Biblia Todo Logo
Bìoball air-loidhne

- Sanasan -

ຄາລາເຕຍ 3 - ພຣະຄຳພີສັກສິ


ກົດບັນຍັດ​ຫລື​ຄວາມເຊື່ອ

1 ໂອ ຊາວ​ຄາລາເຕຍ​ຜູ້​ບໍ່ມີ​ຄວາມຄິດ​ເອີຍ, ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້​ສະກົດ​ຈິດໃຈ​ຂອງ​ພວກເຈົ້າ​ໃຫ້​ຫລົງ​ເຊື່ອ​ໄປ ການ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ ກໍໄດ້​ປາກົດ​ແຈ້ງ​ແກ່​ຕາ​ພວກເຈົ້າ​ຢ່າງ​ຄັກແນ່​ແລ້ວ

2 ເຮົາ​ຢາກ​ຮູ້​ຂໍ້​ດຽວ​ຈາກ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ໄດ້​ຮັບ​ພຣະວິນຍານ​ນັ້ນ ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ຫລື? ຫລື​ວ່າ​ໄດ້​ຮັບ​ໂດຍ​ການ​ເຊື່ອຟັງ​ຂໍ້ຄວາມ​ທີ່​ໄດ້ຍິນ​ນັ້ນ?

3 ເຈົ້າ​ທັງຫລາຍ​ຍັງ​ໂງ່​ເຖິງ​ພຽງ​ນັ້ນ​ບໍ? ພວກເຈົ້າ​ໄດ້​ຕັ້ງຕົ້ນ​ໂດຍ​ທາງ​ພຣະວິນຍານ​ແລ້ວ ບັດນີ້ ພວກເຈົ້າ​ຈະ​ສຳເລັດ​ລົງ​ໂດຍ​ທາງ​ມະນຸດ​ທຳມະດາ​ບໍ?

4 ການ​ທີ່​ເຈົ້າ​ທັງຫລາຍ​ໄດ້​ອົດທົນ​ມາ​ຫລາຍ​ແລ້ວ​ນັ້ນ ເປັນ​ການ​ເສຍ​ປະໂຫຍດ​ບໍ? ຖ້າ​ເປັນ​ການ​ເສຍ​ປະໂຫຍດ​ແທ້.

5 ພຣະອົງ​ຜູ້​ຊົງ​ປະທານ​ພຣະວິນຍານ​ແກ່​ເຈົ້າ​ທັງຫລາຍ ແລະ​ຊົງ​ສຳແດງ​ອິດທິຣິດ​ທ່າມກາງ​ພວກເຈົ້າ ຊົງ​ກະທຳ​ການ​ເຫຼົ່ານັ້ນ ເພາະ​ດ້ວຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ບໍ? ຫລື​ວ່າ​ເພາະ​ດ້ວຍ​ການ​ເຊື່ອຟັງ​ຂໍ້ຄວາມ​ທີ່​ໄດ້ຍິນ​ນັ້ນ

6 ຈົ່ງ​ພິຈາລະນາ​ເບິ່ງ​ອັບຣາຮາມ​ວ່າ, “ເພິ່ນ​ໄດ້​ເຊື່ອ​ພຣະເຈົ້າ ແລະ​ເພາະ​ຄວາມເຊື່ອ​ນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ຮັບ​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.”

7 ສະນັ້ນ ພວກເຈົ້າ​ຈົ່ງ​ຮັບ​ຮູ້​ໄວ້​ວ່າ ແມ່ນ​ຜູ້​ທີ່​ມີ​ຄວາມເຊື່ອ​ນັ້ນ​ແຫຼະ ເປັນ​ເຊື້ອສາຍ​ແທ້​ຂອງ​ອັບຣາຮາມ.

8 ພຣະຄຳພີ​ໄດ້​ບອກ​ໃຫ້​ຮູ້​ລ່ວງໜ້າ​ວ່າ, ພຣະເຈົ້າ​ຈະ​ເຮັດ​ໃຫ້​ຄົນຕ່າງຊາດ​ເປັນ​ຜູ້​ຊອບທຳ ຕໍ່ໜ້າ​ພຣະອົງ​ໂດຍ​ທາງ​ຄວາມເຊື່ອ. ຈຶ່ງ​ໄດ້​ປະກາດ​ຂ່າວປະເສີດ​ແຈ້ງ​ແກ່​ອັບຣາຮາມ​ກ່ອນ​ວ່າ, “ໂດຍ​ທາງ​ເຈົ້າ ພຣະເຈົ້າ​ຈະ​ອວຍພອນ​ຊົນຊາດ​ທັງຫລາຍ.”

9 ອັບຣາຮາມ​ໄດ້​ເຊື່ອ ແລະ​ໄດ້​ຮັບ​ພຣະພອນ. ດັ່ງນັ້ນ ທຸກຄົນ​ທີ່​ວາງໃຈເຊື່ອ​ຈຶ່ງ​ໄດ້​ຮັບ​ພຣະພອນ​ເໝືອນກັນ​ກັບ​ເພິ່ນ.

