ປະຖົມມະການ 11 - ພຣະຄຳພີສັກສິຫໍຄອຍຂອງບາບີໂລນ 1 ແຕ່ທຳອິດນັ້ນ ມະນຸດທົ່ວທັງແຜ່ນດິນໂລກປາກເວົ້າພາສາດຽວກັນ ແລະໃຊ້ຖ້ອຍຄຳແບບດຽວກັນ. 2 ເມື່ອພວກເຂົາທ່ອງທ່ຽວໄປທາງທິດຕາເວັນອອກ ຈຶ່ງພົບທົ່ງຮາບພຽງແຫ່ງໜຶ່ງທີ່ບາບີໂລນ ແລະພາກັນຕັ້ງຖິ່ນຖານຫຼັກແຫຼ່ງຢູ່ທີ່ນັ້ນ. 3 ພວກເຂົາເວົ້າກັນວ່າ, “ມາເທາະ ຈົ່ງພາກັນປັ້ນດິນຈີ່ ແລະເຜົາມັນໃຫ້ແຂງ.” ດັ່ງນັ້ນ ພວກເຂົາຈຶ່ງມີດິນຈີ່ເພື່ອກໍ່ສ້າງ ແລະມີຢາງໃຊ້ຕາງປະທາຍເພື່ອຕິດດິນຈີ່ເຂົ້າກັນ. 4 ພວກເຂົາເວົ້າວ່າ, “ບັດນີ້ ຈົ່ງພາກັນສ້າງເມືອງກັບທັງໃຫ້ມີຫໍຄອຍທີ່ມີຍອດສູງຈຸຟ້າສະຫວັນ ເພື່ອພວກເຮົາຈະໄດ້ສ້າງຊື່ສຽງໄວ້ ແລະຈະບໍ່ຖືກພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກນີ້.” 5 ແລ້ວພຣະເຈົ້າຢາເວກໍໄດ້ລົງມາ ເພື່ອເບິ່ງຕົວເມືອງກັບຫໍຄອຍທີ່ມະນຸດໄດ້ສ້າງຂຶ້ນ 6 ແລະພຣະອົງຊົງກ່າວວ່າ, “ບັດນີ້ ມະນຸດທ້ອນໂຮມກັນເປັນພວກດຽວ ແລະຕ່າງກໍປາກເວົ້າພາສາດຽວກັນ; ສິ່ງນີ້ເປັນພຽງຂັ້ນເລີ່ມຕົ້ນຂອງສິ່ງທີ່ພວກເຂົາກຳລັງຈະກະທຳ. ບໍ່ດົນນານ ພວກເຂົາກໍຈະສາມາດເຮັດທຸກສິ່ງຕາມທີ່ພວກເຂົາຕ້ອງການ 7 ສະນັ້ນ ພວກເຮົາຕ້ອງລົງໄປເຮັດໃຫ້ພາສາຂອງເຂົາສັບສົນແຕກຕ່າງກັນ ແລະພວກເຂົາຈະເວົ້າບໍ່ເຂົ້າໃຈກັນ.” 8 ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງເຮັດໃຫ້ພວກເຂົາພັດພາກຈາກກັນ ໄປຢູ່ທົ່ວທຸກຫົນທຸກແຫ່ງເທິງແຜ່ນດິນໂລກ ແລະພວກເຂົາກໍໄດ້ຢຸດການກໍ່ສ້າງເມືອງ. 9 ດັ່ງນັ້ນ ເຂົາໄດ້ໃສ່ຊື່ສະຖານທີ່ນັ້ນວ່າ, “ບາເບນ” ເພາະໃນທີ່ນັ້ນ ພຣະເຈົ້າຢາເວໄດ້ເຮັດໃຫ້ພາສາຂອງບັນດາປະຊາຊາດແຕກຕ່າງກັນ ແລະຈາກທີ່ນັ້ນ ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຂົາພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກ. ບັນດາເຊື້ອສາຍຂອງເຊມ ( 1 ຂຄ 1:24-27 ) 10 ເຊື້ອສາຍຂອງເຊມມີຄວາມເປັນມາດັ່ງນີ້: ສອງປີຫລັງຈາກນໍ້າຖ້ວມ ເມື່ອເຊມອາຍຸໄດ້ 100 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ, ອາກປັກຊາດ. 11 ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 500 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ. 12 ເມື່ອອາກປັກຊາດອາຍຸໄດ້ 35 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເຊລາ; 13 ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 403 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ. 14 ເມື່ອເຊລາອາຍຸໄດ້ 30 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເອເບ; 15 ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 403 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ. 16 ເມື່ອເອເບອາຍຸໄດ້ 34 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເປເລັກ; 17 ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 430 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ. 18 ເມື່ອເປເລັກອາຍຸໄດ້ 30 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເຣອູ; 19 ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 209 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ. 20 ເມື່ອເຣອູອາຍຸໄດ້ 32 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເສຣຸກ; 21 ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 207 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ. 22 ເມື່ອເສຣຸກອາຍຸໄດ້ 30 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ນາໂຮ; 23 ຫລັງຈາກນັ້ນຕໍ່ມາອີກ ເພິ່ນກໍມີອາຍຸຍືນຕື່ມອີກ 200 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ. 24 ເມື່ອນາໂຮອາຍຸໄດ້ 29 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ, ເຕຣາ; 25 ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 119 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ. 26 ເມື່ອເຕຣາອາຍຸໄດ້ 70 ປີ ເພິ່ນມີລູກຊາຍສາມຄົນດັ່ງນີ້: ອັບຣາມ, ນາໂຮ ແລະຮາຣານ. ບັນດາເຊື້ອສາຍຂອງເຕຣາ 27 ຕໍ່ໄປນີ້ແມ່ນເຊື້ອສາຍຂອງເຕຣາ ຜູ້ເປັນພໍ່ຂອງອັບຣາມ, ນາໂຮ ແລະຮາຣານ. ຮາຣານເປັນພໍ່ຂອງໂລດ 28 ແລະຮາຣານໄດ້ຕາຍໄປທີ່ບ້ານເກີດຂອງຕົນເອງທີ່ອູເຣໃນບາບີໂລນ ໃນຂະນະທີ່ພໍ່ຂອງຕົນຍັງມີຊີວິດຢູ່. 29 ອັບຣາມແຕ່ງງານກັບນາງຊາຣາຍ ແລະນາໂຮແຕ່ງງານກັບນາງມີລະກາ ລູກສາວຂອງຮາຣານ ຜູ້ທີ່ເປັນພໍ່ຂອງອິດສະຄາ. 30 ຊາຣາຍບໍ່ສາມາດມີລູກເພາະນາງເປັນໝັນ. 31 ເຕຣາ ພາອັບຣາມລູກຊາຍຂອງຕົນ ແລະໂລດ ລູກຊາຍຂອງຮາຣານຫລານຂອງຕົນ ໜີໄປຈາກເມືອງອູເຣໃນບາບີໂລນ. ເພິ່ນຍັງພາຊາຣາຍລູກໃພ້ຂອງຕົນໜີໄປພ້ອມ ເພື່ອຈະເຂົ້າໄປອາໄສຢູ່ໃນການາອານ. ພວກເຂົາໄດ້ເດີນທາງມາຮອດເມືອງຮາຣານ ແລະຕັ້ງຖິ່ນຖານຢູ່ທີ່ນັ້ນ. 32 ເຕຣາຕາຍຢູ່ທີ່ເມືອງຮາຣານນີ້ ເມື່ອເພິ່ນອາຍຸໄດ້ 205 ປີ. |
@ 2012 United Bible Societies. All Rights Reserved.