ຄາລາເຕຍ 6 - ພຣະຄຳພີສັກສິຈົ່ງຊ່ວຍແບກພາລະໜັກຂອງກັນແລະກັນ 1 ພີ່ນ້ອງທັງຫລາຍເອີຍ, ຖ້າພວກເຮົາຫາກພົບຄົນທີ່ຫລົງເຮັດຜິດປະການໃດປະການໜຶ່ງ ພວກເຈົ້າທີ່ຢູ່ຝ່າຍພຣະວິນຍານ ຄວນຊ່ວຍສ້າງຜູ້ນັ້ນດ້ວຍຄວາມສຸພາບອ່ອນຫວານໃຫ້ກັບຄືນດີໃໝ່ ຈົ່ງຄອຍລະວັງຕົວເອົາໄວ້ ເພື່ອວ່າຕົນເອງຈະບໍ່ໄດ້ຖືກທົດລອງໃຫ້ເຮັດຜິດເໝືອນກັນ. 2 ຈົ່ງຊ່ວຍຮັບພາລະໜັກຂອງກັນແລະກັນ ຖ້າເຮັດດັ່ງນີ້ ພວກເຈົ້າກໍປະຕິບັດຕາມ ກົດບັນຍັດຂອງພຣະຄຣິດ. 3 ຖ້າຜູ້ໃດຄິດວ່າຕົນເປັນຄົນສຳຄັນ ທັງໆທີ່ຕົນບໍ່ສຳຄັນຫຍັງ ຜູ້ນັ້ນກໍຫລອກລວງຕົນເອງ. 4 ແຕ່ລະຄົນຄວນສຳຫລວດເບິ່ງການງານຂອງຕົນເອງ ຖ້າການງານດີ ກໍຈົ່ງພູມໃຈໃນການງານນັ້ນ ໂດຍບໍ່ຕ້ອງປຽບທຽບໃສ່ກັບການງານຂອງຄົນອື່ນ. 5 ດ້ວຍວ່າ, ທຸກຄົນຕ້ອງຮັບຜິດຊອບຕໍ່ພາລະຂອງຕົນເອງ. 6 ຄົນທີ່ຮັບພຣະທຳຄຳສອນແລ້ວ ຈົ່ງແບ່ງສິ່ງທີ່ດີທຸກຢ່າງໃຫ້ແກ່ຜູ້ທີ່ສັ່ງສອນຕົນ. 7 ຢ່າເຂົ້າໃຈຜິດ ພວກເຈົ້າຈະຫລອກລວງພຣະເຈົ້າບໍ່ໄດ້ ເພາະວ່າຜູ້ໃດຫວ່ານສິ່ງໃດລົງ ກໍຈະເກັບກ່ຽວສິ່ງນັ້ນ. 8 ຜູ້ທີ່ຫວ່ານຕາມຕັນຫາຂອງສັນດານມະນຸດ ກໍຈະໄດ້ເກັບກ່ຽວຄວາມເປື່ອຍເນົ່າຕາມຕັນຫານັ້ນ, ແຕ່ຜູ້ທີ່ຫວ່ານຕາມພຣະວິນຍານ ກໍຈະໄດ້ເກັບກ່ຽວຜົນແຫ່ງຊີວິດນິຣັນດອນ. 9 ຢ່າໃຫ້ພວກເຮົາອິດເມື່ອຍໃນການເຮັດດີ ເພາະຖ້າໃຈພວກເຮົາບໍ່ທໍ້ຖອຍ ພວກເຮົາກໍຈະໄດ້ເກັບກ່ຽວຜົນດີຕາມເວລາອັນສົມຄວນ. 10 ເພາະສະນັ້ນ ເມື່ອພວກເຮົາມີໂອກາດ ຈົ່ງເຮັດດີຕໍ່ທຸກຄົນ ເປັນຕົ້ນຕໍ່ຄອບຄົວທີ່ຮ່ວມຢູ່ໃນຄວາມເຊື່ອ. ຄຳຕັກເຕືອນ ແລະ ຄຳທັກທາຍປາໄສສຸດທ້າຍ 11 ຈົ່ງສັງເກດເບິ່ງໂຕໜັງສືທີ່ເຮົາໄດ້ຂຽນມາຫາພວກເຈົ້າດ້ວຍມືຂອງເຮົາເອງວ່າ ໂຕໃຫຍ່ເທົ່າໃດ 12 ຄົນທີ່ຂົ່ມເຫັງ ບັງຄັບພວກເຈົ້າໃຫ້ຮັບພິທີຕັດ ເປັນພວກທີ່ຢາກໄດ້ໜ້າ ຊື່ສຽງ ແລະອວດອ້າງເຖິງເລື່ອງພາຍນອກ ທີ່ພວກເຂົາເຮັດໄປ ເພື່ອວ່າພວກເຂົາຈະບໍ່ໄດ້ຖືກຂົ່ມເຫັງຍ້ອນເລື່ອງໄມ້ກາງແຂນຂອງພຣະຄຣິດເທົ່ານັ້ນ. 13 ແມ່ນແຕ່ພວກທີ່ໃຫ້ຮັບພິທີຕັດ ກໍບໍ່ປະຕິບັດຕາມກົດບັນຍັດ ພວກເຂົາຢາກໃຫ້ພວກເຈົ້າຮັບພິທີຕັດ ເພື່ອພວກເຂົາຈະເອົາເລື່ອງເນື້ອກາຍຂອງພວກເຈົ້າໄປອວດອ້າງ. 14 ສຳລັບເຮົາແລ້ວ, ເຮົາຂໍອວດອ້າງແຕ່ເລື່ອງໄມ້ກາງແຂນຂອງອົງພຣະເຢຊູຄຣິດເຈົ້າເທົ່ານັ້ນ ຍ້ອນເລື່ອງໄມ້ກາງແຂນຂອງພຣະອົງນີ້ແຫຼະ ໂລກຈຶ່ງຕາຍແລ້ວສຳລັບເຮົາ ແລະເຮົາກໍຕາຍແລ້ວສຳລັບໂລກ. 15 ການຮັບພິທີຕັດ ຫລືບໍ່ຮັບກໍບໍ່ແມ່ນສິ່ງສຳຄັນ, ແຕ່ສິ່ງສຳຄັນແມ່ນການໄດ້ຖືກສ້າງຂຶ້ນໃໝ່. 16 ຂໍໃຫ້ສັນຕິສຸກແລະພຣະກະລຸນາຄຸນ ຈົ່ງມີແກ່ທຸກຄົນທີ່ປະຕິບັດຕາມກົດຢ່າງນີ້ ແລະທັງອິດສະຣາເອນຂອງພຣະເຈົ້າເທີ້ນ. 17 ແຕ່ນີ້ໄປ ຢ່າໃຫ້ຜູ້ໃດລົບກວນເຮົາອີກ ເພາະຮອຍບາດແຜທີ່ມີຢູ່ໃນຕົວເຮົາເປັນຕາປະທັບຊີ້ໃຫ້ເຫັນວ່າ, ເຮົາເປັນຂ້ອຍຂ້າຂອງພຣະເຢຊູເຈົ້າ. 18 ພີ່ນ້ອງທັງຫລາຍເອີຍ, ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກເຈົ້າເທີ້ນ ອາແມນ. |
@ 2012 United Bible Societies. All Rights Reserved.