10 ດ້ວຍວ່າ, ທຸກຄົນ​ທີ່​ອາໄສ​ການ​ປະຕິບັດ​ຕາມ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ທຸກ​ຂໍ້ ທີ່​ຂຽນ​ໄວ້​ໃນ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ”

11 ເປັນ​ທີ່​ຮູ້​ແຈ້ງ​ແລ້ວ​ວ່າ ບໍ່ມີ​ມະນຸດ​ຄົນ​ໃດ ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະເຈົ້າ ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຜູ້​ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເພາະ​ດ້ວຍ​ຄວາມເຊື່ອ​ເທົ່ານັ້ນ​ຈະ​ມີ​ຊີວິດ.”

12 ແຕ່​ກົດບັນຍັດ​ນັ້ນ​ບໍ່ໄດ້​ອາໄສ​ຄວາມເຊື່ອ ເພາະ “ຜູ້ໃດ​ກໍຕາມ​ທີ່​ເຮັດ​ທຸກສິ່ງ​ຕາມ​ກົດບັນຍັດ ກໍ​ຈະ​ດຳລົງ​ຊີວິດ​ຢູ່​ຕາມ​ກົດ​ນັ້ນ.”

13 ພຣະຄຣິດ​ໄດ້​ຊົງ​ໄຖ່​ພວກເຮົາ ໃຫ້​ພົ້ນ​ຈາກ​ການ​ສາບແຊ່ງ​ຂອງ​ກົດບັນຍັດ ໂດຍ​ການ​ທີ່​ພຣະອົງ​ຊົງ​ຍອມ​ຖືກ​ສາບແຊ່ງ​ແທນ​ພວກເຮົາ (ເພາະ​ພຣະຄຳພີ​ຂຽນ​ໄວ້​ວ່າ, “ທຸກຄົນ​ທີ່​ຖືກ​ແຂວນ​ໄວ້​ທີ່​ຕົ້ນໄມ້ ກໍ​ຖືກ​ສາບແຊ່ງ​ແລ້ວ.”)

14 ເພື່ອ​ພຣະພອນ​ທາງ​ອັບຣາຮາມ​ຈະ​ໄດ້​ມາ​ເຖິງ​ບັນດາ​ຄົນຕ່າງຊາດ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະວິນຍານ​ຕາມ​ພຣະສັນຍາ​ໂດຍ​ທາງ​ຄວາມເຊື່ອ.


ກົດບັນຍັດ ແລະ ພຣະສັນຍາ

15 ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຂໍ​ຍົກ​ເອົາ​ເລື່ອງ​ເຫດການ​ທຳມະດາ​ມາ​ເປັນ​ຕົວຢ່າງ ເມື່ອ​ສອງ​ຄົນ​ຕົກລົງ​ກັນ​ໃນ​ເລື່ອງໃດ​ເລື່ອງໜຶ່ງ ແລະ​ເຊັນ​ສັນຍາ​ລົງ​ໄປ​ແລ້ວ ບໍ່ມີ​ຜູ້ໃດ​ຈະ​ລົ້ມເລີກ ຫລື​ເພີ່ມເຕີມ​ໄດ້​ອີກ.

16 ບັນດາ​ພຣະສັນຍາ​ທີ່​ພຣະເຈົ້າ​ກ່າວ​ແກ່​ອັບຣາຮາມ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ນັ້ນ ບໍ່ໄດ້​ກ່າວ​ວ່າ, “ແກ່​ເຊື້ອສາຍ​ທັງຫລາຍ,” ແຕ່​ຊົງ​ກ່າວ​ວ່າ, “ແກ່​ເຊື້ອສາຍ​ຂອງທ່ານ.” ໝາຍເຖິງ​ຄົນ​ດຽວ ຄື​ພຣະຄຣິດ.

17 ເຮົາ​ຈຶ່ງ​ເວົ້າ​ຢ່າງ​ນີ້​ວ່າ ກົດບັນຍັດ​ທີ່​ມາ​ພາຍ​ຫລັງ​ເຖິງ​ສີ່ຮ້ອຍ​ສາມສິບ​ປີ ຈະ​ທຳລາຍ​ພັນທະສັນຍາ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ແຕ່ງຕັ້ງ​ໄວ້​ກ່ອນ​ນັ້ນ ຈະ​ຖືກ​ລຶບລ້າງ​ບໍ່ໄດ້.

18 ເພາະວ່າ ຖ້າ​ການ​ຮັບ​ມໍຣະດົກ​ມີ​ມາ​ໂດຍ​ທາງ​ກົດບັນຍັດ ກໍ​ບໍ່ແມ່ນ​ໂດຍ​ທາງ​ພຣະສັນຍາ​ອີກ​ຕໍ່ໄປ ແຕ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ມໍຣະດົກ​ນັ້ນ ໃຫ້​ແກ່​ອັບຣາຮາມ​ໂດຍ​ທາງ​ພຣະສັນຍາ.

