Biblia Todo Logo
Bìoball air-loidhne

- Sanasan -

ຄາລາເຕຍ 5 - ພຣະຄຳພີສັກສິ


ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ເສລີພາບ

1 ເພື່ອ​ເສລີພາບ​ນັ້ນ​ແຫຼະ ພຣະຄຣິດ​ຈຶ່ງ​ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ. ສະນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ​ຢ່າ​ຍອມ​ປ່ອຍຕົວ​ເອງ​ໃຫ້​ຕົກ​ເປັນ​ຂ້ອຍຂ້າ​ອີກ.

2 ຈົ່ງ​ຟັງ​ໃຫ້​ດີ ເຮົາ​ຄື​ໂປໂລ ຂໍ​ບອກ​ພວກເຈົ້າ​ວ່າ ຖ້າ​ພວກເຈົ້າ​ຍອມ​ຮັບ​ພິທີຕັດ​ກໍ​ໝາຍຄວາມວ່າ ພຣະຄຣິດ​ບໍ່​ເປັນ​ປະໂຫຍດ​ຫຍັງ​ສຳລັບ​ພວກເຈົ້າ.

3 ເຮົາ​ຂໍ​ຢັ້ງຢືນ​ອີກເທື່ອໜຶ່ງ​ວ່າ ຜູ້​ທີ່​ຍອມ​ຮັບ​ພິທີຕັດ ຜູ້ນັ້ນ​ກໍ​ຖືກ​ຜູກມັດ​ໃຫ້​ປະຕິບັດ​ຕາມ​ກົດບັນຍັດ​ທັງໝົດ.

4 ຄົນ​ໃດ​ໃນ​ພວກເຈົ້າ​ທີ່​ພະຍາຍາມ​ເປັນ​ຜູ້​ຊອບທຳ ໂດຍ​ປະຕິບັດ​ຕາມ​ກົດບັນຍັດ ຄົນ​ນັ້ນ​ກໍ​ຕັດ​ຕົນເອງ​ອອກ​ຈາກ​ພຣະຄຣິດ ໄດ້​ຫລຸດ​ຕົກ​ຈາກ​ພຣະຄຸນ​ເສຍ​ແລ້ວ.

5 ໂດຍ​ພຣະວິນຍານ ພວກເຮົາ​ມີ​ຄວາມຫວັງ​ວ່າ ພຣະເຈົ້າ​ຈະ​ຊົງ​ໃຫ້​ພວກເຮົາ​ເປັນ​ຜູ້​ຊອບທຳ​ຕໍ່ໜ້າ​ພຣະອົງ ແລະ​ແມ່ນ​ສິ່ງ​ທີ່​ພວກເຮົາ​ຄອງຄອຍ​ຖ້າ​ຢູ່​ໂດຍ​ຄວາມເຊື່ອ.

6 ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.

7 ພວກເຈົ້າ​ແລ່ນ​ແຂ່ງຂັນ​ດີ​ຢູ່​ແລ້ວ ແມ່ນ​ຜູ້ໃດ​ຂັດຂວາງ​ພວກເຈົ້າ​ບໍ່​ໃຫ້​ເຊື່ອຟັງ​ຄວາມຈິງ?

8 ສິ່ງ​ທີ່​ເຂົາ​ໄດ້​ຊັກຊວນ​ພວກເຈົ້າ​ນັ້ນ ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ອົງ​ທີ່​ໄດ້​ຊົງ​ເອີ້ນ​ເອົາ​ພວກເຈົ້າ.

9 “ເຊື້ອແປ້ງ​ພຽງແຕ່​ນ້ອຍ​ດຽວ​ກໍ​ເຮັດ​ໃຫ້​ແປ້ງ​ນວດ​ທັງ​ກ້ອນ​ຟູ​ຂຶ້ນ.”

10 ເຮົາ​ໄວ້ໃຈ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ຄວາມ​ຄິດ​ຢ່າງ​ອື່ນ ແຕ່​ຝ່າຍ​ຜູ້​ທີ່​ມາ​ກໍ່ກວນ​ພວກເຈົ້າ​ນັ້ນ ຈະ​ເປັນ​ຜູ້ໃດ​ກໍຕາມ ເຂົາ​ຄົງ​ຈະ​ໄດ້​ຮັບ​ໂທດ.

11 ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ຍັງ​ເທດສະໜາ​ຊັກຊວນ​ໃຫ້​ຮັບ​ພິທີຕັດ ດ້ວຍເຫດໃດ​ເຮົາ​ຈຶ່ງ​ຍັງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ການ​ທີ່​ໄມ້ກາງແຂນ​ເປັນ​ເຫດ​ເຮັດ​ໃຫ້​ເກີດ​ສະດຸດ​ໃຈ ກໍ​ຄົງ​ຖືກ​ຍົກເລີກ​ເສຍ​ແລ້ວ.

12 ສ່ວນ​ຄົນ​ເຫຼົ່ານັ້ນ ທີ່​ກໍ່ກວນ​ຄວາມ​ວຸ້ນວາຍ​ຕໍ່​ພວກເຈົ້າ ໃຫ້​ເຂົາ​ຕອນຕົວ​ເອງ​ເສຍ.

13 ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ມີ​ເສລີພາບ, ແຕ່​ຢ່າ​ໃຊ້​ເສລີພາບ​ນັ້ນ​ເປັນ​ຊ່ອງທາງ​ປ່ອຍຕົວ​ໄປ​ຕາມ​ຕັນຫາ​ຂອງ​ຮ່າງກາຍ ແຕ່​ຈົ່ງ​ຮັບໃຊ້​ຊຶ່ງກັນແລະກັນ​ດ້ວຍ​ຄວາມຮັກ​ເທີ້ນ.

14 ດ້ວຍວ່າ, ກົດບັນຍັດ​ທັງໝົດ​ກໍ​ລວມ​ເຂົ້າ​ໃນ​ຂໍ້​ດຽວ​ນີ້​ຄື: “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”

15 ແຕ່​ຖ້າ​ພວກເຈົ້າ​ເຮັດ​ເໝືອນ​ດັ່ງ​ສັດປ່າ ຄື​ກັດ​ກັນ​ແລະ​ກິນ​ເນື້ອ​ກັນ ຈົ່ງ​ລະວັງ ຢ້ານ​ວ່າ​ພວກເຈົ້າ​ຈະ​ພາກັນ​ຈິບຫາຍ​ໄປ​ໝົດ.


ຜົນ​ຂອງ​ພຣະວິນຍານ ແລະ ການ​ງານ​ຂອງ​ມະນຸດ​ທຳມະດາ

16 ເຮົາ​ບອກ​ວ່າ, ຈົ່ງ​ຍອມ​ໃຫ້​ພຣະວິນຍານ​ນຳພາ​ຊີວິດ ແລະ​ພວກເຈົ້າ​ຈະ​ບໍ່ໄດ້​ເຮັດ​ຕາມ​ສັນດານ​ຕັນຫາ​ມະນຸດ.

17 ດ້ວຍວ່າ, ສັນດານ​ຕັນຫາ​ມະນຸດ​ກໍ​ຕໍ່ສູ້​ກັບ​ພຣະວິນຍານ ແລະ​ພຣະວິນຍານ​ກໍ​ຕໍ່ສູ້​ກັບ​ສັນດານ​ຕັນຫາ​ມະນຸດ ທັງສອງ​ຝ່າຍ​ເປັນ​ສັດຕູ​ກັນ. ດັ່ງນັ້ນ ສິ່ງ​ທີ່​ພວກເຈົ້າ​ຢາກ​ເຮັດ​ຈຶ່ງ​ເຮັດ​ບໍ່ໄດ້.

18 ສະນັ້ນ ຖ້າ​ພຣະວິນຍານ​ນຳພາ​ພວກເຈົ້າ ພວກເຈົ້າ​ກໍ​ບໍ່​ຢູ່​ໃຕ້​ກົດບັນຍັດ.

19 ກິດຈະການ​ແຫ່ງ​ສັນດານ​ມະນຸດ​ກໍ​ປາກົດ​ແຈ້ງ​ດັ່ງນີ້: ຄື​ການ​ຫລິ້ນຊູ້, ຄວາມ​ບໍ່​ສະອາດ, ຄວາມ​ປະພຶດ​ຊົ່ວຮ້າຍ,

20 ການ​ຂາບໄຫວ້​ຮູບເຄົາຣົບ, ການ​ເຊື່ອ​ເວດມົນ​ຄາຖາ, ການ​ເປັນ​ສັດຕູ​ກັນ, ການ​ວິວາດ​ຜິດຖຽງ​ກັນ, ການ​ເຫິງສາ​ກັນ, ການ​ຄຽດແຄ້ນ​ກັນ ແລະ ການ​ມັກໃຫຍ່​ໃຝ່ສູງ​ຕໍ່​ກັນ, ການ​ແຕກແຍກ​ກັນ, ການ​ຖືພັກ​ຖືພວກ,

21 ການ​ອິດສາ​ກັນ, ການ​ເສບ​ສຸຣາ​ຢາເມົາ, ການ​ກິນລ້ຽງ​ແບບ​ຊົ່ວຊ້າ ແລະ ການ​ອື່ນໆ​ອີກ ໃນທຳນອງ​ດຽວກັນ​ນີ້ ເຮົາ​ຂໍ​ເຕືອນ​ພວກເຈົ້າ​ດັ່ງ​ທີ່​ເຄີຍ​ເຕືອນ​ມາ​ແລ້ວ​ວ່າ, ຄົນ​ທີ່​ເຮັດ​ສິ່ງ​ເຫຼົ່ານີ້ ຈະ​ບໍ່ມີ​ສ່ວນ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ.

22 ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື: ຄວາມຮັກ, ຄວາມ​ຊົມຊື່ນ​ຍິນດີ, ສັນຕິສຸກ, ຄວາມ​ອົດທົນ​ດົນນານ, ຄວາມ​ເມດຕາປານີ, ຄວາມດີ, ຄວາມ​ສັດຊື່,

23 ຄວາມ​ສຸພາບ​ອ່ອນຫວານ, ການ​ຮູ້ຈັກ​ບັງຄັບ​ຕົນ, ກົດໝາຍ​ທີ່​ຫ້າມ​ສິ່ງ​ເຫຼົ່ານີ້​ກໍ​ບໍ່ມີ.

24 ສ່ວນ​ພວກ​ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ ກໍໄດ້​ເອົາ​ຄວາມ​ປາຖະໜາ​ກັບ​ກິເລດ​ຕັນຫາ​ຂອງ​ສັນດານ​ມະນຸດ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.

25 ຖ້າ​ພວກເຮົາ​ມີ​ຊີວິດ​ຢູ່​ໂດຍ​ພຣະວິນຍານ ກໍ​ຈົ່ງ​ດຳເນີນ​ຊີວິດ​ໄປ​ຕາມ​ພຣະວິນຍານ​ນັ້ນ.

26 ພວກເຮົາ​ບໍ່​ຕ້ອງ​ເປັນ​ຄົນ​ອວດຕົວ ຫລື​ກຸກກວນ​ໃຈ​ກັນ ຫລື​ອິດສາ​ກັນແລະກັນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan