຄບກໍພາວັນນາອະທິຖານວ່າ, “ໂອ ພຣະເຈົ້າຂອງອັບຣາຮາມຜູ້ເປັນປູ່ ແລະພຣະເຈົ້າຂອງອີຊາກຜູ້ເປັນພໍ່ຂອງຂ້ານ້ອຍ, ໂອ ພຣະເຈົ້າຢາເວ ພຣະອົງບອກໃຫ້ຂ້ານ້ອຍກັບຄືນເມືອສູ່ດິນແດນຫາຍາດຕິພີ່ນ້ອງ ແລະພຣະອົງຈະໃຫ້ທຸກສິ່ງຜ່ານພົ້ນໄປໂດຍດີສຳລັບຂ້ານ້ອຍ. 10 ຂ້ານ້ອຍບໍ່ສົມຄວນກັບພຣະກະລຸນາ ແລະຄວາມສັດຊື່ທີ່ພຣະອົງໄດ້ສຳແດງຕໍ່ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງເລີຍ. ຂ້ານ້ອຍໄດ້ຂ້າມແມ່ນໍ້າຈໍແດນ ມີພຽງໄມ້ເທົ້າເທົ່ານັ້ນ; ແຕ່ບັດນີ້ ຂ້ານ້ອຍກັບມາພ້ອມດ້ວຍຈຳນວນຄົນແລະຝູງສັດສອງໝວດນີ້. 11 ຂ້ານ້ອຍພາວັນນາອະທິຖານ ຂໍພຣະອົງໂຜດຊ່ວຍຂ້ານ້ອຍ ໃຫ້ພົ້ນຈາກເງື້ອມມືຂອງອ້າຍເອຊາວແດ່ທ້ອນ. ຂ້ານ້ອຍຢ້ານວ່າ ລາວຈະເຂົ້າມາບຸກໂຈມຕີ ແລະທຳຮ້າຍພວກຂ້ານ້ອຍທັງໝົດຄື: ພວກຜູ້ຍິງແລະເດັກນ້ອຍ. 12 ໂຜດຈົດຈຳຄຳສັນຍາທີ່ວ່າ ພຣະອົງຈະເຮັດທຸກສິ່ງໃຫ້ຜ່ານພົ້ນໄປໂດຍດີ ແລະໃຫ້ຂ້ານ້ອຍມີເຊື້ອສາຍຢ່າງຫລວງຫລາຍ ດັ່ງເມັດຊາຍທີ່ແຄມທະເລຊຶ່ງບໍ່ອາດນັບໄດ້.” 13-15 ຫລັງຈາກຢາໂຄບໄດ້ນອນຄ້າງຄືນທີ່ມະຫານາອິມແລ້ວ ເພິ່ນກໍເລືອກເອົາເຄື່ອງຂອງທີ່ເພິ່ນມີ ເພື່ອເປັນຂອງຕ້ອນໃຫ້ແກ່ເອຊາວ ອ້າຍຂອງຕົນດັ່ງນີ້: ແບ້ແມ່ 200 ໂຕ ແລະແບ້ເຖິກ 20 ໂຕ, ແກະແມ່ 200 ໂຕ ແລະແກະເຖິກ 20 ໂຕ, ອູດແມ່ແລະລູກທີ່ຍັງກິນນົມຢູ່ 30 ໂຕ, ງົວແມ່ 40 ໂຕ, ງົວເຖິກ 10 ໂຕ, ລໍແມ່ 20 ໂຕ, ລໍເຖິກ 10 ໂຕ. 16 ເພິ່ນມອບຝູງສັດແຕ່ລະຝູງໃຫ້ຄົນຮັບໃຊ້ແຕ່ລະຄົນເບິ່ງແຍງຮັກສາ. ເພິ່ນສັ່ງພວກເຂົາວ່າ, “ຈົ່ງເດີນທາງໄປກ່ອນຂ້ອຍ ທັງປ່ອຍໄລຍະໃຫ້ຫ່າງກັນພໍສົມຄວນ.” 17 ເພິ່ນສັ່ງຄົນຮັບໃຊ້ຜູ້ທີໜຶ່ງວ່າ, “ເວລາເອຊາວພົບເຈົ້າແລະຖາມວ່າ, ‘ເຈົ້າຈະໄປໃສ? ໃຜເປັນນາຍຂອງເຈົ້າ? ສັດທີ່ຍ່າງໄປກ່ອນນັ້ນເປັນຂອງໃຜ?’ 18 ເຈົ້າຕ້ອງຕອບເພິ່ນວ່າ, ‘ສັດເຫຼົ່ານັ້ນເປັນຂອງຢາໂຄບ ຄົນຮັບໃຊ້ຂອງທ່ານ. ເພິ່ນສັ່ງໃຫ້ນຳສັດເຫຼົ່ານີ້ມາເປັນຂອງຕ້ອນແກ່ເອຊາວ ນາຍຂອງເພິ່ນ. ສ່ວນເພິ່ນເອງນັ້ນກຳລັງເດີນທາງມາຕາມຫລັງ.”’ 19 ຢາໂຄບສັ່ງຜູ້ທີສອງ, ຜູ້ທີສາມ ແລະທຸກຄົນທີ່ຮັບຜິດຊອບເບິ່ງແຍງຝູງສັດວ່າ, “ເມື່ອພວກເຈົ້າພົບເອຊາວໃຫ້ພາກັນເວົ້າດັ່ງນີ້: 20 ‘ທ່ານເອີຍ ຢາໂຄບຄົນຮັບໃຊ້ຂອງທ່ານກຳລັງເດີນທາງມາຕາມຫລັງ.”’ ຢາໂຄບຄິດວ່າ, “ດ້ວຍຂອງຕ້ອນທີ່ຂ້ອຍສົ່ງໄປໃຫ້ນັ້ນ ລາວຄົງຈະເຫັນໃຈຂ້ອຍ ແລະເມື່ອຂ້ອຍພົບລາວ ບາງທີລາວອາດຈະຍົກໂທດໃຫ້ຂ້ອຍກໍໄດ້.” 21 ຢາໂຄບໄດ້ສົ່ງຂອງຕ້ອນໄປກ່ອນ ສ່ວນເພິ່ນເອງນັ້ນຍັງນອນຄ້າງຄືນຢູ່ທີ່ຄ້າຍພັກ. ຢາໂຄບປໍ້າສູ້ກັບຊາຍຜູ້ໜຶ່ງທີ່ເປນີເອນ 22 ໃນຄືນດຽວກັນນັ້ນ ຢາໂຄບຕື່ນຂຶ້ນພາເມຍທັງສອງ, ຄົນຮັບໃຊ້ຍິງສອງຄົນ ແລະລູກສິບເອັດຄົນຂອງຕົນຂ້າມແມ່ນໍ້າຢັບໂບກ. 23 ຫລັງຈາກສົ່ງພວກເຂົາຂ້າມແມ່ນໍ້າໄປໝົດແລ້ວ ເພິ່ນກໍຈັດເອົາສິ່ງຂອງຂ້າມກັບໄປອີກ, 24 ສ່ວນເພິ່ນເອງຍັງນອນຄ້າງຄືນຢູ່ຟາກແມ່ນໍ້າພຸ້ນແຕ່ຜູ້ດຽວ. ແລ້ວມີຊາຍຄົນໜຶ່ງມາກຸມປໍ້າສູ້ກັບເພິ່ນຈົນເຖິງຮຸ່ງເຊົ້າ. 25 ເມື່ອຊາຍຄົນນີ້ເຫັນວ່າຕົນຈະບໍ່ຊະນະ ຈຶ່ງຕີແອວຂອງຢາໂຄບຈົນພິກໂບກ. 26 ຊາຍຜູ້ນັ້ນເວົ້າວ່າ, “ປ່ອຍຂ້ອຍແມ ເພາະຕາເວັນຈວນຈະຂຶ້ນແລ້ວ.” ແຕ່ຢາໂຄບຕອບວ່າ, “ຂ້ອຍຈະບໍ່ປ່ອຍເຈົ້າໄປ ຈົນກວ່າເຈົ້າຈະອວຍພອນຂ້ອຍ.” 27 ຊາຍຄົນນັ້ນຖາມວ່າ, “ເຈົ້າຊື່ຫຍັງ?” ລາວຕອບວ່າ, “ຢາໂຄບ”. 28 ຊາຍນັ້ນເວົ້າວ່າ, “ຊື່ຂອງເຈົ້າຈະບໍ່ແມ່ນຢາໂຄບອີກຕໍ່ໄປ. ເຈົ້າໄດ້ຕໍ່ສູ້ກັບພຣະເຈົ້າ ແລະມະນຸດ ແລະເຈົ້າຊະນະ; ສະນັ້ນ ຊື່ຂອງເຈົ້າຈະແມ່ນອິດສະຣາເອນ.” 29 ຢາໂຄບຂໍຮ້ອງວ່າ, “ບັດນີ້ ຈົ່ງບອກຊື່ຂອງເຈົ້າໃຫ້ຂ້ອຍຮູ້ແດ່.” ແຕ່ຊາຍຄົນນັ້ນຕອບວ່າ, “ເຈົ້າຢາກຮູ້ຊື່ຂອງຂ້ອຍເຮັດຫຍັງ?” ແລ້ວເພິ່ນກໍໄດ້ອວຍພອນຢາໂຄບ. 30 ຢາໂຄບເວົ້າວ່າ, “ຂ້ອຍໄດ້ເຫັນພຣະເຈົ້າຕໍ່ໜ້າຕໍ່ຕາ ແລະຂ້ອຍຍັງບໍ່ຕາຍ.” ສະນັ້ນ ເພິ່ນຈຶ່ງໃສ່ຊື່ບ່ອນນັ້ນວ່າ “ເປນີເອນ.” 31 ເມື່ອຢາໂຄບອອກໄປຈາກເປນີເອນ ຕາເວັນກໍກຳລັງຂຶ້ນ; ເພິ່ນຍ່າງຂາເຢັກໄປເພາະເຈັບແອວ. 32 ດ້ວຍເຫດນີ້ ຊາວອິດສະຣາເອນຈຶ່ງບໍ່ກິນຊີ້ນເອັນທີ່ຕໍ່ກັບແອວ ເພາະແມ່ນບ່ອນທີ່ພຣະເຈົ້າໄດ້ຕີ. |
@ 2012 United Bible Societies. All Rights Reserved.