ປະຖົມມະການ 16 - ພຣະຄຳພີສັກສິຮາກາແລະອິດຊະມາເອນ 1 ນາງຊາຣາຍ ເມຍຂອງອັບຣາມ ບໍ່ມີລູກໃຫ້ເພິ່ນຈັກຄົນ. ແຕ່ນາງມີສາວໃຊ້ຊາວເອຢິບຜູ້ໜຶ່ງຊື່ວ່າ ຮາກາ. 2 ແລ້ວຊາຣາຍກໍເວົ້າຕໍ່ອັບຣາມວ່າ, “ພຣະເຈົ້າຢາເວບໍ່ຍອມໃຫ້ຂ້ອຍມີລູກແກ່ເຈົ້າ. ເປັນຫຍັງຈຶ່ງບໍ່ໄປນອນນຳສາວໃຊ້ຂອງຂ້ອຍ? ບາງທີນາງຈະເກີດລູກໃຫ້ຂ້ອຍກໍໄດ້.” ອັບຣາມກໍເຮັດຕາມຄຳແນະນຳຂອງຊາຣາຍ. 3 ດັ່ງນັ້ນ ນາງຈຶ່ງມອບນາງຮາກາສາວໃຊ້ຊາວເອຢິບ ໃຫ້ຜົວຂອງຕົນເອົາເປັນເມຍນ້ອຍ. (ເຫດການນີ້ເກີດຂຶ້ນ ຫລັງຈາກອັບຣາມໄດ້ຢູ່ໃນການາອານເປັນເວລາສິບປີ.) 4 ອັບຣາມນອນນຳນາງຮາກາ ແລະນາງກໍຕັ້ງທ້ອງ. ເມື່ອນາງຮາກາຮູ້ວ່າຕົນຕັ້ງທ້ອງແລ້ວ ກໍເກີດຈອງຫອງພອງຕົວ ແລະໝິ່ນປະໝາດນາງຊາຣາຍ. 5 ແລ້ວຊາຣາຍກໍເວົ້າຕໍ່ອັບຣາມວ່າ, “ເປັນຄວາມຜິດຂອງເຈົ້າ ທີ່ຮາກາໝິ່ນປະໝາດຂ້ອຍ. ຂ້ອຍເອົານາງໃຫ້ເປັນເມຍຂອງເຈົ້າ, ແຕ່ເມື່ອນາງມີທ້ອງແລ້ວ ກໍໝິ່ນປະໝາດຂ້ອຍ. ຂໍໃຫ້ພຣະເຈົ້າຢາເວຕັດສິນເອົາເອງເຖີດວ່າ ໃນລະຫວ່າງຂ້ອຍກັບເຈົ້າແມ່ນໃຜຖືກ ເຈົ້າຫລືຂ້ອຍ?” 6 ອັບຣາມຕອບວ່າ, “ດີແລ້ວ ຮາກາຍັງເປັນສາວໃຊ້ຂອງເຈົ້າຢູ່ ແລະນາງກໍຍັງຢູ່ໃຕ້ຄວາມຄຸ້ມຄອງຂອງເຈົ້າ. ຈົ່ງເຮັດຕໍ່ນາງຕາມທີ່ເຈົ້າເຫັນສົມຄວນເຖີດ.” ດັ່ງນັ້ນ ນາງຊາຣາຍຈຶ່ງຂົ່ມເຫັງຮາກາຢ່າງໜັກ ຈົນນາງຕ້ອງປົບໜີໄປ. 7 ເທວະດາຂອງພຣະເຈົ້າຢາເວໄດ້ພົບຮາກາໃກ້ບໍ່ນໍ້າແຫ່ງໜຶ່ງ ຢູ່ໃນທະເລຊາຍທາງໄປເມືອງຊູເຣ 8 ຈຶ່ງຖາມວ່າ, “ຮາກາ ສາວໃຊ້ຂອງຊາຣາຍ ເຈົ້າມາແຕ່ໃສ? ແລະເຈົ້າຈະໄປໃສ?” ນາງຕອບວ່າ, “ຂ້ານ້ອຍກຳລັງຈະໜີໄປຈາກຊາຣາຍ.” 9 ເທວະດາຂອງພຣະເຈົ້າຢາເວຈຶ່ງບອກວ່າ, “ຈົ່ງກັບຄືນເມືອຫານາຍຜູ້ຍິງຂອງເຈົ້າ ແລະຖ່ອມຕົວຢູ່ໃຕ້ອຳນາດຂອງນາງສາ.” 10 ແລ້ວເທວະດາຕົນນັ້ນກໍກ່າວຕໍ່ໄປອີກວ່າ, “ເຮົາຈະໃຫ້ເຈົ້າມີເຊື້ອສາຍຢ່າງມາກມາຍ; ມີຫລວງຫລາຍຈົນບໍ່ມີໃຜສາມາດນັບໄດ້. 11 ເຈົ້າກຳລັງຈະໄດ້ລູກຊາຍຜູ້ໜຶ່ງ ຜູ້ທີ່ເຈົ້າຈະໃສ່ຊື່ໃຫ້ວ່າ ອິດຊະມາເອນ. ຄວາມທຸກລຳບາກນັ້ນຄອງຈິດໃຈເຈົ້າກໍຈິງຢູ່, ແຕ່ພຣະເຈົ້າຢາເວກໍຮູ້ເລື່ອງນັ້ນທຸກປະການ. 12 ແຕ່ລູກຊາຍເຈົ້ານັ້ນຈະເປັນດັ່ງລໍປ່າ; ລາວຈະສູ້ໜ້າກັບທຸກຄົນແທ້ບໍ່ຖອຍ. ແລະທຸກຄົນກໍຈະສູ້ກັບລາວຢ່າງບໍ່ຢຸດຢ່ອນ; ຈົນຫ່າງຈາກພີ່ນ້ອງໜີໄປລີ້ຊ່ອນຢູ່ຕາມລຳພັງ.” 13 ນາງຮາກາຈຶ່ງຖາມຕົນເອງວ່າ, “ຂ້ອຍໄດ້ເຫັນພຣະເຈົ້າ ແລະມີຊີວິດຢູ່ເພື່ອເວົ້າເຖິງເລື່ອງນີ້ແທ້ບໍ?” ດັ່ງນັ້ນ ນາງຈຶ່ງເອີ້ນພຣະເຈົ້າຢາເວຜູ້ທີ່ໄດ້ກ່າວແກ່ນາງວ່າ, “ພຣະເຈົ້າຜູ້ເຫັນໄດ້.” 14 ດ້ວຍເຫດນີ້ ນໍ້າສ້າງທີ່ຢູ່ລະຫວ່າງເມືອງກາເດັດ ແລະເບເຣັດ ຈຶ່ງມີຊື່ວ່າ, “ນໍ້າສ້າງຂອງພຣະເຈົ້າຜູ້ເຫັນຂ້ອຍ.” 15 ນາງຮາກາໄດ້ເກີດລູກຊາຍໃຫ້ອັບຣາມ ແລະເພິ່ນໄດ້ຕັ້ງຊື່ໃຫ້ເດັກນັ້ນວ່າ ອິດຊະມາເອນ. 16 ໃນເວລານັ້ນ ອັບຣາມມີອາຍຸແປດສິບຫົກປີ. |
@ 2012 United Bible Societies. All Rights Reserved.