ຄາລາເຕຍ 2 - ພຣະຄຳພີສັກສິອັກຄະສາວົກຄົນອື່ນໆຮັບຮູ້ໂປໂລ 1 ຫລັງຈາກນັ້ນມາສິບສີ່ປີ ເຮົາໄດ້ກັບຄືນໄປທີ່ນະຄອນເຢຣູຊາເລັມກັບບາຣະນາບາ ແລະເຮົາກໍໄດ້ເອົາຕີໂຕໄປດ້ວຍ. 2 ເຮົາໄປຕາມທີ່ພຣະເຈົ້າໄດ້ຊົງສຳແດງແກ່ເຮົາ ເຮົາໄດ້ອະທິບາຍເລື່ອງຂ່າວປະເສີດແກ່ພວກເຂົາ ຊຶ່ງເຮົາໄດ້ເຄີຍປະກາດແກ່ຄົນຕ່າງຊາດ (ແຕ່ຍັງໄດ້ເລົ່າໃຫ້ຄົນສຳຄັນຟັງເປັນການສ່ວນຕົວ) ເພາະຢ້ານວ່າເຮົາກຳລັງແລ່ນແຂ່ງກັນ ຫລືວ່າໄດ້ແລ່ນແຂ່ງແລ້ວໂດຍບໍ່ມີປະໂຫຍດ. 3 ເພື່ອນຮ່ວມເດີນທາງກັບເຮົາຄືຕີໂຕ ເຖິງແມ່ນວ່າລາວເປັນຄົນກຣີກກໍຕາມ ລາວກໍບໍ່ໄດ້ຖືກບັງຄັບໃຫ້ຮັບພິທີຕັດ, 4 ແຕ່ມີພີ່ນ້ອງທີ່ແປກປອມໄດ້ລັກລອບເຂົ້າມາ ເພື່ອຈະສອດແນມເບິ່ງເສລີພາບຂອງພວກເຮົາ ທີ່ມີຢູ່ເພາະພຣະເຢຊູຄຣິດເຈົ້າ ພວກເຂົາຫວັງຈະບັງຄັບພວກເຮົາ ໃຫ້ກັບໄປເປັນຂ້ອຍຂ້າຂອງກົດບັນຍັດອີກ 5 ແຕ່ພວກເຮົາບໍ່ໄດ້ອ່ອນຍອມຕໍ່ພວກເຂົາແມ່ນແຕ່ນາທີດຽວ ເພື່ອຈະໄດ້ຮັກສາຄວາມສັດຈິງຂອງຂ່າວປະເສີດນັ້ນ ໄວ້ສຳລັບເຈົ້າທັງຫລາຍ. 6 ສ່ວນຄົນເຫຼົ່ານັ້ນ ທີ່ພວກເຂົາຖືວ່າເປັນຄົນສຳຄັນ ພວກເຂົາຈະເຄີຍເປັນຄົນຢ່າງໃດມາກ່ອນແລ້ວກໍຕາມ ກໍບໍ່ສຳຄັນຢ່າງໃດສຳລັບເຮົາ ພຣະເຈົ້າບໍ່ຊົງເຫັນແກ່ໜ້າຄົນໃດ ຄົນເຫຼົ່ານັ້ນທີ່ພວກເຂົາຖືວ່າເປັນຄົນສຳຄັນ ກໍບໍ່ໄດ້ເພີ່ມເຕີມສິ່ງໜຶ່ງສິ່ງໃດແກ່ເຮົາ. 7 ກົງກັນຂ້າມ ເມື່ອພວກເຂົາເຫັນວ່າພຣະເຈົ້າໄດ້ມອບພາລະກິດໃຫ້ເຮົາ ເພື່ອປະກາດຂ່າວປະເສີດແກ່ຄົນຕ່າງຊາດ ເໝືອນດັ່ງທີ່ພຣະອົງໄດ້ມອບພາລະກິດໃຫ້ເປໂຕເພື່ອປະກາດຂ່າວປະເສີດແກ່ຄົນຢິວ. 8 ດ້ວຍວ່າ, ພຣະເຈົ້າໄດ້ໃຫ້ເປໂຕເປັນອັກຄະສາວົກແກ່ຄົນຢິວຢ່າງໃດ ພຣະອົງກໍໄດ້ໃຫ້ເຮົາເປັນອັກຄະສາວົກແກ່ຄົນຕ່າງຊາດຢ່າງນັ້ນ. 9 ເມື່ອຢາໂກໂບກັບເກຟາ ແລະ ໂຢຮັນ ຜູ້ທີ່ພວກເຂົາຖືວ່າເປັນຫລັກໄດ້ສັງເກດເຫັນພຣະຄຸນທີ່ໄດ້ຊົງປະທານແກ່ເຮົາ ທ່ານທັງສາມກໍໄດ້ຍື່ນມືຂວາໃຫ້ເຮົາກັບບາຣະນາບາຈັບ ເພື່ອສະແດງວ່າເຮົາເປັນເພື່ອນຮ່ວມງານກັນ ເພື່ອໃຫ້ພວກເຮົາໄປຫາພວກຕ່າງຊາດ ແລະທ່ານເຫຼົ່ານັ້ນຈະໄປຫາພວກທີ່ຖືພິທີຕັດ. 10 ແຕ່ທ່ານເຫຼົ່ານັ້ນ ຂໍພຽງແຕ່ບໍ່ໃຫ້ເຮົາລືມຄິດເຖິງຄົນຍາກຈົນ ຊຶ່ງເປັນສິ່ງທີ່ເຮົາເອົາໃຈໃສ່ທີ່ຈະເຮັດຢູ່ແລ້ວ. ໂປໂລຕໍ່ວ່າເປໂຕທີ່ອັນຕີໂອເຂຍ 11 ເມື່ອເປໂຕໄດ້ມາເຖິງເມືອງອັນຕີໂອເຂຍ ເຮົາກໍຕໍ່ວ່າເພິ່ນຢ່າງເປີດເຜີຍ ເພາະເພິ່ນເຮັດຜິດພາດຢ່າງປະຈັກຕາ. 12 ດ້ວຍວ່າ, ກ່ອນທີ່ຄົນຂອງຢາໂກໂບໄດ້ມາເຖິງ ເປໂຕໄດ້ກິນຢູ່ຮ່ວມກັບຄົນຕ່າງຊາດ ແຕ່ພໍພວກເຫຼົ່ານັ້ນມາເຖິງແລ້ວ ເພິ່ນກໍຖອຍອອກມາ ແລະບໍ່ກິນຢູ່ຮ່ວມກັບຄົນຕ່າງຊາດອີກ ເພາະເພິ່ນຢ້ານພວກທີ່ຖືພິທີຕັດ. 13 ສ່ວນພີ່ນ້ອງຊາວຢິວຄົນອື່ນໆ ກໍເຮັດເໝືອນດັ່ງເປໂຕ ແມ່ນແຕ່ບາຣະນາບາກໍປະພຶດຕາມແບບນັ້ນເໝືອນກັນ. 14 ເມື່ອເຮົາເຫັນວ່າ ພວກເພິ່ນບໍ່ໄດ້ດຳເນີນໄປຕາມຄວາມຈິງແຫ່ງຂ່າວປະເສີດ ເຮົາຈຶ່ງເວົ້າໃຫ້ເປໂຕຕໍ່ໜ້າຄົນທັງໝົດນັ້ນວ່າ, “ເຈົ້າຜູ້ເປັນຄົນຢິວ ແຕ່ເຈົ້າໄດ້ດຳເນີນຊີວິດເໝືອນຄົນຕ່າງຊາດແລະບໍ່ເໝືອນຄົນຢິວ. ຖ້າດັ່ງນັ້ນ ເປັນຫຍັງເຈົ້າຈຶ່ງບັງຄັບຄົນຕ່າງຊາດໃຫ້ດຳເນີນຊີວິດເໝືອນຄົນຢິວ?” ຄົນຢິວ ແລະ ຄົນຕ່າງຊາດກໍພົ້ນໄດ້ດ້ວຍທາງຄວາມເຊື່ອ 15 ແມ່ນຢູ່ ພວກເຮົາເປັນຢິວໂດຍກຳເນີດ ແລະບໍ່ແມ່ນ “ພວກຕ່າງຊາດທີ່ເປັນຄົນບາບ”, 16 ແຕ່ພວກເຮົາກໍຮູ້ຢູ່ວ່າ ບໍ່ມີຜູ້ໃດຖືກຊົງຖືວ່າເປັນຄົນຊອບທຳ ໂດຍການປະຕິບັດຕາມກົດບັນຍັດ ແຕ່ໂດຍທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າເທົ່ານັ້ນ ເຖິງແມ່ນພວກເຮົາກໍຍັງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າ ເພື່ອຈະໄດ້ຊົງຖືວ່າເປັນຄົນຊອບທຳໂດຍຄວາມເຊື່ອໃນພຣະຄຣິດ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ ເພາະວ່າໂດຍການປະຕິບັດຕາມກົດບັນຍັດນັ້ນ “ບໍ່ມີມະນຸດຄົນໃດຈະຊົງຖືວ່າເປັນຄົນຊອບທຳໄດ້.” 17 ແຕ່ຖ້າພວກເຮົາພະຍາຍາມເພື່ອຈະໄດ້ຊົງຖືວ່າ ເປັນຄົນຊອບທຳໂດຍພຣະຄຣິດ ພວກເຮົາເອງກໍຍັງປາກົດເປັນຄົນບາບຢູ່. ສະນັ້ນ ພຣະຄຣິດຈະຊົງເປັນຜູ້ສົ່ງເສີມຄວາມບາບບໍ? ບໍ່ເປັນຢ່າງນັ້ນດອກ 18 ເພາະວ່າ ຖ້າເຮົາກໍ່ສິ່ງທີ່ເຮົາທຳລາຍລົງແລ້ວນັ້ນຂຶ້ນອີກ ເຮົາກໍສະແດງຕົວເອງວ່າເປັນຜູ້ລ່ວງລະເມີດ. 19 ເຫດວ່າໂດຍທາງກົດບັນຍັດນັ້ນ ເຮົາໄດ້ຕາຍຈາກກົດບັນຍັດແລ້ວ ເພື່ອເຮົາຈະໄດ້ມີຊີວິດຢູ່ສຳລັບພຣະເຈົ້າ ເຮົາໄດ້ຖືກຄຶງໄວ້ກັບພຣະຄຣິດແລ້ວ. 20 ເຮົາຈຶ່ງບໍ່ມີຊີວິດຢູ່ ແຕ່ແມ່ນພຣະຄຣິດທີ່ຊົງມີຊີວິດຢູ່ໃນເຮົາ ຊີວິດທີ່ເຮົາມີໃນຮ່າງກາຍເວລານີ້ ເຮົາມີຢູ່ໂດຍຄວາມເຊື່ອໃນພຣະບຸດຂອງພຣະເຈົ້າ ຜູ້ທີ່ໄດ້ຮັກເຮົາ ແລະໄດ້ສະຫລະຊີວິດເພື່ອເຮົາ. 21 ເຮົາບໍ່ໄດ້ເຮັດໃຫ້ພຣະຄຸນຂອງພຣະເຈົ້າເສຍໄປລ້າໆ ເພາະວ່າ ຖ້າຄວາມຊອບທຳໄດ້ມາໂດຍທາງກົດບັນຍັດແລ້ວ ພຣະຄຣິດກໍຊົງສິ້ນພຣະຊົນໂດຍບໍ່ມີປະໂຫຍດ. |
@ 2012 United Bible Societies. All Rights Reserved.