ຄາລາເຕຍ 4 - ພຣະຄຳພີສັກສິ1 ເຮົາຂໍກ່າວດັ່ງນີ້ວ່າ, ຕາບໃດທີ່ເຈົ້າຂອງມໍຣະດົກຍັງເປັນເດັກນ້ອຍຢູ່ ກໍບໍ່ແຕກຕ່າງຫຍັງກັບຂ້ອຍຂ້າ ເຖິງແມ່ນວ່າເປັນເຈົ້າຂອງຊັບສິນທັງໝົດກໍຕາມ. 2 ເພາະກໍຍັງຢູ່ໃຕ້ບັງຄັບຂອງຜູ້ປົກຄອງ ແລະຜູ້ດູແລຊັບສິນ ຈົນເຖິງເວລາທີ່ພໍ່ຂອງລາວໄດ້ກຳນົດໄວ້ໃຫ້ຮັບມໍຣະດົກ. 3 ພວກເຮົາກໍເໝືອນກັນ ເມື່ອຍັງເປັນເດັກນ້ອຍ ພວກເຮົາກໍຍັງຕົກເປັນທາດຮັບໃຊ້ ຢູ່ໃຕ້ອຳນາດຂອງສິ່ງສັກສິດທຳມະດາ ແຫ່ງສາກົນຈັກກະວານ. 4 ແຕ່ເມື່ອຄົບກຳນົດເວລາແລ້ວ ພຣະເຈົ້າໄດ້ຊົງໃຊ້ພຣະບຸດຂອງພຣະອົງມາ ຊົງບັງເກີດນຳຍິງຄົນໜຶ່ງ ແລະຊົງມີຊີວິດຢູ່ພາຍໃຕ້ກົດບັນຍັດ, 5 ເພື່ອຈະຊົງໄຖ່ເອົາຄົນເຫຼົ່ານັ້ນ ທີ່ຢູ່ໃຕ້ກົດບັນຍັດ ເພື່ອໃຫ້ພວກເຮົາໄດ້ຖານະເປັນບຸດ. 6 ແລະເພາະເຈົ້າທັງຫລາຍເປັນບຸດຂອງພຣະເຈົ້າແລ້ວ ພຣະອົງຈຶ່ງຊົງໃຊ້ພຣະວິນຍານແຫ່ງພຣະບຸດຂອງພຣະອົງເຂົ້າມາໃນໃຈຂອງພວກເຮົາ ແລ້ວຮ້ອງວ່າ, “ອັບບາ” ຄື “ພຣະບິດາເຈົ້າ.” 7 ດັ່ງນັ້ນ ເພາະໂດຍພຣະເຈົ້າ ພວກເຈົ້າຈຶ່ງບໍ່ເປັນຂ້ອຍຂ້າຕໍ່ໄປ ແຕ່ເປັນບຸດ ແລະຖ້າເປັນບຸດແລ້ວ ກໍເປັນເຈົ້າຂອງມໍຣະດົກ. ຄວາມຫ່ວງໃຍທີ່ມີຕໍ່ຊາວຄາລາເຕຍ 8 ໃນເມື່ອກ່ອນນີ້ ເຈົ້າທັງຫລາຍຍັງບໍ່ຮູ້ຈັກພຣະເຈົ້າ ພວກເຈົ້າກໍເປັນທາດຮັບໃຊ້ຂອງສິ່ງຕ່າງໆ ຊຶ່ງຕາມທຳມະດາແລ້ວ ມັນບໍ່ແມ່ນພຣະແທ້. 9 ແຕ່ບັດນີ້ເຈົ້າທັງຫລາຍຮູ້ຈັກພຣະເຈົ້າແລ້ວ (ຫລືຈະເວົ້າໃຫ້ຖືກກວ່າ ກໍວ່າພຣະເຈົ້າຊົງຮູ້ຈັກເຈົ້າທັງຫລາຍແລ້ວ) ດ້ວຍເຫດໃດພວກເຈົ້າຈຶ່ງຈະກັບໄປຫາອຳນາດສິ່ງສັກສິດທຳມະດາ ອັນອ່ອນແອແລະບໍ່ມີປະໂຫຍດ? ພວກເຈົ້າຢາກຕົກເປັນຂ້ອຍຂ້າຂອງມັນອີກບໍ? 10 ພວກເຈົ້າຖືວັນ ຖືເດືອນ ຖືລະດູ ແລະຖືປີ. 11 ເຮົາວິຕົກນຳເຈົ້າທັງຫລາຍ ຢ້ານວ່າການໜັກໜ່ວງທີ່ເຮົາໄດ້ເຮັດສຳລັບພວກເຈົ້ານັ້ນ ຈະບໍ່ເປັນປະໂຫຍດ. 12 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເຮົາຮ້ອງຂໍພວກເຈົ້າໃຫ້ເປັນເໝືອນດັ່ງເຮົາ ຕາມທີ່ຈິງແລ້ວ ເຮົາກໍເຄີຍເປັນດັ່ງພວກເຈົ້າເໝືອນກັນ ພວກເຈົ້າບໍ່ໄດ້ທຳຮ້າຍຫຍັງຕໍ່ເຮົາ. 13 ເຈົ້າທັງຫລາຍຮູ້ຢູ່ວ່າ ໃນຕອນຕົ້ນທີ່ເຮົາໄດ້ປະກາດເລື່ອງຂ່າວປະເສີດແກ່ພວກເຈົ້າ ກໍເປັນເພາະການເຈັບປ່ວຍທາງຮ່າງກາຍ. 14 ເຖິງແມ່ນວ່າສຸຂະພາບຂອງເຮົາ ຈະເປັນການທົດລອງໃຈເຈົ້າທັງຫລາຍກໍຕາມ ພວກເຈົ້າກໍບໍ່ໄດ້ໝິ່ນປະໝາດ ຫລືເບື່ອໜ່າຍເຮົາ ແຕ່ໄດ້ຕ້ອນຮັບເຮົາ ເໝືອນກັບເປັນທູດຂອງພຣະເຈົ້າ ຫລືເໝືອນກັບພຣະຄຣິດເຈົ້າເຢຊູ. 15 ພວກເຈົ້າລືມຄວາມຍິນດີຂອງພວກເຈົ້າແລ້ວບໍ? ເຮົາເອງກ້າເວົ້າໄດ້ວ່າ ຖ້າເປັນໄປໄດ້ພວກເຈົ້າຄົງຈະຄວັດໜ່ວຍຕາຂອງພວກເຈົ້າໃຫ້ແກ່ເຮົາ. 16 ເວລານີ້ ເຮົາໄດ້ກາຍເປັນສັດຕູຂອງພວກເຈົ້າ ຍ້ອນເຮົາບອກຄວາມຈິງແກ່ພວກເຈົ້າຊັ້ນບໍ? 17 ຄົນເຫຼົ່ານັ້ນສົນໃຈພວກເຈົ້າ ບໍ່ແມ່ນດ້ວຍຄວາມຫວັງດີ ພວກເຂົາພຽງແຕ່ຢາກແຍກພວກເຈົ້າອອກຈາກເຮົາເທົ່ານັ້ນ ເພື່ອວ່າພວກເຈົ້າຈະໄດ້ສົນໃຈພວກເຂົາ ດັ່ງທີ່ພວກເຂົາໄດ້ສົນໃຈພວກເຈົ້າ. 18 ການເອົາອົກເອົາໃຈດ້ວຍຄວາມຫວັງດີ ກໍເປັນການດີຢູ່ທຸກເວລາ ແລະບໍ່ແມ່ນແຕ່ເມື່ອເວລາເຮົາຢູ່ນຳພວກເຈົ້າເທົ່ານັ້ນ. 19 ລູກນ້ອຍທີ່ຮັກຂອງເຮົາເອີຍ, ເຮົາຕ້ອງເຈັບປວດເພາະພວກເຈົ້າອີກ ເໝືອນຢ່າງແມ່ທີ່ເຈັບທ້ອງເກີດລູກ ຈົນກວ່າພຣະຄຣິດຈະໄດ້ເປັນທີ່ສ້າງຂຶ້ນຢູ່ໃນພວກເຈົ້າ. 20 ເຮົາປາຖະໜາຢາກຢູ່ກັບພວກເຈົ້າໃນເວລານີ້ ແລະຢາກປ່ຽນວິທີເວົ້າຈາກັບພວກເຈົ້າ ເພາະເຮົາວິຕົກກັງວົນໃຈນຳພວກເຈົ້າຫລາຍ. ເລື່ອງນາງຮາກາ ແລະ ນາງຊາຣາ 21 ເຮົາຂໍຖາມພວກທີ່ຢູ່ໃຕ້ກົດບັນຍັດວ່າ, ພວກເຈົ້າບໍ່ໄດ້ຍິນສິ່ງທີ່ກົດບັນຍັດກ່າວບໍ? 22 ຕາມທີ່ມີຂຽນໄວ້ວ່າ, ອັບຣາຮາມມີລູກຊາຍສອງຄົນ, ຄົນໜຶ່ງເກີດຈາກຍິງຂ້ອຍຂ້າ ແລະອີກຄົນໜຶ່ງເກີດຈາກຍິງທີ່ບໍ່ເປັນຂ້ອຍຂ້າ. 23 ລູກຊາຍຂອງເພິ່ນຜູ້ທີ່ໄດ້ຈາກຍິງຂ້ອຍຂ້ານັ້ນ ເກີດຕາມທຳມະດາ ແຕ່ລູກຊາຍຂອງເພິ່ນ ຜູ້ທີ່ໄດ້ຈາກຍິງທີ່ບໍ່ເປັນຂ້ອຍຂ້ານັ້ນ ແມ່ນເກີດຕາມພຣະສັນຍາ. 24 ເລື່ອງນັ້ນຖືເປັນການປຽບທຽບດັ່ງນີ້: ຍິງທັງສອງນັ້ນ ໄດ້ແກ່ພັນທະສັນຍາສອງຢ່າງ, ຜູ້ໜຶ່ງຊື່ວ່າຮາກາ ນາງເກີດລູກທີ່ເປັນຂ້ອຍຂ້າ ຈຶ່ງໄດ້ຮັບພັນທະສັນຍາມາຈາກພູເຂົາຊີນາຍ. 25 ນາງຮາການັ້ນ ໄດ້ແກ່ພູເຂົາຊີນາຍໃນປະເທດອາຣາເບຍປຽບເຖິງ ນະຄອນເຢຣູຊາເລັມໃນປະຈຸບັນ ຕົກເປັນຂ້ອຍຂ້າພ້ອມທັງຊາວເມືອງທຸກຄົນດ້ວຍ. 26 ແຕ່ນະຄອນເຢຣູຊາເລັມທີ່ຢູ່ເບື້ອງເທິງນັ້ນ ເປັນອິດສະຫລະ ແລະນາງກໍເປັນແມ່ຂອງພວກເຮົາ. 27 ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, “ໂອ ຍິງໝັນຜູ້ບໍ່ເຄີຍເກີດລູກເອີຍ ຈົ່ງຊົມຊື່ນຍິນດີເທີ້ນ ເຈົ້າຜູ້ທີ່ບໍ່ເຄີຍເຈັບທ້ອງ ເກີດລູກຈັກເທື່ອເອີຍ ຈົ່ງໂຮ່ຮ້ອງຂຶ້ນດ້ວຍຄວາມ ຊົມຊື່ນຍິນດີສາ ດ້ວຍວ່າ, ຍິງທີ່ຖືກປະຮ້າງກໍມີລູກ ຫລາຍກວ່າຍິງທີ່ມີຜົວ.” 28 ບັດນີ້ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າກໍເປັນລູກໆຂອງພຣະເຈົ້າ ຕາມພຣະສັນຍາ ເໝືອນດັ່ງອີຊາກ. 29 ໃນຄາວນັ້ນ ລູກທີ່ເກີດຕາມທຳມະດາ ໄດ້ຂົ່ມເຫັງຜູ້ທີ່ເກີດຕາມພຣະວິນຍານສັນໃດ ແລະປະຈຸບັນນີ້ ກໍຍັງເປັນເໝືອນກັນສັນນັ້ນ. 30 ແຕ່ພຣະຄຳພີກ່າວວ່າຢ່າງໃດ ກໍກ່າວວ່າ, “ຈົ່ງໄລ່ຍິງຂ້ອຍຂ້າ ແລະລູກຂອງນາງໜີໄປເສຍ. ດ້ວຍວ່າ, ລູກຂອງຍິງຂ້ອຍຂ້າຈະບໍ່ໄດ້ມີສ່ວນຮັບມໍຣະດົກ ຮ່ວມກັບລູກຂອງຍິງທີ່ບໍ່ເປັນຂ້ອຍຂ້າ.” 31 ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ພວກເຮົາບໍ່ເປັນລູກຂອງຍິງຂ້ອຍຂ້າ ແຕ່ເປັນລູກຂອງຍິງທີ່ບໍ່ເປັນຂ້ອຍຂ້າ. |
@ 2012 United Bible Societies. All Rights Reserved.