19 ຖ້າດັ່ງນັ້ນ​ແລ້ວ ມີ​ກົດບັນຍັດ​ໄວ້​ເພື່ອ​ຫຍັງ? ທີ່​ເພີ່ມ​ກົດບັນຍັດ​ໄວ້ ກໍ​ເພື່ອ​ຄວາມ​ຜິດບາບ​ຈະ​ໄດ້​ປາກົດ​ເປັນ​ການ​ລ່ວງ​ລະເມີດ ຈົນກວ່າ​ເຊື້ອສາຍ​ທີ່​ໄດ້​ຮັບ​ພຣະສັນຍາ​ນັ້ນ​ຈະ​ມາ​ເຖິງ ພວກ​ເທວະດາ​ໄດ້​ແຕ່ງຕັ້ງ​ກົດບັນຍັດ​ນັ້ນ​ໄວ້​ໂດຍ​ມື​ຂອງ​ຄົນ​ກາງ.

20 ເມື່ອ​ມີ​ຝ່າຍ​ດຽວ ກໍ​ບໍ່​ຕ້ອງການ​ຄົນ​ກາງ ແລະ​ພຣະເຈົ້າ​ຊົງ​ເປັນ​ຝ່າຍ​ດຽວ​ນັ້ນ.


ຈຸດປະສົງ​ຂອງ​ກົດບັນຍັດ

21 ຖ້າດັ່ງນັ້ນ ກົດບັນຍັດ​ຂັດແຍ້ງ​ກັບ​ພຣະສັນຍາ​ຂອງ​ພຣະເຈົ້າ​ບໍ? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ເພາະວ່າ ຖ້າ​ຊົງ​ປະທານ​ກົດບັນຍັດ ອັນ​ອາດ​ໃຫ້​ມີ​ຊີວິດ​ຢູ່​ໄດ້ ການ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ຄົງ​ຈະ​ໄດ້​ມີ​ຢູ່​ໂດຍ​ກົດບັນຍັດ​ນັ້ນ​ແທ້.

22 ແຕ່​ພຣະຄຳພີ​ໄດ້​ຮວບຮວມ​ສິ່ງ​ທັງໝົດ ໃຫ້​ເຂົ້າ​ຢູ່​ພາຍໃຕ້​ອຳນາດ​ຄວາມ​ຜິດບາບ ເພື່ອ​ວ່າ​ທຸກຄົນ​ທີ່​ເຊື່ອ​ຈະ​ໄດ້​ຮັບ​ຂອງ​ປະທານ​ຕາມ​ທີ່​ຊົງ​ສັນຍາ​ໄວ້ ຊຶ່ງ​ໄດ້​ຊົງ​ໂຜດ​ປະທານ ໂດຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ​ເປັນ​ຫລັກ.

23 ເມື່ອ​ຄວາມເຊື່ອ​ຍັງ​ບໍ່​ທັນ​ມາ​ນັ້ນ ພວກເຮົາ​ໄດ້​ຕົກ​ຢູ່​ໃນ​ຂອບເຂດ​ອຳນາດ​ຂອງ​ກົດບັນຍັດ ຖືກ​ຄວບຄຸມ​ໄວ້​ຈົນເຖິງ​ຄວາມເຊື່ອ​ຈະ​ໄດ້​ມາ​ປາກົດ.

24 ເພາະສະນັ້ນ ກົດບັນຍັດ​ຈຶ່ງ​ເປັນ​ຜູ້ດູແລ​ພວກເຮົາ ຈົນກວ່າ​ພຣະຄຣິດ​ສະເດັດ​ມາ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເປັນ​ຄົນ​ຊອບທຳ ໂດຍ​ທາງ​ຄວາມເຊື່ອ.

25 ບັດນີ້ ເວລາ​ແຫ່ງ​ຄວາມເຊື່ອ​ກໍ​ມາ​ເຖິງ​ແລ້ວ ກົດບັນຍັດ​ບໍ່ໄດ້​ເປັນ​ຜູ້​ດູແລ​ພວກເຮົາ​ອີກ​ຕໍ່ໄປ.

26 ເພາະວ່າ​ເຈົ້າ​ທັງຫລາຍ​ກໍ​ເປັນ​ບຸດ​ຂອງ​ພຣະເຈົ້າ ຮ່ວມ​ໃນ​ພຣະຄຣິດເຈົ້າ​ເຢຊູ​ໂດຍ​ທາງ​ຄວາມເຊື່ອ.

27 ເພາະວ່າ ຄົນ​ໃດ​ໃນ​ພວກເຈົ້າ​ໄດ້​ຮັບ​ບັບຕິສະມາ​ໃນ​ພຣະຄຣິດ​ແລ້ວ ຄົນ​ນັ້ນ​ກໍໄດ້​ສວມ​ຊີວິດ​ຂອງ​ພຣະອົງ.

28 ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ອັນ​ໃດ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ລະຫວ່າງ​ທາດ​ແລະ​ອິດສະຫລະ ລະຫວ່າງ​ຊາຍ​ແລະ​ຍິງ ເພາະ​ພວກເຈົ້າ​ທຸກຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ.

29 ຖ້າ​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະຄຣິດ​ແລ້ວ ພວກເຈົ້າ​ກໍ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ຄື​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan