ປະຖົມມະການ 23 - ພຣະຄຳພີສັກສິນາງຊາຣາຕາຍ ແລະອັບຣາຮາມຊື້ບ່ອນຝັງສົບ 1 ນາງຊາຣາໄດ້ຕາຍໄປເມື່ອນາງອາຍຸໄດ້ 127 ປີ 2 ນາງໄດ້ເສຍຊີວິດທີ່ເຮັບໂຣນໃນແຜ່ນດິນການາອານ ແລະອັບຣາຮາມໄດ້ໄວ້ທຸກໃຫ້ນາງ. 3 ອັບຣາຮາມປະຊາກສົບເມຍຂອງຕົນໄວ້ ແລະໄປເວົ້າກັບຊາວຮິດຕີວ່າ, 4 “ຂ້ານ້ອຍເປັນຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກທ່ານ; ສະນັ້ນ ຂໍຂາຍທີ່ດິນບາງຕອນໃຫ້ຂ້ານ້ອຍ ເພື່ອຈະໄດ້ຝັງສົບເມຍຂອງຂ້ານ້ອຍແດ່ທ້ອນ.” 5 ຊາວຮິດຕີຕອບອັບຣາຮາມວ່າ, 6 “ກະລຸນາຟັງພວກເຮົາກ່ອນ. ພວກເຮົານັບຖືທ່ານເປັນຜູ້ນຳທີ່ມີອຳນາດຍິ່ງໃຫຍ່ຄົນໜຶ່ງ; ຈົ່ງຝັງສົບເມຍຂອງທ່ານໃນຂຸມຝັງສົບທີ່ດີທີ່ສຸດຂອງພວກເຮົາເທີ້ນ. ໃຜໆໃນພວກເຮົາຕ່າງກໍຍິນດີ ທີ່ຈະໃຫ້ທ່ານຝັງສົບເມຍຂອງທ່ານໃສ່ໃນອຸບມຸງທີ່ພວກເຮົາມີຢູ່.” 7 ແລ້ວອັບຣາຮາມກໍກົ້ມຄຳນັບພວກເຂົາ ແລະເວົ້າວ່າ, 8 “ຖ້າພວກທ່ານຍິນດີໃຫ້ຂ້ານ້ອຍ ຝັງສົບເມຍຂອງຂ້ານ້ອຍໃນທີ່ນີ້; ຈົ່ງກະລຸນາໄປຂໍນຳເອຟະໂຣນ ລູກຊາຍຂອງໂຊຮາ 9 ໃຫ້ຂາຍຖໍ້າມັກເປລາທີ່ແຄມນາຂອງລາວໃຫ້ຂ້ານ້ອຍ ຕາມລາຄາທີ່ກຳນົດໄວ້ຢູ່ຊ້ອງໜ້າພວກທ່ານໃນທີ່ນີ້ ເພື່ອວ່າຂ້ານ້ອຍຈະໄດ້ມີຖໍ້າຂອງຕົນເອງໄວ້ເປັນບ່ອນຝັງສົບ.” 10 ສ່ວນເອຟະໂຣນເອງກໍນັ່ງຮ່ວມປະຊຸມກັບຊາວຮິດຕີຄົນອື່ນໆ ທີ່ທາງປະຕູເຂົ້າເມືອງ; ລາວຕອບໃຫ້ທຸກຄົນໃນທີ່ນັ້ນໄດ້ຍິນວ່າ, 11 “ບໍ່ແມ່ນ, ທ່ານເອີຍ ຈົ່ງຟັງຂ້ານ້ອຍກ່ອນ; ຂ້ານ້ອຍຈະມອບທີ່ດິນຢູ່ໃນນາທັງໝົດ ພ້ອມທັງຖໍ້າໃຫ້ແກ່ທ່ານຊ້ອງໜ້າປະຊາຊົນຂອງຂ້ານ້ອຍນີ້ແຫຼະ; ຂ້ານ້ອຍຈະມອບຖໍ້ານັ້ນໃຫ້ແກ່ທ່ານ ເພື່ອວ່າທ່ານຈະໄດ້ຝັງສົບເມຍຂອງທ່ານໃສ່ທີ່ນັ້ນ.” 12 ແຕ່ອັບຣາຮາມກົ້ມຂາບຊາວເມືອງນັ້ນ 13 ແລະກ່າວຕໍ່ເອຟະໂຣນດ້ວຍສຽງອັນດັງ ເພື່ອຊາວເມືອງຈະໄດ້ຍິນນຳວ່າ, “ກະລຸນາຟັງກ່ອນ ຂ້ານ້ອຍຂໍເວົ້າອີກແດ່. ຂ້ານ້ອຍຈະຊື້ນານັ້ນທັງໝົດ. ຈົ່ງຮັບເງິນຄ່າຊື້ນາໄປ ແລະຂ້ານ້ອຍກໍຈະຝັງສົບເມຍຂອງຂ້ານ້ອຍໃສ່ໃນທີ່ນັ້ນ.” 14 ເອຟະໂຣນໄດ້ຕອບອັບຣາຮາມວ່າ, 15 “ທ່ານເອີຍ ນາທົ່ງນັ້ນມີລາຄາພຽງ 400 ຫລຽນເທົ່ານັ້ນ ມັນຈະມີຫຍັງລະຫວ່າງທ່ານກັບຂ້ານ້ອຍ? ຈົ່ງຝັງສົບເມຍຂອງທ່ານໃສ່ໃນນານັ້ນສາ.” 16 ອັບຣາຮາມໄດ້ຕົກລົງຊື້ທີ່ດິນນັ້ນນຳເອຟະໂຣນ ໂດຍຈ່າຍເງິນຈຳນວນ 400 ຫລຽນ ຊ້ອງໜ້າຊາວຮິດຕີ ຕາມອັດຕາເງິນທີ່ໃຊ້ກັນໃນທ້ອງຕະຫລາດ. 17 ທີ່ດິນຂອງເອຟະໂຣນ ທາງທິດຕາເວັນອອກຂອງມຳເຣທີ່ມັກເປລາ ຕົກເປັນຂອງອັບຣາຮາມດ້ວຍວິທີນີ້ແຫຼະ. ມີທົ່ງນາກັບຖໍ້າຊຶ່ງຢູ່ໃນນັ້ນ ຕົ້ນໄມ້ທັງສິ້ນທີ່ຢູ່ໃນທົ່ງນາຕະຫລອດທົ່ວບໍລິເວນນັ້ນ ເອຟະໂຣນກໍໂອນໃຫ້ 18 ຕົກເປັນສົມບັດຂອງອັບຣາຮາມໂດຍການຮັບຮອງຂອງຊາວຮິດຕີທັງໝົດ. 19 ແລ້ວອັບຣາຮາມກໍຝັງສົບນາງຊາຣາເມຍຂອງຕົນ ໄວ້ໃນຖໍ້າທີ່ມັກເປລາຊຶ່ງກົງກັນຂ້າມກັບມຳເຣ(ທີ່ເຮັບໂຣນ)ໃນດິນແດນການາອານ. 20 ສະນັ້ນ ນາແລະຖໍ້າຢູ່ໃນນັ້ນຊຶ່ງເຄີຍເປັນຂອງຊາວຮິດຕີ ຈຶ່ງຕົກເປັນຊັບສົມບັດຂອງອັບຣາຮາມ ເພື່ອໃຊ້ໃຫ້ເປັນບ່ອນຝັງສົບ. |
@ 2012 United Bible Societies. All Rights Reserved.