Biblia Todo Logo
Bìoball air-loidhne

- Sanasan -

ປະຖົມມະການ 25 - ພຣະຄຳພີສັກສິ


ເຊື້ອສາຍ​ຂອງ​ອັບຣາຮາມ​ຈາກ​ຍິງ​ຜູ້​ອື່ນ
( 1 ຂຄ 1:32-33 )

1 ອັບຣາຮາມ​ໄດ້​ແຕ່ງງານ​ກັບ​ຍິງ​ອີກ​ຜູ້ໜຶ່ງ​ຊື່​ວ່າ ເກຕູຣາ.

2 ນາງ​ເກີດ​ລູກຊາຍ​ຫລາຍ​ຄົນ​ໃຫ້​ເພິ່ນ​ດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ​ຊູອາ.

3 ໂຢກຊານ​ເປັນ​ພໍ່​ຂອງ​ເຊບາ ແລະ​ເດດານ; ເຊື້ອສາຍ​ຂອງ​ເດດານ ມີ​ດັ່ງນີ້: ອັດຊູຣີມ, ເລຕູຊີມ ແລະ​ເລອຸມມີມ.

4 ລູກຊາຍ​ຂອງ​ມີດີອານ ມີ​ດັ່ງນີ້: ເອຟາ, ເອເຟ, ຮານົກ, ອາບີດາ ແລະ​ເອນດາອາ. ພວກເຂົາ​ທັງໝົດ​ເປັນ​ລູກຫລານ​ຂອງ​ນາງ​ເກຕູຣາ.

5 ອັບຣາຮາມ​ມອບ​ມໍຣະດົກ​ທຸກຢ່າງ​ໃຫ້​ອີຊາກ;

6 ກ່ອນ​ຕາຍໄປ ເພິ່ນ​ໄດ້​ແບ່ງ​ຊັບ​ສິ່ງຂອງ​ບາງສ່ວນ​ໃຫ້​ລູກຊາຍ​ທຸກໆ​ຄົນ ທີ່​ໄດ້​ຈາກ​ເມຍ​ຜູ້​ອື່ນໆ. ແລ້ວ​ກໍ​ໃຫ້​ພວກເຂົາ​ໜີ​ຈາກ​ອີຊາກ​ລູກຊາຍ​ຂອງຕົນ ໄປ​ຢູ່​ດິນແດນ​ທາງທິດ​ຕາເວັນອອກ.


ອັບຣາຮາມ​ຕາຍ​ແລະ​ຖືກ​ຝັງ​ໄວ້

7 ອັບຣາຮາມ​ມີ​ອາຍຸ​ທັງໝົດ 175 ປີ.

8 ຈາກ​ນັ້ນ ອັບຣາຮາມ​ກໍ​ໄດ້​ສິ້ນ​ລົມ​ຫາຍໃຈ ແລະ​ໄດ້​ຕາຍ​ໄປ​ໃນ​ຂະນະ​ທີ່​ມີ​ອາຍຸ​ສູງ ເປັນ​ຜູ້​ເຖົ້າ​ທີ່​ມີ​ອາຍຸ​ໝັ້ນຍືນ ແລະ​ໄດ້​ຖືກ​ຮວບຮວມ​ໄວ້​ກັບ​ຄົນ​ທັງຫລາຍ​ຂອງ​ຕົນ.

9 ອີຊາກ​ແລະ​ອິດຊະມາເອນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຝັງສົບ​ເພິ່ນ​ໄວ້ ທີ່​ຖໍ້າ​ມັກເປລາ​ໃນ​ນາ​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ມຳເຣ ຊຶ່ງ​ເປັນ​ຂອງ​ເອຟະໂຣນ ລູກຊາຍ​ຂອງ​ໂຊຮາ​ຊາວ​ຮິດຕີ.

10 ນາ​ບ່ອນ​ນີ້​ອັບຣາຮາມ​ໄດ້​ຊື້​ຈາກ​ຊາວ​ຮິດຕີ ອັບຣາຮາມ​ກັບ​ເມຍ​ຂອງ​ເພິ່ນ​ທັງສອງ​ກໍ​ຖືກ​ຝັງ​ໄວ້​ໃນ​ທີ່ນັ້ນ.

11 ຫລັງຈາກ​ອັບຣາຮາມ​ໄດ້​ຕາຍໄປ​ແລ້ວ ພຣະເຈົ້າ​ໄດ້​ອວຍພອນ​ອີຊາກ​ລູກຊາຍ​ຂອງ​ເພິ່ນ ຜູ້​ທີ່​ອາໄສ​ຢູ່​ໃກ້ “ນໍ້າສ້າງ​ຂອງ​ພຣະເຈົ້າ​ຜູ້​ເຫັນ​ຂ້ອຍ.”


ເຊື້ອສາຍ​ຂອງ​ອິດຊະມາເອນ
( 1 ຂຄ 1:28-31 )

12 ອິດຊະມາເອນ​ຜູ້​ທີ່​ນາງ​ຮາກາ ສາວ​ໃຊ້​ຊາວ​ເອຢິບ​ຂອງ​ນາງ​ຊາຣາ ເກີດ​ໃຫ້​ອັບຣາຮາມ​ນັ້ນ

13 ມີ​ລູກຊາຍ​ຕາມ​ລະດັບ​ການ​ເກີດ ດັ່ງນີ້: ເນບາໂຢດ, ເກດາ, ອັດເບເອນ, ມິບສາມ,

14 ມີຊະມາ, ດູມາ, ມາສາ,

15 ຮາດັດ, ເຕມາ, ເຢຕູເຣ, ນາຟິດ ແລະ​ເກເດມາ.

16 ພວກເຂົາ​ເປັນ​ບັນພະບຸລຸດ​ຂອງ​ສິບສອງ​ເຜົ່າ ແລະ​ຊື່​ຂອງ​ພວກເຂົາ​ກາຍເປັນ​ຊື່​ຂອງ​ບ້ານ​ກັບ​ທີ່ພັກ​ອາໄສ​ຕ່າງໆ.

17 ອິດຊະມາເອນ​ໄດ້​ຕາຍໄປ​ເມື່ອ​ອາຍຸ​ໄດ້ 137 ປີ.

18 ເຊື້ອສາຍ​ຂອງ​ອິດຊະມາເອນ​ອາໄສ​ຢູ່​ໃນ​ດິນແດນ ລະຫວ່າງ​ເມືອງ​ຮາວີລາ​ແລະ​ຊູເຣ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ປະເທດ​ເອຢິບ ຕາມ​ທາງ​ໄປ​ສູ່​ປະເທດ​ອັດຊີເຣຍ. ພວກເຂົາ​ອາໄສ​ຢູ່​ຕ່າງຫາກ​ຈາກ​ເຊື້ອສາຍ​ຂອງ​ອັບຣາຮາມ.


ເອຊາວ​ແລະ​ຢາໂຄບ​ເກີດ

19 ຕໍ່ໄປນີ້​ແມ່ນ​ເລື່ອງ​ຂອງ​ອີຊາກ ລູກຊາຍ​ຂອງ​ອັບຣາຮາມ.

20 ອີຊາກ​ມີ​ອາຍຸ​ໄດ້ 40 ປີ ເມື່ອ​ແຕ່ງງານ​ກັບ​ເຣເບກາ​ລູກສາວ​ຂອງ​ເບທູເອນ (ຊາວ​ປາດານ-ອາຣາມ​ຈາກ​ເມໂຊ​ໂປຕາເມຍ) ແລະ​ເປັນ​ນ້ອງສາວ​ຂອງ​ລາບານ.

21 ຍ້ອນ​ນາງ​ເຣເບກາ​ບໍ່ມີ​ລູກ ອີຊາກ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ນາງ. ພຣະເຈົ້າຢາເວ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ລາວ ແລະ​ນາງ​ເຣເບກາ​ຈຶ່ງ​ຕັ້ງ​ທ້ອງ.

22 ເມື່ອ​ນາງ​ຖືພາ​ຢູ່​ນັ້ນ ລູກ​ຝາແຝດ​ກໍ​ບຽດກັນ​ຢູ່​ໃນ​ທ້ອງ. ນາງ​ເລີຍ​ເວົ້າ​ວ່າ “ຖ້າ​ເປັນ​ເຊັ່ນນີ້ ເປັນຫຍັງ​ຂ້ອຍ​ຈຶ່ງ​ຢາກ​ມີ​ລູກ?” ດັ່ງນັ້ນ ນາງ​ຈຶ່ງ​ພາວັນນາ​ອະທິຖານ​ຖາມ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງ​ນີ້.

23 ພຣະເຈົ້າຢາເວ​ຕອບ​ນາງ​ວ່າ, “ມີ​ສອງ​ຊົນຊາດ​ທີ່​ຢູ່​ພາຍ​ໃນ​ເຈົ້າ; ເປັນ​ສອງ​ຊົນເຜົ່າ​ທີ່​ຈະ​ເກີດ​ມາ​ຕໍ່ສູ້​ກັນ. ສ່ວນ​ຜູ້ໜຶ່ງ​ນັ້ນ​ຈະ​ແຂງແຮງ​ລື່ນ​ກວ່າ; ຜູ້​ອ້າຍ​ຈະ​ຮັບໃຊ້​ຜູ້​ເປັນ​ນ້ອງ​ຂອງຕົນ.”

24 ເມື່ອ​ເຖິງ​ກຳນົດ​ຄອດ ນາງ​ໄດ້​ເກີດ​ລູກຊາຍ​ເປັນ​ຝາແຝດ.

25 ຜູ້​ທີ່​ອອກ​ມາ​ກ່ອນ​ແດງ​ແລະ​ມີ​ຂົນ​ເຕັມ​ຕົວ ເໝືອນ​ເສື້ອ​ທີ່​ເຮັດ​ດ້ວຍ​ຂົນສັດ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລາວ​ວ່າ ເອຊາວ.

26 ຜູ້​ທີ​ສອງ​ອອກ​ມາ​ມື​ຈັບ​ສົ້ນໜ່ອງ​ຂອງ​ເອຊາວ​ໄວ້. ສະນັ້ນ ລາວ​ຈຶ່ງ​ມີ​ຊື່​ວ່າ ຢາໂຄບ. ເມື່ອ​ລູກຊາຍ​ຝາແຝດ​ເກີດ​ມາ ອີຊາກ​ອາຍຸ​ໄດ້ 60 ປີ.


ເອຊາວ​ຂາຍ​ສິດທິ​ອ້າຍກົກ

27 ເດັກນ້ອຍ​ທັງສອງ​ເຕີບ​ໃຫຍ່​ຂຶ້ນ​ມາ ແລະ​ເອຊາວ​ກາຍເປັນ​ນາຍພານ​ທີ່​ເກັ່ງກ້າ​ທັງ​ຊຳນິ​ຊຳນານ ແລະ​ມັກ​ໃຊ້​ຊີວິດ​ຢູ່​ນອກ​ບ້ານ. ສ່ວນ​ຢາໂຄບ​ນັ້ນ ເປັນ​ຄົນ​ສຸກຂຸມ​ແລະ​ມັກ​ຢູ່​ແຕ່​ໃນ​ເຮືອນ.

28 ອີຊາກ​ຮັກ​ເອຊາວ​ເພາະ​ເພິ່ນ​ໄດ້​ກິນ​ສັດ​ທີ່​ລາວ​ຫາ​ມາ​ໄດ້. ສ່ວນ​ເຣເບກາ​ນັ້ນ​ນາງ​ຮັກ​ຢາໂຄບ.

29 ມື້​ໜຶ່ງ ເມື່ອ​ຢາໂຄບ​ກຳລັງ​ເຮັດ​ແກງ​ໝາກຖົ່ວ​ຢູ່ ກໍ​ພໍດີ​ເອຊາວ​ກັບ​ມາ​ແຕ່​ລ່າເນື້ອ. ລາວ​ຫິວ​ຫລາຍ

30 ຈຶ່ງ​ເວົ້າ​ກັບ​ຢາໂຄບ​ວ່າ, “ຂ້ອຍ​ຂໍ​ກິນ​ແກງ​ໝາກຖົ່ວແດງ​ຂອງ​ເຈົ້າ​ຈັກ​ຄຳ​ແດ່ ເພາະ​ຂ້ອຍ​ຫິວ​ຫລາຍ​ແທ້ໆ.” (ດ້ວຍ​ເຫດຜົນ​ດັ່ງ​ກ່າວ​ນີ້ ເພິ່ນ​ຈຶ່ງ​ເອີ້ນ​ເອຊາວ​ວ່າ ເອໂດມ)

31 ຢາໂຄບ​ຕອບ​ວ່າ, “ຂ້ອຍ​ຈະ​ໃຫ້​ກິນ ຖ້າ​ເຈົ້າ​ຂາຍ​ສິດ​ອ້າຍກົກ​ໃຫ້​ຂ້ອຍ.”

32 ເອຊາວ​ຕອບ​ວ່າ, “ເອົາລະ ຂ້ອຍ​ຫິວ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ສິດ​ອ້າຍ​ກົກ​ຈະ​ມີ​ປະໂຫຍດ​ຫຍັງ​ແກ່​ຂ້ອຍ.”

33 ຢາໂຄບ​ຈຶ່ງ​ຕອບ​ວ່າ, “ສາບານ​ກ່ອນ​ແມ​ວ່າ ເຈົ້າ​ຈະ​ມອບ​ສິດ​ອ້າຍກົກ​ໃຫ້​ຂ້ອຍ.” ເອຊາວ​ຈຶ່ງ​ສາບານ ແລະ​ຂາຍ​ສິດ​ອ້າຍກົກ​ຂອງຕົນ​ໃຫ້​ຢາໂຄບ.

34 ແລ້ວ​ຢາໂຄບ​ກໍ​ເອົາ​ເຂົ້າຈີ່​ແລະ​ແກງ​ໝາກຖົ່ວ​ໃຫ້​ເອຊາວ, ລາວ​ກິນ​ແລະ​ດື່ມ​ຈົນ​ອີ່ມ​ແລ້ວ​ກໍ​ໜີໄປ. ເອຊາວ​ໄດ້​ໝິ່ນປະໝາດ​ສິດ​ຂອງ​ອ້າຍກົກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan